Poverty Reduction Fund
www.prflaos.org
 Home Job Opportunity

Description: PRF Logo

ກອງທຶນຫລຸດຜ່ອນຄວາມທຸກຍາກ ( ທລຍ )


ປະກາດຮັບສະໝັກພະນັກງານ

ປະເທດ: ສ ປ ປ ລາວ
ໂຄງການ: ກອງທຶນຫລຸດຜ່ອນຄວາມທຸກຍາກ
ຊື່ຕຳແໜ່ງ: ຮອງຜູ້ອຳນວຍການບໍລິຫານ ( ຄົນລາວ )
ທຶນຊ່ວຍເຫລືອລ້າ ເລກທີ: H685LA
ເລກທີໂຄງການ: P 123480


    ກອງທຶນຫລຸດຜ່ອນຄວາມທຸກຍາກເປັນໂຄງການໜື່ງທີ່ຂື້ນກັບລັດຖະບານກໍ່ຄືຄະນະພັດທະນາຊົນນະບົດແລະລືບລ້າງຄວາມທຸກຍາກຂັ້ນສູນກາງ,
ຫ້ອງວ່າການລັດຖະບານໄດ້ຮັບທືນຊ່ວຍເຫລືອຈາກທະນາຄານໂລກ,ອົງການຮ່ວມມືດ້ານການພັດທະນາສະວິດເຊີແລນ,ອົງການອົດສ໌ເອດສ໌ແລະ
ອົງການພັດທະນາສັງຄົມຂອງຍີ່ປຸ່ນເພື່ອຊ່ວຍເຫລືອປະຊາຊົນຜູ້ທຸກຍາກໂດຍສະໜອງພື້ນຖານໂຄງລ່າງຂະໜາດນ້ອຍແລະການສ້າງກິດຈະກໍາ
ຄໍ້າປະກັນທາງດ້ານໂພສະນາການເພື່ອປັບປຸງຊີວິດການເປັນຢູ່ ຢູ່ຂັ້ນບ້ານແລະກຸ່ມບ້ານ.ປະຈຸບັນໂຄງການ ທລຍ ມີຄວາມຕ້ອງການພະນັກງານ
ຕໍາແໜ່ງ ຮອງຜູ້ອໍານວຍການບໍລິຫານ 1 ຕໍາແໜ່ງ ທີ່ເປັນຄົນລາວ ເພື່ອປະຈຳຢູ່ຫ້ອງການ ທລຍ ສູນກາງ ທີ່ນະຄອນຫຼວງວຽງຈັນ.
     ໜ້າວຽກສັງລວມ:
     ຮອງຜູ້ອໍານວຍການບໍລິຫານມີໜ້າທີ່ ຊ່ວຍວຽກຜູ້ອໍານວຍການແລະທີມງານບໍລິຫານໂຄງການໃນການຈັດຕັ້ງປະຕິບັດດ້ານນະໂຍບາຍ,ການວາງ
ແຜນ,ລະບຽບການ,ການປະສານງານ,ການຈັດຕັ້ງປະຕິບັດ ແລະ ຕິດຕາມ-ປະເມີນຜົນຂອງໂຄງການ ລາຍລະອຽດໜ້າທີ່ຮັບຜິດຊອບສາມາດເບ່ີງຢູ່
ໃນ ToR ຫລືຫ້ອງການກອງທືນຫລຸດຜ່ອນຄວາມທຸກຍາກຂັ້ນສູນກາງ.
    ຄຸນວຸດທີ ແລະ ປະສົບການ:
    * ຮຽນຈົບປະລິຍາໂທດ້ານຄຸ້ມຄອງບໍລິຫານລັດ ຫລື ບໍລິຫານທຸລະກິດ,ວິທະຍາສາດສັງຄົມ,ວິສະວະກຳ,ເສດຖະສາດ,ການພັດທະນາ ຫລື ຂະ
ແໜງການອື່ນໆທີ່ກ່ຽວຂ້ອງ.
    * ມີປະສົບການຢ່າງໜ້ອຍ 10 ປີ ດ້ານການປະສານງານ ຫລື ບໍລິຫານໂຄງການທີ່ຂັບເຄື່ອນໂດຍຊຸມຊົນ,ກັບຫລາຍພາກສ່ວນຢູ່ແຕ່ລະຂັ້ນ,ວຽກ
ງານປັບປຸງພື້ນຖານໂຄງລ່າງຂະໜາດນ້ອຍ,ການເສີມສ້າງຄວາມເຂັ້ມແຂງ,ຮູບແບບການພັດທະນາເສດຖະກິດ ແລະ ສັງຄົມອື່ນໆ.
    * ມີປະສົບການກ່ຽວກັບການວາງແຜນແຕ່ລຸ່ມຂື້ນເທີງ,ການພັດທະນາສັງຄົມແບບມີສ່ວນຮ່ວມ,ການອອກແບບໂຄງການ,ການຈັດຕັ້ງປະຕິບັດ
ແລະຕິດຕາມໂຄງການ.
    * ມີຄວາມຮູ້ກ່ຽວກັບການບໍລິຫານໂຄງການທີ່ມີຫລາຍແຫລ່ງທຶນ,ມີຄວາມຮູ້ແລະເຂົ້າໃຈກ່ຽວກັບນະໂຍບາຍແລະລະບຽບຫລັກການ ການປະຕິ
ບັດວຽກຂອງທະນາຄານໂລກເປັນຢ່າງດີ.
    * ມີຄວາມສາມາດໃນການວິເຄາະ,ການວາງແຜນ,ກໍານົດແລະຈັດບູລິມະສິດໜ້າວຽກໄດ້ດີ.
    * ມີທັກສະໃນການສື່ສານໄດ້ດີ (ການຂຽນ,ການເວົ້າ) ແລະ ການພົວພັນທີ່ດີ ກັບທຸກໆຄົນ ແລະ ທຸກພາກສ່ວນ(ລັດຖະບານ,ຜູ້ໃຫ້ທຶນ,ເພື່ອນຮ່ວມ
ງານ...).
    * ສາມາດໃຊ້ພາສາລາວ,ພາສາອັງກິດໄດ້ຢ່າງຄ່ອງແຄ້ວ (ການຂຽນລາຍງານ ແລະ ສື່ສານ).
    * ສາມານໍາໃຊ້ຄອມພີວເຕີ້ໄດ້ດີ ( Word,Excel,Powerpoint) ລວມທັງການນໍາໃຊ້ Web,Email.
    * ສາມາດເດີນທາງໄປເຮັດວຽກຢູ່ທ້ອງຖີ່ນບາງຄັ້ງຄາວ ຕາມການມອບໝາຍຂອງການຈັດຕັ້ງ.
    * ສະໜັບສະໜູນຜູ້ສະມັກທີ່ເປັນເພດຍິງ.
    ສຳລັບທ່ານທີ່ສົນໃຈສະໝັກ,ກະລຸນາສົ່ງເອກະສານຕໍ່ໄປນີ້ເປັນພາສາອັງກິດ (1) ໃບສະໝັກວຽກຂຽນດ້ວຍຕົນເອງ ,(2) ຊີວະປະຫວັດລະອຽດ
ລະບຸລາຍລະອຽດຜູ້ຢັ້ງຢືນການເຮັດວຽກຢ່າງໜ້ອຍ 3 ຄົນ ແລະ ຮູບຖ່າຍບໍ່ກາຍ 3 ເດືອນຂະໜາດ 3x4 cm, (3)ເອກະສານປະກອບທີ່ສຳຄັນອື່ນໆ.

(ໜັງສືຢັ້ງຢືນການຜ່ານງານສະບັບລ້າສຸດ,ໃບປະກາດຈົບວິຊາສະເພາະ,ໃບຄະແນນຈົບວິຊາສະເພາະ(ຖ້າມີ) ແລະ ອື່ນໆ ສົ່ງຫາຈັດຕັ້ງຂອງກອງ
ທຶນຫລຸດຜ່ອນຄວາມທຸກຍາກ,ຫ້ອງວ່າການລັດຖະບານ,ຕຶກ 501 ,ບ້ານສີສະຫວາດໃຕ້,ເມືອງຈັນທະບູລີ,ຕູ້ ປ.ນ. 4625 ,ໂທ 261479,261480
email: piengngeune@prflaos.org ກະລຸນາຮັບຊາບວ່າເອກະສານທຸກຢ່າງບໍ່ອະນຸຍາດໃຫ້ຖອນຄືນ ວັນທີປິດຮັບສະໝັກ 5 ມີນາ 2012.