ການເຊື່ອມສານ ການວາງແຜນຂັ້ນບ້ານ ແລະ ຂັ້ນກຸ່ມ ເຂົ້າໃນການວາງແຜນພັດທະນາເສດຖະກິດສັງຄົມຂອງເມືອງ ຈະໄດ້ຂະຫຍາຍທົ່ວພື້ນທີ່ເປົ້າໝາຍຂອງ ທລຍ

Posting Date: 
12 Dec 2016

ການ​ເຊື່ອມ​ສານ ການວາງ​ແຜນຂັ້ນ​ບ້ານ ​ແລະ ຂັ້ນ​ກຸ່ມ ​ເຂົ້າ​ໃນ​ການວາງ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ເມືອງ ຈະ​ໄດ້​ຂະຫຍາຍ​ທົ່ວ​ພື້ນ​ທີ່​ເປົ້າ​ໝາຍ​ຂອງ ທລຍ

 

​ໂດຍ: ​ແສງ​ອາ​ລຸນ ພິລາ​ຈັນ

 

ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ຖືກສ້າງຕັ້ງຂຶ້ນຕາມດຳລັດຂອງນາຍົກລັດຖະມົນຕີສະບັບເລກທີ 073/ນຍລົງວັນທີ 31 ພຶດສະພາ 2002 ເພື່ອສະໜັບສະໜູນນຶ່ງໃນບັນດາເປົ້າໝາຍທີ່ສຳຄັນຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແລະນະໂຍບາຍຂອງລັດຖະບານໃນການລຶບລ້າງຄວາມທຸກ ຍາກປີ​ໃຫ້​ໄດ້​ໃນ​ປີ 2015 ​ໂດຍ​ພື້ນຖານແລະນຳພາປະເທດຊາດໃຫ້ຫລຸດພົ້ນອອກຈາກສະພາບ ດ້ອຍພັດທະນາໃນປີ 2020.

ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ເປັນຜູ້ສະໜອງປັດໃຈເພື່ອພັດທະນາກຸມ່ບ້ານເປົ້າ    ໝາຍທີ່ນອນຢູ່ໃນບັນດາເມືອງທີ່ທຸກຍາກໂດຍຜ່ານຂະ ບວນການຕັດສິນໃຈແບບມີສ່ວນຮ່ວມທີ່ຫ້າວຫັນຂອງຊຸມຊົນ, ສ້າງຂີດຄວາມສາມາດເພື່ອມອບສິດໃຫ້ຊາວບ້ານທຸກຍາກເປັນຜູ້ວາງແຜນ, ຈັດຕັ້ງປະຕິບັດແລະຄຸ້ມຄອງທຸກການລົງທຶນຢູ່ໃນກຸ່ມບ້ານດ້ວຍຕົນເອງຕາມຮູບແບບການແບ່ງຂັ້ນຄຸ້ມຄອງແລະຄວາມໂປ່ງໃສເປັນຫລັກ, ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນ, ສະໜັບສະໜູນຂະບວນການຕັດສິນໃຈແລະການແກ້ໄຂຂໍ້ຂັດແຍ່ງແບບມີສ່ວນຮ່ວມຕັ້ງແຕ່ຂັ້ນບ້ານ, ກຸ່ມບ້ານແລະເມືອງໂດຍໃຫ້ມີສ່ວນຮ່ວມຢ່າງກ້ວາງຂວາງ ຂອງຊາວບ້ານ, ເພດຍິງແລະຊົນເຜົ່າສ່ວນນ້ອຍ, ຊ່ວຍເຫລືອຊາວບ້ານໃນການພັດທະນາໂຄງລ່າງຂະໜາດນ້ອຍແລະໃຫ້ເຂົາເຈົ້າໄດ້ຮັບການບໍລິການ ດ້ານຕ່າງໆຕາມຄວາມຈຳເປັນແລະເໝາະສົມ, ທັງ​ເປັນ​ການ​ຜັນ​ຂະຫຍາຍ​ວຽກ​ງານ 3 ສ້າງ ​ເຂົ້າ​ໃນ​ຊີວິດ​ຕົວ​ຈິງ​ຂັ້ນ​ບ້ານ, ​ເປັນ​ການ​ປະກອບສ່ວນ​ເຮັດ​ໃຫ້​ບ້ານ​ທຸກ​ຍາກ​ໄດ້ ພົ້ນ​ຄວາມທຸກ​ຍາກ ກາຍ​ເປັນ​ບ້ານ​ພັດທະນາ​ໃນ​ອະນາຄົດ.

ສໍາລັບ​ພື້ນ​ທີ່​ເປົ້າ​ໝາຍ​ຂອງ ທລຍ ​3 ຈະ​ກວາ​ມ​ເອົາ 10 ​ແຂວງ, 43 ​ເມືອງ, 256 ກຸ່ມ​ບ້ານ, 1,752 ບ້ານ ​ເພື່ອ​ເຊື່ອມ​ສານ​ການວາງ​ແຜນ​ພັດທະນາ​ບ້ານ ​ແລະ ກຸ່ມ​ບ້ານ ​ເຂົ້າ​ໃນ​ການວາງ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ເມືອງ​ນັ້ນ ນັບ​ຕັ້ງ​ແຕ່​ເດືອນ​ມິຖຸນາ 2016 ຈົນ​ເຖິງ ​ເດືອນ​ຕຸລາ 2016 ທລຍ ​ໄດ້​ເຮັດ​ການ​ທົດ​ລອງ​ການ​ເຊື່ອມ​ສານ​ການວາງ​ແຜນ​ຂັ້ນ​ບ້ານ ​ແລະ ກຸ່ມ​ບ້ານ​ເຂົ້າ​ໃນ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ເມືອງ ຢູ່ 4 ​ເມືອງ​ຄື : ​ເມືອງ​ແບ​ງ ​ແຂວງ​ອຸດົມ​ໄຊ, ​ເມືອງ​ໂພນ​ໄຊ ​ແຂວງ​ຫລວງ​ພະ​ບາງ, ​ເມືອງ​ຊໍາ​ເໜືອ ​ແຂວງ​ຫົວພັນ ​ແລະ ​ເມືອງ​ເຊ​ໂປ​ນ ​ແຂວງ​ສະຫວັນ​ນະ​ເຂດ. ​ເພື່ອ​ເປັນ​ການ​ປະ​ເມີນ ​ແລະ ສະຫລຸບຕີ​ລາຄາ ຜົນ​ຂອງ​ການ​ທົດ​ລອງ​ນັ້ນ ​ໃນ​ວັນ​ທີ 17 ພະຈິກ 2016 ກະຊວງ​ແຜນການ ​ແລະ ການ​ລົງທຶນ ຮ່ວມກັບ ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶຍລ້າງ​ຄວາມທຸກ​ຍາກ ຂັ້ນ​ສູນ​ກາງ ຈັດ​ກອງ​ປະຊຸມ​ຖອດ​ຖອນ​ບົດຮຽນ​ກ່ຽວ​ກັບ ການ​ເຊື່ອມ​ສານ​ແຜນ​ພັດທະນາ​ບ້ານ ​ແລະ ກຸ່ມ​ບ້ານ ​ເຂົ້າ​ໃນ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ຂັ້ນ​ເມືອງ ທີ່​ໂຮງ​ແຮມ​ດອນ​ຈັນ ພາ​ເລດ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ຈິດ ທະວີ​ໃສ, ຫົວໜ້າ​ກ້ອງ​ການ​ແຜນການ ​ແລະ ພົວພັນ​ຕ່າງປະ​ເທດ, ຄພທສ ​ແລະ ທ່ານ ລຽນ​ທອງ ສຸພາ​ນີ, ຮອງ​ຫົວໜ້າ​ກົມ​ແຜນການ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ໃຫ້​ທຶນ ກໍ​ຄື​ທະນາຄານ​ໂລກ, ຜູ້ຕາງໜ້າ​ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ, ຜູ້ຕາງໜ້າ​ຈາກ​ບັນດາ​ກະຊວງ​ຕ່າງໆ ​ແລະ ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ, ຜູ້ຕາງໜ້າ​ຈາກ​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ, ຫ້ອງການ​ພັດທະນາ​ຊົນນະບົດ​ຈາກ​ແຂວງ​ອຸດົມ​ໄຊ, ​ແຂວງ​ຫລວງ​ພະ​ບາງ, ​ແຂວງ​ຫົວພັນ ​ແລະ ​ແຂວງ​ສະຫວັນ​ນະ​ເຂດ, ບັນດາ​ທ່ານ ຮອງ​ເຈົ້າ​ເມືອງ, ຫ້ອງການ​ແຜນການ, ຫ້ອງການ​ພັດທະນາ​ຊົນນະບົດ, ສະຫະພັນ​ແມ່ຍິງ, ພະນັກງານ ທລຍ ຈາກ 4 ​ເມືອງ​ທົດ​ລອງ.

ທີ່​ກອງ​ປະຊຸມ​ໄດ້​ມີ​ການ​ແບ່ງ​ກຸ່ມ​ຄົ້ນ​ຄ້ວາ ​ກ່ຽວ​ກັບ​ປະສົບ​ການ​ຈາກ​ການ​ເຮັດ​ທົດ​ລອງ ​ເພື່ອ​ສະຫລຸບ​ຕີ​ລາ ສິ່ງ​ທ້າ​ທາຍ​ຈາກ​ການ​ເຮັດ​ທົດ​ລອງ ​ແລະ ທິດ​ທາງ​ໃນ​ຕໍ່ໜ້າ ​ນອກຈາກ​ນັ້ນ ຍັງ​ມີ​ການ​ນໍາ​ສະ​ເໜີ​ລະບົບ​ການວາງ​ແຜນ​ໃນ ສປປ ລາວ, ນະ​ໂຍບາຍ​ກ່ຽວ​ກັບ​ຈຸດ​ສຸມການລຶບລ້າງ​ຄວາມທຸກ​ຍາກ​ຂອງ​ລັດຖະບານ ຈາກ​ກະຊວງ​ທີ່​ກ່ຽວຂ້ອງ ​ແລະ ພິ​ເສດ​ໄດ້​ມີ​ການ​ນໍາ​ສ​ະ​ເໜີ​ບົດຮຽນ ຂະ​ບວນການວາງ​ແຜນ​ຂອງ​ປະ​ເທດ​ຫວຽດນາມ ຈາກ​ທີ່​ປຶກສາ​ທະນາຄານ​ໂລກ. ຜ່ານ​ການ​ປຶກສາ​ຫາລື ​ແລະ ຄົ້ນ​ຄ້ວາ ຕີ​ລາຄາ ຂອງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ​ເຫັນ​ວ່າ​ການ​ເຊື່ອມ​ສານ ການວາງ​ແຜນຂັ້ນ​ບ້ານ ​ແລະ ຂັ້ນ​ກຸ່ມ ​ເຂົ້າ​ໃນ​ການວາງ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ເມືອງມີ​ຜົນ​ດີ​ຫລາຍ​ຢ່າງ ​ເພາະ​ເຮັດ​ການວາງ​ແຜນ​ໃນ​ລັກສະນະ​ນີ້​ຈະ​ເປັນ​ການ​ຊ່ວຍ​ໃຫ້​ຊາວບ້ານ ​ແລະ ພາກ​ລັດ ມີ​ຄວາມ​ໃກ້​ສິດ​ກັນ​ຫລາຍ​ຂຶ້ນ ​ແລະ ພາກ​ລັດ​ກໍ​ຈະ​ເຂົ້າ​ໃຈ​ຕໍ່​ກັບ​ບຸລິມະສິດ​ຄວາມ​ຕ້ອງການ​ຂອງ​ແຕ່​ລະ​ບ້ານ ​ແລະ ກຸ່ມ​ບ້ານ ຢ່າງ​ເລີກ​ເຊິ່ງ ​ສາມາດ​ແກ້​ໄຂຄວາມທຸກ​ຍາກຖືກ​ຈຸດ ຕາມ​ບຸລິມະສິດ​ຄວາມ​ຕ້ອງການ​ຂອງ​ຜູ້​ທຸກ​ຍາກ ດ້ອຍ​ໂອກາດ ​ແລະ ຊົນ​ເຜົ່າ ຫ່າງ​ໄກ​ສອກຫລີກຢ່າງ​ແທ້​ຈິງ.

ສະ​ນັ້ນ ​​ໃນ​ຕໍ່ໜ້າ ທລຍ ຈະ​ໄດ້​ຜັນ​ຂະຫຍາຍ​ຜົນ​ສໍາເລັດ​ຂອງ​ການ​ເຮັດ​ທົດ​ລອງການ​ເຊື່ອມ​ສານ ການວາງ​ແຜນຂັ້ນ​ບ້ານ ​ແລະ ຂັ້ນ​ກຸ່ມ ​ເຂົ້າ​ໃນ​ການວາງ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ເມືອງ ​ເຂົ້າ​ສູ່​ພື້ນ​ທີ່​ເປົ້າ​ໝາຍ​ຂອງ ທລຍ 10 ​ແຂວງ, 43 ​ເມືອງ, 256 ກຸ່ມ​ບ້ານ, 1,752 ບ້ານ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.