ກອງປະຊຸມທົບທວນຄຶນກ່ຽວກັບວຽກງານ ຕິດຕາມປະເມີນຜົນ

Posting Date: 
01 Oct 2014

ກອງ​ປະຊຸມ​ທົບທວນຄຶນກ່ຽວກັບວຽກງານ ຕິດຕາມປະເມີນຜົນ


ທລຍ ປະຈຳປີ 2014


ຫັດທະຈັນ ພິມພັນທະວົງ


 


ກອງປະຊຸມທົບທວນຄືນ ແລະ ສ້າງຄວາມເຂັ້ມແຂງ ໃຫ້ວິຊາການທີ່ຮັບຜິດຊອບວຽກງານຕິດຕາມ-ປະເມີນຜົນຂອງ ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ປະຈໍາສົກປີ 2013-2014. ກອງ ປະຊຸມຄັ້ງນີ້ໄດ້ຈັດຂື້ນທີ່​ໂຮງ​ແຮມ​ແມ່​ຂອງ, ນະຄອນຫລວງວຽງຈັນ ​ໃນ​ລະຫວ່າງ​ວັນ​ທີ 22-26 ກັນຍາ 2014, ໂດຍການເຂົ້າຮ່ວມຂອງພະນັກງານທີ່ຮັບຜິດຊອບວຽກງານດັ່ງກ່າວ ທັງໝົດ 21 ຄົນ, ຍິງ 5 ຄົນ (24%). ໃນນັ້ນມາຈາກສູນກາງ ຈໍານວນ 6 ຄົນ, ຍິງ 1 ຄົນ, ມາຈາກແຂວງຈຳນວນ 10 ຄົນ, ຍິງ 2 ຄົນ  ແລະ ມາຈາກຫ້າເມືອງທົດລອງຂອງໂຄງ ການຂັບເຂື່ອນໂດຍຊຸມຊົນ (CDD) ຈໍາ ນວນ 5 ຄົນ, ຍິງ 3 ຄົນ.


 ເພື່ອຮັບປະກັນປະສິດຕິພາບ ແລະ ຜົນສໍາເລັດຕ່າງໆ ກອງປະຊຸມຄັ້ງນີ້ໄດ້ຖືເປັນກຽດກ່າວເປີດກອງປະຊຸມ ແລະ ໃຫ້ຄຳໂອວາດໂດຍ ທ່ານບຸນກວ້າງ ສຸວັນນະພັນ ຜູ້ອໍານວຍການກອງທຶນ ຫລຸດຜ່ອນຄວາມທຸກຍາກ ແລະ ທ່ານ ຈູລຽນ ຊ່ຽວຊານທີ່ປຶກສາອະວຸໂສຂອງໂຄງການ ທລຍ ໄລຍະ 2. ທ່ານທັງສອງໄດ້ຊີ້ແຈງ ແລະ ຍົກໃຫ້ເຫັນພາ ລະບົດບາດຂອງວຽກ ງານຕິດຕາມ-ປະເມີນຜົນ ທີ່ປຽບເໝືອນຈຸດໃຈກາງ ແລະ ເປັນວຽກທີ່ຈະຕັດສິນກ່ຽວໄລຍະສືບຕໍ່ໂຄງການຂອງ ທລຍ ​ໄລຍະ 3.


ຈຸດປະສົງຂອງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ແມ່ນ:


 


1.    ເພື່ອທົບທວນພາລະບົດບາດແລະສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການຕິດຕາມ-ປະເມີນຜົນ.


2.    ພ້ອມນັ້ນກໍ່ຍັງເປັນການຝຶກອົບຮົມໃຫ້ພະນັກງານຕິດຕາມ-ປະເມີນຜົນຄົນໃໝ່ທີພວມມາສັງກັດແລະເຮັດວຽກຮ່ວມກັບທລຍໂດຍການຝຶກອົບຮົມຄັ້ງນີ້ແມ່ນອີງໃສ່ປະສົບການແລະບົດຮຽນຂອງແຕ່ລະແຂວງເພື່ອສຶກສາເບີ່ງຂໍ້ບົດຝ່ອງແລະນຳສະເໜີວິທີແກ້ໄຂ.


3.    ວິທີການນຳໃຊ້ຖານຂໍ້ມູນ, ການວິເຄາະຄວາມຖືກຕ້ອງຂອງຂໍ້ມູນແລະການນຳໃຊ້ຕົວຊີ້ວັດຜົນກະທົບຂອງທລຍ 2 ທີທາງຜູ້ໃຫ້ທືນກຳລັງໃຫ້ຄວາມສົນໃຈແລະເຈາະຈີ້ມ.


4.    ແນະນຳກ່ຽວກັບການສຶກສາການນຳໃຊ້ໂຄງການທີ່ໄດ້ເຮັດສຳເລັດແລ້ວໃນຮອບວຽນ 9 ແລະ 10 ລວມທັງບາງໂຄງການໃນຮອບວຽນ 11 ເພື່ອເປັນຄຳຕອບທີ່ຊັດເຈນຕໍ່ຜູ້ໃຫ້ທືນວ່າໂຄງການທີ່ທລຍໄດ້ສະໜັບສະໜຸນແມ່ນສາມາດນຳໃຊ້ໄດ້ຫລືເປ່ເພແລ້ວມີວິທີໃນການບຳລຸງຮັກສາແນວໃດ.


 


ຍ້ອນເຫັນໄດ້ບົດບາດຄວາມສຳຄັນຂອງວຽກງານຕິດຕາມ-ປະເມີນຜົນ ຂອງຜູ້ໃຫ້ທຶນ ກອງປະຊຸມຄັ້ງນີ້ກໍ່ຍັງໃຫ້ກຽດໂດຍ ທ່ານ Satoshi Ishihara ຈາກທະນາຄານໂລກ ຊ່ຽວຊານຜູ້ຊີ້ນຳວຽກງານ ທລຍ ທ່ານໄດ້ກ່າວໂດຍຫຍໍ້ກ່ຽວກັບພາລະບົດບາດຂອງພະນັກງານ ຕິດຕາມ-ປະເມີນ ພ້ອມທັງໄດ້ນຳສະເໜີບາງເຕັກນິກ ທີ່ຈະເຮັດໃຫ້ວຽກງານດັ່ງກ່າວປະສົບຜົນສຳເລັດ  ​ເຊິ່ງມີ​ບາງ​ຕອນ ທ່ານ​ໄດ້​ເນັ້ນ​ໜັກວ່າ: ວຽກງານຕິດຕາມ-ປະເມີນຜົນແມ່ນວຽກງານທີ່ພະນັກງານ ທລຍ ທຸກຄົນຕ້ອງໄດ້ເອົາໃຈໃສ່ ແລະ ກໍ່ແມ່ນຄວາມຮັບຜິດຊອບຂອງທຸກພາກສ່ວນ ໂດຍສະເພາະການ ສະໜອງຂໍ້ມູນທີ່ມີຄວາມຖືກຕ້ອງ ແລະ ທັນກັບເວລາ.


 ພ້ອມດຽວກັນນັ້ນ ກອງປະຊຸມຄັ້ງນີ້ກໍ່ຍັງໄດ້ຮັບກຽດເຂົ້າຮ່ວມຂອງ ບັນດາຫົວໜ້າພະແນກ ແລະ ໜ່ວຍງານຂັ້ນສູນກາງທີ່​ກ່ຽວຂ້ອງ ເຊັ່ນ: ຫົວໜ້າພະແນກວິສາວະກຳ, ຫົວໜ້າພະແນກພັດທະ ນາຊຸມຊົນ, ຫົວໜ້າໜ່ວຍງານຈັດຊື້-ຈັດຈ້າງ, ຕາງໜ້າຫົວໜ້າພະແນກບໍລິຫານ-ການເງິນ, ຫົວໜ້າໜ່ວຍງານຈັດຕັ້ງ ແລະ ພະນັກງານຝຶກງານຈາກອົງການຊ່ວຍເຫລືອຂອງປະ​ເທດສະວິດ​ເຊີແລນ (SDC)ກໍ່ໄດ້ເຂົ້າຮ່ວມ. ພິ​ເສດ ການຝຶກອົບຮົມ​ໃນ​ຄັ້ງ​ນີ້ ໄດ້ໃຫ້ກຽດເຂົ້າຮ່ວມຂອງ ທ່ານ Gamini ຊ່ຽວຊານ​ດ້ານ ການ​ພັດທະນາ​ທີ່​ຂັບ​ເຄື່ອນ​ໂດຍ​ຊຸມ​ຊົນ ຈາກ​ທະນາຄານ​ໂລກ ທ່ານໄດ້ນຳສະເໜີກ່ຽວກັບຂັ້ນຕອນ ແລະ ເຕັກນິກຂອງການຕິດຕາມປະເມີນຜົນທີ່ມີປະສິດຕິພາບ ຖືວ່າເປັນບາດກ້າວສຳຄັນທີ່ເປັນການທົບທວນພາລະບົດບາດຂອງຜູ້ຮັບຜິດຊອບວຽກງານຕິດຕາມ-ປະເມີນຜົນ ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້.


 


ສະຫລຸບແລ້ວ ຕະຫລອດໄລຍະ 5 ວັນ ນັກສຳມະນາກອນສຳລັບກອງປະຊຸມຄັ້ງນີ້ ແມ່ນມີ​ຄວາມ​ເຂົ້າ​ໃຈ​ຕໍ່​ພາລະ​ບົດບາດ​ຂອງ​ຕົນ ​ແລະ ວຽກ​ງານຕິດຕາມ-ປະເມີນຜົນ ​ໄດ້​ເປັນ​ຢ່າງ​ດີ ​ແລະ ພ້ອມ​ທີ່​ຈະ​ນໍາ​ເອົາ​ຄວາມ​ຮູ້​ຄວາມ​ສາມາດ​ທີ່​ໄດ້​ຈາກ​ກອງ​ປະຊຸມ​​ໃນ​ຄັ້ງ​ນີ້​ໄປ​ຜັນ​ຂະຫຍາຍ​ໃນ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ​ໃຫ້​ເກີດ​ດອກ​ອອກ​ຜົນ.


 


ທ່ານ ນາງ ມີ​ປາ​ພາ​ພອນ ພິມ​ມະ​ສອນ, ຜູ້​ຮັບຜິດຊອບ​ວຽກ​ງານ​ຕິດຕາມ-ປະ​ເມີນ​ຜົນ ​ທລຍ ແຂວງ​ຫລວງ​ພະບາງ ​ໄດ້​ກ່າວ​ວ່າ: “ຂ້າພະ​ເຈົ້າ​ຮູ້ສຶກ​ພາ​ພູມ​ໃຈ​ຫລາຍ​ທີ່​ໄດ້​ມີ​ໂອກາດ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມທົບທວນຄຶນກ່ຽວກັບວຽກງານ ຕິດຕາມປະເມີນຜົນ ທລຍ ປະຈຳປີ 2014 ​ເພາະ​ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່ບໍ່​ທັນ​ຮູ້​​ແຈ້ງ ​ແລະ ​ເລີກ​ເຊິ່ງກ່ຽວ​ກັບ​ວຽກ​ທີ່​ຕົນ​ເອງ​ຮັບຜິດຊອບ ​ເກີດ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​​ເລີກ​ເຊິ່ງ ​ແລະ ຄວາມ​ຮູ້​ທີ່​ຂ້າພະ​ເຈົ້າ ​ໄດ້​ຈາກ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ຈະ​ສາມາດ​ປັບປຸງ​ວຽກ​ງານ​ຂອງ​ຕົນ​ຮັບຜິດຊອບ ມີ​ປະສິດ​ຕິ​ພາບ ​ແລະ ປະສິດ​ຕິ​ຜົນ​ຫລາຍ​ຂຶ້ນ​ກວ່າ​ເກົ່າ.