ທລຍ ສົ່ງເສີມຊາວກະສິກອນ 5 ແຂວງ ຈໍານວນ 64 ຄົນ ໄດ້ມີໂອກາດຖອດຖອນບົດຮຽນຈາກແຫລ່ງທໍາການຜະລິດຕ່າງໆ ໃນນະຄອນຫລວງວຽງຈັນ

Posting Date: 
28 Jul 2014

ທລຍ ສົ່ງ​ເສີມຊາວ​ກະ​ສິກ​ອນ​ 5 ​ແຂວງ ຈໍານວນ 64 ຄົນ ໄດ້​ມີ​ໂອກາດ​ຖອດ​ຖອນ​ບົດຮຽນ​ຈາກ​ແຫ​ລ່ງທໍາ​ການ​ຜະລິດ​ຕ່າງໆ ​ໃນ​ນະຄອນຫລວງ​ວຽງ​ຈັນ


ໂດຍ: ​ແສງ​ອາລຸນ ພິລາ​ຈັນ


ໂຄງການ​ປັບປຸງ​ການ​ຄ້ຳປະກັນ​ສະບຽງ​ອາຫານ​ເຂດ​ເນີນ​ສູງຂອງ ສປປ ລາວ (Lao Upland Food Security Improvement Project - LUFSIP) ຖືກ​ຈັດຕັ້ງປະຕິບັດ​ຕາມຂໍ້​ຕົກລົງຮ່ວມ​ມື​ລະຫວ່າງ 3 ຝ່າຍ: ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້, ກອງ​ທຶນ ແກ້​ໄຂ​ວິ​ກິດ​ການ​ດ້ານ​ສະບຽງ​ອາຫານ ຂອງສະຫະພາບ​ເອີ​ຣົບ (European Union Food Crisis Rapid Response Facility Trust Fund - EC) ແລະອົງການເພື່ອການພັດທະນາ​ລະຫວ່າງ​ປະ​ເທດ (International Development Association - IDA).


            ໂຄງການ​ປັບປຸງ​ການ​ຄ້ຳປະກັນ​ສະບຽງ​ອາ ຫານ​ເຂດ​ເນີນ​ສູງ​ຂອງ ສປປ ລາວ ມີ​ອາຍຸ​ຈັດຕັ້ງປະ ຕິບັດ​ທັງ​ໝົດ 4 ປີ 6 ເດືອນ ເຊິ່ງຈະ​ເລີ່​ມຈັດຕັ້ງປະຕິ ບັດ​​ແຕ່ເດືອນກໍລະກົດ ປີ 2010 ເຖິງ​ເດືອນ​ ທັນວາ ປີ 2014, ຖື​ວ່າ​ໃກ້​ຈະ​ສໍາ​ເລັດ​​ໃນການຈັດ​ຕັ້ງ​ປະຕິບັດ​ໂຄງການ100%.


ຈຸດປະສົງຂອງ​ໂຄງການ​ດັ່ງກ່າວ​ແມ່ນ​ເພື່ອເສີມ​ຂະຫຍາຍ​ການ​ຄ້ຳປະກັນ​ສະບຽງ​ອາຫານ​ໃຫ້ແກ່​ຄອບຄົວ​ຜູ້​ທຸກ​ຍາກຊົນນະບົດ​ຢູ່​ເຂດໃນ​ພື້ນທີ່​ເປົ້າ​ໝາຍ​ຂອງ​ໂຄງການ​ໃນ​ເຂດ​ເນີນ​ສູງ ດ້ວຍ​ວິທີ​ການ​ສາທິດ ​ແລະນຳ​ໃຊ້​ແນວ​ພັນ​ເຂົ້າ​ປັບປຸງ​ພື້ນຖານ​ລະບົບ​ການ​ຜະລິດ​ຂອງ​ຊາວ​ກະສິກອນຢູ່​ໃນ​ບັນດາ​ແຂວງ ​ແລະ ​ເມືອງ​ທຸກ​ຍາກ​ໃນ​ເຂດ​ພາກ​ເໜືອ​ຂອງ ສ.ປ.ປ ລາວ; ​ແລະແກ້​ໄຂ​ຕາມ​ຄວາມ​ຮຽກຮ້ອງ​ຂອງ​ຊຸມ​ຊົນ ທີ່​ໄດ້​ຮັບ​ຜົນ​ຮ້າຍ​ຈາກ​ພະຍຸ​ເກດສະໜາ​ທີ່​ເກີດ​ຂຶ້ນຢູ່​ພາກ​ໃຕ້​ຂອງ​ລາວ​ໃນ​ປີ 2009.


​ໃນນັ້ນ ໄດ້​ແບ່ງງົບປະມານ​ດັ່ງກ່າວ​ອອກ​ເປັນ 4 ກິດຈະ​ກຳຄື:


ກິດຈະ​ກຳ 1.


ສົ່ງ​ເສີມ​ການ​ຜະລິດ​ຕາມ​ລະບົບ​ນິ​ເວດ​ກະສິກຳ ​ແລະ ປັບປຸງ​ສູນ​ຂະຫຍາຍ​ແນວ​ພັນ. ຈຳນວນ​ທຶນ​ທັງ​ໝົດ 2,03 ລ້ານ ໂດ​ລາ​ສະຫະລັດ, ​ເຊິ່ງກະຊວງ​ກະສິກຳ - ປ່າ​ໄມ້ ເປັນ​ຜູ້​ຮັບຜິດຊອບ.


 


ກິດຈະກຳ 02:


ພັດທະນາ​ລະບົບ​ການ​ຜະລິດ ຂອງ ຊາວ​ກະສິກອນ​ໂດຍ​ນຳ​ໃຊ້​ເຕັກນິກ​ລະບົບ​ນິ​ເວດ​ກະສິກຳ ​ເພື່ອ​ປັບ ປຸງ​ດິນ. ຈຳນວນ​ທຶນ​ທັງ​ໝົດ 3,33 ລ້ານ ໂດ​ລາ​ສະ ຫະລັດ​, ເຊິ່ງກະຊວງ​ກະສິກຳ-ປ່າ​ໄມ້ ເປັນ​ຜູ້​ຮັບຜິດ ຊອບ.


 


ກິດຈະກຳ 03:


ປັບປຸງ​ໂຄງ​ລ່າງ​ຊົນ​ນະ​ບົດ​ເພື່ອ​ຟື້ນຟູ​ຊີວິດ​ການ​ເປັນ​ຢູ່ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຊຸມ​ຊົນ (ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍຸ​ເກດສະໜາ)​ ຈຳນວນ​ທຶນ​ທັງ​ໝົດ 7,92 ລ້ານ ໂດ​ລາ​ສະຫະລັດ, ​ເຊິ່ງມອບ​ໃຫ້ ທລຍ ​ເປັນ​ຜູ້​ຮັບຜິດຊອບ ​ແລະນຳ​ໃຊ້​ເຂົ້າ​ໃນ​ 2 ກິດຈະກຳ​ຄື:


(1).ສ້າງ​ໂຄງ​ລ່າງ​ກະສິກຳ ​ເພື່ອ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ 3,73 ລ້ານ ໂດ​ລາ​ສະຫະ ລັດ ຢູ່ 17 ເມືອງ ຂອງ 5 ແຂວງ ລວມມີ ແຂວງ ຫົວພັນ (​ເມືອງ​ຫົວ​ເມືອງ, ວຽງ​ທອງ, ຊຳ​​ໃຕ້, ວຽງ​ໄຊ ​ແລະຊຽງ​ຄໍ້); ​ແຂວງຫຼວງ​ນ້ຳ​ທາ (ວຽງ​ພູ​ຄາ, ນາ​ແລ ແລະລອງ); ​ແຂວງຊຽງ​ຂວາງ (ທ່າ​ໂທມ, ຄູນ ແລະໜອງ​ແຮດ), ​ແຂວງ​ສະຫວັນ​ນະ​ເຂດ (ພິນ, ​ເຊ​ໂປ​ນ, ວິລະ​ບູລີ ແລະ ນອງ) ແລະແຂວງ ເຊ​ກອງ (ດາກ​ຈຶ່ງ ​ແລະກະລຶມ); ​ແລະ


(2).ສ້າງ​ໂຄງ​ລ່າງ​ຊົນນະບົດ ດ້ວຍ​ວິທີ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຊຸມ​ຊົນ 4,19 ລ້ານ ໂດ​ລາ​ສະຫະລັດ ຢູ່ 13 ເມືອງ ຂອງ 3 ແຂວງ ລວມມີ ​ແຂວງສາລະ​ວັນ (ຕະ​ໂອ້​ຍ, ສະ​ມ້ວຍ, ຕຸ້ມ​ລານ ແລະສາລະ​ວັນ); ​ແຂວງເຊ​ກອງ (ລະ​ມາ​ມ, ທ່າ​ແຕງ, ດາກ​ຈຶ່ງ ​ແລະກະລຶມ) ແລະແຂວງອັດ​ຕະປື     (​ໄຊ​ເຊ​ດຖາ, ສະໜາມ​ໄຊ, ສາມັກຄີ​ໄຊ, ສານ​ໄຊ ​ແລະພູ​ວົງ).ສະ​ເພາະ​ກິດຈະ​ກໍາ​ທີ 03 ທີ່​ກວາ​ມ​ເອົາ 2 ວຽກ​ນັ້ນ ​ແມ່ນ​ໄດ້​ມອບ​ໝາຍ​ໃຫ້​ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ(ທລຍ) ​ເປັນ​ຜູ້​ຈັດ​ຕັ້ງ​ປະຕິບັດ.


ກິດຈະກຳ 04:


ປະສານ​ງານ ແລະ ຄຸ້ມ​ຄອງ​ບໍລິຫານ​ໂຄງການ 1,31 ລ້ານ ໂດ​ລາ​ສະຫະລັດ.


​ເພື່ອ​ເຮັດ​ໃຫ້​ໂຄງການ​ດັ່ງກ່າວ​ປະສົບ​ຜົນ​ສຳ​ເລັດ​ຕາມ​ແຜນການ​ທີ່​ໄດ້​ກຳນົດ ​ແລະ ​ມີ​ປະສິດທິພາບ ​ແລະ​ປະສິດທິ​ຜົນ​ ທັງ​ເປັນ​ການ​ຫັນປ່ຽນ​ແນວ​ຄິດ​ເດີມ, ຮູບ​ແບບ​ການ​ຜະລິດ​ທີ່​ຂຶ້ນ​ກັບ​ທໍາ​ມະ​ຊາດ​ໄປ​ສູ່​ລະບົບ​ການ​ຜະລິດ​ທີ່​ນໍາ​ໃຊ້​ເຕັກນິກ ຍົກ​ສູງ​ຜົນ​ຜະລິດ ຊຶ່ງ​ເປັນ​ການ​ບຸກທະລຸ​ທາງ​ດ້ານ​ຈິນຕະນາການ​ຂອງ​ຊາວ​ກະສິກອນ, ປູກ​ຈິດ​ສໍານຶກ​ໃນ​ການ​ນໍາ​ໃຊ້​ແນວ​ພັນ ປັບປຸງ​ເຕັກນິກ​ໃໝ່​ເຂົ້າ​ໃນ​ການ​ຜະລິດ ພ້ອມ​ທັງ​ໃຫ້​ໂອກາດ​ຊຸກຍູ້​ສົ່ງ​ເສີມ​ຊາວ​ກະສິກອນ​ໃຫ້​ມີ​ຄວາມ​ຮູ້​ຄວາມ​ສາມາດ ​ແລະ ພັດທະນາ​ແນວ​ຄວາມ​ຄິດ​ຂອງ​ຕົນ​ໃຫ້​ກ້ວາງ​ໄກ​ນັ້ນ ​ໃນ​ລະຫວ່າງ​ວັນ​ທີ 23-24 ກໍລະກົດ 2014 ຜ່ານ​ມາ ທລຍ ຈຶ່ງ​ໄດ້​ເຊື້ອ​ເຊີນ ນໍາພາ​ເອົາ​ຊາວ​ກະສິກອນ​ຜູ້​ຫ້າວຫັນ, ດີ​ເດັ່ນ​ໃນ​ກຸ່ມ​ການ​ຜະລິດ ທີ່​ໄດ້​ຮັບ​ການ​ຍ້ອງຍໍຈາກ​ເມືອງ​ຫົວ​ເມືອງ, ​ເມືອງ​ຮ້ຽມ, ​ເມືອງຊຽງຄໍ້, ​ເມືອງ​ວຽງ​ໄຊ, ​ເມືອງ​ຊໍາ​ໃຕ້ ​ແຂວງ​ຫົວພັນ, ​ເມືອງ​ລອງ, ​ເມືອງ​ນາ​ແລ, ​ເມືອງ​ວຽງ​ພູ​ຄາ ​ແຂວງ​ຫລວງ​ນໍ້າ​ທາ, ​ເມືອງ​ຄູນ​ ແຂວງຊຽງ​ຂວາງ, ​ເມືອງ​ທ່າ​ໂທມ ​ແຂວງ​ໄຊ​ສົມບູນ, ​ເມືອງ​ວິລະ​ບູລີ, ​ເມືອງ​ພີນ ​ແລະ ​ເມືອງ​ເຊ​ໂປ​ນ ​ແຂວງ​ສະຫວັນ​ນະ​ເຂດ ລວມທັງ​ໝົດ 64 ຄົນ ​ໄປ​ຢ້ຽມຢາມ​ແຫ​ລ່ງທໍາ​ການ​ຜະລິດ​ຕ່າງໆ ​ໃນ​ນະຄອນຫລວງ​ວຽງ​ຈັນ​ເຊັ່ນ: (1) ​ຕະຫລາດ​ຊາວ​ສວນ​ກະສິກໍາ​ອິນ​ຊີ​ນະຄອນຫລວງ​ວຽງ​ຈັນຢູ່​ເດີ່ນ​ທາດຫລວງ ​ໃນ​ນັ້ນ ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຂອງຄ​ະນະ​ກໍາມະການ​ຕະຫລາດ, ​ເບິ່ງ​ການ​ຂາຍ​ຜັກ​ຂອງ​ຊາວ​ສວນ ​ແລະ ​ແລກປ່ຽນ​ບົດຮຽນ​ນໍາ​ກັນ, (2) ຢ້ຽມຢາມ​ຟາ​ມປູກ​ມອນ​ລ້ຽງ​ມ້ອນ ຢູ່​ເມືອງ​ສັງ​ທອງ ​ເບິ່ງ​ການ​ປູກ​ມອນ​ລ້ຽງ​ມ້ອນ​ທີ່​ເປັນ​ການ​ສ້າງ​ລາຍ​ຮັບ​ຂອງ​ກຸ່ມ​ແມ່ຍິງ, (3) ຢ້ຽມຢາມ​ກຸ່ມ​ປູກ​ເຂົ້າ​ອີນຊີ ​ແລກປ່ຽນ​ບົດຮຽນ​ເຕັກນິກ​ການ​ປູກ​ເຂົ້າ​ເປັນ​ສິນຄ້າ,(4) ການ​ຄຸ້ມ​ຄອງ​ຊົນລະປະທານ​ຂອງ​ກຸ່ມ​ປູກ​ເຂົ້າ​ອີນຊີ, (5)ຢ້ຽມຢາມ​ຟາ​ມປາດ​ຖະໜາ ​ເບິ່ງ​ວິທີ​ການ​ລ້ຽງ​ແບ້, ການ​ລ້ຽງ​ງົວ ​ແລະ ການ​ປູກ​ຫຍ້າ ​ເພື່ອ​ລ້ຽງ​ສັດ ​ແລະ ສົນທະນາ​ການ​ລ້ຽງສັດ​ຕາມ​ສັນຍາ 2+3, (6) ​ຢ້ຽມຢາມ​ຟາ​ມພັນ​ເພັດ ບ້ານ​ໜອງ​ແຫວ້ ​ເມືອງ​ຫາດ​ຊາຍ​ຟອງ ​ເບີ່​ງ​ເຕັກນິກ​ການ​ປູກ​ເຂົ້າ​ນໍາ​ໃຊ້​ກົນ​ຈັກ​ທັນ​ສະ​ໃໝ, ການ​ຕົກກ້າ​ດໍານາ​ດ້ວຍ​ລົດ, ການ​ເພາະ​ລ້ຽງ​ພັນ​ປາ ​ແລະ ການ​ສົ່ງ​ເສີມ​ການ​ປູກ​ເຂົ້າ​ເປັນ​ສີນ​ຄ້າ​ແບບ​ຜູກ​ພັນ​ສັນຍາ​ໃນ​ເຂດ​ຊົນລະປະທານ, (7) ຢ້ຽມຢາມ​ກຸ່ມ​ປູກ​ຜັກ​ອີນຊີ ບ້ານ​ໂນນ​ແຕ້ ​ເມືອງ​ໄຊ​ທານີ ​ເບິ່ງ​ການ​ປູກ​ຜັກ​ອີນຊີ, ການຈັດ​ຕັ້ງ​ກຸ່ມ ​ແລະ ການ​ຕະຫລາດ​ກຸ່ມ​ປູກ​ຜັກ​ປອດ​ສານພິດ.


 ພາຍຫລັງ​ທີ່​ສໍາ​ເລັດ​ການ​ຢ້ຽມຢາມ​ແຫ​ລ່ງທໍາ​ການ​ຜະລິດ​ແລ້ວ ​ເພື່ອ​ເຮັດ​ໃຫ້ການ​ທັດສະນະ​ສຶກສາ​ໃນ​ຄັ້ງ​ນີ້​ມີ​ຄວາມ  ​ໝາຍ​ຄວາມ​ສໍາຄັນ ​ແລະ ​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ​ນັ້ນ ທ່ານ ບຸນ​ເຮືອງ ດວງ​ພະຈັນ, ລັດຖະມົນຕີ​ປະ​ຈໍາ​ຫ້ອງ​ວ່າການ​ລັດຖະບານ, ຫົວໜ້າ​ຄະນະ​ພັດ​ທະ​ນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ຂັ້ນ​ສູນ​ກາງ ​ໄດ້​ໃຫ້​ກຽດ​ໂອ້​ລົມ ພົບ​ປະ ຊາວ​ກະສິກອນ​ທີ່​ມາ​ທັດສະນະ​ສຶກສາ​ໃນ​ຄັ້ງ​ນີ້ ທີ່​ສູນ​ຝຶກ​ອົບຮົມ​ສະຫະພັນ​ແມ່ຍິງ​ລາວ(​ໂພນ​ທັນ) ​ເຊິ່ງມີ​ບາງ​ຕອນ ທ່ານ ບຸນ​ເຮືອງ ດວງ​ພະຈັນ ​ໄດ້​ກ່າວ​ວ່າ: ຂ້າພະເຈົ້າ ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮັບການເຊື້ອເຊີນ ຈາກ ກອງທຶນຫລຸດຜ່ອນຄວາມທຸກຍາກ(ທລຍ) ໃຫ້ມາພົບປະ ແລະ ໂອ້ລົມກັບບັນດາທ່ານ ຊຶ່ງເປັນຕົວແທນຂອງກຸ່ມຜະລິດ ແລະ ນຳໃຊ້ນ້ຳຊົນລະປະທານ ທີ່ເດີນທາງມາຈາກ ແຂວງຫົວພັນ, , ຫລວງນ້ຳທາ, ຊຽງຂວາງ, ​ໄຊ​ສົມບູນ ແລະ ສະຫວັນນະເຂດ ຈຳນວນທັງໝົດ 64 ທ່ານ ເພື່ອມາຮ່ວມ ການທັດສະນະສຶກສາ ຢ້ຽມຢາມ ການປູກ-ການລ້ຽງ ຢູ່ທີ່ ເມືອງສັງທອງ, ຫາດຊາຍຟອງ ແລະ ເມືອງໄຊທານີ, ນະຄອນຫລວງວຽງຈັນ.


ການທັດສະນະສຶກສາ ແລະ ຖອດຖອນບົດຮຽນໃນຄັ້ງນີ້ມີຄວາມໝາຍສຳຄັນ ກໍ່ເພາະວ່າ: ເປັນເວລາທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຊາວລາວທັງຊາດ ກຳລັງຮີບຮ້ອນໃສ່ການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ-ສັງຄົມ ປະຈຳສົກປີ 2013-2014 ຊຶ່ງເປັນໄລຍະທ້າຍຂອງປີ ເພື່ອເຮັດໃຫ້ ແຜນດັ່ງກ່າວບັນລຸໄດ້ໂຕເລກຄາດໝາຍທີ່ວາງໄວ້ ກໍ່ຄື ການບັນລຸໂຕເລກຄາດໝາຍ ສະຫັດສະຫວັດ ຊຶ່ງເປັນພັນທະຂອງລັດຖະບານລາວ ຕໍ່ເວທີສາກົນ ແລະ ກໍ່ເປັນໄລຍະທີ່ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ເອົາໃຈໃສ່ໃນການຜະລິດລະດູນາປີຂອງຕົນ.


ເພາະສະນັ້ນ ການມາຢ້ຽມຢາມ ແລະ ຖອດຖອນບົດຮຽນຂອງບັນດາທ່ານ ໃນຄັ້ງນີ້ ເນື້ອແທ້ແລ້ວ ກໍແມ່ນ ເປັນການສ້າງໂຕແບບການຜະລິດເປັນສິນຄ້າໃນດ້ານຕ່າງໆ ເພື່ອເຮັດໃຫ້ຄອບຄົວຂອງບັນດາທ່ານ ຫລຸດພົ້ນອອກ ຈາກ ຄວາມທຸກຍາກ, ເປັນຄອບຄົວທີ່ມີເງິນເຫລືອແຮໄວ້ ຫລື ກາຍເປັນຄອບຄົວຮັ່ງມີຂຶ້ນ ຊຶ່ງ ສອດຄ່ອງກັບ ຈຸດປະສົງຂອງພັກ ແລະ ລັດ ທີ່ຢາກໃຫ້ຄອບຄົວຂອງບັນດາທ່ານ ມີຊີວິດການເປັນ ຢູ່ທີ່ດີຂຶ້ນ, ອີ່ມໜຳສຳລານ ແລະ ເປັນຄອບຄົວພັດທະນາດີຂຶ້ນໄປເລື້ອຍໆ“.


“ຂ້າພະເຈົ້າໄດ້ຮັບຊາບວ່າໃນມື້ວານນີ້ບັນດາທ່ານໄດ້ເດີນທາງໄປພົບປະກັບຄະນະກຳມະການທີ່ຮັບຜິດຊອບຕະຫລາດກະສິກຳອິນຊີຢູ່ທີ່ເດີ່ນທາດຫລວງແລະໄດ້ລົງຢ້ຽມຢາມແລະແລກປ່ຽນບົດຮຽນກັບຊາວກະສິກອນທີ່ຂາຍພືດຜັກກະສິກຳອິນຊີຢູ່ຕະຫລາດດັ່ງກ່າວ; ຖັດຈາກນັ້ນແມ່ນໄດ້ໄປຢ້ຽມຢາມແລະຖອດຖອນບົດຮຽນກ່ຽວກັບ: ການປູກມອນ-ລ້ຽງມ້ອນ; ການປູກເຂົ້າອິນຊີ; ການຄຸ້ມຄອງນຳໃຊ້ລະບົບຊົນລະປະທານຂອງກຸ່ມປູກພືດອິນຊີ, ການລ້ຽງສັດ-ການປູກຫຍ້າລ້ຽງສັດແລະການລ້ຽງສັດຕາມສັນຍາ 2+3 ຢູ່ທີ່ເມືອງສັງທອງ, ນະຄອນຫລວງວຽງຈັນຊຶ່ງຂ້າພະເຈົ້າຄິດວ່າຄົງຈະເປັັນຄວາມຮູ້ແລະບົດຮຽນອັນໃໝ່ໆທີ່ນຳປະໂຫຍດຢ່າງຫລວງຫລາຍໃຫ້ແກ່ບັນດາທ່ານໃນການໝູນໃຊ້ເຂົ້າສູ່ການຜະລິດແບບໃໝ່ທີ່ມີຜົນຕອບແທນຫລາຍກ່ວາເກົ່າ.


ສະນັ້ນ ໃນການຢ້ຽມຢາມ ແລະ ຖອດຖອນບົດຮຽນ ຕື່ມອີກໃນມື້ນີ້ ຂ້າພະເຈົ້າຂໍຮຽກຮ້ອງໃຫ້ບັນ ດາທ່ານ ຊຶ່ງເປັນຜູ້ຕາງຈາກແຕ່ລະທ້ອງຖິ່ນ ກໍ່ຄື ແຕ່ລະໂຄງການຊົນລະປະທານ ຫລື ໂຕແທນການປູກ-ການລ້ຽງ ໄດ້ພ້ອມກັນເອົາໃຈໃສ່ ຖອດຖອນເອົາຄວາມຮູ້ທີ່ຈະໄດ້ຮັບ ໄປນຳໃຊ້ ໂດຍສະເພາະແມ່ນການຄຸ້ມຄອງ ນຳໃຊ້ນ້ຳ, ການບໍລິຫານຈັດການນ້ຳ ເພື່ອເຮັດແນວໃດໃຫ້ກຸ່ມຜູ້ຊົມໃຊ້ນ້ຳ ໃນແຕ່ລະທ້ອງຖິ່ນເຫັນໄດ້ຄວາມ ສຳຄັນຂອງການສະໜອງນ້ຳ, ການລະບາຍນໍ້າ ໃນເວລາທີ່ເກີດຝົນຕົກໜັກ, ການນຳໃຊ້ນ້ຳເຂົ້າໃນການປູກ-ການລ້ຽງຢ່າງຖືກຕ້ອງຕາມເຕັກນິກ ແລະ ໃຫ້ມີປະສິດທິຜົນສູງສຸດ ເພື່ອເພີ້ມຜົນຜະລິດ ກໍ່ຄືຍົກຜະລິດຕະ ພາບໃຫ້ນັບມື້ນັບຫລາຍຂຶ້ນ, ນອກຈາກນີ້ກໍ່ຄວນເອົາໃຈໃສ່ຕໍ່ປັດໃຈ ທີ່ເຮັດໃຫ້ຜົນຜະລິດ ເພີ້ມຫລາຍຂຶ້ນ ນັ້ນຄື: ການນຳໃຊ້ແນວພັນໃໝ່ ຈະເປັນການປູກ ຫລື ການລ້ຽງ ກໍ່ຕ້ອງຕິດພັນກັບປັດໃຈທີ 2 ແມ່ນ ອາຫານ ຫລື ຝຸ່ນຕ່າງໆ; ຖ້າແນວພັນດີບໍ່ມີອາຫານດີ ກໍ່ຈະບໍ່ເຕີບໃຫຍ່, ນອກນັ້ນກໍ່ໃຫ້ຄຳນຶງເຖິງການອານາໄມ, ປ້ອງ ກັນພະຍາດ-ພະຍຸສັດ, ປ້ອງກັນສັດຕູພືດ ເປັນປັດໃຈທີ 3; ປັດໃຈທີ 4 ກໍ່ແມ່ນການ ນຳໃຊ້ເຕັກນິກການປູກ-ການລ້ຽງອັນໃໝ່ໆ ໃຫ້ສອດຄ່ອງກັບແນວພັນໃໝ່ ຈຶ່ງຈະເຮັດໃຫ້ມີການເຕີບໃຫຍ່ຂະຫຍາຍໂຕ ກໍ່ຄືມີຜົນຜະ ລິດຫລາຍຂຶ້ນ; ປັດ​ໃຈ​ທີ 5 ​ແມ່ນ​ປັດ​ໃຈ​ຕັດສິນ​ການ​ຜະລິດ ຈະ​ເພີ້​ມຂຶ້ນ ຫລື ຈະ​ຫລຸດ​ລົງ​ແມ່ນ​ຄົນ ຊຶ່ງ​ເປັນ​ບຸກຄະລາ​ກອນ​ອັນ​ສໍາຄັນ​​ໃນ​ການ​ຊີ້​ຂາດ​ຈໍານວນ​ຜົນ​ຜະລິດ​ຈະ​ດີ​ຫລື​ບໍ່? ມັນ​ຮຽກຮ້ອງ​ໃຫ້​ຊາວ​ກະສິກອນ​ພວກ​ເຮົາ​ຕ້ອງ​ດຸ​ໝັ່ນ, ຫ້າວຫັນ, ​​ເອົາ​ການ​ເອົາ​ງານ​ກັບ​ສິ່ງ​ທີ່​ຕົນ​ເອງ​ປູກ ຫລື ລ້ຽງ​ຢ່າງ​ມີ​ແບບ​ແຜນ ຈຶ່ງ​ຈະ​ເຮັດ​ໃຫ້​ຜົນ​ຜະລິດ​ນັບ​ມື້​ເພີ້​ມຂຶ້ນ.


 


ທ່ານ ນາງ ນີວັນ ທອງ​ມະນີ, ຊາວ​ກະສິກອນ​ ບ້ານ​ສີ​ບຸນ​ເຮືອງ ​ເມືອງ​ຄູນ ​ແຂວງ​ຊຽງ​ຂວາງ ​ໃຫ້​ຮູ້​ວ່າ:“ ຂ້າພະ​ເຈົ້າ​ມີ​ຄວາມ​ພາກພູມ​ໃຈ​ຫລາຍ​ທີ່​ໄດ້​ມີ​ໂອກາດ​ມາ​ທັດສະນະ​ສຶກສາຢູ່​ນະຄອນຫລວງ​ວຽງ​ຈັນ​ໃນ​ເທື່ອ​ນີ້ ​ເຊິ່ງ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ໄດ້​ຖອດ​ຖອນ​ບົດຮຽນ​ຫລາຍ​ຢ່າງ ​ແລະ ຈະ​ນໍາ​ເອົາ​ບົດຮຽນ​ທີ່​ຖອດ​ຖອນ​ໄດ້​ໃນ​ເທື່ອ​ນີ້ ​ໄປ​ນໍາ​ໃຊ້​ໃຫ້​ແທດ​ເໝາະ ​ແລະ ​ເກີດ​ຜົນ​ປະ​ໂຫຍ​ດ​ໃນ​ທ້ອງ​ຖິ່ນ​ຂອງ​ຕົນ ​ເປັນ​ຕົ້ນ​ແມ່ນ​ການ​ປູກຜັກ​ປອດ​ສານພິດ, ການ​ປູກ​ມອນ​ລ້ຽງ​ມ້ອນ, ຫັດຖະ​ກໍາ​ຈັກສານ​ໄມ້ປ່ອງ, ການຈັດ​ຕັ້ງ​ກຸ່ມ​ການຜະລິດ ​ແລະ ອື່ນໆ.

Attachment: