ຜົນສໍາເລັດ ເຄີ່ງສະໄໝຂອງກອງທຶນຫລຸດຜອ່ນຄວາມທຸກຍາກ ໄລຍະ II(ທລຍ II)

Posting Date: 
11 Mar 2015

ຜົນສໍາ​ເລັດ ​ເຄີ່ງ​ສະ​ໄໝ​ຂອງ​ກອງ​ທຶນ​ຫລຸດ​ຜອ່ນຄວາມ​ທຸກ​ຍາກ​ ໄລຍະ II(ທລຍ II)

ໂດຍ: ຄອນ​ທິບ​ ພວງເພັດ

          ທລຍ ໄລຍະ II ​ໄດ້​ສ້າ​ງຕັ້ງ​ຂື້ນ​ແຕ່ປີ 2012 2016, ຊຶ່ງ​ລັດຖະບານ ​ແລະ ຜູ້​ໃຫ້​ທຶນ ​ໄດ້​ສືບ​ຕໍ່​ໃຫ້ການ​ສະ​ໜັບສະ​ໜູນ ທຶນ​ເພື່ອ​ແກ້​ໄຂ​ຄວາມທຸກ​ຍາກ​ໃນ​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫລີກ.  

ແຫຼ່ງທຶນຕົ້ນຕໍ ຂອງ ທລຍ ແມ່ນໄດ້ມາຈາກ ທຶນສົມທົບຂອງລັດຖະບານເຮົາ ແລະ ບັນດາຜູ້ໃຫ້ທຶນ ເຊິ່ງລວມມູນຄາທັງໝົດ 68.710.000 ໂດລາສະຫະລັດ ຫຼື ​ເທົ່າ​ກັບ 549,68ຕື້​ກີບ. ​​ໃນ​ນັ້ນ, ງົບປະມານ​ຈາກ​ລັດຖະບານ​ລາວ ​ແມ່ນ 10,000,000 ​ໂດ​ລາ, ອົງການຈັດຕັ້ງເພື່ອການພັດທະນາລະຫວ່າງປະເທດ (International Development Association) 25,000,000 ​ໂດ​ລາ, ອົງການເພື່ອການພັດທະນາ ແລະ ການຮ່ວມມື ແຫ່ງປະເທດສະວິດຊີແລນ (Switzerland: Swiss Agency for Development and Cooperation (SDC) 13,200,000 ​ໂດ​ລາ,  ກອງທຶນສາກົນເພື່ອຫຼຸດຜ່ອນຄວາມທຸກຍາກ(Poverty Reduction Fund Support Facility Trust Fund) 17,500,000 ​ໂດ​ລາ  ສໍາລັບ 5 ປີ (2011-2016) ​ແລະ ກອງ​ທຶນ​ພັດທະນາສັງຄົມຍີ່ປຸ່ນ 2,610,000 ​ໂດ​ລາ​ສະຫະລັດ ໃນນັ້ນ, 72% ແມ່ນໃຊ້ເພື່ອການລົງທຶນສໍາລັບກໍ່ສ້າງພື້ນຖານໂຄງລ່າງແລະ 28% ເພື່ອຄ່າໃຊ້ຈ່າຍດ້ານບໍລິຫານລວມທັງການເສີມສ້າງຄວາມເຂັ້ມແຂວງໃຫ້ແກ່ ອໍານາດການປົກຄອງທ້ອງ ຖິ່ນ ແລະ ຊຸມຊົນ ​ແລະ 2,610,000 ​ໂດ​ລາ ​ແມ່ນ​ໂຄງການ​ທົດ​ລອງ ຂອງ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ແລະ ​ໂພຊະ​ນາ​ການ.

 ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ມາ​ໄດ້ ​ເຄີ່ງ​ສະ​ໄໝ ຫຼື ສອງ​ປີ ​ເຄີ່ງ ຊຶ່ງ​ເລີ້ມ​ຈາກ ​ເດືອນ ຕຸລາ 2011ມາຮອດເດືອນຕຸລາ 2014 ທລຍ ​​ໄດ້​ໃຫ້ການ​ສະ​ນັບ​ສະ​ໜູນທັ​ບໝົດ 1,951 ບ້ານ, 278 ກຸ່ມ​ບ້ານ ​ໃນ 42 ​ເມືອງ​ທີ່​ທຸກ​ຍາກ​ຂອງ 10 ​ແຂວງ​ເປົ້າ​ໝາຍ​ຄື: ຜົ້ງ​ສາລີ, ອຸດົມ​ໄຊ, ຫລວງ​ນໍ້າ​ທາ, ຫົວພັນ,ຫລວງ​ພະ​ບາງ, ຊຽງ​ຂວາງ, ສະຫັວນນະ​ເຂດ, ສາລະ​ວັນ, ​ເຊ​ກອງ ​ແລະ ອັດ​ຕະປື. 

ສໍາລັບ​ຜົນ​ສຳເລັດຂອງການຈັດຕັ້ງປະຕິບັດວຽກງານຂອງ ທລຍ  ໄລຍະ II ​ແມ່ນ​ຫລາຍ​ກວ່າ 850 ບ້ານ​ທຸກ​ຍາກ​ໄດ້​ຮັບ​ຜົນ​ປະ​ໂຫຽດ​ໂດຍ​ກົງ ຈາກ​ການ​ກໍ່ສ້າ​ງ​ໂຄງການ​ຍ່ອຍ​ດ້ານ​ພື້ນຖານ​ໂຄງ​ລ່າງ ຊຶ່ງ​ມີ​ທັງ​ໝົດ 988 ​ໂຄງການ.  ຈໍານວນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ 474,000 ຄົນ.  ​ໃນ​ນັ້ນ​ແມ່​ຍີ​ງທີ່​ໄດ້​ຮັບ​ຜົນປະ​ໂຫຽດກວ​ມ​​ເຖີງ 50% ​ແລະ ຊົນ​ສ່ວນ​ນ້ອຍ​ກວມ​ເອົາ 68%.ບັນດາຕົວ​ເລກ​ດັ່ງກ່າວ​ນີ້ ສະ​ແດງ​  ໃຫ້​ເຫັນ​ວ່າ ​ສາມາດ​ບັນລຸ​ໄດ້​ຕາມ​ຈຸດປະສົງ​ຂອງ​ໂຄງການ ທີ່​ໄດ້​ກໍານົດ​ໄວ້​ແຕ່​ເບືອ​ງຕົ້ນ​ໄດ້​ເປັນ​ຢ່າງ​ດີ ຊຶ່ງ​ເຮັດ​ໃຫ້​ຜູ້​ທຸກ​ຍາກ ​ແລະ ຜູ້​ດ້ອຍ​ໂອກາດ​ໃນ​ສົງ​ຄົມ​ຊົນນະບົດ​ໄດ້​ເຂົ້າ​ເຖີງການ​ບໍລິການ​ຂອງ​ລັດ ​ແລະ ການ​ພັດທະນາ​ກໍ່​ແມ່ນ​ບັນລຸ​ໄດ້​ໃນ​ລະດັບ​ໃດ​ໜຶ່ງ.ຜ່ານ​ການ​ປະ​ເມີນ​ຜົນ​ຈາກ​ຜູ້​ໃຫ້​ທຶນ​ໃນ​ລະຫວ່າງ ວັນ​ທີ 19 ​ເດືອນ​ທັນວາ 2014 ຜ່ານ​ມານີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າພໍໍ່​ແມ່​ປະຊານ​ຜູ້​ທຸກ​ຍາກ​ທີ່​ໄດ້​ຮັ​ບຜົນ​ປະ​ໂຫຍ​ດຈາກ​ໂຄງ ການສະ​ແດງ​ຄວາມ​ເພິ່ງ​ພໍ​ ຕໍ່​ກັບ​ການ​ຊ່ວຍ​ເຫຼືອ​ຂອງ ທລຍ ​ເຖິງ 80% ນີ້​ແມ່ນ​ຕົວ​ເລກ​ສູງ​​ເກີນ​ຄາດໝາຍ​ທີ່ ທລຍ ຄາດ​ຄະ​ເນ​ໄວ້. ສະ​ນັ້ນ ຈຶ່ງ​ຖື​ໄດ້​ວ່າ ກາ​ນຊ່ວຍ​ເຫຼືອ​ຂອງ ທລຍ ​ແມ່ນ​ຕອບ​ສະ​ໜອງ ​ແລະ ເຂົ້າ​ເຖິງ ​ແລະ ສອດຄ່ອງ​ກັບຄວາມ​ຕ້ອງການ​ທີ່​ແທ້​ຈີ​ງຂອງ​ປະຊາຊນບັນດາ​ເຜົ່າ.

     ອີກ​ປະການ​ໜຶ່ງ ການ​ພັດທະນາ​ທີ່​ມີ​ຄວາມ​ຍືນ​ຍົງ​ແມ່ນ​ການ​ພັດທະນາ ທີ່​ເອົາ​ໃຈ​ໃສ່ ​ແລະ ຕິດ​ພັນ​ກັບ​ຄວາມ​ເປັນ​ເຈົ້າ​ການ ຫຼື ຄວາ​ມ​ເປັນ​ເຈົ້າຕົນ​ເອງ​ຂອງ​ພໍ​ແມ່​ປະຊາຊົນ. ສະ​ນັ້ນ ບັນ​ດາ​ໂຄງການ​ຍ່ອຍ​ທີ່ ທລຍ​ ໃຫ້ການ​ຊ່ວຍ​ເຫຼ​ືອຜ່ານ​ມາ ມີ​ຫລາຍໆ​ໂຄງການ​ຍັງ​ມີ​ສະພາບ​ດີ ​ແລະ ຍັງ​ຖຶກນໍາ​ໃຊ້​ເປັນ​ປົກກະຕິ ສາມາດ​ອໍານວຍ​ຄວາມ​ສະດວກ, ​ແກ້​ໄຂ​ຊືວິດ​ປະ​ຈໍາ​ວັນ​ຂອງ​ພໍ​ແມ່​ປະຊາຊົນ​​ໃນ​ເຂດ​ຊົນນະບົດໄດ້​ດີ ​​ເຊັ່ນ​ຕົວຢ່າງ ລະບົບ​ນໍ້າ​ສະອາດ ນອກຈາກ​ໃຊ້​ດື່ມ​ໃຊ້​ທໍາ​ຄວາມ​ສະອາດ ​ແລະ ປຸງ​ແຕ່​ວອາຫານ​ແລ້ວ ມີ​ບາງ​ບ້ານ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ວຽກງານ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ແລະ ​ໂພຊະ​ນາ​ການ​ຍັງ​ໄດ້​ນໍາ​ໃ້​ເຂົ້າ​ໃນ​ການ​ປູກຝັງ​ລ້ຽງສັດ ​ເພື່ອ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຄອບຄົວ​ໄດ້​ອີກ​ເຊັ່ນ: ບ້ານ​ຫ້ວຍສາ ​ແລະ ບ້ານ​ສາ​ກົກ ​ເມືອງ​ຮ້ຽມ​ແຂວງ​ຫົວພັນ ​ແລະ ບ້ານ​ແກ້ງ​ກວີ​ເມືອງ​ໂຊ​ໂປ​ນ ​ແຂວງ​ສະ​ຫັນ​ນະ​ເຂດ. ມາ​ຮອດ​ປະຈຸ​ບັນ ທລຍ​ ໄດ້​ບັນລຸ​ການ​ເບີກ​ຈ່າຍ​ເງິນ​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໂຄ​ງການ​ໄດ້​ເຖິງ 80% ​​ແລ້ວ ຫຼື ​ເທົ່າ​ກັບ 432,80 ຕື້​ກີບ,  ​ຖື​ໄດ້​ວ່າ ມີ​ຄວາມ​ວ່ອງ​ໄວ ​ແລະ ມີ​ປະສິດທິ​ຜົນ​ໃນ​ການ​ບໍລິຫານ​ເງິນ​ໂຄງການ.

 ມາ​ຮອດ​ປະຈຸ​ບັນ ຈໍານວນຜູ້ໄດ້ຮັບຜົນປະໂຫຍດທັງໝົດ ແມ່ນມີຈໍານວນເພີ່ມຂຶ້ນເກືອບເທົ່າຕົວ ຈາກ 115.349 ຄົນ (ຍິງ 57.531 ຄົນ, ຊົນເຜົ່າ 97.530 ຄົນ ແລະ 10.975 ຄົວເຮືອນ) ໃນສົກປີ 2011-2012 ມາເປັນ 193.481 ຄົນ (ຍິງ 95.511 ຄົນ, ຊົນເຜົ່າ 167.226 ຄົນ ແລະ 17.278 ຄົວເຮືອນ), ຍັງຊີ້ໃຫ້ເຫັນອີກວ່າ ໂຄງການ ທລຍ ໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ປະ ຊາຊົນທີ່ເປັນຊົນເຜົ່າ, ຜູ້ດ້ອຍໂອກາດ ແລະ ອາໃສຢູ່ເຂດຫ່າງໄກສອກຫຼີກເປັນສ່ວນຫຼາຍ ເຊິ່ງມີຈໍານວນກວາມເຖິງ 86% ຂອງ ຈໍານວນຜູ້ໄດ້ຮັບຜົນປະໂຫຍດທັງໝົດ. ພ້ອມນີ້ ໂຄງການກ່ຽວກັບການແກ້ໄຂ ການຂາດເຂີນນໍ້າດື່ມ-ນໍ້າໃຊ້ ນັ້ນ ແມ່ນມີຈໍານວນຫຼາຍກວ່າໂຄງການປະເພດອື່ນໆ. ມາຮອດປະຈຸບັນ ທລຍ ຍັງສັງເກດເຫັນວ່າ ໂຄງການກໍ່ສ້າງລະບົບນໍ້າລິນຊຸມຊົນ ແລະ ນໍ້າສ້າງ ຍັງເປັນຄວາມຮຽກຕ້ອງ ການອັນຮີບດ່ວນອັນດັບໜຶ່ງ ຂອງ ພໍ່ແມ່ປະຊາຊົນທີ່ອາໃສຢູ່ເຂດທຸກຍາກ ແລະ ຫ່າງໄກສອກຫຼີກຢູ່ ຍ້ອນວ່າ ແຫຼ່ງນໍ້າທີ່

 

           

 

ສະອຽດ ແລະ ມີພຽງພໍຕະຫຼອດລະດູການນັ້ນ ສ່ວນຫຼາຍແມ່ນມີໄລຍະຫ່າງໄກຈາກບ້ານ ປະມານ 6 ຫາ 8 ກິໂລແມັດ. ສະນັ້ນ, ປະຊາຊົນສ່ວນຫຼາຍ ຈິ່ງເລືອກເອົາໂຄງການກໍ່ສ້າງລະບົບນໍ້າລິນ ເປັນຄວາມຕ້ອງການ​ທີ່​ເປັນບູລິມະສິດອັນ​ດັບ​ໜຶ່ງຂອງປະຊານ​ໃນ​ເຂດ​ຊົນນະບົດ ດ້ານການພັດທະນາ ແລະ ແກ້ໄຂຄວາມທຸກຍາກຂອງບ້ານ.

ຕໍ່​ກັບ​ຜົນ​ສໍາ​ເລັດ​ດັ່ງກ່າວ ​ທ່ານ ບຸນ​ກວ້າງ ສຸບັນ​ນະ​ພັນ ຜູ້​ອໍານວຍ​ການ​ບໍລິຫານ ທລຍ ກໍ​ໄດ້​ໃຫ້​ສໍາພາດ​ວ່າ, ອີງ​ຕາມ​ການ​ສະຫລຸບ​ລາຍ​ງານ​ຂອງ​ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັນ​ສູນ​ກາງ ຕໍ່​ລັດຖະບານ​ໄດ້​ເວົ້າ​ວ່າ, ອັດ​ສ່ວນ​ຂອງຄວາມທຸກຂອງ​ປະຊາກອນ​ ​ແມ່ນ​ໄດ້​ມີ​ການ​ຫລຸດ​ລົງ​ຢ່າງ​ຕໍ່​ເນື່ອງ ຈາກ33,3% ​ໃນ​ປີ 2003 ມາ​ເປັນ 25,6% ​ໃນ​ປີ 2010 ​ແລະ 22,3%​ໃນ​ປີ 2014. ສໍາລັບ​ອັດຕາ​ຄອບຄົວ​ທຸກ​ຍາກ ​ແມ່ນ ຈາກ 19,4% ​ໃນ​ປີ 2011 ມາ​ເປັນ 8,11%​ໃນ​ປີ 2014. ບ້ານ​ທຸກ​ຍາກ​ໄດ້​ຫລຸດ​ລົງ​ຈາກ 37,16% ​ໃນ​ປີ 2011 ມາ​ເປັນ 23% ​ໃນ​ປີ 2014. ບັນດາ​ຕົວ​ເລກ​ທີ່​ສະ​ແດງ​ອອກ​ດັ່ງກ່າວ​ນີ້ ຖື​ໄດ້​ວ່າ ທລຍ ​ແມ່ນ​ໄດ້​ປະກອບສ່ວນ​ຢ່າ​ວງແຂງ​ແຮງ​ເຂົ້າ​ໃນວຽກງານ​ດັ່ງກ່າວ ່າງ​ເປັນ​ທີ່​ໜ້າ​ພໍໃຈ.

                  

 

Attachment: