ທລຍ ກັບການພັດທະນາບ້ານ ປ່ອງໃຕ້ [1]
ທລຍ ກັບການພັດທະນາບ້ານ ປ່ອງໃຕ້
ໂດຍ: ບຸນປອນ ຄູນມະນີວົງ
ບ້ານປ່ອງໃຕ້, ກຸ່ມບ້ານນໍ້າສັດ ເມືອງນໍ້າບາກ ແຂວງຫຼວງພະບາງ ເປັນບ້ານ ຊົນເຜົ່າກຶມມຸ, ມີ 133 ຫລັງຄາເຮືອນ, 133 ຄອບຄົວ, ມີປະຊາກອນທັງໝົດ 595 ຄົນ, ຍິງ 273 ຄົນ ອາຊີບຕົ້ນຕໍແມ່ນເຮັດໄຮ່, ປູກຝັງລ້ຽງສັດ ແລະ ເກັບເຄື່ອງປ່າຂອງດົງຂາຍ ເປັນອາຊີບສໍາຮອງ. ບ້ານດັ່ງກ່າວຕັ້ງຫ່າງຈາກເທດສະບານເມືອງປະມານ 37 ກິໂລແມັດ ແຕ່ເສັ້ນທາງໃນການເຂົ້າຫາແມ່ນທຸລະກັນດານ ເຊິ່ງໃຊ້ເວລາໃນການເດີນທາງເຂົ້າຫາໂດຍລົດກະບະທີ່ຂັບເຄື່ອນ 4 ລໍ້ ກວ່າ 2 ຊົ່ວໂມງ ຈຶ່ງຮອດບ້ານດັ່ງກ່າວ.
ເມື່ອເວົ້າເຖິງນໍ້າກິນນໍາໃຊ້ແມ່ນອາໃສນໍ້າລິນ ທ່ານ ບຸນເຮິງ, ນາຍບ້ານ ບ້ານປ່ອງໃຕ້ ໄດ້ກ່າວວ່າ: “ນໍ້າລິນຢູ່ບ້ານຂອງພວກຂ້າພະເຈົ້າ ໃນເບື້ອງຕົ້ນໄດ້ຮັບການສະໜັບສະໜູນຈາກໂຄງການຊ່ອຍເດັກນ້ອຍນາໆຊາດ ໃນປິ 2013 - 2014 ພາຍຫລັງທີ່ຊົມໃຊ້ມາໃນໄລຍະໜຶ່ງ ໄດ້ມີໂຕອົ້ນກັດທໍ່ເຮັດໃຫ້ທໍ່ນໍ້າລິນຮົ່ວ ແລະ ແຕກ ເຊິ່ງເຮັດໃຫ້ມີນໍ້າຊົມໃຊ້ບໍ່ພຽງພໍ ໂດຍສະເພາະແຕ່ເດືອນ ພຶດສະພາ ຫາ ເດືອນ ກໍລະກົດ ສະນັ້ນ ປະຊາຊົນພາຍໃນບ້ານໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍຕ້ອງໄປຕັກນໍ້າຢູ່ຫ້ວຍເຮ້ຍ ທີ່ຫ່າງຈາກບ້ານ 1 ກິໂລແມັດ ເຊິ່ງໃຊ້ເວລາໃນການເດີນທາງເຖິງ 30 ນາທີ ຈຶ່ງສາມາດເອົານໍ້າມາຮອດ ບ້ານ ຮອດເຮືອນ ເຊິ່ງສ້າງຄວາມຫຍຸ້ງຍາກລໍາບາກຫລາຍ ”
ສະນັ້ນ ເມື່ອເຫັນຄວາມຈໍາເປັນ ແລະ ທຸກຍາກລໍາບາກຄືແນວນັ້ນ ສໍາລັບຮອບວຽນທີ 15 ປີ 2018 ລັດຖະບານຈຶ່ງໄດ້ໃຫ້ທຶນສະໜັນສະໜູນ ໂດຍຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໃຫ້ແກ່ບ້ານປ່ອງໃຕ້ ໃນການສ້ອມແປງນໍ້າລິນ ໃນນັ້ນ ກ່ອນຈະໄດ້ໂຄງການສ້ອມແປງນໍ້າລິນດັ່ງກ່າວນັ້ນ ໄດ້ຜ່ານຂະບວນການວາງແຜນປະຊາຊົນໝົດບ້ານໄດ້ພ້ອມພາກັນຕັດສິນໃຈຄັດເລືອກການສ້ອມແປງລະບົບນໍ້າລິນດັ່ງກ່າວເປັນບຸລິມະສິດຄວາມຕ້ອງການອັນດັບທີ 1 ຂອງບ້ານ ໂດຍຮ່ວມກັນວາງແຜນເລີ່ມແຕ່ຂັ້ນບ້ານ, ຂັ້ນກຸ່ມບ້ານ ແລະ ຮັບເອົາບຸລິມະສິດດັ່ງກ່າວຢູ່ຂັ້ນເມືອງ ໂດຍປະສານສົມທົບກັບຫ້ອງການຂະແໜງການທີ່ກ່ຽວຂ້ອງ ເພື່ອເຍືອງໃສ່ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງວ່າ ໂຄງການກໍ່ສ້າງສ້ອມ ແປງດັ່ງກ່າວບໍ່ໄດ້ຊໍ້າຊ້ອນກັນ.
ໂຄງການສ້ອມແປງນໍ້າລິນບ້ານດັ່ງກ່າວ ຈຶ່ງໄດ້ເລີ່ມກໍ່ສ້າງໃນວັນທີ 15 ມີນາ 2018 ແລະ ສໍາເລັດໃນວັນທີ 13 ສິງຫາ 2018, ນໍ້າລິນດັ່ງກ່າວມີຄວາມຍາວເຖິງ 10,3 ກິໂລແມັດ, ປະກອບມີ 18 ກ໊ອກ ເຊິ່ງມີມູນຄ່າການກໍ່ສ້າງສ້ອມແປງທັງໝົດ 348.558.818 ກີບ ໃນນັ້ນ ທຶນປະກອບສ່ວນຂອງຊຸມຊົນ ທາງດ້ານແຮງງານ ແລະ ວັດຖຸທ້ອງຖິ່ນ ຄິດເປັນມູນຄ່າ 23.646.000 ກີບ.
ພາຍຫລັງທີ່ ການກໍ່ສ້າງສ້ອມແປງນໍ້າລິນສໍາເລັດ ແລະ ມອບຮັບໃຫ້ຂະແໜງການທີ່ກ່ຽວຂ້ອງ ກໍຄືຊຸມຊົນເປັນຜູ້ປົກປັກຮັກສາ ແລະ ຄຸ້ມຄອງນໍາໃຊ້ແລ້ວ ຊາວບ້ານໝົດທຸກຄົນ ໂດຍສະເພາະ ແມ່ນແມ່ຍິງມີຄວາມພາກພູມໃຈ ແລະ ສະດວກສະບາຍກວ່າແຕ່ກ່ອນຫລາຍ ບໍ່ໄດ້ໄປຕັກນໍ້າໄກຄືແຕ່ກ່ອນແລ້ວ ມີເວລາຫາຢູ່ຫາກິນຫລາຍຂຶ້ນກວ່າເກົ່າ ແລະ ບ້ານດັ່ງກ່າວຍັງໄດ້ມີການສ້າງຕັ້ງກອງທຶນບູລະນະ ແລະ ສ້ອມແປງ ເພື່ອຮັບໃຊ້ສ້ອມແປງໃນເວລາ ເປ່ເພອີກດ້ວຍ”.