ຝືກອົບຮົມຄຸ້ມຄອງນຳໃຊ້ໂຄງການກໍ່ສ້າງໂຮງຮຽນບ້ານຈ່າຄຳປິງ ກຸ່ມບ້ານສີວິໄລ ເມືອງລອງແຂວງຫລວງນ້ຳທາ ຮອບວຽນທີ11

Posting Date: 
11 Dec 2014

ຝືກອົບຮົມ​ຄຸ້ມຄອງ​ນຳ​ໃຊ້ໂຄງການ​ກໍ່ສ້າງ​​ໂຮງຮຽນ


ປະຖົມ ​ບ້ານ​ຈ່າ​ຄຳ​ປິງ ກຸ່ມ​ບ້ານ​ສີວິ​ໄລ ​ເມືອງ​ລອງແຂວງຫລວງ​ນ້ຳ​ທາຮອບວຽນທີ11


 


ໂດຍ: ສໍລະພົງພະນະຄອນ


ໃນວັນທີ  ​​​20  ພະຈິກ 2014 ທລຍເມືອງລອງ ​ແຂວງ​ຫລວງ​ນໍ້າ​ທາ ໄດ້ຈັດກອົບຮົມຄຸ້ມຄອງນຳໃຊ້​ໂຄງການ​ຍ່ອຍຂຶ້ນ ສໍາລັບໂຄງການກໍ່ສ້າງ​​ໂຮງຮຽນປະຖົມບ້ານຈ່າຄຳປິງກຸ່ມບ້ານສີວິໄລ ​​ທັ້ງນີ້​ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທີງານ​ຈັດ​ຕັ້ງ​ປະຕິບັດ​ຂັ້ັ້ນບ້ານ ​ແລະ ຜູ້​ປະສານ​ກຸ່ມ​ບ້ານໃຫ້ມີ​ຄວາມຮູ້ ຄວາມ​ສາມາດແລະເຂົ້າໃຈໃນການບົວລະບັດຮັກສາຄຸ້ມຄອງໂຄງການຍ່ອຍໃຫ້ມີຄວາມຍືນຍົງ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງຜູ້ປະສານງາຝ່າຍລັດ, ຂະແໜງການສືກສາພ້ອມດ້ວຍທີມງານກຸ່ມບ້ານ,ຂັ້ນບ້ານອຳນາດການປົກຄອງບ້ານແລະຊາວບ້ານທັງໝົດ 51 ຄົນ,ຍິງ 4 ຄົນ.


ສໍາລັບການຝືກໃນຄັ້ງນີ້ມີຫົວຂໍ້ສຳຄັນຄື:


§  ນຳສະ​ເໜີ​ໂຄງ​ຮ່າງ​ການຈັດຕັ້ງ ຂອງ​ຄະນະ​ກຳມະການ​ບົວລະບັດ​ຮັກສາ​ອາຄານ ​


§  ນຳ​ສະ​ເໜີ ພາລະ​ບົດບາດ​ຂອງ​ຄະນະ​ກຳມະການບົວລະບັດ​ຮັກສາອາຄານ


§  ແນະນຳ​ການ​ສ້າງ​ກອງ​ທບູລະນະ​ສ້ອມ​ແປງ ​ແລະ ຄຸ້ມ​ຄອງ​ນໍາ​ໃຊ້


§  ນຳ​ສະ​ເໜີກົດ​ລະບຽບຂອງ​ການນໍາ​ໃຊ້​ເງ


§  ນຳ​ສະ​ເໜີການວາງ​ແຜນການ​ກວດກາ​ຕິດຕາມ​ການ​ບົວລະບັດ​ການ​ສ້ອມ​ແປງ


§  ນຳ​ສະ​ເໜີ ອະທິບາຍ ຂັ້ຕອນ​ການ​ສ້ອມ​ແປງ


§  ອະທິບາຍ​ຮູບ​ພາບ​ກ່ອນ​ການ​ສ້ອມ​ແປງ ​ແລະ ຫຼັງ​ສ້ອມ​ແປງ


 


ພ້ອມ​ດຽວ​ກັນ​ນັ້ນ ໃນ​ການ​ຝືກ​ໃນ​ຄັ້ງນີ້ໄດ້​ມີ​ການ​ຄັດ​ເລືອກຄະນະ​ຮັບຜິດຊອບໃນການປົກປັກຮັກສາໂຮງຮຽນເພື່ອ​ເອົາ​ລາຍ​ຊື່​ເຂົ້າ​ໃນ​ໂຄງ​ຮ່າງ​ການ​ຈັດຕັ້ງ, ໄດ້​ຕົກລົງ​ສ້າງ​ກອງ​ທນ​ໂດຍ​ການ​ປືກສາ​ຫາລື​ກັນ​ລະຫວ່າງ​ອົງການ​ຈັດຕັ້ງບ້ານ ​ແລະ ຊາວບ້ານ, ໄດ້​ຕົກລົງ​ເປັນ​ເອກະ​ພາບກັນ ​ເກັບ​ເງນສ້າງ​ກອງ​ທນ​ເປັນ​ຈຳນວນ 2000ກີບ/​ເດືອນ ເກັບ2ຄັ້ງ/ປີ​ ​ແລະ​ໄດ້​ເຮັດ​ບົດ​ບັນ​ທືກ​ໄວ້ພ້ອມ​ນັ້ນກໍ່​ໄດ້​ສ້າງ​ກົດ​ລະບຽບໃນການນຳໃຊ້ເງນກອງທຶນແລະ ລະບຽບໃນການຄຸ້ມຄອງໂຮງຮຽນດັ່ງກ່າວ.


            ຜ່ານການຝຶກອົບຮົມຄັ້ງນີ້ ​ເຫັນ​​ໄດ້ວ່າຊາວບ້ານໄດ້ມີ​ຄວາມ​ເຂົ້າ​ໃຈຮັບຮູ້ຕໍ່ກັບການຄຸ້ມຄອງນຳໃຊ້ແລະ ການສ້າງເງນກອງທຶນເພື່ອປົກປັກຮັກສາໂຄງການແບບຍນຍົງ.

Attachment: