ທີມງານປະເມີນຜົນຈາກອົງການພັດທະນາຂອງປະເທດສະວິດເຊີແລນ ປະເມີນການຈັດຕັ້ງປະຕິບັດໂຄງການຂອງ ທລຍ ຢູ່ບັນດາບ້ານເຂດຫ່າງໄກສອກຫລີກ

Posting Date: 
11 Feb 2015

ທີ​ມງານ​ປະ​ເມີນ​ຜົນຈາກ​ອົງການ​ພັດທະນາ​ຂອງ​ປະ​ເທດ​ສະ​ວິດ​ເຊີ​ແລນ ປະ​ເມີນ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ຂອງ ທລຍ ຢູ່​ບັນດາ​ບ້ານເຂດ​ຫ່າງ​ໄກ​ສອກຫລີກ

 

By Katharina Bracher

ໂດຍ: ​ແຄັດ​ຕາ​ລີ​ນນາ ບຣາ​ເຊີ

 

 

 

ເຮັດ​ແນວ​ໃດປະຊາຊົນຜູ້​ທີ່​ທຸກ​ຍາກ​ທີ່​ສຸດ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ ​​ຈຶ່ງໄດ້​ຮັບ​​ການກະຕຸກ​ຊຸກຍູ້ ​ເພື່ອ​ໃຫ້ສາມາດ​ຢືນ​ດ້ວຍ​ລໍາ​​ແຂ່ງ​ຂອງ​ຕົນ​ເອງ​ໄດ້?  ​​ແລະ ​ເຮັດ​ແນວ​ໃດ​ເຂົາ​ເຈົ້າ​ຈຶ່ງ​ສາມາດ​ປັບ​ຕົວ​ເຂົ້າ​ກັບ​ສັງຄົມ​ລາວ ​ແລະ ມີ​ສ່ວນ​ຮ່ວມ​ໃນ​ການ​ພັດທະນາ​ດ້ານ​ການ​ສາ​ສຶກສາ ​ແລະ ​ທາງ​ດ້ານ​ເສດຖະກິດ-ສັງຄົມ? ນັ້ນ​ແມ່ນ 2 ຄໍາ​ຖາມ​ທີ່ ທລຍ ຊອກ​ຫາ​ຄໍາ​ຕອບ ນັບ​ຕັ້ງ​ແຕ່​ປີ​ກໍ່​ຕັ້ງ ທລຍ ​ໃນ​ປີ 2003 ​ເປັນ​ຕົ້ນ​ມາ.

ທລຍ ບໍ່​ພຽງ​ແຕ່​ໃຫ້ການ​ສະໜັບສະໜູນ​ທາງ​ດ້ານ​ພື້ນຖານ​ໂຄງ​ລ່າງ ​​ເຊັ່ນ: ​ໂຮງຮຽນ, ຫົນທາງ ​ແລະ ສຸກສາລາ ​ເທົ່າ​ນັ້ນ ​ແຕ່ ທລຍ ຍັງ​ໄດ້​ໃຫ້ການ​ແນະ​ນໍາ​​ວິທີ​ການ​ພັດທະນາ​ທີ່​ຂັບ​ເຄື່ອນ​ໂດຍ​ຊຸມ​ຊົນ​ເອງ, ​ເຊິ່ງ​ແມ່ນ​ວິທີ​ທີ່ຊາວບ້ານ​ເປັນ​ຜູ້​ຕັດສິນ​ໃຈ​ດ້ວຍ​​ໂຕ​ຂອງ​ເຂົາ​ເຈົ້າ​ເອງ ​ໂດຍ​ເລີ່​ມຈາກ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ຢ່າງ​ເປັນປົກກະຕິ ​ແລະ ​ລົງຄະ​ແນນ​ສຽງ​ເພື່ອ​ຕັດ​ສິນ​ເອົາ​ບັນຫາ​ຕ່າງໆ.

ໃນ​ລະຫວ່າງ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ໃນ​ທ້າ​ຍ​ເດືອນ​ທັນວາ 2014 ຜ່ານ​ມາ, ທີ​ມງານ​ປະ​ເມີນ​ຜົນ​ຈາກ ອົງການພັດທະນາ​ຂອງ​ປະ​ເທດ​ສະ​ວິດ​ເຊີ​ແລນ ໄດ້ຮູ້​ເຖິງ​ຄວາມ​ຄຶບໜ້າ​ຂອງ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຢູ່​ຫລາຍໆ​ບ້ານຂອງ​ເມືອງ​ພູ​ວົງ ​ແຂວງ​ອັດ​ຕະປື ​ແລະ ຢູ່ບ້ານ​ພູ​ປອດ​ເຂດຫ່າງ​ໄກ​ສອກ ຫລີກຂອງ​ເມືອງ​ຈອມ​ເພັດ ​ແຂວງ​ຫລວງ​ພະ​ບາງ. ທີ​ມງານ​ປະ​ເມີນ​ຜົນ ​ໄດ້​ສໍາພາດ​ພະນັກງານ ທລຍ ຂັ້ນ​ແຂວງ, ຂັ້ນ​ເມືອງ ​ແລະ ຜູ້​ຊີ້​ນໍາ​ກຸ່ມ​ບ້ານຕະຫລອດ​ເຖິງ​ຊາວບ້ານ​ຜູ້​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ ​ໂຄງການ.​

 

 

 “ພວກ​ເຮົາ​ມີ​ຄວາມ​ພາກພູມ​ໃຈ​ທີ່ ​ໂຄງການ ທລຍ ​ຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ປະ​ເມີນ​ຈາກ​ທີ​ມງານ ​ຂອງ​ອົງການພັດທະນາ​ຂອງ​ປະ​ເທດ​ສະ​ວິດ​ເຊີ​ແລນ ​ແລະ ຫວັງ​ວ່າການ​ປະ​ເມີນ​ໃນ​ຄັ້ງ​ນີ້ ຈະ​ເປັນ​ການປັບປຸງວຽກ​ງານ​ຂອງ​ ທລຍ ພວກ​ເຮົາ​ໃຫ້​ດີ​ຂຶ້ນ” ທ່ານ ​ແສງ​ເພັດ ວັນນະ​ວົງ, ຫົວໜ້າ​ພະ​ແນ​ກພັດທະນາ​ຊຸມ​ຊົນກ່າວ.

ວິທີ​ການ​ພັດທະນາ​ທີ່​ຂັບ​ເຄື່ອນ​ໂດຍ​ຊຸມ​ຊົນ​ເອງນັ້ນ ​ໄດ້​ສົ່​ງຜົນ​ເຮັດ​ໃຫ້​ຊຸມ​ຊົນ​ສາມາດ​ຕັດສິນ​ໃຈ​ດ້ວຍ​ຕົນ​ເອງ​ຢ່າງ​ໝັ້ນ​ໃຈ ​​ປະກອບສ່ວນ​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ ​ແລະ ບໍາລຸງ​ຮັກສາໂຄງການ​ຍ່ອຍ ພ້ອມ​ທັງ​ເຮັດ​ໃຫ້​ການ​ຄຸ້ມ​ຄອງ​ບໍລິ​ຫານເງິນ​ໂຄງການ​ຍ່ອຍຢ່າງ​ມີ​ຄວາມ​ຢືນ​ຍົງ.​ “ການ​ພັດທະນາ​ທີ່​ຂັບ​ເຄື່ອນ​ໂດຍ​ຊຸມ​ຊົນ ​ໄດ້​ຖືກ​ນໍາ​ມາ​ໃຊ້ ​ເພື່ອ​ຮັບປະກັນ​ວ່າ ທລຍ ​ໄດ້​ສະໜັບສະ​ໜູນ​ບັນດາ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ທີ່​ມາ​ຈາກ​ຄວາມ​ຕ້ອງການ​ຂອງ​ຊາວບ້ານ​ໂດຍ​ແທ້​ຈິງ” ທ່ານ ພໍາ ​ໄທ​ຮຸ່ງ, ປຶກສາ​ຈາກ​ປະ​ເທດຫ​ວຽດນາມ,ຜູ້​ທີ່​ໄດ້​ຮັບ​ການ​ມອບ​ໝາຍຈາກອົງການພັດທະນາ​ຂອງ​ປະ​ເທດ​ສະ​ວິດ​ເຊີ​ແລນ ​ໃນ​ການສໍາ​ຫລວດ​ ​ແລະ ການ​ປະ​ເມີນ​ໃນ​ຄັ້ງ​ນີ້.

 

ຫລັກການ​ທີ່​ສໍາຄັນ​ຂອງ ທລຍ ນັ້ນ​ແມ່ນການ​ເຂົ້າ​ຮ່ວມ​ຂອງກຸ່ມ​ແມ່ຍິງ ​ແລະ ຊົນ​ເຜົ່າ​ໃນ​ການ​ຕັດສິນ​ໃຈບັນຫາ​ຕ່າງໆ. “​ເປົ້າ​ໝາຍ​ແມ່ນ​ເພື່ອ​ເປີດ​ໂອກາດ​ໃຫ້​ກຸ່ມ​ຜູ້​ດ້ອຍ​ໂອກາດ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການວາງ​ແຜນ ​ແລະ ດໍາ​ເນີນ​ການ​ກໍ່ສ້າງ​​ໂຄງ​ການ​ຍ່ອຍ​ຂອງ​ພວກ​ເຂົາ​ເຈົ້າ” ທ່ານ ຮຸ່ງ​ກ່າວຕື່ມ.

 

ທລຍ ​ໄດ້​ນໍາ​ໃຊ້​ວິທີ​ດັ່ງກ່າວ​ນີ້​ສໍາລັບ​ການ​ພັດທະນາ​ທ້ອງ​ຖິ່ນ ​ໂດຍການ​ນໍາ​ໃຊ້ຂະ​ບວນການວາງ​ແຜນ​ແບບ​ມີ​ສ່ວນ​ຮ່ວມ​ຢູ່​ລະດັບ​ບ້ານ, ຊຶ່ງ​ໃນ​ນັ້ນ ພໍ່​ແມ່​ປະຊາຊົນ​ແຕ່​ລະ​ບ້ານ​ໃຜ​ກໍ​ຕາມ ບໍ່​ຈໍາ​ເປັນ​ຕ້ອງ​ຈໍາ​ແນ​ກວ່າ​ມີສະຖານະ​ຄວາມທຸກ​ຍາກຄື​ແນວ​ໃດ, ບໍ່​ໄດ້​ຈໍາ​ແນ​ກ​ເພດ ​ແລ​ະ ປະຫວັດ​ທີ່​ມາ​ ໝາຍ​ຄວາມ​ວ່າ ໝົດ​ທຸກ​ຄົນ​ໄດ້​ຖືກ​ເຊື້ອ​ເຊີນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ວາງ​ແຜນ​ຂັ້ນ​ບ້ານ ​ເພື່ອຊີ້​ບອກ​ໃຫ້​ເຫັນ​ສິ່ງ​ໃດ​ແມ່ນ​ບຸລິມະສິດຄວາມ​ຕ້ອງ​ການ​ຂອງ​ຕົນ.

 

            “ເພື່ອ​ຮັບປະກັນ​ວ່າ ກຸ່ມ​ຜູ້​ດ້ອຍ​ໂອກາດ​ສ່ວນ​ໃຫຍ່ ​ເຊັ່ນ: ກຸ່ມ​ແມ່ຍິງ ຫລື ຜູ້​ທຸກ​ຍາກ ທີ່​ແມ່ນ​ຊົນ​ເຜົ່າ ​ໄດ້​ມີ​ໂອກາດ​ຈັດ​ລຽງ​ບຸລິມະສິດ​ຄວາມ​ຕ້ອງການ​ຂອງ​ເຂົາ​ເຈົ້າ ​ໂດຍ​ການ​ໃຊ້ວິທີ​ປ່ອນ​ແກ່ນ​ສາລີ ​ແລະ ກ້ອນ​ຫີນ” ທ່ານ ຮຸ່ງ ​, ຊຶ່ງ​ລາວ​ເປັນ​ຊ່ຽວຊານ​ຜູ້​ໜຶ່ງ​ທີ່​ໄດ້​ຮັບ​ການ​ຍອມຮັບ​ຢູ່​ຫວຽດນາມ.

 

 

“​ເຫັນ​ໄດ້​ວ່າຊາວບ້ານຫລາຍ​ກວ່າ 52 ​ເປີ​ເຊັນ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ວາງ​ແຜນ​ປະ​ຈໍາປີ 2014 ​ແລະ ​ໃນ​ນັ້ນ 46 ​ເປີ​ເຊັນ​ແມ່ນ​ແມ່ຍິງ ​ແລະ 66 ​ເປີ​ເຊັນ​ແມ່ນ​ຊົນ​ເຜົ່າ” ທ່ານ ຮຸ່ງ​ກ່າວ.

 

ທລຍ ​ໄດ້​ຈັດ​ກອງ​ປະຊຸມ​ເປັນ​ກຸ່ມ​ນ້ອຍໆ​ ທັ້ງນີ້ ​ເພື່ອ​ຮັບປະກັນ​ການ​ມີ​ສ່ວນ​ຮ່ວມ​ຂອງ​ຊາວບ້ານ ກ່ອນ​ທີ່ຈະ​ໄດ້​ຈັດ​ກອງ​ປະຊຸມ​ຂັ້ນ​ບ້ານ ​ເຊິ່ງຈະ​ເປັນ​ບ່ອນ​ທີ່​ໃຫ້​​ຊາວບ້ານ​ນໍາ​ສະ​ເໜີ ​ແລະ ປຶກສາ​ຫາລື​ຄວາມ​ຕ້ອງການ ​ແລະ ບຸລິມະສິດ​ໃນ​ການ​ລົງທຶນ​ຂອງ​ພວກ​ເຂົາ​ເຈົ້າ.

  

“ພວກ​ເຮົາ​ຫວັງ​ວ່າ​ວິທີ​ການ​ດັ່ງກ່າວ​ນີ້ ຈະ​ຮັບປະກັນ​ໃຫ້​ແກ່​ຜູ້​ທຸກ​ຍາກ​ທີ່​ສຸດ ​ໄດ້​ມີ​ການ​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ຄວາມ​ຕ້ອງການ​ຂອງ​ຕົນ, ​ໂດຍ​ເລີ່​ມຈາກ​ການ​ປະກອບສ່ວນ​ໜຶ່ງ​ຄໍາ​ຄິດ​ຄໍາ​ເຫັນ​ຂອງ​ຕົນ​ຢູ່​ກອງ​ປະຊຸມ​ຂອງ​ບ້ານ” ທ່ານ ​ແສງ​ເພັດ​ກ່າວ. ລາວ​ຍັງ​ມີ​ຄວາມ​ໜັ້ນ​ໃຈ​ວ່າ​ພໍ່​ແມ່​ປະຊາຊົນ​ຜູ້​ທຸກ​ຍາກ​ທີ່​ສຸດ ກໍ​ຈະ​ມີ​ຄວາມ​ສາມາດ​ໃນ​ການ​ພັດທະນາ​ທ້ອງ​ຖິ່ນ​ຂອງ​ຕົນ ລາວ​ຍົກ​ຕົວຢ່າງ​ໃຫ້​ເຫັນ​ວ່າ ຊ້າງ​ສາມາດ​ໃຊ້​ງວງ​ຂອງ​ມັນ​ແຕ້ມ​ຮູບ​ໄດ້​ຢ່າງ​ສວຍ​ງາມ ​ເພາະວ່າ​ມັນ​ໄດ້​ຜ່ານ​ການ​ຝຶກ​ຫັດ ທັ້ງທີ່​ຊ້າງ​ແມ່ນ​ສັດ​ປະ​ເພດ​ໜຶ່ງ ບໍ່​ມີ​ພາສາ​ປາກ​ເວົ້າ, ຍາກ​ໃນ​ການ​ສື່ສານ...ສະ​ນັ້ນ, ຈຶ່ງ​ເຊື່ອ​ໝັ້ນ​ວ່າ ຜູ້​ທຸກ​ຍາກ​ຈະ​ມີ​ຄວາມ​ສາມາດ​ເຊັ່ນ​ກັນ ຖ້າ​ຫາກ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ທີ່​ເໝາະ​ສົມ.

 

ອົງການພັດທະນາ​ຂອງ​ປະ​ເທດ​ສະ​ວິດ​ເຊີ​ແລນ ເປັນພາກສ່ວນ​ຫລັກ​ໃນ​ການ​​ໃຫ້ທຶນ​ແກ່ ທລຍ. ​ເຊິ່ງ​ເທື່ອ​ທໍາ​ອິດ ​ໃນ​ປີ 2010 ທີ່​ອົງການ​ດັ່ງກ່າວ​ໄດ້​ໃຫ້​ທຶນ​ສະໜັບສະໜູນເປັນ​ມູນ​ຄ່າປະມານ 7.3 ລ້ານ​ໂດ​ລາ​ສະຫະລັດ​​ ແລະ 13,2 ລ້ານ​ໂດ​ລາ​ສະຫະລັດ ​ເທື່ອ​ທີ​ສອງ ສະໜັບສະໜູນ​ໃຫ້ແກ່ ທລຍ ​ໄລຍະ​ທີ 2 (2012-2016), ທີ​ມງານ​ປະ​ເມີນ​ຜົນ ​ໄດ້​​ດໍາ​ເນີນ​ການ​​ປະ​ເມີນ​ຜົນ​ໄດ້​ຮັບ ​ແລະ ສິ່ງ​ທ້າ​ທາຍ​ຕ່າງໆທີ່​ອາດ​ຈະ​ເກີດ​ຂຶ້ນຕໍ່​ວຽກ​ງານ ທລຍ 2.