ບ້ານນ້ຳຫງາດ ເມືອງໝອກ ໄດ້ໂຮງຮຽນອະນຸບານຫລັງໃໝ່

Posting Date: 
13 Oct 2017

ບ້ານນ້ຳຫງາດເມືອງໝອກ ​ໄດ້ໂຮງຮຽນອະນຸບານຫລັງ​ໃໝ່

ໂດຍ: ຮົ້ວຈັ້ງ

ຍາມ​ໃດ​ພັກ-ລັດ ກໍ​ໄດ້​ຖື​ເອົາ​ການ​ສຶກສາ​ຮໍ່າຮຽນ ​ເປັນ​ວຽກ​ງານ​ປາຍ​ແຫລມ​ໃນ​ການ​ກໍ່ສ້າງ​ຊັບພະຍາກອນ​ມະນຸດ ​ເພື່ອ​ໃຫ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ການ​ກໍ່ສ້າງ​ພັດທະນາ​ປະ​ເທດ​ຊາດ​ບ້ານ​ເມືອງ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ​ສີວິ​ໄລ. ​ເມື່ອ​ເຫັນ​ຄວາມ​ສໍາຄັນ​ຄື​ແນວ​ນັ້ນ ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ(ທລຍ) ຊຶ່ງ​ເປັນ​ໂຄງການ​ໜຶ່ງ​ຂອງ​ລັດຖະບານ ​ເພື່ອ​ສະໜັບສະໜູນ​ນະ​ໂຍບາຍ ​ແລະ ​ເປົ້າ​ໝາຍ​ໃນ​ການ​ແກ້​ໄຂ​ຄວາມທຸກ​ຍາກ. ສະ​ນັ້ນ. ​ໃນ​ປີ 2017 ທລຍ ຈຶ່ງ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ໃນ​ການ​ກໍ່ສ້າງ​ໂຮງຮຽນ​ອະນຸ​ບານບ້ານນ້ຳຫງາດເມືອງໝອກ ​ແຂວງ​ຊຽງ​ຂວາງ ​ເຊິ່ງການ​ກໍ່ສ້າງ​ໂຮງຮຽນ​ຫລັງ​ດັ່ງກ່າວ​ໄດ້​ເລີ່​ມລົງມື​ແຕ່​ທ້າຍເດືອນ ພຶດສະພາ ​ແລະ ສໍາ​ເລັດ​ໃນ​ຕົ້ນ​ເດືອນ ສິງຫາ 2017. ​ໂຮງຮຽນ​ຫລັງ​ດັ່ງກ່າວ​ເປັນ​ອາຄານ​ຊັ້ນ​ດຽວ ມີ​ຂະໜາດ 14x8ແມັດ, ມີ2ຫ້ອງແລະ2ຫ້ອງນ້ຳ ​ແລະ ມີ​ມູນ​ຄ່າ​ໃນ​ການ​ກໍ່ສ້າງ​ທັງ​ໝົດ 297 ລ້ານ​ກວ່າ​ກີບ ​ໃນ​ນັ້ນ ຊຸມ​ຊົນ​ປະ​ກອບ​ສ່ວນ​ທາງ​ດ້ານ​ແຮງ​ງານ ​ແລະ ວັດ​ຖຸທ້ອງ​ຖິ່ນ ຕົກ​ເປັນ​ມູນ​ຄ່າ​ກວ່າ 22 ລ້ານ​ກີບ.

          ​ດັ່ງ​ນັ້ນ, ​ເພື່ອ​ມອບ​ໃຫ້​ຊຸມ​ຊົນ​ເປັນ​ຜູ້​ຄຸ້ມ​ຄອງ​ນໍາ​ໃຊ້​ໂຮງຮຽນ​ຫລັງ​ດ່ງກ່າວ ​ໃນ​ວັນ​ທີ 12 ກັນຍາ 2017 ຜ່ານ​ມາ ຈຶ່ງ​ໄດ້​ມີ​ພິທີ​ມອບ​ໂຮງຮຽນອະນຸ​ບ້ານບ້ານນ້ຳຫງາດຂຶ້ນຢ່າງເປັນທາງການ​ໂດຍເປັນກຽດເຂົ້າຮ່ວມຂອງທ່ານດີມົວຮອງເລຂາພັກເມືອງຮອງເຈົ້າເມືອງ ​ເມືອງ​ໝອກ, ທ່ານຄຳພອນສີສົມບຸນຫົວໜ້າຫ້ອງການທລຍແຂວງຊຽງ​ຂວາງ, ທີມງານທລຍເມືອງ, ຕາງໜ້າບໍລິສັດຮັບເໝົາກໍ່ສ້າງ, ອຳນວຍການໂຮງຮຽນ, ຄູອາຈານ, ອຳນາດການປົກຄອງບ້ານ​ ​ແລະພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງ​ພ້ອມພຽງ.

ໃນຕອນທ້າທ່ານດີມົວ ຮອງເລຂາພັກເມືອງຮອງເຈົ້າເມືອງ ​ເມືອງ​ໝອກ ​​ໄດ້ສະແດງຄວາມຂອບໃຈ​​ ມາຍັງຫ້ອງການທລຍທີ່ໄດ້ສະໜັບສະໜູນງົບປະມານໃນການກໍ່ສ້າງ​ໂຮງ​ຮຽນໃຫ້ແກ່ເມືອງໝອກເປັນຈຳນວນຫຼວງຫຼາຍ, ທ່ານໄດ້ສະແດງຄວາມຍ້ອງຍໍຊົມຕໍ່ຜົນສຳເລັດ​​ໂຄງການການກໍ່ສ້າງໂຮງຮຽນຫຼັງດັ່ງກ່າວແລະຮຽກຮ້ອງໃຫ້ຄະນະພັກ, ອຳນາດການປົກຄອງບ້ານ, ຄູອາຈານແລະພໍ່ແມ່ປະຊາຊົນແຕ່ລະຄົນເປັນເຈົ້າການໃນການຄຸ້ມຄອງແລະ ​​ປົກປັກຮັກສາ​​ໃຫ້​​ໄດ້ຊົມໃຊ້ຍາວນານ​ ​​ເພື່ອເປັນການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງບ້ານແລະເຮັດໃຫ້ເດັກໃນເກນອາຍຸ 3 5 ປີ​ ​ໄດ້ເຂົ້າຮຽນຢ່າງທົ່ວເຖິງ.