ທລຍ ຈັດກອງປະຊຸມປຶກສາຫາລືແລກປ່ຽນບົດຮຽນການຈັດຕັ້ງປະຕິບັດໂຄງການປັບ ປຸງຊີວິດການເປັນຢູ່ເຊື່ອມສານໂພຊະນາການ

Posting Date: 
22 Dec 2015

ທລຍ ຈັດກອງປະຊຸມປຶກສາ​ຫາລື​​ແລກປ່ຽນ​ບົດຮຽນການຈັດ​ຕັ້ງ​ປະຕິບັດ​ໂຄງການ​ປັບ

ປຸງ​ຊີວິດ​ການ​ເປັນ​ຢູ່​ເຊື່ອມ​ສານ​ໂພຊະ​ນາ​ການ

 

                                                                                                            ໂດຍ: ດຣ. ຄອນ​ທິບ ພວງ​ເພັດ

 

ວຽກງານ​ປັບປຸງ​ຊີວິດ​ການ​​ເປັນ​ຢູ່ ​ແລະ ​ໂພຊະ​ນາ​ການ ຖື​ວ່າ​ເປັນ​ວຽກງານ​ໜຶ່ງ​ທີ່​ທ້າ​ທາຍຫລາຍ ​ຍ້ອນ​​ເປັນ​ວຽກ​ທີ່​ກ່ຽວ ຂ້ອງ​ກັບວຽກ​ງານ​ສ້າງ​ລາຍ​ຮັບ​ ແລະ ການ​ປ່ຽນ​ແປງ​ພຶດຕິ​ກໍາ​ການ​ບໍລິ​ໂພ​ກອາຫານ​ຂອງ​ປະຊາຊົນ​ຜູ້​ທຸກ​ຍາກ ລວມທັງການ​ສ້າງ​ປະຖົມ​ປັດ​ໃຈ​ດ້ານ​ການ​ດໍາລົງ​ຊີວິດ​ທີ່​ປອດ​ໄພ​ຈາກ​ການ​ຄຸກ​ຄາມ​ພະຍາດ​ຕ່າງໆ​ທີ່​ມັກ​ເກີດ​ຂື້ນ​ກັບ​ແມ່ ​ແລະ ​ເດັກ​ໃນ​ເຂດ​ຊົນນະບົດ ອັນ​ເປັນສາ​ເຫດ​ເຮັດ​​ໃຫ້ການ​ດໍາລົງ​ຊີວິດ​ຂອງ​ແມ່ ​ແລະ ​ເດັກນ້ອຍ​​ໃນ ສປປ ​ລາວ ບໍ່​ມີ​ຄຸນ​ນະພາບ​ທີ່​ດີ​ໃນ​ໄລຍະ​ຜ່ານ​ມາ.

          ໃນ​ປີ 2012-2015 ທລຍ ​ໃຫ້​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຈັດ​ສັນງົບປະມານ​ຈໍານວນ​ບໍ່​ໜ້ອຍ ​ເພື່ອ​ສ້າງ​ເປັນ​ໂຄງການ​ທົດ​ລອງ, ຊຶ່​ງຈຸດປະສົງຂອງການ​ທົດ​ລອງ​ດັ່ງກ່າວ​ແມ່ນ​ເພື່ອ​ຊອກ​ຫາ​ຊ່ອງ​ທາງ ​ແລະ ​ແນວທາງ​ໃນ​ການ ປັບປຸງ​ຊີວິດ​ການ​ເປັນ​ຢູ່, ຮັບປະກັນ​ດ້ານ​ໂພຊະ​ນາ​ການ ​ເຮັດ​ແນວ​ໃດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະຊານ​ຜູ້​ດ້ອຍ​ໂອກາດ ​ແລະ ທຸກ​ຍາກ ລວມທັງ​ແມ່ຍິງ​ໄວ​ຈະ​ເລີ​ນພັນ ​ແລະ  ​ເດັກ​ຂອງ​ເຂົາ​ເຈົ້າ ມີ​ການ​ດໍາລົງ​ຊີວິດ​ດີ ​ສາມາດ​ເປັນ​ຜູ້​ສຶບທອດ​ອະນາຄົດ​ຂອງ​ຊາດ​ທີ່ມີ​ປະສິດ​ທິພາ​ບດີ​ຂື້ນ​ເທື່ອ​ລະ​ກ້າວ. ດ້ວຍ​ຄວາມ​ພະຍາຍາມ ​ແລະ ​ເອົາ​ໃຈ​ໃສ່ລັດຖະບານ ​ແຫ່ງ ສ ປ ປ ​ລາວ ທີ່​ໄດ້​ມອບ​ໝາຍ​ໃຫ້ ທລຍ ​ແລະ ຜູ້​ໃຫ້​ທຶນ​​ເຊັ່ນ ທະນາຄານ​ໂລກ ​ແລະ ກອງ​ທຶນ​ພັດທະນາ​ສັງຄົມ ລັດຖະບານ​ຍີ່ປຸ່ນ. ມາ​ຮອດ​ປະຈຸ​ບັນ ​ແມ່ນ​ມີ​ຕົວ​ແບບ ​ແລະ ​ໄດ້​ຮັບ​ທຶນ​ສຶ​ບຕໍ່​ວຽກ​ງານ​​ຂະຫຍາຍ​​ໃໝ່​ຕື່ມອີກ 80 ບ້ານ, 3 ​ເມືອງທີ່​ທຸກ​ຍາກ. ຖ້າລວມທັງ​ເມືອງ​ເກົ່າ ມາ​ຮອດ​ປະຈຸ​ບັນ ​ແມ່ນ ​ທລຍ ​ກໍາລັງ​ໃຫ້ການ​ຊ່ວຍ​ເຫຼືອ ທັງ​ໝົດ 5 ​ເມືອງ ​ແລະ 165 ບ້ານ. ຊຶ່ງ​ຈໍານວນ 80 ​ບ້ານ ທີ່ ທລຍ ​ຂະຫຍາຍ​ໃໝ່​ນີ້ ​ແມ່ນ​ຍັງ​ຢູ່​ໃນ​ຂັ້ນ​ຕອນ​ກະກຽມ​ວາງ​ແຜນ​ຂັ້ນບ້ານ.

          ເພື່ອ​ກຽມ​ຄວາມ​ພອ້ມ​ໃຫ້​ກັບ​ວຽກງານ​ດັ່ງກ່າວ ​ໃນ​ລະຫວ່າງ ວັນ​ທີ 10 -11 ທັນ​ວາ 2015 ທລຍ ​ໄດ້​ຈັດ​ກອງປະຊຸມປຶກສາ​ຫາລື​​ແລກປ່ຽນ​ບົດຮຽນການຈັດ​ຕັ້ງ​ປະຕິບັດ​ໂຄງການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ເຊື່ອມ​ສານ​ໂພຊະ​ນາ​ການ ຂື້ນ​ທີ່ຫອ້ງປະຊຸມຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນສູນ​ກາງ, ​ມີ​ຜູ້​ເຂົ້າ​ຮວ່ມທັງໝົດ  36 ຄົນ, ​ໃນ​ນີ້ ມີ​ແມ່ຍິງ 18 ຄົນ.

ຈຸດປະສົງຂອງ​ກອງ​ປະຊຸມ​​ແມ່ນ​ເພື່ອ:

 

 

1.    ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ພະນັກງານ​ວິຊາ​ການ ກ່ຽວກັບ ການປັບປຸງ​ລະ​ບົບການຄຸ້ມ​ຄອງ​ບໍຫານ​ຂໍ້​ມູນ​ ດ້ານ​ວຽກ​ງານ​ໂພຊະ​ນາ​ການ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ​ ໂດຍ​ສະ​ເພາະ​ແມ່ນ​ການ​ເກັບ​ກໍາ​ຂໍ້​ມູນ ທີ່​ກ່ຽວ​ຂອ້ງກັບ ປະລິມານ ​ແລະ ຄຸນ​ນະພາ​ບຂອງ​ການຈັດ​ຕັ້ງ​ປະຕິບັດວຽກງານ ​ເພື່ອ​ຮັບປະກັນ​ໃຫ້​ຂໍ້​ມູນ​ດັ່ງກ່າວ​ຖຶກ​ບັນທຶກ​ເຂົ້າ​ໃສ່​ຖານ​ຂໍ້​ມູນ ທລຍ​ໃຫ້​ຄົບ​ຖ້ວນ ​ເພື່ອ​ເຮັດ​ໃຫ້​ລະບົບ​ການ​ລາຍ​ງານ​ມີ​ປະສິດທິພາບ ​ແລະ ມີ​ປະສິດທິ​ຜົນ ສາມາດ​ເປັນ​ຂໍ້​ມູນ​ອ້າງ​ອີງ​ໃຫ້​ແກາ​ການດໍາ​ເນີນ​ວຽກງານ​ດັ່ງ​ກ່າວ​ໃນ​ຕໍ່ໜ້າ​​​ໃຫ້ເປັນ​ລະບົບຮັດ​ກຸ່ມ​ກວ່າ​ເກົ່າ.  

2.  ເພື່ອ​​ເປັນ​ການ​ລະດົມ​​ແນວ​ຄວາມ​ຄິດ ກ່ຽວ​ກັບ ຂະ​ບວນການ​ຈັດ​ຕັ້ງ​ປະຕິບັດ​ ໃຫ້​ມີ​ຄວາມ​ສອດ​ຄ່ອງ​​ ​ແລະ ​ເຊື່ອມ​ຍົງ​ກັນ ລະ​ຫວ່າງ​ວຽກ​ງານ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ແລະ ​ໂພຊະ​ນາ​ການ.  

3.  ເພື່ອ​ຕົກລົງ​ເປັນ​ເອກະ​ພາບ​ກັນ ກ່ຽວ​ກັບ ລະບົບການຄຸ້ມ​ຄອງ​ບໍລິຫານ​ການ​ເງີິນ ​ແລະ ວາ​ງ​ແຜນ​ສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ໃນ​ຕໍ່ໜ້າ.

ໃນກອງປະຊຸມໄດ້ມີການ ປຶກສາຫາລືລົງເລິກຄົ້ນ​ຄ້ວາຫລາຍ​ດ້ານ​ ​ເປັນ​ຕົ້ນ​ແມ່ນ ຄົ້ນ​ຄ້ວາ​ຮໍ່າຮຽນ ​ແລະ ທໍາ​ຄວາມ​ເຂົ້າ​ໃຈ​ກັບ ຂໍ້​ມູນ​ທີ່​ຈະ​ນໍາ​ເອົາ​ມາ​ປອ້ນ​ເຂົ້າ​ໃສ່​ຖານ​ຂໍ້​ມູນ ມີ​ຂໍ້​ມູນ​ປະ​ເພດ​ໃດ​ແດ່, ຜົນ​ໄດ້​ຮັບ​ຂອງ​ຂໍ້​ມູນ​ທີ່​ອອກ​ມາ​ແມ່ນ​ຂໍ້​ມູນ​ຫັຍ​ງ​ແດ່, ຜົນ​ປະ​ໂຫຍ​ດຂອງ​ສະ​ໂມ​ສອນ​ໂພຊະ​ນາ​ການບ້ານ​ທີ່​ດີ​ເປັນ​ແນວ​​ໃດ. ຈາກ​ນັ້ນ ຍັງ​ໄດ້​ປຶກສາ​ຫາລື ​ແລະ ຄົ້ນ​ຄ້ວາກ່ຽວ​ກັບບັນດາ​ເຄື່ອງມືທີ່​ນໍາ​ໃຊ້​ເຂົ້າ​ໃນ​ການຄວາມ​ຮູ້​ກ່ຽວ​ກັບ​ໂພຊະ​ນາກ​ນ​ແກ່​ຊຸມ​ຊົນ​ມີ​ຂໍ້​ດີ ​ແລະ ຈຸດ​ບົກ​ຜ່ອງ​ແນວ​ໃດ ​ແລະ ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ເຮັດ​ໃຫ້​ເຄື່ອງມື​ໄດ້​ຮັບ​ການ​ປັບປຸງ ສອດ​ຄອ່ງກັບ​ສະພາບ​ກາ​ນດ້ານ​ຄວາມ​ຮັບ​ຮູ້ທີ່​ມີ​ຈໍາກັດ​ຂອງ​ປະຊາຊົນ​ໄດ້​ເຂົ້າ​ໃຈງ່າຍ ມີ​ທິດ​ສະ​ດີ​ໜ້ອຍ ​ແຕ່​ມີ​ເນື້ອ​ໃນ​ຄົບ​ຖ້ວນ, ອື່ນໆ. ສໍາລັບ​ວຽກ​ງານ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ໄດ້​ຄົ້ນຄວ້າ​ປຶກສາ​ຫາລື ກ່ຽວ​ກັບ ຂັ້ນ​ຕອນ ​ແລະ ຂະ​ບວນການຈັດ​ຕັ້ງ​ປະຕິບັດ​ໂດຍ​ສະ​ເພາະ​ແມ່ນ​ຂະ​ບວນການວາງ​ແຜນ ​ແບບ​ມີ​ສ່ວນ​ຮ່ວມ, ພອ້ມກັນ​ນັ້ນ​ຍັງ​ໄດ້​ທົບ​ທວນຄືນ ບັນ​ດາ​ຕົວ​ຊີ້​ວັດ​ຜົນ​ສໍາ​ເລັດ ທີ່​ກ່ຽວຂ້ອງ​ກັບ ກຸ່ມຊ່ງ​ເຫຼືອ​ຊຶ່ງ​ກັນ ​ແລະ ກັນ(ກຊກ), ທິດ​ທາງ,​ ຄວາມຕ້ອງການ​ໃນ​ການ​ເຊື່ອມ​ສານ​ກິດຈະ​ກໍາປັບປຸງ​ຊີວິ​ດການ​ເປັນ​ຢູ່/​ສ້າງ​ລາຍ​ຮັບ    ​ແ​ລະ ​ໂພຊະ​ນາ​ການຄວນເຮັດແນ​ວ​ໃດ​​ໃຫ້​​ເຊື່ອມຕໍ່​ກັນ​ໄດ້​ດີກ​ວ່າ​ເກົ່າ ​ເພື່ອ​ຮັ​ບປະກັນ​ໃຫ້ສະມາຊິກ​ສະ​​ໂມ​ສອນ​ໂພຊະ​ນາ​ການ ​ແລະ ຄົວ​ເຮືອນ​ມີ​ອາຫານ​​​ໄວ້​ບໍລິ​ໂພ​ກ​ໃຫ້​ຄົບ 3 ໝວດ 6 ໝູ່ພຽງພໍ, ​ບັນ​ຫາ​ທີ່​ສໍາ​ຄັນ​ທີ່​ສຸດ ​ແມ່ນນັກ​ສໍາ​ມະ​ນາກ​ອນ​ໄດ້​ປຶກສາ​ຫາລື ​ແລະ ວາງ​ແຜນ​ເຄື່ອນ​ໄຫວ​ໃນ​ຕໍ່ໜ້າ​ຮ່ວມກັນດ້ວຍ​ຄວາມ​ເປັນ​ເອກະ​ພາບ, ເຂົ້າ​ໃຈ​ ​ເຫັນ​ໄດ້​ຄວາມ​ສຳຄັນ ​ແລະ ຄວາມ​ຂອງ​ການ​ເກັບ​ກໍາ​ຂໍ້​ມູນກໍ​ຄື​ຄວາມ​ຈໍາ​ເປັນ​ຂອງ​ລະບົບຖານ​ຂໍ້​ມູນ, ນອກຈາກ​ນັ້ນ, ພະນັກງານ​ ຄປພ ຍັງ​ເຂົ້າ​ໃຈ ​ເຖິງ​ການ​ບໍລິຫານ​ງົບປະມານ​, ຂັ້ນ​ຕອນ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານລວມທັງມີທິດ​ທາງ​ແຜນການ ​ເພື່ອ​ເປັນ​ທິດ​ທາງ ​ສືບ​ຕໍ່​ເຄື່ອນ​ໄຫວ​ກິດຈະກຳ​ໃນ​ຕໍ່ໜ້າ​ທີ່​ເປັນ​ເອກະ​ພາບ ລະຫວ່າງ ສູນ​ກາງ, ຜູ້​ໃຫ້​ທຶນ, ​ແຂວງ, ​ເມືອງ ​ແລະ ປະສານ​ງານ​ບ້ານ​ເປົ້າ​ໝາຍ​ຂອງ​ໂຄງການລະອຽດອີກ​ດ້ວຍ.

 ​ທ່ານ ຈອນ​ຈິດ ດວງ​ພະຈັນ ຜູ້​ຮັບຜິດຊອບ​ວຽກ​ງານ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ໄດ້​ໃຫ້​ສໍາພາດ​ວ່າ: ຕະຫລອດ​ໄລຍະ​ 5 ປີ ທີ່​ຂ້າພະ​ເຈົ້າຮັບຜິດຊອບ​ວຽກງານ​ດັ່ງກ່າວ​ນີ້ ​ເຫັນ​ວ່າ ມີ​ຜົນ​ສໍາ​ເລັດ​ຫລາຍ​ດ້ານ, ຜູ້​ໃຫ້​ທຶນ​ມີ​ຄວາມ​ເພິ່ງ​ພໍ​ໃຈ​ ​ແລະ ສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫຼືອ ອີກ 1 ປີ ອັນ​ນີ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນ​ສໍາ​ເລັດ​ບາດກ້າວ​ທໍາ​ອິດ​ທີ່ ທລຍ ກໍ່​ຄື​ລັດຖະບານ ​ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນຫາ​ຊີວິດ​ການ​ເປັນຢູ່ ​ໄປ​ຄຽງ​ຄູ່​ກັບ​ການ​ພັດທະນາ​ດ້ານ​ສັງຄົມ ກໍ​ຄື​ແມ່ ​ແລະ ​ເດັກ ​ຊຶ່ງ​ເປັນຊັບພະຍາກອນ​ມະນຸດ​ຜູ້​ທີ່​ຈະ​ສຶບທອດອະນາຄົດ​ຂອງ​ຊາດ. ຕໍ່​ກັບ​ກອງ​ປະຊຸມ​ສໍາ​ມະ​ນາ​ຄັ້ງ​ນີ້ ​ຂ້າພະ​ເຈົ້າ​ເຫັນ​ວ່າ​ເປັນ​ກອງປະ​ຊຸມ ທີ່​ສໍາ​ຄັນ​ທີ່​ສຸດ ​ເພາະວ່າ​ ທຸກ​ຄົນ​ທີ່​ໄດ້​ຮັ​ບການ​ມອບ​ໝາຍ​ໃຫ້​ຮັບຜິດຊອບວຽກງານ​ນີ້ ມີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກັນ ບໍ່​ວ່າ​ຈະ​ເປັນ​ຂັ້ນ​ຕອນ​ຈັດ​ຕັ້ງ​ປະຕິບັດ, ການ​ມີ​ສ່ວນ​ຮ່ວມ​ຂອງ​ຊາວບ້ານ ຂະ​ບວນການຈັດ​ຕັ້ງ​ປະຕິບັດ​ກິດຈະ​ກໍາ ຄວາມ​ຈໍາ​ເປັນ ​ແລະ ຄວາມ​ສໍາຄັນ​ຂອງ​ຂໍ້​ມູນ​ກ່ຽວ​ກັບ​ຜົນ​ສໍາ​ເລັດ ຫຼື ຜົນ​ຜະລິດ​ຂອງ​ໂຄງການ. ຂ້າພະ​ເຈົ້າ​ຕີ​ລາຄາ​ວ່າ ຖ້າ​ມີ​ກອງ​ປະຊຸມ​ແບບ​ນີ້​​ເປັນ​ປົກກະຕິ ຈະ​ເຮັດ​ໃຫ້ການ​ເຮັດ​ວຽກ​ຂອງ​ພວກ​ເຮົາ​​ເປັນ​ລະບົບ​ລະບຽບ​ດີ​ຂື້ນ, ມີ​ແຜນການ​ ​ແລະ ມີ​ການ​ແບ່ງ​ຄວາມ​ຮັບຜິດຊອບ​ທີ່​ຊັດ​ເຈັນ​ໃນ​ແຕ່ລະ​ຂັ້ນ ຊຶ່ງ​ໃນ​ຕໍ່ໜ້າ ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ  ທລຍ ຈະ​ສາມາດ​ນໍາ​ເອົາ​ຜົນ​ສໍາ​ເລັດ ​ແລະ ບົດຮຽນ​ນີ້​ໄປ​ສືບ​ຕໍ່​ຜັນ​ຂະຫຍາຍ​ເຂົ້າ​ໃນ​ໂຄງການ ທລຍ III ​ໄດ້​ ​​ແລະ ຈະ​ສາມາດ​ເຮັດ​ໃຫ້​ລາຍ​ຮັບ​ຜູ້​ທຸກ​ຍາກ​ເພີ່ມ​ຂື້ນ, ຈໍານວນ​ເດັກ​ຂາດ​ສານ​ອາຫານ​ຈະ​ຫລຸດ​ລົງ​ ​ແລະ ກໍຈະ​ເປັນ​ການ​ສະໜັບສະໜູນ​ເຮັດ​ໃຫ້​ຄວາມທຸກ​ຍາກ​ຂອງ​ປະ​ເທດ​ເຮົາ​ຫລຸດ​ລົງ​ເທື່ອ​ລະ​ກ້າວ​ເຊັ່ນ​ດຽວ​ກັນ.