ບ້ານເຕົ່າຫີນ ມີໂຮງຮຽນປະຖົມຖາວອນຫລັງໃໝ່ແລ້ວ

Posting Date: 
08 Sep 2014

ບ້ານເຕົ່າຫີນ ມີໂຮງຮຽນ​ປະຖົມຖາວອນຫລັງໃໝ່ແລ້ວ


                                                


                                                              ​ໂດຍ: ເສິດນິລັນພຸດທະປັນຍາ


 


      ບ້ານເຕົ່າຫີນແມ່ນບ້ານໜື່ງທີ່ຂື້ນກັບກຸ່ມບ້ານຄັງຄາວເມືອງຫົວເມືອງ ​ແຂວງ​ຫົວພັນຊື່ງຕັ້ງຢູ່ຫ່າງຈາກເທດສະບານເມືອງປະມານ  15  ກມ ​ເປັນ​ບ້ານໜື່ງທີ່​ຍັງ​ຂາດ​ເຂີນ​ທາງ​ດ້ານ​ການ​ສຶກສາ​ກໍ່​ຍ້ອນ​ວ່າ​ບ້ານ​ດັ່ງກ່າວ​ແມ່ນ​ບໍ​ທັນ​ມີ​ໂຮງຮຽນ​ປະຖົມ​ທີ່​ຖາວອນ​ຊົມ​ໃຊ້. ​ແຕ່ລະ​ປີ​ພໍ່​ແມ່​ປະຊາຊົນ​ພາຍ​ໃນ​ບ້ານ​ຕ້ອງ​ພາກັນ​ຕັດ​ໄມ,ກ່ຽວ​ຫຍ້າ​ ເພື່ອສ້ອມ​ແປງ​ໂຮງຮຽນ​ດັ່ງກ່າວ​ຈິງ​ສາມາດ​ເຂົ້າ​ຮຽນ​ໄດ້​ສະ​ນັ້ນ​ຕົກ​ມາ​ຮອດ​ປີ 2013.  ທາງ​ອຳນາດ​ການ​ປົກຄອງ​ບ້ານ​ແລະ​ຊາວບ້ານ​ຈິພ້ອມພາກັນ​ຄັດ​ເລືອກ​ເອົາ​ການ​ກໍ່ສ້າງ​ໂຮງ​ຮຽນ​ປະຖົມ​ຖາວອນ 2 ຫ້ອງ ​ແລະ  ​ຫ້ອງ​ນ້ຳ 1 ຫ້ອງ​​ເປັນ​ອັບ​ດັບ​ທີ່  1  ທີ່ນອນ​ໃນ​ແຜນ​ພັດທະນາ​ບ້ານຂອງເຂົາເຈົ້າ ​ໂດຍ​ຜ່ານ​ການ​ຕົກລົງ​ເຫັນ​ດີ​ຢູ່​ກອງ​ປະຊຸມ​ວາງແຜນພັດທະນາຂັ້ນ​ກຸ່ມ​ບ້ານ​ແລະ​ກອງ​ປະຊຸມປະສານງານການວາງແຜນ​ຂັ້ນ​ເມືອງ ພາຍ​ໃຕ້​ການ​ຕົກລົງ​ເຫັນ​ດີ​ຈາກ​ການ​ນຳ​ຂັ້ນ​ເມືອງ,ຂະ​ແໜງການ​ສຶກສາ​​ເມືອງ  ວ່າ​ດ້ວຍ​ການ​ລົບ​ລ້າງ​ການ​ກຶກ​ໜັງ​ສຂອງ​ເດັກ​ທີ່ມີ​ເກນ​ອາຍຸເຂົ້າໂຮງຮຽນຮອດ​ປີ 2015 ໃຫ້​ໄດ້​ເຂົ້າ​ໂຮງຮຽນໝົດ​ທຸກ​ຄົນ.  ສະ​ນັ້ນ  ​ຕົກ​ມາຮອດ​ເດືອນເມສາ 2014 ​ໂຮງຮຽນ​ປະຖົມ 2 ຫ້ອງ​​ກໍ່​ໄດ້​ເລີ່​ມລົງມື​ກໍ່ສ້າງຂື້ນ ໂດຍການສົມທົບແຮງງານກໍ່ສ້າງລະຫວ່າງບໍລິສັດຮັບເໝົາກໍ່ສ້າງ ແລະ ຊຸມຊົນ.  ການ​ກໍ່​ສ້ງ​ໂຮງຮຽນ​ປະຖົມ​ບ້ານ​ດັ່ງກ່າວ​ໃຊ້​ເວລາ​ພຽງ​ແຕ່ 3 ​ເດືອນ​ກວ່າ​ເທົາ​ນັ້ນກໍ່​​ສຳ​ເລັດ 100% ທັ້ງນີ້ກໍຍ້ອນການທຸ່ມເຫື່ອເທແຮງ ແລະ ຄວາມເປັນເຈົ້າການໃນການກໍ່ສ້າງຂອງຊຸມຊົນຈຶ່ງເຮັດໃຫ້ໂຮງຮຽນຫລັງດັ່ງກ່າວສໍາເລັດຢ່າງຈົບງາມ ແລະ ເຮັດໃຫ້ຊຸມຊົນ ມີຄວາມພາກ ພູມໃຈ ຮູ້ຈັກຫວງແຫນ ແລະ ປົກປັກຮັກສາໂຮງຮຽນຫລັງດັ່ງກ່າວຢ່າງເປັນຮູບປະທໍາ. ຊຶການກໍ່ສ້າງໂຮງຮຽນຫລັງດັ່ງກ່າວ​ມີ​ມູນ​ຄ່າ ທັງໝົດ: 287ລ້ານ​ກ່ວາກີບ ​ໃນນັ້ນ ​ທຶນ​ຊຸມ​ຊົນ​ປະ ກອບທາງດ້ານແຮງງານ ແລະ ວັດຖຸທີ່ມີໃນທ້ອງຖິ່ນຄິດເປັນມູນຄ່າ 16 ລ້ານ​ກ່ວາກີບ.


   ​ເພື່ອ​ເຮັດ​ໃຫ້ການ​ກໍ່ສ້າງ​ໂຮງຮຽນ​ປະຖົມ​ດັ່ງກ່າວ​ຖຶກຕ້ອງ ​ແລະ ​ມີ​ຄຸນະພາບມາດຖານ​ເຕັກນິກ​ສະ​ນັ້ນໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ່ 30 ກໍລະກົດ​ 2014 ທາງ​ກອງ​ທຶນ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂັ້ນເມືອງ​ສົມທົບ​ກັບ​ການ​ນຳ​​ເມືອງ,ຫ້ອງ​ການ​ສຶກສາ,ບໍລິສັດ​ຜູ້​ຮັບ​ເໝົາ​ກໍ່ສ້າງ,ອຳນາດ​ການ​ປົກຄອງ​ບ້ານ ​ແລະ​  ຊາວ​ບ້ານ​ເຕົ່າຫີນ 65 ກ່ວາ​ຄົນ​ໄດ້​ພ້ອມ​ກັນ​ກວດກາຜົນສຳ​ເລັດ 100%  ພ້ອມ​ທັງ​ມອບ​ຮັບ​​ໂຮງຮຽນ​ປະຖົມ​ໃຫ້​ກັບ​ຊຸມ​ຊົນ​ເປັນ​ຜູ້​ປົກ​ປັກ​ຮັກສາ​ ແລະ ຄຸ້ມ​ຄອງ​ນຳ​ໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ.


ທ່ານຄໍາພອນພັນວົງໄຊຮອງເລຂາພັກເມືອງຮອງເຈົ້າເມືອງຫົວເມືອງໄດ້​ມີ​ຄຳ​​ເຫັນ​ໂອ​ລົມ​ຊາວບ້ານ​ພ້ອມ​ທັງ​ໄດ້​ເໜັ້ນໜັກ​ໃຫ້​ກັບ​ຊາວບ້ານ​​ມີ​ຄວາມສາມັກຄີ​ກັນເປັນ​ເຈົ້າການໃນການ​ຄຸ້ມ​ຄອງປົກ​ປັກ​ຮັກສາ​ໂຮງຮຽນຫລັງດັ່ງກ່າວ​ໃຫ້​ສະອາດ,​​ຍືນ​ຍົງ ແລະ ພໍ່​ແມ່ ​ຜູ້​ປົກຄອງເດັກຕ້ອງ​ຊຸກຍູ້​ສົ່ງ​ເສີມລູກ​ຫຼານ​ທີ່​ມີ​ເກນ​ອາຍຸເຂົ້າໂຮງຮຽນໃຫ້​ໄດ້​ຮຽນໜັງສືໝົດ​ທຸກ​ຄົນ.​


ໃນ​ອະນາຄົດ​ຂ້າງ​ໜ້າ​ນີ້​ບ້ານ​ເຕົ່າ​ຫີນ​ກໍ່​ແມ່ນ​ບ້ານ​ໜື່ງທີ່​ຈະສາມາດ​ລົບ​ລ້າງ​ການ​ກຶກ​ໜັງສື​ ແລະ ເປັນໂຕແບບໃຫ້ແກ່ບ້ານອື່ນໆມາຖອດຖອນບົດຮຽນນໍາໄດ້​ຢ່າງ​ແນ່ນອນ.

Attachment: