ເມືອງປາກແຊງແຂວງຫລວງພະບາງກັບການພັດທະນາດ້ານພື້ນຖານໂຄງລ່າງ ທີ່ ທລຍ ໃຫ້ການສະໜັບສະໜູນດ້ານພື້ນຖານໂຄງລ່າງ ຮອບວຽນ 11 ສົກປີ 2013-2014

Posting Date: 
19 Nov 2014

ເມືອງປາກແຊງແຂວງຫລວງພະບາງກັບການພັດທະນາດ້ານພື້ນຖານໂຄງລ່າງ

ທີ່ ທລຍ ໃຫ້ການສະໜັບສະໜູນດ້ານພື້ນຖານໂຄງລ່າງ ຮອບວຽນ 11 ສົກປີ 2013-2014

 

​ໂດຍ: ຄຳພັນ ພັນທະວົງ

ເມືອງປາກແຊງຕັ້ງຢູ່ທິດຕາເວັນອອກສຽ່ງເໜືອແຂວງຫລວງພະບາງ ຫ່າງຈາກເທດສະບານແຂວງ 84 ກມ, ມີຊາຍແດນ ທິດເໜືອຕິດກັບ ເມືອງງອຍ,ທິດໃຕ້ຕິດກັບເມືອງໂພນໄຊ, ທິດຕາເວັນອອກຕິດກັບເມືອງວຽງຄຳ ແລະ ທິດຕາເວັນຕົກຕິດກັບເມືອງປາກອູ. ປະກອບມີ 8 ກຸ່ມບ້ານ, 1 ບ້ານໃຫຍ່, 3 ກຸ່ມຈຸດສຸມຂອງເມືອງ, 55 ບ້ານ,   4,127 ຄອບຄົວ, ມີພົນລະເມືອງ 22,629 ຄົນ, ຍິງ 11,140 ຄົນ, ມີບ້ານທຸກຍາກຈຳນວນ 34 ບ້ານ ກວາມເອົາ 471 ຄອບຄົວ ​ໃນ​ນັ້ນ​ ກຸ່ມ​ເປົ້າ​ໝາຍຂອງ ທລຍ ມີ 6 ກຸ່ມບ້ານ, 43 ບ້ານ

ສໍາລັບຮອບວຽນ 11 ສົກປີ 2013-2014 ຜ່ານມານີ້ ເມືອງປາກແຊງໄດ້ຮັບທຶນສະໜັບສະໜູນຈາກກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ຈຳນວນ 6 ໂຄງການຄື: ກໍ່ສ້າງໂຮງຮຽນປະຖົມບ້ານບວມກອກ, ກຸ່ມບວມກອກ, ໂຮງຮຽນປະຖົມບ້ານຫ້ວຍສະອູ ກຸ່ມຫາດພວນ, ໂຮງຮຽນປະຖົມ ບ້ານໜອງຄຳ ກຸ່ມບວມພະແສງ,ໂຮງຮຽນປະຖົມບ້ານຫ້ວຍໂທນ ກຸ່ມສົບແຈກ,ໂຮງຮຽນປະຖົມບ້ານສົບເຜືອກ ກຸ່ມມ່ວງຄຳ ແລະ ໂຄງການກໍ່ສ້າງ ເສັ້ນທາງບ້ານປຸ່ງລານ ກຸ່ມບ້ານໜອງ ລວມມູນຄ່າທັງໝົດ: 1 ,702, 130,  579 ກີບ. ໃນນັ້ນການປະກອບສ່ວນຂອງຊຸມຊົນທີ່ປະກອບເປັນ ວັດຖຸທີ່ຫາໄດ້ໃນທ້ອງຖິ່ນ ແລະ ແຮງງານທັງໝົດຄິດໄລ່ເປັນເງິນແມ່ນ: 189 329 241 ກີບ.

ມາຮອດປະຈຸບັນແມ່ນໄດ້ມອບຮັບໃຫ້ຊຸມຊົນຄຸ້ມຄອງນຳໃຊ້ໄປແລ້ວ 4ໂຄງການ, ອີກ 2 ໂຄງການແມ່ນສຳເລັດຫລາຍກ່ວາ 80% ຄາດວ່າຈະໄດ້ມອບ ຮັບໃນໄວໆນີ້.

ທ່ານ ບຸນມີ ຄຸນນະຂັນຕີ ຫົວໜ້າຫ້ອງການພັດທະນາຊົນນະບົດຂັ້ນເມືອງ ທັງເປັນຜູ້ປະສານງານຝ່າຍລັດຂັ້ນເມືອງໄດ້ມີຄຳເຫັນຕໍ່ກອງ ປະຊຸມລາຍງານຄວາມຄືບໜ້າ ປະຈຳໄຕມາດ ບາງຕອນທ່ານເວົ້າວ່າ: “ການເຮັດວຽກຂອງທິມງານກອງທຶນຫຸລດຜ່ອນຄວາມທຸກຍາກແມ່ນເອົາໃຈ ໃສ່ເຮັດແທ້ທຳຈິງ ເຫັນຮູບປະທຳທັນທີ ເພາະມັນເປັນໂຄງການຮອບວຽນປີຕໍ່ປີ ສິ່ງທີ່ປະທັບໃຈທີ່ສຸດຄືຂະບວນການສ້າງຄວາມເຂັ້ມແຂງໃຫ້ແກ່ ຊຸມຊົນ ແລະ ອຳນາດການປົກຄອງທ້ອງຖິ່ນ ເຮັດໃຫ້ຊຸມຊົນສາມາດວາງແຜນຈັດຕັ້ງປະຕິບັດໂຄງການດ້ວຍຕົນເອງໄດ້ ສິ່ງດັ່ງກ່າວມັນສະທ້ອນໃຫ້ ເຫັນຂະບວນການຫລຸດຜ່ອນຄວາມທຸກຍາກຢ່າງແທ້ຈິງ”.