ຄວາມຄືບໜ້າ ໂຄງການກໍ່ສ້າງ ລະບົບນ້ຳລິນ ບ້ານ ໜອງຫຼວງ ກຸ່ມ ນ້ຳອຸ່ນ ເມືອງຄູນ

Posting Date: 
03 Jun 2016

ຄວາມ​ຄືບ​ໜ້າ​​ ໂຄງການ​ກໍ່​ສ້າງ ​ລະບົບ​ນ້ຳ​ລິນ ບ້ານ ໜອງຫຼວງ ກຸ່ມ ນ້ຳອຸ່ນ  ​ເມືອງ​ຄູນ

 

ໂດຍ: ນາງ ແວວ ທລຍ ​ເມືອງ​ຄູນ

          ບ້ານ​ ໜອງຫຼວງ  ແມ່ນ​ບ້ານ​ໜຶ່ງ​ທີ່​ຂຶ້ນ​ກັບ​ກຸ່ມ ນ້ຳອຸ່ນ  ​ເມືອງ​ຄູນ ​ແຂວງ​ຊຽງ​ຂວາງ ປະກອບ​ມີ 72  ຫຼັງຄາ,​ພົນລະ​ເມືອງ​ທັງ​ໝົດ 308 ຄົນ,ຍິງ 171 ຄົນ ​ເປັນ​ບ້ານ​ຊົນ​​ເຜົ່າກຶມ​ມຸ ​ແລະ ​ເຜົ່າ​ມົ້ງ ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສາມັກຄີ ອາຊີບ​ຕົ້ນຕໍຂອງ​ເຂົາ​ເຈົ້າ​ ​​ແມ່ນ ເຮັດນາ, ສ່ວນປູກຝັງ ​ແລະ ລ້ຽງສັດ,ເປັນອາຊີບສຳຮອງ ​ໃນ​ເມື່ອ​ກ່ອນ​ບ້ານ​ ​ ໜອງ​ຫຼວງ     ​ແມ່ນ ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ ​ບໍ່​ມີ​ນ້ຳ​ສະອາດ​ຊົມ​ໃຊ້,ຜູ້ຍິງ ​ແລະ ​ເດັກນ້ອຍ​ຕ້ອງ​ໄດ້​ໄປ​ຕັກ​ນ້ຳ​ຢູ່​ໄກ,​ເສຍ​ເວລາ​ໃນ​ການ​ທຳການ​ຜະລິດ ແລະ ຍາມ​ລະດູຝົນ​ແມ່ນ​ມັກ​ເກີດ​ພະຍາດ​ຖອກທ້ອງ.

          ຕົກ​ມາ​ຮອດ ຮອບ​ວຽນທີ 13 ສົກ​ປີ (2015-2016) ທລຍ ​ໄດ້​ສະໜອງ​ທຶນ​ໃນ​ການ​ກໍ່ສ້າງລະບົບ​ນ້ຳ​ລິນ​ໃຫ້ ມີ​ຄວາມ​ຍາວທັງ​ໝົດ  6,400  ​ແມັດ, ລວມມີ 10 ກັອກ​ເຊິ່ງ​ໄດ້ລົງມື​ກໍ່ສ້າງ​ໃນ​ວັນ​ທີ່ 24/04/2016,ມູນ​ຄ່າ​ຂອງ​ການ​ກໍ່ສ້າງ​ທັງ​ໝົດ​ແມ່ນ  374, 923,295ກີບ ​ໃນ​ນັ້ນ​ຊຸມ​ຊົນ​ປະກອບສ່ວນ​ແຮງ​ງານ ​ແລະ ວັດຖຸທ້ອງ​ຖິ່ນ ຄິດ​ເປັນ​ມູນ​ຄ່າ    57,150,000 ກີບ, ປະຈຸ​ບັນ​ການ​ກໍ່ສ້າງ​ແມ່ນສໍາ​ເລັດ​ແລ້ວ 95% ​ແລະ ​ຄາດ​ວ່າ​ຈະ​ໃຫ້​ສຳ​ເລັດ​ພາຍ​ໃນ​ເດືອນ​ມິຖຸນາ​ 2016 ນີ້.

          ທ່ານ ຄຳ​ເສັງ ນາຍບ້ານ ໜອງ​ຫຼວງ ພ້ອມ​ດ້ວຍ​ພໍ່​ແມ່​ປະຊາຊົນ​ພາຍ​ໃນ​ບ້ານ​ໝົດ​ທຸກ​ຄົນ​ໄດ້​ກ່າວ​ວ່າ: “ມີ​ຄວາມ​ພາກພູມ​ໃຈ​ຫຼາຍ​ທີ່​ທາງ ທລຍ ​ໄດ້​ໃຫ້​ທຶນ​ສະໜັບສະໜູນ​ໃນ​ການ​ກໍ່​ສ້າງ ລະບົບ​ນ້ຳ​ລິນ​ໃຫ້ ​ເພາະວ່າ​ຊາວບ້ານ ຈະ​ສະດວກ​ສະບາຍ​ໃນ​ການ​ນຳ​ໃຊ້​ລະບົບ​ນ້ຳ​ລິນ, ຫຼຸດຜ່ອນເວລາ ​ແລະ ​ແຮງ​ງານ ທີ່​ໄດ້​ໄປ​ຕັກ​ນ້ຳ​ຢູ່​ໄກ,​ໄດ້​ໃຊ້​ນ້ຳ​ທີ່​ສະອາດ,ຫຼຸດຜ່ອນ​ການ​ເກີດ​ພະຍາດ​ຖອກທ້ອງ ແລະ ຂໍສະ​ແດງ​ຄວາມ​ຂອບ​ໃຈອັນ​ລົ້ນ​ເຫຼືອມາ​ຍັງພັກ-ລັດ ກໍ​ຄື ທລຍ ທີ່​ໄດ້​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ ພວກ​ຂ້າພະ​ເຈົ້າ ​ພ້ອມ​ແລ້ວ​ທີ່​ຈະ​​ເອົາ​ໃຈ​ໃສ່​ໃນ​ການປົກ​ປັກ​ຮັກສາ​,ສ້າງ​ກອງ​ທຶນ​ໃນ​ການ​ຄຸ້ມ​ຄອງ ເພື່ອ​ໃຫ້​​​ໂຄງການ​​ມີ​ຄວາມ​ຍືນ​ຍົງ ​ແລະ ນຳ​ໃຊ້​ໄດ້​ຕະຫຼອດ​ໄປ“.