ສຳເລັດກອງປະຊຸມປະສານງານການວາງແຜນຂັ້ນເມືອງ

Posting Date: 
15 Oct 2014

ສຳເລັດກອງປະຊຸມປະສານງານການວາງແຜນຂັ້ນເມືອງ


3 ເມືອງຂອງແຂວງ ເຊກອງ


ໂດຍ : ພັດທະນາຊຸມຊົນຖິ່ນເຊກອງ


 


  ເພື່ອເປັນການກະກຽມ ແລະ ຈັດຕັ້ງປະຕິບັດນຳເດີນກອງປະຊຸມປະສານງານການວາງແຜນຂັ້ນເມືອງ ໃຫ້ສຳເລັດໃນຕົ້ນເດືອນຕຸລາ ປີ 2014  ຕາມກໍານົດເວລາ ການຈັດຕັ້ງປະຕິບັດວຽກງານ ກອງທຶນຫຼຸດຜ່ອນຄວາມທຸກຍາກ ແຂວງເຊກອງ ວາງອອກນັ້ນ ແຕ່ວັນທີ 25 ເດືອນ ກັນຍາ ຫາ ວັນທີ 06 ເດືອນ ຕຸລາ 2014ທລຍ ​ແຂວງ​ເຊ​ກອງ​ໄດ້​ຈັດ​ກອງ​ປະຊຸມ​ປະສານ​ງານ​ການວາງ​ແຜນ​ຂັ້ນ​ເມືອງ​ຂຶ້ນ​ຢູ່ 3 ​ເມືອງ​ເປົ້າ​ໝາຍ ​ໂດຍ​ການ​ເປັນ​ປະທານ​ຂອງ​ຮອງ​ເຈົ້າ​ເມືອງ​ຂອງ​ແຕ່ລະ​ເມືອງ ​ແລະ ການ​ເຂົ້າ​ຮ່ວມ​ຂອງຜູ້ຕາງໜ້າ ພະແນກ ​ແລະ ຫ້ອງການ​ທີ່​ກ່ຽວຂ້ອງ​ເຊັ່ນ: ພະ​ແນ​ກ ​ແລະ ຫ້ອງການສຶກສາ ​ແລະ ກິລາ, ພະ​ແນ​ກ ​ແລະ ຫ້ອງການສາທາລະນະ​ສຸກ,ພະ​ ແນ​ກ ​ແລະ ຫ້ອງການກະສິກຳ ​ແລະ ປ່າ​ໄມ້, ພະ​ແນ​ກ ​ແລະ ຫ້ອງການໂຍທາທິການ ​ແລະ ຂົນ​ສົ່ງ ແລະ ຫ້ອງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂັ້ນແຂວງ ​ແລະ ຂັ້ນ​ເມືອງ  ພ້ອມດວ້ຍອຳນາດການປົກເມີືອງ ແລະ ທລຍ ເມືອງ,ແຂວງ ຕະຫລອດ​ຮອດ​ຕົວ​ແທນບ້ານທີ່ໄດ້ຮັບໂຄງການໃນຮອບວຽນທີ 12 ເຂົ້າຮ່ວມ ກອງປະຊຸມຢູ່ແຕ່ລະເມືອງຄື: ເມືອງກະລຶມ, ດາກຈຶງ,ລະມາມ ຢ່າງພ້ອມພຽງກັນ.


         ທີ່​ກອງ​ປະຊຸມ​ໄດ້​ມີ​ການ​ສະຫລຸບ ​ແລະ ລາຍ​ງານ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ຍ່ອຍ​ໃນ​ຮອບ​ວຽນ​ຜ່ານ​ມາ​ຢູ່ 3 ຕົວເມືອງໃຫ້ຮູ້ວ່າ ມາຮອດປະຈຸບັນການກໍ່ສ້າງ ໂຄງການຂອງຮອບວຽນທີ 11 ແມ່ນໄດ້ຮັບທຶນທັງໝົດທົ່ວແຂວງເຊກອງ ມີ  20 ໂຄງການ.ໃນນັ້ນ ແມ່ນມີທຶນຈາກໂຄງການກອງທຶນຫຼຸດຜອ່ນຄວາມທຸກຍາກ ( ທລຍ )  ແມ່ນ  ຫ້າກວ່າຕື້ກີບ (5,455,140,463 ) ທຶນຊຸມຊົນປະກອບສ່ວນເປັນແຮງງານ ແລະ ວັດຖຸທ້ອງຖິ່ນແມ່ນ ສາມຮ້ອຍກວ່າລ້ານກີບ (356,076,920)  ລວມທັງໝົດປະມານ ຫ້າກວ່າຕື້ກີບ 5,721,217,380  ແລະ ການກໍ່ສ້າງໂຄງການທົ່ວແຂວງ ມາຮອດປະຈຸບັນແມ່ນຄວາມຄືບໜ້າໄດ້  80 %  ,ໃນຈໍານວນ 20 ໂຄງການນັ້ນຢູ່ເມືອງ ກະລຶມ ມີ 7 ໂຄງການ,ເມີືອງ ລະມາມ ມີ 6 ໂຄງການ ກຸ່ມບ້ານລະ  1 ໂຄງການ,ສໍາລັບເມືອງ ດາກຈຶງ ມີ 7 ໂຄງການ .


ຈຸດປະສົງ​ຫລັກ​ຂອງ​ກອງ​ປະຊຸມ​ດັ່ງກ່າວ​ແມ່ນ​ເພື່ອ​ຮັບຮອງ​ເອົາ​​ແຜນການ​ກໍ່ສ້າງໂຄງການ​ຍ່ອຍ ທີ່​ຊຸມ​ຊົນ​ໄດ້​ຕັດສິນ​ໃຈ​ເອົາ​ຢູ່​ຂັ້ນ​ບ້ານ ​ແລະ ຂັ້ນ​ກຸ່ມ ​ເພື່ອ​ມາ​ເຍື່ອງ​ໃສ່​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ເມືອງ ​ແລະ ​ໂຄງການ​ພັດທະນາ​ອື່ນໆ ​ເພື່ອ​ຫລີກ​ລ້ຽງການ​ລົງທຶນ​ທີ່​ຊໍ້າ​ຊ້ອນ​ກັນ ​ແລະ ຖ້າ​ມີ​ແຜນພັດທະນາ​ອັນ​ດຽວ​ກັນ ກໍ​ຊອກ​ຫາ​ວິທີ​ລົງທຶນ​ຮ່ວມ​ກັນ ທັງ​ນີ້ ກໍ​ເພື່ອ​ເພີ້​ມຂອດ​ການ​ປະສານ​ງານ​ລະຫວ່າງ ທລຍ ​ແລະ ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ໃຫ້​ມີ​ຄວາມ​ກົມກຽວ​ກັນ ໝາຍວ່າ​ໄປ​ໃນ​ລວງ​ດຽວ​ກັນ.


      ຜ່ານການດໍາ​ເນີນ​ກອງ​ປະຊຸມ ຢູ່ 3 ​ເມືອງ​ເຫັນ​ວ່າ ​ໄດ້​ມີ​ການປະສານສົມທົບ ​ແລະ ປຶກສາ​ຫາລື​ກັນ​ເປັນ​ຢ່າງ​ດີ ​ແລະ ໄດ້ຕົກລົງເຫັນດີໃຫ້ມີການດຳເນີນຈັດຕັ້ງປະ ຕິບັດໂຄງການຮອບວຽນທີ12 ມີທັງໝົດ 21 ໂຄງການໃນນັ້ນຢູ່ ເມືອງ ດາກຈຶງ ມີ 8 ໂຄງການ, ກະລຶມ 7 ໂຄງການ ແລະ ລະມາມມີ 6 ໂຄງການ ໃນປີນີ້ແມ່ນ ກຸ່ມບ້ານລະ 1 ໂຄງການ,ໃນຈຳນວນໂຄງການທັງໝົດແມ່ນກວາມເອົາໃນຂະແໜງ ສາທາລະນະ​ສຸກ 10 ໂຄງການ,ສຶກສາທິການ ​ແລະ ກິລາ 10 ໂຄງການ ແລະ  ກະສິກໍາ ​ແລະ ປ່າ​ໄມ້  1 ໂຄງການ. ຖ້າ​ຫາກ​ວ່າ​ໂຄງການ​ດັ່ງກ່າວ​ໄດ້​ຈັດ​ຕັ້ງ​ປະຕິບັດ​ສໍາ​ເລັດ ​ແລະ ມອບ​ໃຫ້​ຊຸມ​ຊົນ​ເປັນ​ຜູ້​ຄຸ້ມ​ຄອງ​ນໍາ​ໃຊ້​ແລ້ວ​ນັ້ນ ກໍ​ຈະ​ສາມາດ​ຫລຸດ ຜ່ອນ​ຄວາມທຸກ​ຍາກ​ໃຫ້​ແກ່​ຊຸມ​ຊົນ​ຢູ່ 3 ​ເມືອງ​ເປົ້າ​ໝາຍ​ຫລາຍ​ພໍ​ສົມ​ຄວນ.

Attachment: