ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ

Posting Date: 
06 Feb 2013

ທ​ລຍ ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ບຸກ​ຄະ​ລາ​ກອນ

 

ໂດຍ: ແສງ​ອາ​ລຸນ ພິ​ລາ​ຈັນ

 

ເພື່ອ​ປະ​ຕິ​ບັດ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງກອງ​ປະ​ຊຸມ​ໃຫ​ຍ່​ຂອງ​ພັກ​ຄັ້ງ​ທີ 9 ກໍ​ຄື ບຸກ​ທະ​ລຸ​ທີ 3 ກ່ຽວ​ກັບ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງນັ້ນ.

ຊຸດ​ຝຶກ​ອົບ​ຮົມ​ກ່ຽວ​ກັບການ​ປຸງແຕ່ງ​ອາ​ຫານ ແລະ ການ​ແປ​ຮູບ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ໃຫ້​ແກ່​ພະ​ນັກ​ງານ​ຂັ້ນ​ແຂວງ ແລະ ເມືອງ ຂອງ¢º¤ກອງ​ທຶນ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ(ທ​ລຍ)  ໄດ້ໄຂ​ຂື້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ່ 4 ກຸມ​ພາ 2013 ທີ່​ວິ​ທະ​ຍາ​ໄລ​ເຕັກ​ນິກປາກ​ປ່າ​ສັກ ໂດຍ​ໃຫ້​ກຽດ​ເປັນ​ປະ​ທານ​ເປີດ​ຊຸດ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້​ ໂດຍ​ທ່ານ ບຸນກວ້າງ ສຸ​ວັນ​ນະ​ພັນ, ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ ທ​ລຍ ແລະ ການ​ເຂົ້າ​ຮ່ວມ​ເປັນ​ຄະ​ນະ​ປະ​ທານ ຂອງ ທ່ານ ອາ​ຈານ ຄຳ​ມະ​ນີ ຫລວງ​ອະ​ໄພ, ຮອງ​ອຳ​ນວຍ​ການ​ວິ​ທະ​ຍາ​ໄລ​ເຕັກ​ນິກປາກ​ປ່າ​ສັກ, ຕາງ​ໜ້າ​ຈາກ​ພະ​ແນກ​ສາ​ທາ​ແຂວງ ແລະ ອົງ​ການ​ທະ​ນາ​ຄານ​ໂລກ ແລະ ນັກ​ສຳ​ມະ​ນາ​ກອນ​ຈາກ​ແຂວງ ແລະ ເມືອງ​ເປົ້າ​ໝາຍ ກວ່າ 35 ທ່ານ.

 

ຈຸດ​ປ​ະ​ສົງ​ຂອງ​ຊຸດ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້​ແມ່ນ :

  1. ເພື່ອ​ກຽມ​ຄວາມ​ພ້ອມ​ໃຫ້​ກັບ​ພະ​ນັກ​ງານ ແລະ ຍົກ​ລະ​ດັບ​ຄວາມ​ອາດ​ສາ​ມາດ​ໃນ​ດ້ານ​ຕ່າງໆ​ໃຫ້​ສູງ​ຂື້ນ​ຕື່ມ
  2. ເພື່ອ​ເພີ່ມ​ຄວາມ​ເຂົ້າ​ໃຈ ແລະ ຄວາມ​ເປັນ​ເອ​ກະ​ພາບ​ທາງ​ດ້ານ​ຫລັກ​ການ ກ່ຽວ​ກັບ​ເຕັກ​ນິກວິ​ຊາ​ການ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ ສາ​ມາດ​ນຳ​ເອົ​າ​ຄວາມ​ຮູ້​ດັ່ງ​ກ່າວ​ໄປ​ຜັນ​ຂະ​ຫ​ຍາຍ ແລະ ນຳ​ພາ​ຊາວ​ບ້ານ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຍ່ອຍ​ທີ່​ຊາວ​ບ້ານ​ຈະ​ສະ​ເໜີ​ຄວາມ​ຊ່ວຍ​ເຫລືອ​ຈາກ​ໂຄງ​ການ​ໃນ​ຕໍ່​ໜ້ານີ້​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ
  3. ເພື່ອ​ສຶກ​ສາ​ອົບ​ຮົມ​ໃຫ້​ພະ​ນັກ​ງານ​ໄດ້​ຮຽນ​ຮູ້​ຮູບ​ແບບ​ວິ​ທີ​ການ​ປຸງ​ແຕ່ງ​ອາ​ຫານ ທີ​ຮັບ​ປະ​ກັນ​ໄດ້​ຫລັກ​ການ​ດ້ານ​ໂພ​ສະ​ນາ​ການ ເຊັ່ນ : ການ​ປຸງ​ແຕ່ງ​ອາ​ຫານ ເພື່ອ​ສຸ​ຂະ​ພາບ ຫລື ການ​ປຸງ​ແຕ່ງ​ອາ​ຫານ​ທີ​ສາ​ມາດ​ໃຫ້​ສານ​ອາ​ຫານ​ຄົບ​ຖ້ວນຕາມໝວດ​ໝູ່ ໃຫ້​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ, ໂດຍ​ສະ​ເພາະ​ແມ່ນ​ການ​ປຸງ​ແຕ່ງ​ອາ​ຫານ​ໃຫ້​ເດັກ​ນ້ອຍ ແຕ່ອາ​ຍຸ 6  ເດືອນ ຫາ 2 ປີ.

 

ຊຸດ​ຝຶກ​ອົບ​ຮົມ​ດັ່ງ​ກ່າວ​ຈະ​ໄດ້​ດຳ​ເນີນເປັນ​ເວ​ລາ 9 ວັນ ເຊິ່ງ​ເລີ່ມ​ແຕ່​ວັນ​ທີ 4- 13 ກຸມ​ພ​ສາ 2013,ຊຸດ​ຝຶກ​ອົບ​ຮົມ​ດັ່ງ​ກ່າວນີ້​ແມ່ນພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ການ​ເປັນ​ວິ​ທະ​ຍາ​ກອນຂອງ​ອາ​ຈານ​ທີ່​ມາຈາກ​ພາກວິ​ຊາ​ໂຮງ​ແຮມ-ທ່ອງ​ທ່ຽວ, ສາ​ຂາ​ວິ​ຊາ​ອາ​ຫານ​ການ​ໂຮງ​ແຮມ ທັງ​ໝົດ 7 ທ່ານ  ​ຈາກວິ​ທະ​ຍາ​ໄລ​ເຕັກ​ນິກ​ປາກ​ປ່າ​ສັກ. ເຊິ່ງ​ໃນ​ນັ້ນ ​ວິ​ທະ​ຍາ​ກອນ​ໄດ້​ສາ​ທິດ​ວິ​ທີ​ການປຸງ​ແຕ່ງ​ອາ​ຫານ​ຕ່າງໆ ເຊັ່ນ : ອາ​ຫານ​ສຳ​ລັບ​ຄົວ​ເຮືອນ, ອາ​ຫານ​ສຳ​ລັບ​ແປ​ຮູບ​ເປັນ​ສິນ​ຄ້າ ແລະ ອາ​ຫານ​ສຳ​ລັບ​ເດັກ​ແຕ່​ອາ​ຍຸມື້​ເກີດ​ຫາ 2 ປີ ຫລື ອາ​ຍຸ​ໃນ​ຂອບ​ເຂດ 1000 ວັນ ຊຶ່ງ​ການ​ຝຶກ​ອົບ​ຮົມ​ໄດ້​ມີ​ການ​ສາ​ທິດ ແລະ ຝຶກ​ເຮັດ​ຕົວ​ຈິງ​ໄປ​ພ້ອມໆ​ກັນ.

ຜ່ານ​ການ​ຝຶກ​ອົບ​ຮົມ 3 ວັນ​ຜ່ານ​ມາ ເຫັນ​ໄດ້​ວ່າ ບັນ​ດາ​ນັກ​ສຳ​ມະ​ນາ​ກອນ​ມີ​ຄວາມ​ກະ​ຕື​ລື່ນ​ລົ້ນ​ໃນ​ການ​ເຮັດ​ກິດ​ຈະ​ກຳ​ຕົວ​ຈິງ ແລະ ຄາດ​ວ່າພາຍ​ຫລັງ​ທີ່​ບັນ​ດາ​ນັກ​ສຳ​ມະ​ນາ​ກອນ​ເຫລົ່າ​ນີ້ສຳ​ເລັດ​ໃນ​ການ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້​ແລ້ວ ຈະ​ສາ​ມາດ​ນຳ​ເອົາ​ຄວາມ​ຮູ້​ຄວາມ​ສາ​ມາດ ແລະ ບົດ​ຮຽນ​ຈາກ​ຊຸດ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້ ໄປ​ເຜີຍ​ແຜ່ ແລະ ນຳ​ພາ​ປະ​ຊາ​ຊົນ​ຢູ່​ບ້ານ​ເປົ້າ​ໝາຍ​ຂອງ​ໂຄງ​ການ​ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ໜ້ອຍ​ໃຫ້​ກວາມ​ເອົາ 50 ບ້ານ​, 28, 800 ຄົວ​ເຮືອນ ຂອງ​ເມືອງວຽງ​ທອງ ແຂວງ​ຫົວ​ພັນ ແລະ ເມືອງ​ເຊ​ໂປນ ແຂວງ​ສະ​ຫວັນ​ນະ​ເຂດ ໃຫ້​ປະ​ສົບ​ຜົນ​ສຳ​ເລັດ​ຕາມ​ຄາດ​ໝາຍ​ຂອງ​ໂຄງ​ການ​ທີ່​ວາງ​ໄວ້.