ເປັນ ຜູ້ປະສານງານໄດ້ 2 ປີສາມາດ ກາຍເປັນ ຕົວແບບໃນການເປັນຜູ້ອຳນວຍຄວາມສະດວກໄດ້ ໃນເວລາຈັດກອງປະຊຸມຕ່າງໆ

Posting Date: 
03 Oct 2014

ເປັນ ຜູ້ປະສານງານໄດ້ 2 ປີສາມາດ ກາຍເປັນ ຕົວແບບໃນການເປັນຜູ້ອຳນວຍຄວາມສະດວກໄດ້ ໃນເວລາຈັດກອງປະຊຸມຕ່າງໆ


ໂດຍ: ສິນ​ນະຄອນ ອິນ​ທິລາດ


    ຖ້າຈະໃຊ້ຄໍາວ່າ ຄວາມພາຍາຍາມຢູ່ບ່ອນໃດ  ຄວາມສຳເລັດຢູ່ບ່ອນນັ້ນ ກໍຄົງຈະເໝາະສົມສໍາລັບກັບຜູ້ທີ່ ມີຄວາມພາຍາມ ຄື ນາງ ອອນ ຜູ້ປະສານງານ ກຸ່ມບ້ານ ທີ 6 ກຸ່ມປະເລາະ, ເມືອງນອງ ແຂວງສະຫວັນະເຂດ. ຍ້ອນວ່າ ຜ່ານການເຮັດວຽກງານ ເຊິ່ງເລີ່ມຈາກການເປັນຕົວແທນບ້ານ ແດນວິໄລ ແລ້ວຖືກເລືອກມາເປັນຕົວແທນ ກຸ່ມບ້ານ. ລາວກໍໄດ້ມີຄວາມພາກພຽນພາຍາຍາມໃນການເຮັດວຽກ ເປັນຕົ້ນ ການເຂົ້າຮ່ວມກອງປະຊຸມ ຢູ່ໃນຂັ້ນເມືອງ ເພື່ອນໍາສະເໜີບຸລິມະສິດຄວາມຕ້ອງການ ທີ່ເປັນແຜນພັດທະນາກຸ່ມບ້ານ ແລະ ການເຂົ້າຮ່ວມໃນການຕິດຕາມກວດກາການຈັດຕັ້ງປະຕິບັດ ໂຄງການຍ່ອຍ ຕ່າງໆ  ພ້ອມທັງການສະຫຼຸບ ລາຍຮັບລາຍຈ່າຍ ງົບປະມານຂອງກຸ່ມບ້ານ ຕາມພາລະບົດບາດທີ່ໄດ້ຮັບ....ເຊິ່ງລາວກໍເປັນຜູ້ໜື່ງທີ່ໄດ້ຍືນຄຽງຂ້າງກັບບັນດາ ຕົວແທນກຸ່ມບ້ານທີ່ເປັນເພດຊາຍ  ຈົນສາມາດເວົ້າໄດ້ວ່າບໍ່ເຄີຍຂາດ  ຜູ້ຊາຍໄປໄດ້ບ່ອນໃດລາວກໍໄປໄດ້ບ່ອນນັ້ນດ້ວຍ ເຖິງແມ່ນວ່າລາວຂີ່ລົດຈັກຂັບບໍ່ເປັນ ລາວກໍຊ້ອນທ້າຍໄປນໍາຜູ້ຊາຍ ບາງເທື່ອຍາມຜົວລາວບໍ່ຄາວຽກ ຜົວລາວກໍໄປສົ່ງ.  ໂດຍທີ່ບໍ່ໄດ້ຖືເອົາເປັນຂໍ້ອ້າງເລີຍວ່າ  ບໍ່ໄດ້ໄປວຽກຍ້ອນຂັບລົດບໍ່ເປັນເວັ້ນ ເສຍແຕ່ເວລາເຈັບເປັນ.  


   ນາງ ອອນ  ອາຍຸໄດ້ 29 ປີ  ຊົນເຜົ່າປະໂກະ  ແຕ່ງງານແລ້ວ ມີ ລູກຊາຍ 3 ຄົນ  ບ້ານຢູ່ປະຈຸບັນ ແມ່ນບ້ານ ແດນວິໄລ ກຸ່ມບ້ານ ທີ 6 ກຸ່ມ ປະເລາະ  ​ເມືອງ​ນອງ ​ແຂວງ​ສະຫວັນ​ນະ​ເຂດ, ຜົວລາວເປັນຄູສອນ ຢູ່ກັບບ້ານດັ່ງກ່າວ ປະຈຸບັນນີ້ ຍ້ອນການເຮັດວຽກງານມີຄວາມກ້າວໜ້າ ມີຜົນງານ ຈຶ່ງໄດ້ເປັນຮອງຜູ້ຊີ້ນຳ ກຸ່ມບ້ານຈຸດສຸມ  ແລະ ຮັບຜິດຊອບວຽກງານສຶກສາທິການ ແລະ ກິລາ.


 ສໍາລັບນາງ ອອນ ໄດ້ເຮັດວຽກຮ່ວມກັບ ທລຍ ເປັນຕົວແທນກຸ່ມບ້ານ ຕັ້ງແຕ່ ທລຍ ເລີ່ມສະໜັບສະໜູນຊ່ວຍເຫຼືອຢູ່ໃນເມືອງນອງ. ແລະ ການເຮັດວຽກ ຂອງລາວຕະຫຼອດໄລຍະ 10 ປີຜ່ານມາ ຖືວ່າໄດ້ຮັບ ການເຫັນດີເຫັນພ້ອມ ແລະ ສະໜັບສະໜູນຈາກ ຄອບຄົວ ເລື່ອຍມາບໍ່ເຄີຍເປັນອຸປະສັກ ເຖິງແມ່ນວ່າ ບາງຄັ້ງ ເກືອບເວົ້າໄດ້ວ່າຫຼາຍໆ ຕ້ອງໄດ້ໄປນອນຄ້າງຄືນ ຕາມໜ້າວຽກ ເປັນຕົ້ນຍາມມາປະຊຸມຢູ່ເມືອງ  ຫຼືໄປຮ່ວມສະຫຼຸບເງິນຢູ່ບ້ານທີ່ໄດ້ຮັບໂຄງການຍ່ອຍ ພາຍໃນກຸ່ມ ຕະຫຼອດຮອດການມາຮ່ວມຝືກອົບຮົມຕ່າງໆ ແລະ ຕ້ອງໄດ້ປ່ອຍພາລະການເບິ່ງແຍງລູກໃຫ້ເປັນຂອງຜົວຕັ້ງ 2-3ວັນ.


    ຍ້ອນຄວາມພາກພຽນພາຍາຍາມ ໃນການເຮັດວຽກງານ ໂດຍມີຄວາມຮັບຜິດຊອບຄືແນວນັ້ນ ນາງ ອອນ ຈຶ່ງໄດ້ຮັບຄວາມໄວ້ວາງໃຈຈາກຕົວແທນຂອງ ແຕ່ລະບ້ານພາຍໃນກຸ່ມ ຖືກຄັດເລືອກໃຫ້ເປັນຜູ້ປະສານງານ ທີ່ເປັນ​ແມ່ຍິງທີ່​ດີ​ເດັ່ນ ເຊິ່ງແຕ່ກ່ອນກຸ່ມບ້ານດັ່ງກ່າວນີ້ ມີຜູ້ປະສານງານ ຜູ້ຊາຍ 2 ຄົນ  ຍ້ອນເປັນ ກຸ່ມທີ່ຢູ່ໃນເຂດຫ່າງໄກສອກຫຼີກ ແລະ ມີ 4 ບ້ານ  ຫ່າງຈາກເທດສະບານເມືອງ ປະມານ 45 ກິໂລແມັດ ແລະມີເສັ້ນທາງໄປເຖິງ ຢ່າງຫຍຸ້ງຍາກ ບໍ່ທັນເວົ້າແຕ່ ຍາມຝົນຍາມແລ້ງຍັງເກືອບໄປບໍ່ໄດ້ ໃນເມື່ອກ່ອນ  ບາງຄັ້ງການໄປເຮັດວຽກໃນກຸ່ມດັ່ງກ່າວນີ້ ຕ້ອງໄດ້ເດີນທາງໄປຜ່ານ ປະເທດອ້າຍນ້ອງບ້ານໄກ້ເຮືອນຄຽງ  ຍ້ອນທັງ  4 ບ້ານຂອງກຸ່ມດັ່ງກ່າວນີ້ ມີຊາຍແດນຕິດກັບ ປະເທດວຽດນາມ ມີນໍ້າເຊໂປນເປັນຊາຍແດນຂັ້ນ.    ແຕ່ກ່ອນ ທລຍ ໃຫ້ການຊ່ວຍເຫຼືອກຸ່ມບ້ານດັ່ງ ກ່າວນີ້ ຍັງບໍ່ມີຫົນທາງໄປເຖິງ ມີຜູ້ທີ່ເປັນຄູມາສອນຢູ່ກຸ່ມດັ່ງກ່າວນີ້ ແມ່ນໄດ້ຍ່າງຂ້າມພູຂ້າມຜາ ໃຊ້ເວລາຫຼາຍວັນຈຶ່ງຮອດ . ຈົນຕົກມາຮອດ ປີ 2003 ມີໂຄງ ການ ທລຍ ໄດ້ເລີ່ມໃຫ້ການຊ່ວຍເຫຼືອ ເມືອງນອງ . ແຕ່ລະບ້ານພາຍໃນກຸ່ມໄດ້ ເລືອກເອົາຄວາມຕ້ອງການທີ່ເປັນການທະລຸເສັ້ນທາງ ຕໍ່ເນື່ອງກັນມາເປັນ ແຜນ ແລະ ສາມາດນຳມາຈັດຕັ້ງປະຕິບັດ ຈົນເສັ້ນທາງ ໄດ້ທະລຸໄປເຖິງທຸກໆບ້ານ ແລະມາຮອດປະຈຸບັນປະມານ 2 ປີມານີ້ ລັດຖະບານກໍໄດ້ສືບຕໍ່ສ້ອມແປງ ຈົນສາມາດໄປໄດ້ ທັງລະດູແລງ ແລະ ລະດູຝົນ ເຖິງວ່າມັນຈະຫຍຸ້ງຍາກ ກໍຍັງສາມາດເວົ້າໄດ້ວ່າໄຄແນ່.


  ຕະຫຼອດໄລຍະ 2 ປີ ທີ່ ນາງ ອອນ  ໄດ້ຖືກຄັດເລືອກໃຫ້ເປັນຜູ້ປະສານງານ ລາວກໍມີຄວາມພາຍາມຕື່ມອີກ ຍ້ອນວ່າພາລະໜ້າທີ່  ທີ່ໄດ້ຮັບຜິດຊອບກໍ ແຮງຫຼາຍຕື່ມ ແລະເປັນໜ້າທີ່ອັນໜັກໜ່ວງ ຖ້າທຽບໃສ່ຄວາມສາມາດຄວາມຮູ້ທີ່ລາວມີ  ລາວພຽງ​ແຕ່ຮຽນຈົບປະຖົມປີທີສອງ  ປໍ 2 ແຕ່ເມື່ອເວລາມາເບິ່ງ ລາວສາມາດອ່ານໜັງສືອອກ ເກືອບວ່າລ່ຽນໄຫຼດີ. ເຊິ່ງລາວໄດ້ເວົ້າວ່າ ກ່ອນຈະອ່ານໜັງສືໄດ້ດີກໍຍ້ອນວ່າລາວເປັນຄົນທີ່ມີຄວາມພາຍາຍາມ ເປັນຄົນມັກ ອ່ານເຫັນໜັງສືຕົກເຮ່ຍຢູ່ບ່ອນໃດກໍຈັບມາອ່ານ ແລະເມື່ອອ່ານຮູ້ແລ້ວ ຫຍິ່ງ​ມີ​ຄວາມຕ້ອງການຢາກຮູ້ວ່າ ທຸກໆໜັງສື ຈາກເຈ້ຍ  ແລະ  ທຸກໜັງສືຈາກປື້ມ ມັນເວົ້າກ່ຽວກັບຫຍັງ  ເປັນແຮງພັກດັນໃຫ້ລາວຕ້ອງການອ່ານ ແຕ່ສໍາລັບການຂຽນ ແມ່ນຂຽນບໍ່ແກ່ງ ຍັງຈະຕ້ອງໄດ້ພາຍາຍາມອີກຕໍ່ໄປ ຄຽງຄູ່ກັບ ທິມງານ ທລຍ ແຂວງ ແລະເມືອງ ພວກເຮົາຈະພາຍາຍາມ ຝືກອົບຮົມຕື່ມໃຫ້ລາວໄດ້ກາຍເປັນ ຜູ້ປະສານງານກຸ່ມບ້ານຕົວແບບໃນຫຼາຍດ້ານ ຈົນສາມາດກາຍເປັນຄູ ຝືກໃຫ້ແກ່ຜູ້ປະສານງານຫຼືທິມງານຈັດຕັ້ງປະຕິບັດຂັ້ນບ້ານ ໃນບ້ານ ໃນກຸ່ມບ້ານຕ່າງໆ ພາຍໃນເມືອງ ຈົນເຖິງພາຍໃນແຂວງອີກດ້ວຍ.


    ປະຈຸບັນນີ້ ນອກຈາກລາວຈະໄດ້ເປັນຜູ້ອຳນວຍຄວາມສະດວກໃນການຈັດກອງປະຊຸມແລ້ວ ລາວຍັງໄດ້ແປພາສາຊົນເຜົ່າຊ່ວຍທິມງານ ພວກເຮົາອີກ  ເຊິ່ງມັນເປັນທ່າແຮງອັນດີທີ່ພວກເຮົາມີ ຜູ້ປະສານງານ ທີ່ເປັນ​ແມ່ຍິງ ແລະ ກໍແມ່ນຊົນເຜົ່າ ເຮັດໃຫ້ການຈັດກອງປະຊຸມແຕ່ລະເທື່ອມີຄວາມລາບລື່ນ ສາມາດເຂົ້າອົກເຂົ້າໃຈກັບຊຸມຊົນໄດ້ດີ.  

Attachment: