ຄະນະວິຊາການຜູ້ໃຫ້ທຶນຈາກ ທະນາຄານໂລກ, ກົມການຄ້າ ແລະ ພົວພັນຕ່າງປະເທດຂອງປະເທດອົດສະ ຕຣາລີ ພົບປະ ຢ້ຽມຢາມການນໍາແຂວງ ແລະ ການນໍາເມືອງ

Posting Date: 
10 Feb 2014

 


​ຄະນະ​ວິຊາ​ການຜູ້​ໃຫ້​ທຶນ​ຈາກ ທະນາຄານ​ໂລກ, ກົມ​ການ​ຄ້າ ​ແລະ ພົວພັນ​ຕ່າງປະ​ເທດ​ຂອງ​ປະ​ເທດ​ອົດ​ສະ ຕຣາລີ ພົບ​ປະ ຢ້ຽມຢາມ​ການ​ນໍາ​ແຂວງ ​ແລະ ການ​ນໍາ​ເມືອງ


 


 ​ໂດຍ: ​ແສງ​ອາ​ລຸນ ພິລາ​ຈັນ


            ເມືອງ​ຫົວ​ເມືອງ​ເປັນ​ເມືອງ​ໜຶ່ງ​ທີ່​ຕັ້ງ​ຢູ່​ຫ່າງ​ຈາກ​ເທດສະບານ​ແຂວງ​ປະມານ 58 ກິ​ໂລ​ແມັດ, ​ເປັນ​ເມືອງ​ໜຶ່ງ​ທີ່​ນອນ​ຢູ່​ ສປປ ລາວ ​ເຊິ່ງຍັງ​ຂາດ​ເຂີນ​ຫລາຍ​ປັດ​ໃຈ​ເປັນ​ຕົ້ນ​ແມ່ນ ດ້ານ​ພື້ນຖານ​ໂຄງ​ລ່າງ​ເຊັ່ນ: ​ເສັ້ນທາງ, ​ໂຮງຮຽນ, ສຸກສາລາ, ນໍ້າ​ລິນ, ຊົນລະປະທານ ​ແລະ ສິ່ງ​ອໍານວຍ​ຄວາມ​ສະດວກ​ອື່ນໆ ທີ່​ຈໍາ​ເປັນ​ໃນ​ການ​ດໍາລົງ​ຊີວິດ​ຂອງ​ປະຊາຊົນ.


            ​ເມືອງ​ຫົວ​ເມືອງ​ປະກອບ​ມີ 10 ກຸ່ມ​ບ້ານ, 76 ບ້ານ, 4,815 ຄົວ​ເຮືອນ, ​ໃນ​ນັ້ນ ມີ 2,417 ຄົວ​ເຮືອນ, ມີພົນລະ​ເມືອງທັງ​ໝົດ 32,045 ຄົນ, ຍິງ 15,884 ຄົນ. ດ້ວຍ​ເຫດ​ນັ້ນ ພັກ-ລັດ ຈຶ່ງ​ໄດ້​ນໍາ​ເອົາ ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ (ທລຍ) ​ເຂົ້າ​ມາ​ຈັດ​ຕັ້ງ​ປະຕິບັດ​ຢູ່​ເມືອງ​ດັ່ງກ່າວ​ນັບ​ແຕ່ ຮອບ​ວຽນ​ທີ 2 (ສົກ​ປີ 2​004-05) ຈົນ​ເຖິງປະຈຸ​ບັນ ກໍ​ຄື ທລຍ 2 ​ໃນ​ໄລຍະ​ກາງ​ສະ​ໄໝ.


 


ກ່ອນ​ການ​ລົງ​ຕິດຕາມ​ປະ​ເມີນ​ການຈັດຕັ້ງປະຕິບັດ​ວຽກ​ງານ​ຂອງ ທລຍ 2 ​ໃນ​ໄລຍະ​ກາງ​ສະ​ໄໝ ຢູ່​ເມືອງ​ຫົວ​ເມືອງ ​ແລະ ​ເມືອງວຽງ​ທອງ ​ແຂວງ​ຫົວພັນ​ນັ້ນ ​ໃນ​ວັນ​ທີ 5 ກຸມພາ 2014 ທ່ານ ຈິດ ທະວີ​ໃສ, ຫົວໜ້າ​ຫ້ອງການ​ແຜນການ ​ແລະ ພົວພັນ​ຕ່າງປະ​ເທດ, ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ​ສູນ​ກາງ, ທ່ານ ບຸນ​ກວ້າງ ສຸວັນນະ​ພັນ, ຜູ້​ອໍານວຍ​ການ​ບໍລິຫານ ທລຍ ​ໄດ້​ໃຫ້​ກຽດ​ເປັນ​ຜູ້​ນໍາ​ໜ້າ​ພາ​ທາງ ຄະນະ​ວິຊາ​ການ​ຜູ້​ໃຫ້​ທຶນ​ທີ່​ມາ​ຈາກ ທະນາຄານ​ໂລກ, ກົມ​ການ​ຄ້າ ​ແລະ ພົວພັນ​ຕ່າງປະ​ເທດ​ຂອງ​ປະ​ເທດ​ອົດ​ສະຕຣາລີ ​ໄດ້​ເຂົ້າ​ພົບ​ປະ ຢ້ຽມຢາມ​ການ​ນໍາ​ແຂວງ ​ແລະ ການ​ນໍາ​ເມືອງ ຢູ່​ຫ້ອງການ​ປົກຄອງ​ເມືອງ​ຫົວ​ເມືອງ ​ໃນ​ນັ້ນ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ພົບ​ປະ ຢ້ຽມຢາມ​ຂອງ​ບັນດາ​ຕາງໜ້າຜູ້​ໃຫ້​ທຶນ​ໃນ​ຄັ້ງ​ນີ້​​ໂດຍ ທ່ານ ວັນ​ໄຊ ແພງ​ຊຸມ​ມາ, ຄະນະ​ປະ​ຈໍາ​ພັກ​ແຂວງ, ຮອງ​ເຈົ້າ​ແຂວງ​ຫົວພັນ, ທ່ານ ພັນ​ທອງ ​ເພັດ​ໄຊ​ສົມ​ພັນ, ກໍາມະການ​ພັກ​ແຂວງ, ຫົວໜ້າ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ​ແຂວງ, ທ່ານ ອໍາພອນ ພອນ​ວິ​ໄລ, ກໍາມະການ​ພັກ​​ແຂວງ, ​ເລຂາ​ພັກ​ເມືອງ, ​ເຈົ້າ​ເມືອງ ​ເມືອງ​ຫົວ​ເມືອງ, ບັນດາ​ຜູ້ຕາງໜ້າ​ຈາກ​ພະ​ແນ​ກພົວພັນ​ຕ່າງປະ​ເທດ​ແຂວງ, ຫ້ອງ​ການ​ປົກຄອງ​ເມືອງ​, ຫ້ອງການ​ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ​ເມືອງ, ຫ້ອງການ​ແຜນການ ​ແລະ ການ​ລົງທຶນ​ເມືອງ, ຫ້ອງການ​ສຶກສາ​ທິການ ​ແລະ ກິລາ​ເມືອງ, ຫ້ອງການ​ສາທາລະນະ​ສຸກ​ເມືອງ, ຫ້ອງການ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ເມືອງ, ຫ້ອງການ​ກະ​ສິກໍາ ​ແລະ ປ່າ​ໄມ້​ເມື​ອງ  ທັ້ງນີ້​ກໍ​ເພື່ອ​ເປັນ​ການ​ລາຍ​ງານ​ຈຸດປະສົງ​ຂອງ​ການ​ລົງ​ມາ​ໃນ​ເຮັດ​ວຽກ​ໃນ​ຄັ້ງ​ນີ້ ​ແລະ ພ້ອມ​ທັງ​ຮັບ​ຟັງ​ການ​ລາຍ​ງານ​ຜົນ​ຂອງ​ການ​ເຮັດ​ວຽກ​ຂອງ ທລຍ ກັບ ພາກ​ລັດ ວ່າ​ໄດ້​ມີ​ການ​ປະສານ​ງານ ​ແລະ ພົວພັນ​ກັນ​ຄື​ແນວ​ໃດ ​ແລະ ​ໄດ້​ຊ່ວຍ​ສະໜັບສະ​ໜູນ​ແຜນການ​ຈັດຕັ້ງ​ປະຕິບັດ​ຂອງ​ແຂວງ ​ແລະ ​ເມືອງ​ຄື​ແນວ​ໃດ ​ເຊິ່ງການ​ລົງ​ພົບ​ປະ ຢ້ຽມຢາມ​ການ​ນໍາ​ແຂວງ ​ແລະ ​ເມືອງ​ໃນ​ຄັ້ງ​ນີ້ ທ່ານ ວັນ​ໄຊ ​ແພງ​ຊຸມ​ມາ, ຄະນະ​ປະ​ຈໍາ​ພັກ​ແຂວງ, ຮອງ​ເຈົ້າ​ແຂວງ​ຫົວພັນ, ຕາ​ໜ້າທາງ​ການ​ນໍາ​ແຂວງ ກໍ​ຄື​ການ​ນໍາ​ເມືອງ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຜົນ​ສໍາ​ເລັດ​ທີ່​ທາງ ທລຍ ​ໄດ້​ໃຫ້ການ​ສະໜັບສະໜູນ​ກິດຈະ​ກໍາ​ພື້ນຖານ​ໂຄງ​ລ່າງ​ມາ​ຕະຫລອດ​ໄລຍະ​ກາງ​ສະ​ໄໝ​ຂອງ ທລຍ 2 ກໍ​ຄື​ໄລຍະ 8 ປີ​ຂອງ ທລຍ1 (2003-2011) ​ເຊິ່ງຖື​ວ່າ ທລຍ ​ໄດ້​ຕັ້ງໜ້າ​ສຸມ​ກໍາລັງ​ແຮງ​ໃສ່ ​ເພື່ອ​ເຮັດ​ແນວ​ໃດ​ຈະ​ສາມາດ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ​ໃນ​ປີ 2020.  


ອີກ​ດ້ານ​ໜຶ່ງ​ກໍ​ເພື່ອ​ປະຕິບັດ​ຕາມ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ່ 9 ຂອງ​ພັກ ກໍ​ຄື​ບຸກທະລຸ​ໃນການ​ແກ້​ໄຂ​ຄວາມທຸກ​ຍາກຂອງ​ພໍ່​ແມ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.


            ຮູບ​ແບບຂອງການຈັດ​ຕັ້ງ​ປະຕິບັດ​ວຽກຂອງ ທລຍ ​ໃນ​ໄລຍະ 8 ປີຜ່ານມາ ກໍ​ຄື ທລຍ 2 ​ໃນ​ໄລຍະ​ກາງ​ສະ​ໄໝ​ນັ້ນ ຍາມ​ໃດ ທລຍ ກໍ​ພະຍາຍາມ​ນໍາ​ໃຊ້​ຮູບ​ການ​ພັດທະນາ​ທີ່ມາ​ຈາກ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ ​ໂດຍ​ການ​ມີ​ສ່ວນ​ຮ່ວມ​ຂອງ​ປະຊາ​ຊົນ ​ແລະ ​ເພື່ອ​ຜົນ​ປະ​ໂຫຍ​ດ ຂອງ​ປະຊາຊົນ​ ໝາຍ​ຄວາມ​ວ່າ ​ເລີ່​ມ​ແຕ່​ການວາງ​ແຜນ​ຢູ່​ຂັ້ນ​ບ້ານ, ຂັ້ນ​ກຸ່ມ, ຂັ້ນ​ເມືອງ, ການ​ສໍາ​ຫລວດ​ອອກ​ແບບ, ການຈັດ​ຊື້-ຈັດ​ຈ້າງ, ການຈັດຕັງປະຕິບັດ​ໂຄງການ ລວມ​ເຖິງ ການ​ຄຸ້ມ​ຄອງ​ບໍລິຫານ​ເງິນ​ໂຄງການ​ຍ່ອຍ, ການ​ຄຸ້ມ​ຄອງ​ນໍາ​ໃຊ້ ​ແລະ ບູລະນະ​ສ້ອມ​ແປງ ​ແມ່ນ​ເຂົາ​ເຈົ້າ​ເປັນ​ຜູ້​ດໍາ​ເນີນ​ການ​ເອງ.


​​ເຖິງ​ແນວ​ໃດ​ກໍ​ດີ ​ໃນ​ໄລຍະ​ຂອງ​ການ​ພົບ​ປະ ຢ້ຽມຢາມ​ໃນ​ຄັ້ງນີ້ ບັນດາ​ຕາງໜ້າຜູ້​ໃຫ້ທຶນ​ໄດ້​ຍົກ​ຫລາຍ​ປະ​ເດັນ​ທີ່​ສໍາຄັນ​ຂຶ້ນ​ເພື່ອ​ປຶກສາ​ຫາລື ​ເປັນ​ຕົ້ນ​ແມ່ນ ​ເຮັດ​ແນວ​ໃດ​ເພື່ອ​ປັບປຸງ​ໂຄງການ ທລຍ ​ໃຫ້​ມີ​ຄວາມ​ຍືນ​ຍົງ? ການ​ສົມທົບ​ທຶນ​ຈາກ​ແຂວງ, ທລຍ ສ້າງ​ພື້ນຖານ​ໂຄງ​ລ່າງ​ໃຫ້​ແລ້ວ​ແມ່ນ​ໃຜ​ເປັນ​ຜູ້​ປົກ​ປັກ​ຮັກສາ, ກິດຈະ​ກໍາ​ຕ່າງໆ​ທີ່ ທລຍ ​ໄດ້​ສະໜັບສະໜູນ​ນັ້ນ ​ໄດ້​ແທດ​ເໝາະ​ກັບ​ບຸລິມະສິດ​ຂອງ​ແຂວງ ​ແລະ ​ເມືອງ​ຄື​ແນວ​ໃດ? ​ທີ່​ສໍາຄັນ ​ແມ່ນ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​​ໂຄງ​ສ້າງ ​ແລະ ຮູບ​ແບບ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຂອງ ທລຍ ​ໄລຍະ​ທີ 3.


ທ່ານ ຊອງ ​ແບ​ດລີ(SEAN BRADLEY), ທີ່​ປຶກສາ​ອາວຸ​ໂສ​ດ້ານ​ພັດທະນາ​ສັງຄົມ, ຕາງ​ໜ້າຜູ້​ໃຫ້​ທຶນ​ຈາກທະນາຄານ​ໂລກ ​ໄດ້​ກວ່າ​ວ່າ: ຕະຫລອດ​ໄລຍະ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຂອງ ທລຍ 2 ​ໃນ​ໄລຍະ​ກາງ​ສະ​ໄໝ​ນັ້ນ ຂ້າພະ​ເຈົ້າ​ມີ​ຄວາມ​ປື້​ມຕັນ​ໃຈ​ທີ່​ທາງ ທລຍ ພະຍາຍາມ​ນໍ​າ​ໃຊ້​ຮູບ​ແບບ ​ການ​ພັດທະນາ​ທີ່ມາ​ຈາກ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ ​ໂດຍ​ການ​ມີ​ສ່ວນ​ຮ່ວມ​ຂອງ​ປະຊາ​ຊົນ ​ແລະ ​ເພື່ອ​ຜົນ​ປະ​ໂຫຍ​ດ ຂອງ​ປະຊາຊົນ ​ແລະສາມາດບັນລຸ​ຜົນ​ສໍາ​ເລັດ​ໃນ​ລະດັບ​ທີ່​ເພິ່ງ​ພໍ​ໃຈ ​ແລະ ຫວັງ​ວ່າ​ໃນ​ໄລຍະ​​ເວລາ​ທີ່​ເຫລືອ​ຂອງ ທລຍ 2 ນັ້ນ ທລຍ ຈະ​ສາມາດ​ບັນລຸ​ຜົນ​ສໍາ​ເລັດ​ເປັນ​ທີ່​ເພິ່ງ​ພໍ​ໃຈ​ທ່ີ່ສຸດ.


​ໃນ​ຕອນ​ທ້າຍ​ຂອງ​ການ​ພົບ​ປະ​ຢ້ຽມຢາມ ທ່ານ ນາງ ​ແຄັດ​ເຕີ​ລີ​ນ ​ແບັນ​ເນັດ(KATHERYN BENNETT, ​ເລຂາ​ຜູ້​ທີ່​ໜຶ່ງ, ຜູ້​ຮັບຜິດຊອບ​ດ້ານ​ການ​ຮ່ວມ​ມື​ຂອງ​ສະຖານທູດ​ອົດ​ສະ​ຕາ​ລີ ປະ​ຈໍາ​ລາວ ​ໄດ້​ກ່າວ​ເໜັ້ນວ່າ“ ​ເພື່ອ​ຢາກ​ໃຫ້​ໂຄງການ​ຕ່າງໆ​ທີ່ ທລຍ ​ໄດ້​ກໍ່ສ້າງ​ສໍາ​ເລັດ ​ແລະ ມອບ​ໃຫ້​ຄຸ້ມ​ຄອງ​ນໍາ​ໃຊ້​ນັ້ນ​ມີ​ຄວາມ​ຍືນ​ຍົງ​ຫລາຍ​ຂຶ້ນ​ກວ່າ​ເກົ່ານັ້ນ ຂ້າພະ​ເຈົ້າ​ຄິດ​ວ່າ ທາງ ທລຍ ກໍ​ຄື​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ຕ້ອງ​ຊຸກຍູ້​ໃຫ້​ຊຸມ​ຊົນ​ມີ​ຄວາມ​ເປັນ​ເຈົ້າ​ການ ຝຶກ​ຝົນ​ຫລໍ່​ຫລອມ​ຕົນ​ເອງ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ໃນ​ດ້ານ​ຕ່າງໆ ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ເຂົາ​ເຈົ້າ​ສາມາດ​ບູລະນະ​ສ້ອມ​ແປງ​ໄດ້​ໂດຍ​ໂຕ​ຂອງ​ເຂົາ​ເຈົ້າ​ເອງ​”.