ນັກຮຽນເຂດຊົນນະບົດຫ່າງໄກສອກຫລີກເປົ້າໝາຍຂອງ ທລຍ ໄດ້ຮັບເຄື່ອງຊ່ວຍເຫລືອຈາກສະມາຄົມສົ່ງເສີມເດັກນ້ອຍລາວຈາກປະເທດຍີ່ປຸ່ນ

Posting Date: 
08 Oct 2013

ນັກຮຽນ​​ເຂດ​ຊົນນະບົດຫ່າງ​ໄກ​ສອກຫລີກເປົ້າໝາຍຂອງ ທລຍ ໄດ້​ຮັບ​​ເຄື່ອງ​ຊ່ວຍ​ເຫລືອ​ຈາກສະມາຄົມ​ສົ່ງ​ເສີມ​ເດັກນ້ອຍ​ລາວ​ຈາກປະ​ເທດ​ຍີ່ປຸ່ນ


ໂດຍ: ​ແສງ​ອາ​ລຸນ ພິລາ​ຈັນ


          ແຂວງຜົ້ງສາລີເປັນແຂວງພູດອຍທີ່ຕັ້ງຢູ່ເໜືອສຸດຂອງປະເທດລາວ ມີເສັ້ນທາງຄົມມະນາຄົມໄປມາຫາກັນມີຄວາມຫຍຸ້ງຍາກຫລາຍ, ບ້ານແຕ່ລະບ້ານແມ່ນຫ່າງໄກສອກຫລີກ, ຕັ້ງຢູ່ລະດັບ 350 ແມັດ ເໜືອນໍ້າທະເລ ຂື້ນໄປ 1500 ແມັດປະກອບ​ມີ 7 ເມືອງ ໃນ​ນັ້ນມີ 5 ເມືອງທຸກຍາກ (71%), 64 ກຸ່ມບ້ານ, 536 ບ້ານ, ບ້ານທຸກຍາກ 353 ບ້ານ (65%), 30,446 ຄອບຄົວ, ຄອບຄົວທຸກຍາກ 11,717 ເທົ່າກັບ 38%, ມີພົນລະເມືອງ 172,687 ຄົນ, ຍິງ 86,466 ຄົນ, ມີ 15 ຊົນເຜົ່າ.


           ເຊິ່ງ​ໃນ​ນັ້ນເມືອງທີ່ ທລຍ ກຳລັງ​ໃຫ້ການ​ຊ່ວຍ​ເຫລືອ​ຢູ່​ແຂວງ​ຜົ້ງ​ສາລີ ປະກອບ​ມີ 3 ເມືອງຄື:  ເມືອງຂວາ, ເມືອງໃຫມ່ ແລະ ເມືອງສຳພັນ ລວມທັງໝົດ 19 ກຸ່ມບ້ານ, 161 ບ້ານທຸກຍາກ, 8,265 ຄົວເຮືອນ, 11,816 ຄອບຄົວ, ຄອບຄົວທຸກຍາກ 5,164 (43%), ພົນລະເມືອງທັງໝົດ: 48,655 ຄົນ, ຍິງ 24,043 ຄົນ.


ແຂວງ​ດັ່ງກ່າວ​ເປັນ​ໜຶ່ງ​ໃນ 1​0 ແຂວງ​ເປົ້າ​ໝາຍ​ຂອງ ທລຍ ​ທີ່ກໍາລັງ​ໃຫ້ການ​ຊ່ວຍ​ເຫລືອ​ຢູ່ ​ໃນ​ນັ້ນ ສໍາ​ລັບ​ສົກປີ 2012-    2​013 ທລຍ ​ໄດ້​ສະໜັບສະໜູນ​ໃຫ​້​ແກ່​ແຂວງ​ດັ່ງກ່າວ​ທັງ​ໝົດ 25 ​ໂຄງການ ​ໂດຍ​ກວາ​ມ​ເອົາ 4 ຂະ​ແໜງ​ການທີ່​ກ່ຽວຂ້ອງ ​ໄດ້​ແກ່: ສຶກສາ​ທິການ ​ແລະ ກິລາ, ສາທາລະນະ​ສຸກ, ກະສິກໍາ ​ແລະ ປ່າ​ໄມ້, ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໂດຍ​ນໍາ​ໃຊ້​ງົບປະມານ​ທັງ​ໝົດ 5 ຕື້ກີບ ​ເຊິ່ງມາ​ຮອດ​ປະຈຸ​ບັນ ​ໄດ້​ສໍາ​ເລັດ​​ແລ້ວ 8 ​ໂຄງການ ​ແລະ ສ່ວນ​ທີ່​ເຫລືອ​ແມ່ນ​ມີ​ຄວາມ​ຄືບ​ໜ້າ​ຫລາຍ​ກວ່າ 50% ​ແລະ ຄາດ​ວ່າ​ຈະ​ໃຫ້​ສໍາ​ເລັດ​ໃນ​ໄວໆ​ນີ້.


ເມື່ອ​ເວົ້າ​ເຖິງ​ການ​ສຶກສາ​ແລ້ວ ​ເມືອງ​ໃໝ່ ​​ເປັນ​ເມືອງ​ໜຶ່ງທີ່ ທລຍ ​ໄດ້​ເອົາ​ໃຈ​ໃສ່ ຊຸກຍູ້ ສົ່ງ​ເສີມມາ​ຕະຫລອດ ​ແລະ ຫາ​ແຫ​ລ່ງທຶນ​ຈາກ​ພາຍ​ໃນ ​ ​​ແລະ ສາກົນ ມາ​ຊ່ວຍ​ເຫລືອ​ເມືອງ​ດັ່ງກ່າວ. ບ້ານ ຕີນ​ຕົກ, ກຸ່ມ​ເພຍ​ເລາະ​ເກົ່າ, ບ້ານ ນາ​ລໍາ, ກຸ່ມ​ບ້ານນາ​ລໍາ ທັງ 2 ບ້ານ ​ເປັນ​ບ້ານ​ທີ່​ຕັ້ງ​ຢູ່​ເຂດ​ຫ່າງ​ໄກ​ສອກ ຫລີກ ທຸລະກັນດານ​ທີ່​ສຸດ ​ແລະ ຍາກ​ລໍາບາກ​ຫລາຍ​ທີ່​ຈະ​ເຂົ້າ​ໄປ​ໃຫ້ການ​ຊ່ວຍ​ເຫລືອ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ໃນ​ເວລາທີ່ ​ທ່ານ ສົມ​ຊາຍ ຄໍາ​ທະ​ມາ, ຜູ້ຕາງໜ້າ​ສະມາຄົມ​ສົ່ງ​ເສີມ​ເດັກນ້ອຍ​ລາວ​ທີ່​ປະ​ເທດ​ຍີ່ປຸ່ນ ​ໂດຍ​ປະສານ​ສົມທົບ​ກັບ ທ່ານ ບຸນ​ກວ້າງ ສຸວັນນະ​ພັນ, ຜູ້​ອໍານວຍ​ການ​ບໍລິຫານ ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ (ທລຍ) ລົງ​ໄປ​ມອບ​ ​ເຄື່ອງນຸ່ງ​ຮົ່ມ​ຈາກ​ປະ​ເທດ​ຍີ່ປຸ່ນ ​ໃຫ້​ແກ່​ນ້ອງ​ນ້ອຍ​ນັກຮຽນ ແລະ ປະຊາຊົນ​​ທີ່​ທຸກ​ຍາກ​ຫ່າງ​ໄກ​ສອກຫລີກ ຢູ່​ 2 ບ້ານ​ດັ່ງກ່າວ​ ​ ໃນ​ວັນ​ທີ 25-26 ກັນຍາ 2013  ​ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພະຍານ​ຂອງ ທ່ານ ອໍາ​ໄພ ຫລ້າ​ດວງ​ພັນ, ຮອງ​ຫົວໜ້າ​ກົມ​ບັນດາ​ເຜົ່າ, ຄະນະ​ກໍາມາທິການ​ບັນດາ​ເຜົ່າ ​ສະພາ​ແຫ່ງ​ຊາດ, ທ່ານ ບຸນ​ຈັນ ​ໄມ​ຕວນ, ຮອງ​​ເລຂາ​ພັກ​ເມືອງ ຮອງເຈົ້າ​ເມືອງ​ ​ເມືອງ​ໃໝ່, ພະນັກງານ ​ທລຍ ສູນ​ກາງ, ​ແຂວງ ​ແລະ ​ເມືອງ ແລະ ຕະຫລອດ​ຮອດອໍານາດ​ການ​ປົກຄອງ​ບ້ານ ​ແລະ ພໍ່​ແມ່​ປະຊາຊົນ ​ເຂົ້າ​ຮ່ວມ​ເປັນ​ຈໍານວນ​ຫລວງຫລາຍ.​


ບ້ານ​ ຕີນ​ຕົກ, ກຸ່ມ​ເພຍ​ເລາະ​ເກົ່າ ​ເມືອງ​ໃໝ່ ​ເປັນບ້ານຊົນ​ເຜົ່າ​ຂະມຸ ປະກອບ​ມີພົນລະເມືອງທັງໝົດ 256 ຄົນ, ຍິງ 181 ຄົນ, ເດັກອາຍຸຕໍ່າກວ່າ 15 ປີ ມີ ­98 ຄົນ,  63 ຄອບຄົວ,ໃນ​ນັ້ນ​ມີ ຄອບຄົວທຸກຍາກ 28 ຄອບຄົວ, ອາຊີບຕົ້ນຕໍ​ແມ່ນເຮັດໄຮ່ ເປັນ​ບ້ານ​ໜຶ່ງ​ທີ່​ຕັ້ງ​ຫ່າງ​ຈາກ​ເທດສະບານ​ເມືອງ​ພຽງ​ແຕ່ 17 ກິ​ໂລ​ແມັດ ​ແຕ່​​ເສັ້ນທາງ​ໃນການ​ເຂົ້າ​ເຖິງ​ແມ່ນຫຍຸ້ງຍາກ​ຫລາຍ ​ເພາະ​ທາງ​ເປັນ​ບວກ ​ເປັນ​ຕົມ​ເລີກ ​ຖ້າ​ຈະ​ເຂົ້າ​ໄປ​ຫາ​ບ້ານ​ດັ່ງກ່າວ ຕ້ອງເດີນທາງ​ໂດຍລົດ​ກະບະທີ່​​ຂັບ​ເຄື່ອນ​ໄດ້ 4 ລໍ້ ​​ໃຊ້​ເວລາເຖິງ 2 ຊົ່ວ​ໂມງກວ່າຈຶ່ງ​ສາມາດຮອດ​ບ້ານ​  ​ເຊິ່ງ​ໃນ​ການ​ມອບ​ເຄື່ອງ​ຊ່ວຍ​ເຫລືອ​ໃນ​ເທື່ອ​ນີ້  ​ໄດ້ມອບ​ຊຸດ​ນັກຮຽນ 15 ຊຸດ, ​ເຄື່ອງນຸ່ງ​ຫົ່ມ​ຂອງ​ພໍ່​ແມ່​ປະຊາຊົນ 45 ຊຸດ ແລະ ຄູ 2 ຊຸດ.


ເຖິງ​ແນວ​ໃດກໍ​ດີ ​ເມື່ອ​ເວົ້າ​ເຖິງ​ບ້ານ​ ນາ​ລໍາ ບ້ານ​ຊົນ​ເຜົ່າ​ໄຕ​ດໍາ​ ແລະ ໄຕ​ຂາວ , ມີພົນລະເມືອງທັງໝົດ 182 ຄົນ, ຍິງ 87 ຄົນ, ເດັກອາຍຸຕໍ່າກວ່າ 15 ປີ ມີ 57 ຄົນ, 39 ຄອບຄົວ ​ໃນ​ນັ້ນມີ 7 ຄອບຄົວທຸກ​ຍາກ, ອາຊີບຕົ້ນຕໍ ​ແມ່ນ​ເຮັດ​ໄຮ່ ​ເຮັດ​ນາ. ​ເປັນ​ບ້ານ​ສຸດ​ທ້າຍ ທີ່ສະມາຄົມ​ສົ່ງ​ເສີມ​ເດັກ ນ້ອຍ​ລາວ​ຈາກ​ປະ​ເທດ​ຍີ່ປຸ່ນ ໄດ້​​ມອບ​ເຄື່ອງ​ຊ່ວຍ​ເຫລືອ​ໃຫ້ ບ້ານ​ດັ່ງກ່າວເປັນບ້ານວິລະຊົນ ​ຕັ້ງ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ ທຸລະກັນດານ ​ແລະ ​ເປັນ​ເຂດ​ຫລໍ່​ແຫລມ ຕິດ​ກັບ​ຊາຍ​ແດນ​ຫວຽດນາມ ຫ່າງ​ຈາກ​ເທດສະບານ​ເມືອງ 130 ກິ​ໂລ​ແມັດ ​ມີ​ເສັ້ນທາງ​ເຂົ້າ​ເຖິງ​ພຽງ​ລະດູ​ດຽວ ສະ​ນັ້ນ ການ​ລົງ​ມອບ​ເຄື່ອງ​ຊ່ວຍ​ເຫລືອ​ໃນ​ເທື່ອ​ນີ້ ຄະນະ​ຜູ້​ແທນ​ຈາກ​ສູນ​ກາງ, ​ແຂວງ ​ແລະ ​ເມືອງ​​ ເຊິ່ງຫ່າງ​ຈາກ​ເທດສະບານ​ເມືອງ​ໃໝ່ 170 ກິ​ໂລ​ແມັດ ​ແລະ ​ໃຊ້​ເວລາ 6 ຊົ່ວ​ໂມງ ​ໃນ​ການ​ເດີນທາງ​ຜ່ານ​ແຂວງ​ດຽນບຽນ​ຟູ ປະ​ເທດ​ຫວຽດນາມ 2 ຈຸດ ຄື: ດ່ານ​ປາງ​ຮົກ ​ແລະ ດ່ານ​ຊີ​ປາ​ຟີ​ນ ​ໄລຍະ​ທາງ​ແຕ່​ດ່ານ​ຊີ​ປາ​ຟີ​ນ ​ຫາບ້ານນາລໍາ ພຽງ​ແຕ່ 8 ກິ​ໂລ​ແມັດ ພັດ​ເປັນ​ເສັ້ນທາງ​ທຸລະກັນດານ ມີຫ້ວຍ ຮ່ອງທີ່​ເຕັມ​ໄປ​ດ້ວຍ​ຫີນ​ແຂງ​ໃຫຍ່ 6 ຈຸດ ​ແລະ ຍ່າງ​ຜ່ານ​ທົ່ງ​ນາ 1 ກິ​ໂລ​ແມັດ​ໃຊ້​ເວລາ​ກວ່າ 1 ຊົ່ວ​ໂມງ ຈຶ່ງ​ຮອດ​ບ້ານ​ດັ່ງກ່າວ.


​ໃນ​ການ​ມອບ​ເຄື່ອງ​ຊ່ວຍ​ເຫລືອ​ໃນ​ເທື່ອ​ນີ້ ​ບ້ານນາ​ລໍາ​ໄດ້​ຮັບ​ຊຸດ​ນັກຮຽນ 104 ຊຸດ, ​ເຄື່ອງນຸ່ງ​ຫົ່ມ​ຂອງ​ພໍ່​ແມ່​ປະຊາຊົນ 42 ຊຸດ ແລະ ຄູ 13 ຊຸດ ​ເຊິ່ງຖື​ວ່າ​ເຄື່ອງ​ຊ່ວຍ​ເຫລືອ​ໃນ​ເທື່ອ​ນີ້​ຍັງ​ບໍ່​ທັນ​ພຽງພໍ​ຕໍ່​ຈໍານວນ​ນັກຮຽນ​ເທື່ອ ​ແລະ ຄາດ​ວ່າ​ເທື່ອ​ຕໍ່​ໄປ​ຈະ​ໃຫ້​ໄດ້​ຄົບ​ໝົດ​ທຸກຄົນ. ສ່ວນ​ມູນ​ຄ່າ​ໃນ​ການ​ຊ່ວຍ​ເຫລືອ​ສໍາລັບ 2 ບ້ານ​ໃນ​ເທື່ອ​ນີ້​ມີ​ມູນ​ຄ່າ​ທັງ​ໝົດ 30 ກວ່າ​ລ້ານ​ກີບ.


ທ່ານ ​ສົມ​ຊາຍ ຄໍາ​ທະ​ມາ, ຜູ້ຕາງໜ້າ​ສະມາຄົມ​ສົ່ງ​ເສີມ​ເດັກນ້ອຍ​ລາວ​ຈາກ​ປະ​ເທດ​ຍີ່ປຸ່ນ ​​ໄດ້​ກ່າວ​ວ່າ: ສໍາລັບ​ການ​ມອບ​ເຄື່ອງ​ຊ່ວຍ​ເຫລືອ​ໃນ​ເທື່ອນີ້ ​ໂດຍ​ສົມທົບ​ກັບ ທລຍ ​​ເປັນ​ຄັ້ງ​ປະຖົມມະ​ເລີກ ​ແລະ ​ເປັນ​ຄັ້ງ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສໍາຄັນ ​ໃນ​ການ​ລິເລີ່ມການ​ສົ່ງ​ເສີມ​ອຸປະກອນ​ການ​ຮຽນ ແລະ ເຄື່ອງນຸ່ງ ຊຶ່ງ ​ຈະ​ມີ​ເທື່ອ​ໜ້າຕໍ່ໄປ​ໃນ​ອະນາຄົດ ທັ້ງນີ້​ ກໍ​ເພື່ອ​ເປັນ​ສົ່ງ​ເສີມ ​ແລະ ກະຕຸກ​ຊຸກຍູ້​ເດັກນ້ອຍ​ລາວ ທີ່​ອາ​ໄສ​ຢູ່​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫລີກ ຕັ້ງ​ໃຈ​ສຶກສາ​ຮໍ່າຮຽນ​ຢ່າງ​ຈິງ​ຈັງ ​ແລະ ​ເປັນ​ຮູບ​ປະ​ທໍາ ຢ່າງ​ມີ​ຜົນ​ສໍາ​ເລັດ ​ເພາະ​ນ້ອງ​ນ້ອຍ​ນັກຮຽນ​ເຫລົ່າ​ນີ້ ​ແມ່ນ​ກໍາລັງ​ແຮງ ​ແລະ ອະນາຄົດ​ຂອງ​ຊາດ


“ຂ້າພະ​ເຈົ້າ​ມີ​ຄວາມ​ພາກພູມ​ໃຈ​ຫລາຍ​ທີ່​ໄດ້​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ມອບ​ເຄື່ອງ​ຊ່ວຍ​ເຫລືອ​ໃຫ້​ແກ່ນ້ອງ​ນັກຮຽນ ​ແລະ ພໍ່​ແມ່​ປະຊາຊົນ ຢູ່​ເຂດ​ຫ່າງ​ໄກ​ສອກ ຫລີກ​ທີ່​ສຸດ ​ເຊິ່ງ​ແມ່ນ​ເປົ້າ​ໝາຍການເຄື່ອນໄຫວ​ໂຄງການ ທລຍ ​ທີ່ຈະ​ໃຫ້ການ​ຊ່ວຍ​ເຫລືອ​ທາງ​ດ້ານ​ພື້ນຖານ​ໂຄງ​ລ່າງ​ໃຫ້​ແກ່​ຊຸມ​ຊົນທີ່ທຸກຍາກເຂດນີ້​. ການມອບເຄື່ອງຊ່ວຍເຫລືອໃນຄັ້ງນີ້ ແມ່ນເປັນກຳລັງແຮງສັງລວມໃນການປະກອບສ່ວນເຮັດໃຫ້ການສຶກສາ ແລະ ການແກ້ໄຂຄວາມທຸກຍາກໃນເຂດຊົນນະບົດຫ່າງໄກສອກຫລີກທຸລະການດານ  ໄດ້ໄວຂຶ້ນ”.  ທ່ານ ບຸນ​ກວ້າງ ສຸວັນນະ​ພັນ, ຜູ້​ອໍານວຍ​ການ​ບໍລິຫານ ທລຍ ກ່າວ​ວ່າ.


ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ ​ແລະ ຄວາມ​ເປັນ​ຫ່ວງ​ໄປ​ໄຍຂອງ​ພັກ-ລັດ ກໍ​ຄື ທລຍ ທີ່​ຍາມ​ໃດ​ກໍ​ຊ່ວຍ​ຊອກ​ຫາແຫ​ລ່ງທຶນ ​ແລະ ດຶງດູດການ​ຊ່ວຍ​ເຫລືອ​ຈາກ​ພາຍ​ໃນ ​ແລະ ສາກົນ ​ເພື່ອ​ມາ​ຊ່ວຍ​ພໍ່​ແມ່​ປະຊາຊົນ​ທີ່ທຸກ​ຍາກ, ຜູ້​ດ້ອຍ​ໂອກາດ ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ ​ໃຫ້​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ​ເພື່ອ​ບັນລຸຕາມ​ເປົ້າ​ໝາຍສະຫະ​ສະຫວັດ ກໍຄືນໍາພາ​ພໍ່​ແມ່​ປະຊາຊົນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ໃນ​ປີ 2015 ​ແລະ ນໍາພາ​ປະ​ເທດ​ຊາດ​ຫລຸດ​ພົ້ນ​ອອກ​ຈາກ​ສະພາບ​ດ້ອຍ​ພັດທະນາ​ໃນ​ປີ 2020.​