ຄອບຄົວຕົວແບບ ກ່ຽວກັບ ຄວາມສະເໝີພາບລະຫ່ວ່າງຍິງ-ຊາຍ

Posting Date: 
21 Apr 2015

  ຄອບຄົວ​ຕົວ​ແບບ ກ່ຽວກັບ ຄວາມ​ສະ​ເໝີ​ພາບ​ລະ​ຫ່ວ່າງ​ຍິງ-​ຊາຍ 

 

ໂດຍ:ສິນ​ນະຄອນ ອິນ​ທິລາດ

       ທ້າວ ອາໂງດ ເປັນປະຊາຊົນຊາວບ້ານ ອາຫໍ ກຸ່ມບ້ານທີ 14 (ແກ້ງກົກ) ຂອງ ເມືອງ ເຊໂປນ ເຊິ່ງເປັນບ້ານເປົ້າໝາຍຂອງ ການສະໜັບສະໜູນຈາກ ທລຍ.   ລາວແຕ່ງງານໄດ້ 2 ປີ ແລະມີລູກ 2 ຄົນ ຍິງ 1 ຄົນ​ແລ້ວ. ທ້າວ​ໂງດ ມີອາຊິບເຮັດສວນ ແລະ ລ້ຽງສັດຄືກັນກັບປະຊາຊົນສ່ວນໃຫຍ່ພາຍໃນບ້ານ.  ແຕ່ສໍາລັບສິ່ງທີ່ແຕກຕ່າງຈາກຄົນອື່ນ ແມ່ນຄວາມ​ມີ​ນໍ້າ​ໃຈ​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​ຄອບຄົວຂອງລາວທໍາ​ມາ​ຫາ​ກິນ ​ແລະ ​ແບ່ງ​ເບົາ​ວຽກ​ງານ​ຊ່ວຍ​ຜູ້​ເປັນ​ເມັຍ...  ​ເພາະວ່າ ລາວເປັນຜູ້​ຊາຍ​ພຽງ​ຄົນ​ດຽວທີ່ຍອມຕໍາເຂົ້າ  ເອົາຝືນ ລ້າງຖ້ວຍຢູ່​ພາຍ​ໃນ​ບ້ານ. ຫຼື ແມ່ນກະທັ້ງ ວຽກອື່ນໆ ທີ່ຊາວບ້ານທ້ອງຖິ່ນນັ້ນເອີ້ນກັນວ່າວຽກ ຜູ້ຍິງນັ້ນ ​ແມ່ນ ອາໂງດ ບໍ່ໄດ້ເວົ້າແນວນັ້ນ ລາວຖືວ່າ ວຽກ​ອັນ​ໃດເປັນວຽກຂອງເມຍ ຜູ້​ເປັນຜົວກໍສາມາດຊ່ວຍ​ໄດ້ ​ແລະ ເມື່ອຖືກຫລາຍ​ຄົນຖາມວ່າ ​ເປັນ​ຫຍັງ​ຈຶ່ງ​ເຮັດ​ວຽກ​ແມ່​ຍີ​ງທຸກ​ຢ່າງ  ລາວຕອບວ່າຍ້ອນເຫັນເມຍເຮັດວຽກທຸກຫຼາຍ.  ແຕ່ກ່ອນຂ້ອຍກໍບໍ່ໄດ້ເຮັດວຽກດັ່ງກ່າວນີ້ດອກ ​ເພາະ​ວ່າ ຕອນເອົາເມຍໃໝ່ບໍ່ທັນໄດ້ ລູກ ວຽກດັ່ງກ່າວນັ້ນກໍປະໃຫ້ແຕ່ເມຍເຮັດ . ​ແຕ່​ເມື່ອໄດ້ລຸກຄົນທີ 1 ຄົນ ເຫັນວ່າ ເມຍຂອງຕົນເຮັດວຽກຫຼາຍຂື້ນ ທັງແຕ່ງກິນ  ທັງເອົາລູກ  ທັງຕໍາເຂົ້າທັງເອົາ ຟືນ  ຍາມກາງຄືນລູກ​ໄຫ້ກໍບໍ່ໄດ້ລັບ​ໄດ້ນອນ ແຕ່ເມຍກໍບໍ່ເຄີຍຮ້າຍ​​ໃຫ້ຕົນເອງ  ພຽງແຕ່ຈົ່ມເລັກໆ ນ້ອຍໆ   ​ເມື່ອ ຕົນເອງເຫັນແນວນັ້ນ ກໍເກັບມາຄິດ  ພ້ອມທັງ ເຄີຍໄດ້ຍີນພະນັກງານ ເພີ່ນມາເຮັດວຽກ ໃນບ້ານ ເຄີຍເວົ້າວ່າ:​ ວຽກງານຕ່າງໆ ທຸກຢ່າງ ທີ່ຜູ້ຍິງເຮັດ  ຜູ້ຊາຍກໍຊ່ວຍໄດ້ບໍ່ແມ່ນແນວຄະລໍາ (ແຕ່ລາວກໍບໍ່ໄດ້ຖືກ ຖາມວ່າພະນັກງານຜູ້ເວົ້ານັ້ນແມ່ນ ໃຜ ແລະ ມາຈາກພາກສ່ວນໃດ ຫຼື ອາດຈະແມ່ນພະນັກງານ ຈາກກອງທືນຫຼຸດຜ່ອນຄວາມ ທຸກຍາກກໍ່​ເປັນ​ໄດ້  ຍ້ອນເພີ່ນມີ ນະໂຍບາຍສົ່ງເສີມບົດບາດຍິງຊາຍ ) ແຕ່ຈະເປັນພະນັກງານພາກສ່ວນໃດເວົ້າກະບໍ່ສໍາຄັນເທົ່າ ການທີ່ລາວສາມາດປ່ຽນ ແປງແນວຄິດຂອງລາວ​ໄດ້ເຮັດໃຫ້ ລາວຕັດສິນໃຈມາເຮັດວຽກຊ່ວຍ ລູກເມຍຢ່າງເອົາຈິງເອົາຈັງ   ຕໍາເຂົ້າແລ້ວ ກໍ ອອກໄປສວນ ຕັດເອົາກ້ວຍມາຂາຍ  ປະໃຫ້ເມຍເອົາລູກຢູ່ເຮືອນ. ລາວ​ເວົ້າ​ກັບ​ພວກ​ເຮົາ​ວ່າ ລາວເຫັນເມຍລາວທຸກມາຫຼາຍແລ້ວ ກໍ​ເລີຍຢ່າກ​ແບ່ງ​ເບົາ​​ເມັຍ​ຂອງ​ລາວ  ແລະ ຢາກ​ໃຫ້​ເມັຍກໍ​ຄື​ຄອບຄົວ​ລາວ​ມີ​ຄວາມສຸກ ສາມາດ​ເຮັດ​ຫຍັງ​ຊ່ວຍ​ໄດ້​ກໍ່​ຕ້ອງ​ເຮັດ ຈຶ່ງ​ຈະ​ເຮັດ​ໃຫ້​ຄອບຄົວ​ມີ​ຢູ່​ມີ​ກິນ. ສະນັ້ນ ຈຶ່ງ​ເວົ້າ​ໄດ້​ວ່າ ການ​ປ່ຽນ​ແປງ​ພິດ​ຕິກ​ກໍາ ​ເພື່ອ​ຄວາມ​ສະ​ເໝີ​ພາບ ລະຫວ່າງ​ຍິງ-​ຊາຍ ບໍ​ແມ່ນ​ເລື່ອງ​ຍາກ ຊຶ່ງກໍລະນີ​ຂອງ ທ້າວ​ໂງດ ​ປະຊາຊົນ​ບ້ານ ອາ​ຫໍ ​ແມ່ນ​ນຶ່ງ​ໃນ​ບັນດາ​ຜູ້​ຊາຍ ທີ່​ມີ​ຄວາມ​ເຂົ້າ​ໃຈ ​ແລະ ຊາບ​ຊືມວຍ​ກງານ​ບົດບາດ​ຍິງ​ຊາຍ ​ແລະ ຍ້ອນລາວບໍ່​ໄດ້​ຈໍາ​ແນ​ກວຽກ ທັງ​ເປັນ​ຄົນ​ທີ່​ມີ​ນໍ້າ​ໃຈ​ຮັກ​ເມັຍ​ຢ່າງ​ສຸດ​ຊຶ້ງ ລາວຈື່ງກ້າວຂ້າມ ຄໍາວ່າ ວຽກອັນນັ້ນ ແມ່ນວຽກຜູ້ຍິງ ວຽກນີ້ ແມ່ນວຽກຜູ້ຊາຍ  ຜູ້ຊາຍບໍ່ຄວນເຮັດວຽກທີ່ຜູ້ຍິງ​ເຮັດ ມັນຄະລໍາ ..​....ທີ່ສໍາຄັນລາວສາມາດຂ້າມຜ່ານຄໍາວ່າ ຖ້າເຮັດວຽກ

 

 

ຜູ້ຍິງແລ້ວຈະເສຍສັກສີ ຈະເປັນຄົນຢ້ານເມຍ. ​ໃນ​ຂະນະ​ດຽວ​ກັນ ລາວຍັງເຄີຍຖືກຖາມວ່າ  ວຽກງານຕ່າງໆ ທີ່ລາວເຮັດແທນເມຍລາວນັ້ນ   ຍ້ອນເມຍລາວບອກບໍ?, ດ່ັງນັ້ນ ພວກ​ເຮົາ​ຈຶ່ງຖາມເບິ່ງເພື່ອນບ້ານທີ່ຢູ່ໄກ້ຄຽງ ຈຶ່ງດ້ຄໍາຕອບວ່າ ບໍ່ແມ່ນດອກ  ເມຍລາວບໍ່ເຄີຍໃຊ້  ບໍ່ເຄີຍບອກ​ເລີຍ ຍ້ອນຕົວລາວເອງເປັນຜູ້ຕັດສິນໃຈຊ່ວຍ​ເມັຍ​ລາວ​ເອງ.

 

ສະ​ນັ້ນ, ລາວຈິ່ງກາຍເປັນຜູ້ຊາຍທີ່ມີສັກສີ  ເປັນຜົວທີ່ດີ ມີຄວາມຮັບຜິດຊອບ ເປັນຜູ້ຊາຍ ຮັກເມຍ  ແຕ່ບໍ່ແມ່ນຜູ້ຊາຍຢ້ານເມຍ ແລະບໍ່ໄດ້ຄະລໍາ ບໍ່ມີຫຍັງທີ່​ເສຍ​ຫາຍເກີດຂື້ນ  ມີແຕ່ຈະ​​ເຮັດ​ໃຫ້​ການ​ດໍາລົງ​ຊີວິດ​ຂອງຄອບຄົວລາວ​ມີຄວາມສຸກ, ອົບອຸ່ນ, ເມຍກໍມີ​ແຕ່ຮອຍຍີ້ມ ​ແລະ ຍິ່ງ​ຈະ​ເພີ້​ມຄວາມ​ຮັກ​ໃຫ້​ກັບ​ລາວ  ເຖີງວ່າຄອບຄົວຍັງຄວາມທຸກຍາກ​ດ້ານເສດຖະກິດກໍ​ຕາມ ​ເພາະ​ຫາ​ກໍ່ສ້າງ​ຄອບຄົວ​ໃໝ່  ແຕ່ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ ລາວຈະສາມາດແກ້ໄຂ ແລະ ຫຼຸດຜ່ອນຄວາມທຸກຍາກໄປໄດ້ເທື່ອລະກ້າວ ຖ້າ​ຫາກ​ລາວ ຍັງ​ສືບ​ຕໍ່​ຊ່ວຍ​ເຫຼືອຄອບຄົວ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ​ແລະ ​ເປັນ​ຫົວໜ້າ​ຄອບຄົວ​ທີ່​ແທ້​ຈິງ​ໄດ້​ຄື​ແນວ​ນີ້.

Attachment: