ນ້ອງນ້ອຍບ້ານ ລະຕຶບ, ກຸ່ມທີ: 4 ເມືອງພີນ ແຂວງສະຫວັນນະເຂດ ດີໃຈທີ່ຈະໄດ້ໂຮງຮຽນຫລັງໃໝ່

Posting Date: 
18 Jul 2017

ນ້ອງ​ນ້ອຍບ້ານ ລະຕຶບ, ກຸ່ມທີ: 4 ເມືອງພີນ ແຂວງສະຫວັນນະເຂດ ດີ​ໃຈ​ທີ່ຈະ​ໄດ້​ໂຮງຮຽນ​ຫລັງ​ໃໝ່

ໂດຍ: ທລຍ

 

ບ້ານລະຕຶບ, ກຸ່ມບ້ານທີ: 4 ເມືອງພີນ ແຂວງສະຫວັນນະເຂດ ເຊິ່ງເປັນບ້ານໜຶ່ງ ທີ່ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທໍາມະຊາດ ແລະ ເປັນບ້ານທີ່ມີມູນເຊື້ອ ໃນການຕໍ່ສູ້ເພື່ອປົກປັກຮັກສາປະທາດຊາດ ແລະ ສ້າງສາປະເທດຊາດ ເຊີ່ງບ້ານດັ່ງກ່າວ ມີເນື້ອທີ່ຕິດກັບບັນດາບ້ານອ້ອມຂ້າງຄື : ທິດເໜືອຕິດກັບບ້ານວັງບ້ວງ, ທິດໃຕ້ຕິດກັບບ້ານແກ້ງລະແທ້ງ, ທິດຕາເວັນອອກຕິດກັບ ເຊບັ້ງຫຽງ ເຊິ່ງເປັນເຂດແດນ ເມືອງເຊໂປນ ແລະ ທິດຕາເວັນຕົກຕິດກັບເຂດປ່າສະຫງວນດົງພູວຽງ ເຂດເມືອງພີນ.  ບ້ານລະຕຶບ ມີປະຊາກອນທັງໝົດ 390 ຄົນ, ຍິງ 207 ຄົນ, ຄົວເຮືອນທັງໝົດ 66 ຄົວເຮືອນ, 66 ຄອບຄົວ ມີຄົວເຮືອນ ທຸກຫຼາຍ 4 ຄົວເຮືອນ, ທຸກ 6 ຄົວເຮືອນ, ທຸກປານກາງ 43 ຄົວເຮືອນ, ບໍ່ທຸກ 13 ຄົວເຮືອນ.

   ເຖິງວ່າບ້ານ ລະຕືບ ຈະເປັນບ້ານທີ່ມີຄວາມອຸດົມສົມບູນ ທາງດ້ານ ຊັບພະຍາກອນ ທໍາມະຊາດ ແຕ່ບ້ານລະຕືບກໍຍັງເປັນບ້ານທີ່ທຸກຍາກ, ການເຂົ້າເຖີງການບໍລິການ ທາງດ້ານການສືກສາຍັງຫຍຸ້ງຍາກ ມີໂຮງຮຽນ ທີ່ຊຸມຊົນ ກໍ່ສ້າງເອງ ເຊິ່ງມີສະພາບຊຸດໂຊມ ເປ້ເພ ຍາມຝົນກໍຮົ່ວ ສະນັ້ນມາຮອດ ຮອບວຽນທີ 14 (ສົກປີ 2016-17) ຊາວບ້ານ ລະຕືບ ທັງກຸ່ມຍິງ ​ແລະ ກຸ່ມຊາຍ ກໍໄດ້ເລືອກເອົາການກໍ່ສ້າງໂຮງຮຽນປະຖົມ ເປັນບຸລິມະສິດ ທີ່ໜຶ່ງ ພ້ອມນັ້ນ ບຸລິມະສິດດັ່ງກ່າວກໍໄດ້ ເຂົ້າໃນແຜນພັດທະນາກຸ່ມບ້ານ ທີ 4 ແລະຖືກຮັບຮອງຈາກກອງປະຊຸມ ປະສານ​ງານ​ການວາງ​ແຜນຂັ້ນເມືອງ ແລະໄດ້ມີການກໍ່ສ້າງ ດ້ວຍງົບປະມານທັງໝົດ 346 ກວ່າ​ລ້ານກີບ, ທລຍ ສະໜັບສະໜູນ  317 ກວ່າ​ລ້ານກີບ ​ໃນ​ນັ້ນ ຊຸມຊົນປະ​ກອຍ​ສ່ວນ​ທາງ​ດ້ານ​ແຮງ​ງານ ​ແລະ ວັດຖຸ​ທ້ອງ​ຖິ່ນ​ທີ່​ຫາ​ໄດ້ ຄິດ​ເປັນ​ເງິນ28 ກວ່າ​ລ້ານກີບ

​ເຊິ່ງການ​ກໍ່ສ້າງ​ໂຮງຮຽນ​ປະຖົມຫລັງ​ດັ່ງກ່າວ​ໄດ້​ເລີ່​ມລົງມື​ກໍ່ສ້າງ ​ແຕ່​​ຕົ້ນ​ເດືອນ​ມິຖຸນາ 2017 ​ແລະ ປະຈຸບັນ ການ​ກໍ່ສ້າງ​ໄດ້ມີຄວາມຄືບໜ້າຫລາຍ​ກວ່າ 40 % ດ້ວຍຄວາມເຂັ້ມແຂງຂອງ ຜູ້ປະສານງານກຸ່ມບ້ານ ໄດ້ມີການປຸກລະດົມ ຊຸກຍູ້ ຊຸມຊົນເຂົ້າໃນການປະກອບສ່ວນ ເພື່ອ​ເຮັດ​ແນວ​ໃດໃຫ້ບັນລຸຈຸດປະສົງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ເງື່ອນໄຂດ້ານຕ່າງໆຄື:

Ø  ປະຕິບັດຕາມ ທິດຊີ້ນໍາຂອງຂັ້ນເທິງ ເພື່ອລົບລ້າງການກືກໜັງສືໃນເຂດຫ່າງໃກສອກລີກ

Ø  ປະຕິບັດຕາມ ລະບຽບ, ຫຼັກການຂອງການພັດທະນາຊຸມຊົນຂອງ ທລຍ ລະບຽບຂໍ້ທີ: 8 ຄືຊຸມຊົນເປັນເຈົ້າຂອງໂຄງການ (ເປັນເຈົ້າການໃນການວາງແຜນ, ເປັນເຈົ້າການໃນການ ຕິດຕາມ-ກວດກາ ການຈັດຕັ້ງປະຕິບັດການກໍ່ສ້າງໂຄງການຕະຫລອດຮອດ ການປົກປັກຮັກສາຄຸ້ມຄອງນໍາໃຊ້).

ຄາດ​ວ່າການ​ກໍ່ສ້າງ​ໂຮງຮຽນ​ປະຖົມ​ຫລັງ​ດັ່ງກ່າວ ຈະ​ສໍາ​ເລັດ​ພາຍໃນ​ເດືອນ​ສິງຫາ 2017 ​ແລະ ຈະ​ສາມາດ​ຕອບ​ສະໜອງ​ການ​ຮຽນ​ການ​ສອນ​ໃຫ້​ແກ່​ນ້ອງ​ນ້ອຍ​ໃນ​ເກນ​ອາຍຸ​ເຂົ້າ​ໂຮງຮຽນ​ຢູ່​ບ້ານ​ດັ່ງກ່າວ ກໍ​ຄື​ກຸ່ມ​ບ້ານ​ທີ 4 ​ໄດ້​ຢ່າງ​ທົ່ວ​ເຖິງ.

Attachment: