“ການກໍ່ສ້າງໂຄງການໃຫ້ສໍາເລັດຕາມແຜນການນັ້ນ ຖືວ່າສໍາຄັນ ແຕ່ການ ປົກປັກຮັກສາ ຄຸ້ມຄອງໃຫ້ໂຄງການ ໄດ້ຖືກນໍາໃຊ້ໃຫ້ຍືນຍົງ ກຸ້ມຄ່າການລົງທຶນ ສໍາຄັນກວ່າ”

Posting Date: 
03 Aug 2016

ການກໍ່ສ້າງໂຄງການໃຫ້ສໍາເລັດຕາມແຜນການນັ້ນ ຖືວ່າສໍາຄັນ ແຕ່ການ ປົກປັກຮັກສາ ຄຸ້ມຄອງໃຫ້ໂຄງການ ໄດ້ຖືກນໍາໃຊ້ໃຫ້ຍືນຍົງ ກຸ້ມຄ່າການລົງທຶນ ສໍາຄັນກວ່າ

ໂດຍ: ສິນ​ນະຄອນ ອິນ​ທິລາດ

      າກໃຫ້ ໂຄງການຍ່ອຍຕ່າງໆ ທີ່ໄດ້ຖືກກໍ່ສ້າງ ໄປແລ້ວນັ້ນ ມີຄວາມຍືນຍົງ ກຸ້ມຄ່າການລົງທຶນ ອໍານາດການປົກຄອງ ພາຍໃນບ້ານຕ້ອງມີຄວາມເຂັ້ມແຂງ  ຊຸມຊົນຕ້ອງມີຄວາມສາມັກຄີ ປະຕີບັດກົດລະບຽບ ທີ່ໄດ້ຮ່ວມກັນວາງອອກ ພ້ອມກັນນັ້ນຕ້ອງໄດ້ມີການສ້າງ

ກອງທຶນ.

   ກ່ຽວກັບບັນຫາດັ່ງກ່າວນີ້ ທາງ ທລຍ ແຂວງ ສະຫວັນນະເຂດ ກໍໄດ້ເອົາໃຈໃສ່ ປຸກລະດົມຊຸກຍູ້ຊຸມຊົນ ໂດຍສະເພາະໃນບ້ານ ທີ່ໄດ້ຮັບໂຄງການໃນແຕ່ລະຮອບວຽນ ຝຶກອົບຮົມໃຫ້ແກ່ຜູ້ປະສານງານ ກຸ່ມ ບ້ານໃນແຕ່ລະກຸ່ມ ເອົາໃຈໃສ່ ໃນການລົງຕິດຕາມ ນໍາພາຊຸມຊົນສ້າງຂະບວນການແຂ່ງຂັນ ໃນການປົກປັກຮັກສາຄຸ້ມຄອງນໍາໃຊ້ໂຄງການຍ່ອຍ ເພື່ອເຮັດໃຫ້ແຕ່ລະໂຄງການ ມີຄວາມຍືນຍົງ ແລະ ເປັນຕົວແບບໃຫ້ໄດ້  ເຊິ່ງ ທາງແຂວງພວກເຮົາ ແມ່ນໄດ້ກໍານົດຂໍ້ແຂ່ງຂັນ ໃຫ້ໄດ້ ຕໍ່າສຸດ ແມ່ນກຸ່ມລະໜຶ່ງຕົວແບບ ຫຼືວ່າ OKOM (One Koumban One Model) ພ້ອມນັ້ນ ໃນແຕ່ລະເດືອນ ເຂົາເຈົ້າກໍໄດ້ນໍາມາ ລາຍງານ ໃນກອງປະຊຸມ ລາຍງານປະຈໍາເດືອນ ແລະ ຝຶກອົບຮົມ ຄືນໃຫ້ແກ່ຜູ່ປະສານງານກຸ່ມບ້ານ .  

ຜ່ານການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນດັ່ງກ່າວນັ້ນສາມາດເຮັດໃຫ້ ແຂວງພວກເຮົາ ສ້າງໄດ້ຕົວແບບ   ປະມານ 43 ຕົວແບບ ໃນແຕ່ລະກິດຈະກໍາແຕກຕ່າງກັນຄື :       ຕົວແບບໃນການ ປົກປັກຮັກສາຄຸ້ມຄອງນໍາໃຊ້ນໍ້າລີນ ແລະ ນໍ້າບາດານ ໄດ້ 17  ໂຄງການ,         ຕົວແບບໃນການປົກປັກ ຮັກສາຄຸ້ມຄອງນໍາໃຊ້ໂຄງການກໍ່ສ້າງໂຮງຮຽນໄດ້  15  ໂຄງການ,      ຕົວແບບໃນການປົກປັກຮັກສາຄຸ້ມຄອງນໍາໃຊ້ ຂົວແລະ ເສັ້ນທາງໄດ້  4 ໂຄງການ,​  ຕົວແບບໃນການປົກປັກຮັກສາຄຸ້ມຄອງນໍາໃຊ້ ສຸກສາລາ ແລະ ເຮືອນພັກ ໄດ້  7   ໂຄງການ  ແລະ ຈະຂະຫຍາຍ ໃຫ້ ໄດ້ຫຼາຍຂຶ້ນ ໃນແຕ່ລະ ກຸ່ມບ້ານ ຄົບທຸກກິດຈະກໍາ.