ກອງປະຊຸມຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ (ຄພທສ) ແລະ ບັນດາຜູ້ໃຫ້ທຶນກ່ຽວກັບການທົບທວນຄືນໃນການດໍາເນີນວຽກງານ ທລຍ 2 ໄລຍະກາງສະໄໝ

Posting Date: 
31 Jan 2014

ກອງ​ປະຊຸມ​ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກຂັ້ນ​ສູນ​ກາງ​ (ຄພທສ) ​ແລະ ບັນດ​າຜູ້​ໃຫ້​ທຶນກ່ຽວ​ກັບ​ການ​ທົບ​ທວນຄືນ​ໃນ​ການ​ດໍາ​ເນີນ​ວຽກ​ງານ ທລຍ 2 ​ໄລຍະ​ກາງ​ສະ​ໄໝ


​ໂດຍ: ​ແສງ​ອາ​ລຸນ ພິລາ​ຈັນ


ທລຍ 2 ​ມີກຳນົດເວລາ​ໃນ​ການ​ດຳ​ເນີນ​ໂຄງການ 5 ປີ (2011-2016)ກ່ອນ​ທີ່​ຈະ​ກ້າວ​ສູ່​​ເຄີ່ງໄລຍະ​ທ້າ​ຍ ຂອງ​ໂຄງການ. ​ມາ​ຮອດ​ປະຈຸ​ບັນຖື​ວ່າ​ໂຄງການ ທລຍ 2 ​ໄດ້​​ເດີນທາງມາ​ເປັນ​ເວລາ​ເຄີ່ງ​ທາງພໍດີ ສະ​ນັ້ນ​ໃນ​ວັນ​ທີ 30 ມັງກອນ 2014 ຈຶ່ງ​ໄດ້​ມີ​ການ​ຈັດ​ກອງ​ປະຊຸມ​ສະຫລຸບ​ກາງ​ສະ​ໄໝ ລະຫວ່າງ ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ​ສູນ​ກາງ (ຄພທສ) ກັບ ບັນດາ​ຜູ້​ໃຫ້​ທຶນ​ຂຶ້ນ​ທີ່​ໂຮງ​ແຮມ​ລາວ​ພຣາຊາ ທັ້ງນີ້​ກໍ​ເພື່ອ​ເປັນ​ການປະ​ເມີນ​ຜົນ​ເບີ່​ງຜົນ​ໄດ້ຮັບລວມທັງ​ຜົນ​ກະທົບ​ຂອງ​ໂຄງການ ຕ່ໍ​ການ​ພັດທະນາ​ຊົນນະບົດ ​ແລະ ​ລຶບລ້າງ​ຄວາມທຸກ​ຍາກຢູ່ ສ ປ ປ ລາວ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ຢູ່​ໃນ​ຂົງ​ເຂດ​ພື້ນ​ທີ່​ເປົ້າ​ໝາຍ​ຂອງ​ໂຄງການ ອີກ​ດ້ານ​ໜຶ່ງ ກໍ​ເພື່ອ​ເປັນ​ການ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ການ​ຮ່ວມ​ມື, ສົ່ງ​ເສີມ​ຄວາມ​ເຂົ້າ​ໃຈ​ອັນ​ດີ ລະຫວ່າງ ລັດຖະບານ​ ສປປ ລາວ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ ຄພທສ ກັບ​ຄູ່​ຮ່ວມ​ພັດທະນາ ​ແລະ ຜູ້​ໃຫ້​ທຶນ, ທັງ​ເປັນ​ການ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ກອງ​ປະຊຸ​ມ​ໂຕະມົນ​ຄັ້ງ​ທີ 13 ​ໂດຍ​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ບັນດາ​ເປົ້າ​ໝາຍສະຫັດ​ສະວັດ​ດ້ານ​ການ​ພັດທະນາ ​ໃນ​ໄລຍະ​ເຄິ່ງສະ​ໄໝ ທີ່​ຍັງ​ເຫລືອ ​ໃຫ້​ມີ​ຄວາມ​ກ້າວໜ້າ ຖືກ​ຕາມ​ຈຸດ​ສຸມ​ບຸລິມະສິດ ​ແລະ ມີ​ຄວາມ​ເປັນ​ເອກະ​ພາບ​ໃນ​ລວງ​ດຽວ​ກັນ​ດີ​ຂຶ້ນ​ກວ່າ​ເກົ່າ.


            ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ​ໄດ້​ຮັບ​ກຽດ​ການ​ເປັນ​ປະທານ​ຂອງ​ທ່ານ ບຸນ​ເຮືອງ ດວງ​ພະຈັນ, ລັດຖະມົນຕີ​ປະ​ຈໍາ​ຫ້ອງ​ວ່າການ​ລັດຖະບານ, ຫົວໜ້າ​ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ຂັ້ນ​ສູນ​ກາງ, ປະທານ​ສະພາ​ບໍລິຫານ ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ຂອງ​ຫ້ອງ​ວ່າການ​ລັດຖະບານ, ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ແຜນການ ​ແລະ ການ​ລົງທຶນ, ກະຊວງ​ການ​ເງິນ, ກະຊວງ​ພາຍ​ໃນ, ກະຊວງ​ກະສິກໍ​າ ​ແລະ ປ່າ​ໄມ້,  ຫ້ອງການ ຄພທສ, ຄຊກລ, ຄກລ ​ແລະ ບັນດາ​ຜູ້​ໃຫ້​ທຶນ​ທີ່​ມາ​ຈາກ​ພາກສ່ວນ: ທະນາຄານ​ໂລກ, ອົງການ​ເພື່ອ​ການ​ພັດທະນາ ​ແລະ ການ​ຮ່ວມ​ມື​ຂອງ​ປະ​ເທດ​ສະ​ວິດ​ເຊີ​ແລນ, ກົມ​ການ​ຄ້າ ​ແລະ ພົວພັນ​ຕ່າງປະ​ເທດ​ຂອງ​ປະ​ເທດ​ອົດ​ສະຕຣາລີ, ແລະ ຫ້ອງການ ທລຍ ​ເຂົ້າ​ຮ່ວມ​ຈໍານວນ​ທັງ​ໝົດ 40 ຄົນ; ​ໃນ​ນັ້ນ ຍິງ 10 ຄົນ.


            ທີ່​ກອງ​ປະຊຸມ​ໄດ້​ມີ​ການ​ນໍາ​ສະ​ເໜີ​ຈຸດ​ເດັ່ນ​ຂອງ​ການ​ຮ່ວມ​ມື​ໃນ​ໄລຍະ​ເຄິ່ງສະ​ໄໝ​ຜ່ານ​ມາ ​ໂດຍ​ເນັ້ນ​ໃສ່​ການຈັດ​ຕັ້ງ​ປະຕິບັດ​ຄາດໝາຍ​ສູ້​ຊົນ​ທາງ​ດ້ານ​ແກ້​ໄຂ​ຄວາມທຸກ​ຍາກ ທີ່​ນອນ​ໃນ MDG1, ທິດ​ທາງ, ຄາດໝາຍ​ສູ້​ຊົນ ​ແລະ ບັນດາ​ຈຸດ​ສຸມ​ໃນ​ປີ 2014 ​ແລະ 2015  ​ແລະ ມາດ​ຕະການ​ໃນ​ການ​ສູ້​ຊົນ ບັນລຸ​ຄາດໝາຍ​ດັ່ງກ່າວ, ຊີ້​ແຈງ​ແນວທາງ​ນະ​ໂຍບາຍ​ຂອງ​ລັດຖະບານ ​ໂດຍ​ສະ​ເພາະ ​ແມ່ນ​ນະ​ໂຍບາຍ​ການ​ແກ້​ໄຂ​ຄວາມທຸກ​ຍາກ, ສ້າງ​ບ້ານ​ໃຫ້​ກາຍ​ເປັນ​ຫົວໜ່ວຍ​ພັດທະນາ ສ້າງ​ບ້ານ​ໃຫຍ່​ໃຫ້​ກາຍ​ເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດ, ການຈັດ​ສັນພູ​ມລໍາ​ເນົາ​ຄົງ​ທີ່​ບ່ອນ​ທໍາ​ມາ​ຫາ​ກິນ​ຖາວອນ​ອາຊີບ​ໝັ້ນ​ທ່ຽງ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ.


​ໃນ​ທີ່​ປະຊຸມ​ຜູ້​ໃຫ້​ທຶນ​ກໍ​ຍັງ​ໄດ້​ຮັບ​ຟັງ​ການສະ​ເໜີ​ວິ​ໃສ​ທັດ​ການ​ສ້າງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ່ 8(2016-2020) ຕໍ່ໜ້າ, ​ແຜນ​ຍຸດ​ທະ​ສາດ​ພັດທະນາ​ເຂດ​ເນີນ​ສູງ.


            ຜ່ານ​ກາ​ນປຶກສາ​ຫາລື​ທີ່​ປະຊຸມ ​ບັນດາ​ຄູ່​ຮ່ວມ​ພັດທະນາ ​ແລະ ຜູ້​ໃຫ້​ທຶນ ​ໄດ້ສັງ​ເກດ​ຕີ​ລາຄາ​ໝາກຜົນ​ທີ່​ທາງ​ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ຂັ້ນ​ສູນ​ກາງ ກໍ​ຄື ທລຍ ​ສາມາດ​ບັນລຸ​ຄາດໝາຍ​ໃນ​ລະດັບ​ໜຶ່ງ ​​ແລະ ມີ​ແຜນການປັບປຸງ​ຊຸກຍູ້​ໃຫ້ ທລຍ ມີ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ພັດທະນາກວ່າ​ເກົ່າ ກ້າວ​ໄປ​ສູ່​ບັນລຸ​ເປົ້າ​ໝາຍ​ຂອງ MDG1 ເພື່ອນຳ​ເອົາ​ຜົນ​ປະ​ໂຫຍ​ດ ມາສູ່​ພ່ໍ​ແມ່​ປະຊາຊົນ​ຜູ້​ທຸກ​ຍາກ ທີ່​ດຳລົງ​ຊີວິດ​ຢູ່​ໃນ​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫລີກ ຈຳນວນ 1967 ບ້ານ ທີ່​ນອນ​ໃນ 278 ກຸ່ມ​ບ້ານ ຂອງ 42 ​ເມືອງ ​ໃນ 10 ​ແຂວງ ​​ໂດຍ​ສະ​ເພາະໃຫ້​ສາມາດ​ເຂົ້າ​ເຖິງ​ໂຄງ​ລ່າງ​ພື້ນຖານ​ອັນ​ຈຳ​ເປັນທີ່​ສຸດກ່ອນ.


ພ້ອມ​ກັນ​ນີ້ ກໍ​ໄດ້​ມີ​ການ​ປຶກສາ​ຫາລື​ລະຫວ່າງ​ລັດຖະບານ​ກັບ​ຄູ່​ຮ່ວມ​ງານ ​ແລະ ຜູ້​ໃຫ້​ທຶນ​ເຖິງ​ການ​ກະກຽມ ທລຍ 3 (2016-2020) ​ໃນ​ຕໍ່ໜ້າ, ບັນຫາ​ສໍາຄັນ​ທີ່​ບໍ່​ທັນ​ໄດ້​ຈັດ​ຕັ້ງ​ປະຕິບັດ​ຜ່ານ​ມາ​ແມ່ນ​ບັນຫາ​ການ​ສ້າງ​ລາຍ​ຮັບ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ ​ໂດຍ​ແນ​ໃສ່​ແກ້​ໄຂ​ຄວາມທຸກ​ຍາກ​ຢ່າງ​ຍືນ​ຍົງ ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ດີ​ຂື້ນ​ເປັນ​ກ້າວໆ​ໃນ​ອະນາຄົດ.


ທ່ານ ບຸນ​ເຮືອງ ດວງ​ພະຈັນ, ​ໄດ້​ກ່າວ​ເນັ້ນ​ທີ່​ກອງ​ປະຊຸມ​ວ່າ: “ອີກ​ບັນຫາ​ໜຶ່ງ​ທີ່​ສໍາຄັນ ​ແມ່ນ​ຢາກ​ສະ​ເໜີ ​ໃຫ້​ຜູ້​ໃຫ້​ທຶນ​ຄົ້ນຄວົ້ກ່ຽວ​ກັບ ທລຍ ​ໄລຍະ 3, ​ເພາະວ່າ ທລຍ ​ໄລຍະ​ທີ 2 ​ໄດ້​ສ້າງ​ພື້ນຖານ​ໂຄງ​ລ່າງ​ຊົນນະບົດ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ປະຊາຊົນ ​ແລະ ສາມາດ​ແກ້​ໄຂ​ຄວາມທຸກ​ຍາກ​ໄດ້​ໃນ​ລະດັບ​ໜຶ່ງ ​ແຕ່​ບັນຫາ​ທີ່​ຍັງ​ບໍ່​ທັນ​ເຮັດ​ໄດ້ ​ແມ່ນ​ການ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຊຸມ​ຊົນ. ພ້ອມ​ກັນ​ນັ້ນ ຂໍ​ຮຽກຮ້ອງ​ມາ​ຍັງ​ຜູ້​ໃຫ້​ທຶນ​ຕ່າງໆ ຈົ່ງ​ສົ່ງ​ເສີມ​ຄວາມ​ເຂົ້າ​ໃຈ​ອັນ​ດີ, ​ເພີ້​ມທະວີ ປະສິດທິ​ຜົນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ ​ແລະ ຄູ່​ຮ່ວມ​ພັດທະນາ ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ ​ແນ​ໃສ່​ບັນລຸ​ເປົ້າ​ໝາຍສະຫັດ​ສະ​ວັດ​ແຫ່ງ​ການ​ພັດທະນາ ທີ່ ສປປ ລາວ ​ແລະ ວົງສາ​ຄະນະ​ຍາດ​ສາກົນ​ໄດ້ມີ​ພັນທະ​ຮ່ວມ​ກັນ”.