ບ້ານສາກົກ ກັບການສ້າງລາຍຮັບ

Posting Date: 
16 Jan 2015

ບ້ານ​ສາ​ກົກ ກັບ​ການ​ສ້າງ​ລາຍ​ຮັບ

ໂດຍ: ​ແສງ​ອາ​ລຸນ ພິລາ​ຈັນ

ບ້ານ​ສາ​ກົກ​ເປັນ​ບ້ານ​ໜຶ່ງ​ທີ່​ຂຶ້ນ​ກັບ​ກຸ່ມ​ບ້ານ​ສາ​ກົກ ​ເມືອງ​ຮ້ຽມ ​ແຂວງ​ຫົວພັນ ຕັ້ງ​ຢູ່ລຽບ​ຕາມ​ທາງ​ຫລວງ​ເລກທີ 01, ຫ່າງ​ຈາກ​ຕົວ​ເມືອງ​ປະມານ 36 ກິ​ໂລ​ແມັດ, ບ​້ານດັ່ງກ່າວ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1987, ປະກອບ​ມີ​ຈໍານວນ​ຄອບຄົວ​ທັງ​ໝົດ 74 ຄອບຄົວ, ມີ​ພົນລະ​ເມືອງ​ທັງ​ໝົດ 359 ຄົນ, ຍີ​ງ 181 ຄົນ, ຜູ້​ທຸກ​ຍາກ 40 ຄົນ, ຍີ​ງ 25 ຄົນ.

ບ້ານ​ດັ່ງກ່າວ​ປະກອບ​ມີ 2 ຊົນ​ເຜົ່າ​ຄື: ລາວ​ລຸ່ມ ​ແລະ ກຶ່ມມຸ ​ເຊິ່ງ​ໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ​ຈາກ ​ໂຄງການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ເພື່ອ​ຄໍ້າປະກັນ​ດ້ານ​ໂພຊະ​ນາ​ການ(ທລຍ/ຄປພ) ຕົກ​ເປັນ​ມູນ​ຄ່າ​ທັງ​ໝົດ 116,793,000 ກີບ ​ໃນ​ນັ້ນ ງົບປະມານ​ຮ່ວງ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ແມ່ນ 71,617,000 ກີບ ​ແລະ ຮ່ວງ​ໂພຊະ​ນາ​ການ​ແມ່ນ 45,176,000 ກີບ, ບ້ານ​ສາ​ກົກ​ມີ ກຸ່ມ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ ທັງ​ໝົດ 4 ກຸ່ມ​ຄື:

1.    ກຸ່ມ​ຈະ​ເລີ​ນ​ໄຊ (ລ້ຽງ​ປາ) ມີ​ສະມາຊິກ​ທັງ​ໝົດ 17 ຄົນ, ຍີ​ງ 0 ຄົນ

2.    ກຸ່ມ​ສູ້​ຊົນ(ລ້ຽງ​ໄກ່) ມີ​ສະມາຊິກ 18 ຄົນ, ຍີ​ງ 4 ຄົນ

3.    ກຸ່ມ​ພັດທະນາ(ລ້ຽງ​ໄກ່) ມີ​ສະມາຊິກ 18 ຄົນ, ຍີ​ງ 1 ຄົນ

4.    ​ເສີມ​ສ້າງ(ຕໍ່າຫູກ) ມີ​ສະມາຊິກ 22 ຄົນ, ຍີ​ງ 17 ຄົນ

ສໍາລັບ​ກິດຈະ​ກໍາ​ສ້າງ​ລາຍ​ຮັບ ກໍ​ຄື​ກິດຈະ​ກໍາ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ທີ່​ໄດ້​ຮັບ​ທຶນ​ສະໜັບສະໜູນ​ຈາກ​ໂຄງການ ທລຍ/ຄປພ 71,617,000 ກີບ  ບ້ານ​ດັ່ງ​ກ່າວ​ໄດ້​ສຸມ​ໃສ່ 3 ກິດຈະ​ກໍາ​ຫລັກ​ຄື: ລ້ຽງ​ປາ, ລ້ຽງ​ໄກ່ ​ແລະ ຕໍ່າຫູກ ນັບ​ແຕ່ ວັນ​ທີ 20 ມິຖຸນາ 2013 ​ຈົນ​ເຖິງ​ປະຈຸ​ບັນ ສາມາດ​ສ້າງ​ລາຍ​ຮັບ​ທັງ​ໝົດ​ເຖິງ 216,225,000 ກີບ ​ເຊິ່ງຖ້າ​ທຽບ​ໃສ່​ການ​ລົງທຶນ​ໃນ​ເບື້ອງ​ຕົ້ນ​ຂອງ ກຊກ ທັງ​ໝົດ 4 ກຸ່ມ ​ແລ້ວສາມາດ​ສ້າງ​ກໍາ​ໄລ​ເຖິງ​ໄດ້​ທັງ​ໝົດ 144,608,000 ກີບ ​ເຊິ່ງລາຍ​ລະອຽດ​ຂອງ​ການ​ລົງທຶນ​ຂອງ​ແຕ່​ລະ​ກຸ່ມ​ມີ​ຄື:

-      ກຸ່ມ​ຈະ​ເລີ​ນ​ໄຊ(ລ້ຽງ​ປາ) ​ໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ​ຈາກ​ໂຄງການ 17,340,000 ກີບ ​ສາມ​ດຊື້​ປາ​ມາ​ລ້ຽງ 80 ກິ​ໂລ ​ແລະ ມາ​ຮອດ​ປະຈຸ​ບັນ​ມີ​ປາ​ເຖິງ 1,209 ກິ​ໂລ, ສາມາດ​ຂາຍ​ໄດ້ 920 ກິ​ໂລ ຄິດ​ເປັນ​ເງິນ 27,600,000 ກີບ(1 ກິ​ໂລ/30,000 ກີບ), ປາ​ຍັງ​ເຫລືອ​ຕົວ​ຈິງ 289 ກິ​ໂລ ຖ້າ​ທຽບ​ໃສ່​ການ​ລົງທຶນ​ແລ້ວ​ສາມາດ​ສ້າງ​ກໍາ​ໄລ​ທັງ​ໝົດ 10,260,000 ກີບ.

-      ກຸ່ມ​ສູ້​ຊົນ(ລ້ຽງ​ໄກ່) ​ໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ​ຈາກ​ໂຄ​ງການ 18,306,000 ກີບ ສາມາດ​ຊື້​ໄກ່​ໄດ້​​ເຖິງ 450 ​ໂຕ ​ແລະ ລ້ຽງ​ມາ​ຮອດ​ປະຈຸ​ບັນ​ມີ​ໄກ່​ເຖິງ 2,009 ​ໂຕ, ຂາຍ​ທັງ​ໝົດ 1,350 ​ໂຕ ຄິດ​ເປັນ​ເງິນ 54,000,000 ລ້ານ​ກີບ(1 ​ໂຕ/40,000 ກີບ) ​ໄກ່​ຍັງ​ເຫລືອ​ໄວ້​ລ້ຽງ​ທັງ​ໝົດ 659 ​ໂຕ, ຖ້າ​ທຽບ​ໃສ່​ການ​ລົງທຶນ​ໃນ​ເບື້ອງ​ຕົ້ນ​ສາມາດ​ສ້າງ​ກໍາ​ໄລ​ເຖິງ 35,694,000 ກີບ

-       ກຸ່ມ​ພັດທະນາ(ລ້ຽງ​ໄກ່) ​ໄດ້ຮັບ​ທຶນ​ຊ່ວຍ​ເຫລືອ​ຈາກ​ໂຄງການ 18,306,000 ກີບ ​ເພື່ອ​ຊື້​ໄກ່ 451 ​ໂຕ ​ແລະ ລ້ຽງ​ມາ​ຮອດ​ປະຈຸ​ບັນ ມີ​ໄກ່​ເຖິງ 1,729 ​ໂຕ, ທາງ​ກຸ່ມ​ສາມາດ​ຂາຍ 1,375 ​ໂຕ ຄິດ​ເປັນ​ເງິນ 55,000,000 ກີບ (1 ​ໂຕ/40,000 ກີບ) ​ແລະ ມີ​ໄກ່​ຍັງ​ເຫລືອ​ໃຫ້​ລ້ຽງ​ຕົວ​ຈິງ 1,375 ​ໂຕ, ຖ້າ​ທຽບ​ໃສ່​ການ​ລົງທຶນ​ແລ້ວ​ສາມາດ​ສ້າງ​ກໍາ​ໄລ​ໄດ້​ທັງ​ໝົດ 36,694,000 ກີບ

-      ກຸ່ມ​ເສີມ​ສ້າງ(ຕໍ່າ​ຫູກ) ​ໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ​ຈາກ​ໂຄງການ 17,665,000 ກີບ ​ໄດ້​ລົງທຶນ​ຊື້​ເຄືອ​ຫູກ​ໃນ​ເບື້ອງ​ຕົ້ນ 17 ​ເຄືອ, ມາ​ຮອດ​ປະຈຸ​ບັນ​ສາມາດ​ຜະລິດ​ສີ້​ນ​ໄດ້ 1,400 ຜືນ ​ແລະ ​ໄດ້​ນໍາ​ໄປ​ຂາຍ​ຢູ່​ທ້ອງ​ຕະຫລາດ​ໄດ້​ທັງ​ໝົດ 1,225 ຜືນ ຄິດ​ເປັນ​ເງິນ 79,625,000 ກີບ ​ແລະ ຍັງ​ມີ​ສີ້​ນ​ເຫລືອ​ຢູ່ 175 ຜືນ, ຖ້າ​ທຽບ​ໃສ່​ການ​ລົງທຶນ​ໃນ​ເບື້ອງ​ຕົ້ນ​ແມ່ນ​ສາມາດ​ສ້າງ​ກໍາ​ໄລ​ໄດ້​ເຖິງ 61,960,000 ກີບ.

 

ພາຍຫລັງ​ທີ່​ໂຄງການ ທລຍ/ຄປພ ​ໄດ້​ເຂົ້າ​ມາ​ຊ່ວຍ​ເຫລືອ​ບ້ານ​ສາ​ກົກ ນັບ​ແຕ່​ກາງ​ປີ 2013 ​ເປັນ​ຕົ້ນ​ມາ ​ເຮັດ​ໃຫ້​ບ້ານ​ດັ່ງກ່າວ​ໄດ້​ມີ​ໃບ​ໜ້າ​ໃໝ່ ​ເຮັດ​ໃຫ້​ບ້ານ​ດັ່ງກ່າວສາມາດ​ເປັນຄູ​ຝຶກ​ດ້ານ​ການ​ຕໍ່າຫູກ​ສີ້​ນໝີ່ ​ໄດ້ 4 ຄົນ, ສ້າງ​ຄອບຄົວ​ຕົວ​ແບບ​ໄດ້ 2 ຄົນ ​ໃນ​ນັ້ນ ​ເດັ່ນ​ກວ່າ​ໝູ່​ໄດ້​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະຊາຊົນ​ຂອງ​ບ້ານ​ສາ​ກົກດີ​ຂຶ້ນ​ກວ່າ​ເກົ່າ ​ເປັນ​ຕົ້ນ​ແມ່ນ​ມີ​ລາຍ​ຮັບ​ມາສູ່​ຄອບຄົວ​ເພີ້​ມ, ປະຊາຊົນ​ບັນດາ​ເຜົ່າ​ໄດ້​ຮຽນ​ຮູ້​ເຕັກນິກ​ວິທີ​ການ​ຕໍ່າຫູກ, ລ້ຽງສັດ , ລ້ຽງ​ປາ ​ແລະ ສາມາດ​ສ້າງ​ລາຍ​ຮັບ​ມາສູ່​ຄອບຄົວ​ດ້ວຍ​ຕົນ​ເອງ, ​ໄດ້​ຮຽນ​ຮູ້ການ​ສ້າງ​ແຜນ​ເສດຖະກິດ​ຄອບ​ຄົວ, ​ການ​ຄຸ້ມ​ຄອງ ​ແລະ ບໍລິຫານ​ເງິນ​ໂຄງການ​ຍ່ອຍ, ​ເຮັດ​ໃຫ້​ຜູ້​ທຸກ​ຍາກ​ກວ່າ​ໝູ່​ໃນ​ບ້ານ​ສາມາດ​ເຂົ້າ​​ເປັນ​ສະມາຊິກກຸ່ມ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ ​ພ້ອມ​ທັງ​ໄດ້​ຮັບ​ບູລິ​ມະ​ສິດ​ໃນ​ການ​ສ້າງ​ເສດຖະກິດ​ຄອບຄົວ, ​ເຮັດ​ໃຫ້​ແມ່ຍິງ​ທີ່​ບໍ່​ຮູ້​ໜັງສື​ສາມາດ​ເຂົ້າ​ມາ​ຮ່ວມ​ກິດ​ຈະ​ກໍາ ​ແລະ ສາມາດ​ຕັດ​ສິນ​ບັນຫາ​ທຸກ​ຢ່າງ​ໄດ້ ​ເຊິ່ງ​ເວົ້າ​ໄດ້​ວ່າ ມາ​ຮອດ​ປະຈຸ​ບັນ​ບ້ານ​ດັ່ງກ່າວ ​ໄດ້​ກາຍ​ເປັນ​ບ້ານ​ຕົວ​ແບບ​ໃນ​ການ​ສ້າງ​ລາຍ​ຮັບ ​ແລະ ​ເປັນ​ບ່ອນ​​ແລກປ່ຽນ​ບົດຮຽນ​ໃນ​ດ້ານ​ການ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຄອບຄົວ ​ແລະ ດ້ານ​ອື່ນໆ​ອີກ​ດ້ວຍ.

Attachment: