ຜູ້ປະສານງານທີ່ເຂັ້ມແຂງ

Posting Date: 
22 Oct 2014

ຜູ້ປະສານງານທີ່ເຂັ້ມແຂງ

ໂດຍ: ສິນ​ນະຄອນ ອິນ​ທິລາດ

ນາງ ອິນຕາ ໄຂຄໍາພິທູນ ແມ່ນຜູ້້ປະສານງານກຸ່ມບ້ານມັນຈີ (ກຸ່ມທີ 4)ເມືອເຊ​​ໂປແຂວງສະຫວັນນະເຂດ, ນາງອິນຕາ ແມ່ນຜູ້ປະສານງານໃນຈຳນວນ 3  ຄົນ ທີ່ເຮັດວຽກປະສານງານວຽກງານ ທລຍ, ລາວປະຕິບັດວຽກງານຄຽງບ່າຄຽງໄລ່ກັບຜູ້ປະສານງານ ຜູ້ຊາຍຄົນອື່ນໆໄດ້ຢ່າງສະດວກສະບາຍແລະ ສາມາດເຮັດວຽກຮ່ວມກັນ​​ເປັນທີມໄດ້ຢ່າງມີປະສິດທິພາບ, ນາງ ອິນຕາ ຮັບຜິດຊອບເປັນຜູ້ປະສານງານກຸ່ມບ້ານເລີ່ມແຕ່ປີ 2003 ເຊິ່ງເປັນປີທໍາອິດທີ ທລຍ ເຂົ້າມາສະໜັບສະໜູນກິດຈະກໍາ ດ້ານພື້ນຖານໂຄງລ່າງ  ຊຶ່ງສ້າງເງື່ອນໄຂໃນການຫຼຸດ ຜ່ອນຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃນຊຸມຊົນລາວເອງ.  

ນາງ ອິນຕາ ອາຍຸໄດ້ 45 ປີ​​ແລ້ວແຕ່ລາວກໍ່ຍັງມີຄວາມຫ້າວຫັນໃນການຈັດຕັ້ງປະຕິບັດວຽກງານຮ່ວມກັບ ທລຍ.   ສະນັ້ນ ໃນການເລືອກຕັ້ງ ຜູ້ປະສານງານກຸ່ມໃນແຕ່ລະປີ ຢູ່ກອງປະຊຸມທົບທວນ ລະ ວາງແຜນພັດທະນາກຸ່ມບ້ານ ລາວຈຶ່ງໄດ້ຮັບການເລືອກຕັ້ງເຂົ້າມາເປັນປະສານງານກຸ່ມບ້ານໃນທຸກໆປີ ແລະ ປະຈຸບັນ ນີ້ກໍແມ່ນຮອບວຽນ ທີ 12 (2014-2015) ແລ້ວ ໝາຍຄວາມວ່າຕະຫຼອດໄລຍະ 12 ປີໃນໜ້າທີ່ຮັບຜິດຊອບເປັນຜູ້ປະສານງານ ລາວໄດ້ຮັບການເສີມສ້າງຄວາມເຂັ້ມ​​ແຂງແລະ ພັດທະນາທັກສະ; ຄວາມສາມາດໃນດ້ານການວາງແຜນພັດທະນາ, ການເປັນຄູຝຶກ, ການເປັນຜູ້ອຳນວຍຄວາມສະດວກ, ການບໍລິຫານການເງິນໂຄງ ການຍ່ອຍແລະ ການດຳເນີນຂະບວນການຈັດຊື້-ຈັດຈ້າງໂດຍຊຸມຊົນເອງ.  ປະສົບການແລະ ຄວາມຮູ້ຄວາມສາມາດທີ່ລາວມີຜ່ານມານັ້ນ ໄດ້ຊ່ວຍ ນຳເອົາສິດຜົນປະໂຫຍດຕ່າງໆມາພັດທະນາກຸ່ມບ້ານຂອງລາວ ຊຶ່ງເປັນກຸ່ມບ້ານທີ່ຢູ່ຫ່າງໄກສອກຫຼີກ; ທຸກຍາກ;​ເຊິ່ງມີທັງໝົດ 8 ບ້ານ. 

ນາງ ອີນຕາ  ໄດ້ອໍານວຍຄວາມສະດວກ (​ເປັນຜູ້ນຳພາ) ໃນກອງປະຊຸມວາງແຜນພັດທະນາບ້ານ ​​ແລະ ກຸ່ມບ້ານແຕ່ລະປີ; ຕິດຕາມການຈັດຕັ້ງປະຕິບັດໂຄງການຍ່ອຍຂອງແຕ່ລະບ້ານທີ່ໄດ້ຮັບການສະໜັບ ສະໜູນດ້ານພື້ນຖານໂຄງລ່າງຈາກ ທລຍ, ນອກຈາກນີ້ແລ້ວ ລາວຍັງຊ່ວຍນຳເອົາແຜນພັດທະນາບ້ານຕ່າງໆ ພາຍໃນກຸ່ມບ້ານຂອງລາວ ໄປສະເໜີກັບໂຄງການພັດທະນາອື່ນໆ ທີ່ໃຫ້ການຊ່ວຍເຫຼືອ ຢູ່ພາຍໃນເມືອງເຊໂປນ ຈົນຖືກຈັດຕັ້ງປະຕິບັດຫຼາຍໆໂຄງການ ເປັນຕົ້ນແມ່ນໂຄງການກໍ່ສ້າງນໍ້າບາດານ, ໂຄງການກໍ່ສ້າງຕາຄ່າຍໄຟຟ້າ, ໂຄງການສະໜອງຕູ້ຢາປະຈໍາບ້ານ, ທະນາຄານເຂົ້າ ແລະ ອື່ນໆ...ເຊິ່ງເປັນເຫດຜົນເຮັດໃຫ້ຊຸມຊົນ ຢູ່ໃນຈໍານວນບ້ານທີ່ຢູໃນກຸ່ມທີ່ລາວຮັບຜິດຊອບນັ້ນ ມີຄວາມເຂັ້ມແຂງ ເຂົ້າອົກເຂົ້າໃຈໃນການປະກອບສ່ວນເຂົ້າໃນການຈັດ ຕັ້ງປະຕິບັດວຽກງານໄດ້ດີ ເປັນຕົ້ນແມ່ນການເຂົ້າຮ່ວມ​ໃນການວາງແຜນການແບບມີສ່ວນຮ່ວມການມີສ່ວນຮ່ວມໃນຈັດຕັ້ງປະຕິບັດໂຄງການຍ່ອຍ ​ແລະ ມີສ່ວນຮ່ວມໃນການປົກປັກຮັກສາຄຸ້ມຄອງ ນໍາໃຊ້.

ກ່ຽວກັບວຽກງານ ການຮັບຄໍາຄິດຄໍາເຫັນ ແລະ ແກ້ໄຂບັນຫາ ທີ່ມີ​​ໃນຊຸມຊົນ ລາວກໍແມ່ນຢູ່ໃນ ຄະນະກໍາມະການ ກສກ ຂັ້ນກຸ່ມ ລາວກໍໄດ້ມີການຕິດຕາມ ແລະເປີດຕູ້ຮັບຄໍາເຫັນ ທີ່ຕິດຢູ່ຫໍຂ່າວຂອງກຸ່ມບ້ານ ຊຶ່ງເປັນຊ່ອງທາງໃຫ້ຊຸມຊົນໄດ້ສະແດງຄໍາຄິດຄໍາເຫັນ ແລະ ເປັນປະໂຫຍດໃນການຈັດຕັ້ງປະຕິບັດໂຄງການ ຮັບປະກັນຄວາມໂປ່ງໃສສາມາດກວດສອບໄດ້. ນາງອິນຕາໄດ້ເຄີຍໃຫ້ສໍາພາດກັບພະນັກງານ ທລຍ ພວກເຮົາກ່ຽວກັບການເຮັດວຽກງານຜ່ານມາແລະ ສິ່ງທີ່ເປັນແຮງຜັກດັນເຮັດໃຫ້ລາວມີຄວາມເຂັ້ມແຂງ ໝາຍເຖີງວ່າມີຄວາມສາມາດໃນການຕິດຕາມກວດກາຈັດຕັ້ງປະຕິບັດໂຄງການຍ່ອຍລາວເວົ້າວ່າ​ແຕ່​ກ່ອນ​ລາວ​ກໍ່​ຍັງ​ບໍ່​ທັນ​ມີ​ຄວາມ​ລື້​ງ​ເຄີຍ​ໃນ​ການ​ເຮັດ​ວຽກ ​ເປັນ​ຕົ້ນ​ແມ່ນ​ການ​ເປັນ​ຜູ້​ປະສານ​ງານ ​ແຕ່​ໃນ​ເມື່ອປະຊາຊົນ​ໄດ້​ເລືອກ​ ໃຫ້​ມາ​ຮັບ​ຜິດ​ຊອບ​ວຽກ​ງານ​ດັ່ງກ່າວ​ນີ້ກໍໄດ້ຕັດສິນໃຈສູງ ຕັ້ງອົກຕັ້ງໃຈ ຄິດວ່າ ທລຍ ກໍ່ຄືອົງການຊ່ວຍເຫຼືອຈາກສາກົນເພີ່ນຍັງໃຫ້ການຊ່ວຍເຫຼືອປະຊາຊົນລາວໂດຍສະເພາະປະຊາຊົນໃນກຸ່ມຂອງເຮົາ ສະນັ້ນເຮົາເປັນຄົນລາວເປັນພີ່ ນ້ອງຢູ່ໃນກຸ່ມດຽວກັນ  ມີຊ່ອງທາງໃດທີ່ຈະຊ່ວຍກັນໄດ້ເຮົາຕ້ອງຕັດສິນໃຈເຮັດເພື່ອນໍາພາກັນໄປເຖີງເປົ້າໝາຍ