ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຕິດຕາມ-ປະເມີນຜົນ

Posting Date: 
10 Jun 2016

ທລຍ ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພະນັກງານ​ຕິດຕາມ-ປະ​ເມີນ​ຜົນ

​ໂດຍ: ທລຍ

ກອງປະຊຸມຝຶກອົບຮົມ ກ່ຽວກັບວຽກງານຕິດຕາມ-ປະເມີນຜົນ (Result-based Monitoring and Evaluation Course) ໄດ້ຈັດຂຶ້ນທີ່ຫ້ອງຝຶກອົບຮົມຂອງບໍລິສັດທີ່ປຶກສາອີດີຊີ (EDC) ໃນລະຫວ່າງວັນທີ 30 ພຶດສະພາ ເຖິງວັນທີ 2 ມິຖຸນາ 2016 ໂດຍມີຜູ້ເຂົ້າຮ່ວມທັງໝົດ 15 ທ່ານ ເປັນຍິງ 5 ທ່ານ ​ແລະ ຄູ​ຝຶກ​ທີ່​ມີ​ຄວາມ​ຊໍານິ​ຊໍານານ​ດ້ານວຽກງານຕິດຕາມ-ປະເມີນຜົນຈາກ​ປະ​ເທດຟີ​ລິບ​ປິ່່ນ. ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເສີມສ້າງຄວາມອາດສາມາດໃຫ້ແກ່ພະນັກງານ ຕິດຕາມ-ປະເມີນຜົນ ກໍ່ຄື ພະນັກງານ ທລຍ ໂດຍມີເປົ້າໝາຍ ຮັບປະກັນປະສິດທິພາບຂອງການເຮັດວຽກໃຫ້ໄດ້ດີກວ່າເກົ່າ ບໍ່ວ່າຈະແມ່ນການຕິດຕາມຕົວຊີ້ວັດຂອງໂຄງການ, ການເກັບກຳຂໍ້ມູນ, ການສະໜອງຂໍ້ມູນ, ການວິເຄາະຂໍ້ມູນ, ການຂຽນບົດລາຍງານ, ການນຳສະເໜີ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງກັບວຽກງານຕິດຕາມ-ປະເມີນຜົນ.

ການຝຶກອົບຮົມຄັ້ງນີ້ ແມ່ນໄດ້ເນັ້ນໃສ່ການນຳໃຊ້ເທັກໂນໂລຍີ, web-based, application ຕ່າງໆທີ່ມີ ເພື່ອປັບໃຊ້ເຂົ້າໃນວຽກງານຕິດຕາມ-ປະເມີນຜົນ ເຊັ່ນ: Dropbox, Google Drive, Google Docs, Google Forms, LogFramer, OpenProj ແລະ ອື່ນໆ. ໃນລະຫວ່າງການຝຶກອົບຮົມ ຜູ້ເຂົ້າຮ່ວມໄດ້ຝຶກການນໍາໃຊ້ເຄື່ອງມືຕ່າງໆ ຊຶ່ງເຫັນວ່າຜູ້ເຂົ້າຮ່ວມໄດ້ໃຫ້ຄວາມສົນໃຈ ແລະ ຄິດວ່າສາມາດນໍາໄປປັບໃຊ້ເຂົ້າໃນວຽກງານຂອງຕິດຕາມ-ປະເມີນຜົນ ກໍ່ຄືວຽກງານສະເພາະຂອງຕົນ. ​

ນອກຈາກນີ້ ຜູ້ເຂົ້າຮ່ວມຍັງໄດ້ມີຫລາຍໆຂໍ້ສະເໜີ ໂດຍໄດ້ສະເໜີໃຫ້ມີການຖ່າຍທອດບົດຮຽນຕໍ່ໃຫ້ແກ່ ພະນັກງານແຂວງ ແລະ ເມືອງ. ນອກຈາກຂໍ້ສະເໜີຈາກຜູ້ເຂົ້າຮ່ວມແລ້ວ ຄູຝຶກກໍ່ໄດ້ມີຂໍ້ແນະນຳເພີ່ມເຕີມດັ່ງລຸ່ມນີ້:   

1.     ນຳໃຊ້ເຄື່ອງມີຕິດຕາມ-ປະເມີນຜົນດິຈິຕອລ

2.    ປະສົມປະສານລະຫວ່າງລະບົບຕິດຕາມ-ປະເມີນຜົນທີ່ມີຢູ່ແລ້ວ ກັບ ເທັກໂນໂລຍີດິຈິຕອລ.

3.    ພະນັກງານ ທລຍ ຄວນເລີ່ມນຳໃຊ້ລະບົບຕິດຕາມ-ປະເມີນຜົນດິຈິຕອລ ເພື່ອເຮັດໃຫ້ການເຮັດວຽກງ່າຍຂຶ້ນ, ໄວຂຶ້ນ ແລະ ສະດວກຂຶ້ນ

4.    ຄວນດຳເນີນການປະເມີນຄວາມຕ້ອງການດ້ານຝຶກອົບຮົມຂອງພະນັກງານ ເພື່ອກຳນົດຄວາມຕ້ອງການທີ່ຖືກຕ້ອງ

5.    ສະໜອງຝຶກອົບຮົມໃຫ້ແກ່ພະນັກງານຕິດຕາມ-ປະເມີນຜົນເມືອງ ແລະ ແຂວງ ກ່ຽວກັບເຄື່ອງມືດິຈິຕອລ

6.    ກະກຽມຂໍ້ມູນຮູບພາບກ່ຽວກັບ ທລຍ 3 ທັງເປັນພາສາອັງກິດ ແລະ ພາສາລາວ ແລະ ແຈກຢາຍໃຫ້ແກ່ບັນດາບ້ານ ແລະ ເມືອງເປົ້າໝາຍ

7.    ພັດທະນາເວບໄຊຂອງ ທລຍ ໃຫ້ມີຄວາມສຳພັນກັນ ໂດຍຄຳນຶງເຖິງພາກລັດຖະບານ, ຜູ້ໃຫ້ທຶນ ແລະ ປະຊາຊົນ

8.    ຜະລິດ,​ນຳໃຊ້, ແຈກຢາຍ ແລະ ປະເມີນປະສິດທິພາບຂອງຮູບພາບ, ວີດີໂອ ເພື່ອປັບປຸງຍຸດທະສາດການສື່ສານຂອງ ທລຍ

9.    ຜະລິດລາຍການໂທລະທັດ ກ່ຽວກັບຍຸດທະສາດການຫລຸດຜ່ອນຄວາມທຸກຍາກ

10.  ປະເມີນຜົນໄດ້ຮັບ ແລະ ປະເມີນການປ່ຽນແປງການປະຕິບັດວຽກງານຕິດຕາມ-ປະເມີນຜົນ.

 

ທ່ານແສງເດືອນ ບຸດດາວົງ, ພະນັກງານຕິດຕາມ-​ປະເມີນຜົນແຂວງສະຫວັນນະເຂດ ທີ່​ໄດ້​ມີ​ໂອກາດ​ມາ​ເຂົ້າ​ຮ່ວມ​ເຝິກອົບຮົມ​ໃນ​ຄັ້ງ​ນີ້​ໄດ້​ກ່າວ​ວ່າ: “ກ່ອນອື່ນໝົດຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງຄະນະຮັບຜິດຊອບທີ່ໄດ້ໃຫ້ໂອກາດຂ້າພະເຈົ້າເຂົ້າຮ່ວມການຝຶກອົບຮົມສ້າງຄວາມເຂັ້ມແຂງໃນຄັ້ງນີ້. ສຳລັບຂ້າພະເຈົ້າເອງ, ນີ້​​ແມ່ນໂອກາດທຳອິດທີ່ຂ້າພະເຈົ້າໄດ້ຮັບການຝຶກອົບຮົມຈາກຄູຝຶກຊ່ຽວຊານຈາກຕ່າງປະເທດທີ່ມີປະສົບການແລະຄວາມຊຳນານສູງດ້ານເຄື່ອງມືຕິດຕາມ​ ​ແລະປະເມີນຜົນ. ທີ່ສຳຄັນໄປກວ່ານັ້ນແມ່ນການໄດ້​ໃກ້ຊິດຕິດແທດ ແລະ ໄດ້ຮັບຄວາມອົບອຸ່ນ ຈາກຄະນະບໍລິຫານຂອງ ທລຍ ຂັ້ນສູນກາງ ພ້ອມກັບພະນັກງານຕິດຕາມ-ປະເມີນຜົນຂັ້ນສູນກາງ. ສຳລັບແຜນໃນຕໍ່ໜ້າ, ຂ້າພະເຈົ້າຈະນຳເອົາບົດຮຽນແລະຄວາມຮູ້ທີ່ໄດ້ມາສຶກສາເພີ່ມຕືມ ເພື່ອຜັນຂະຫຍາຍໃນວຽກງານຂອງຕົນທີ່​ໄດ້​ຮັບຜິດຊອບ​ຢູ່​ຂັ້ນ​ທ້ອງ​ຖິ່ນແລະເຜີຍແຜ່ໃຫ້ແຂວງອື່ນໆຕາມຄວາມເໝາະສົມເພື່ອເພີ່ມປະສິດຕິພາບໃນກາ  ຈັດຕັ້ງປະຕິບັດ​​ໂຄງການໃຫ້ດີຍິ່ງໆຂຶ້ນ“.