ເມືອງໂພນໄຊ ແຂວງຫລວງພະບາງ ສໍາເລັດຊຸດຝຶກອົບຮົມວຽກງານຈັດຊື້-ຈັດຈ້າງ ແລະ ບໍລິຫານການເງິນໃຫ້ທິມງານຈັດຕັ້ງປະຕິບັດຂັ້ນບ້ານ

Posting Date: 
18 Mar 2015

ເມືອງໂພນໄຊ ແຂວງຫລວງພະບາງ ​ສໍາ​ເລັດ​ຊຸດຝຶກອົບຮົມວຽກງານຈັດຊື້-ຈັດຈ້າງ

ແລະ ບໍລິຫານການເງິນ​ໃຫ້ທິມງານຈັດຕັ້ງປະຕິບັດຂັ້ນບ້ານ

 

ໂດຍ: ຄໍາພັນ ພັນທະວົງ

      ເພື່ອ​ຄວາມ​ໂປ່ງ​ໃສ ​ແ​ລະ ສາມາດກວດ​ສອບ​ໄດ້. ການຈັດ​ຊືຈັດ​ຈ້າງ ຈຶ່ງ​ເປັນ​ອີກ​ໜ້າວຽກ​ໜຶ່ງ​ທີ່​ຊຸມຊົນ​ຈະ​ຕ້ອງ​ໄ​ດ້ມີ​ສ່ວນ​ຮ່ວມ​ກັບ​ໂຄງການ​ຂອງ ທລຍ ກອ່ນຈະ​ລົງມື​ກໍ່ສ້າງ ຫຼື ສ້ອມ​ແປງ​ໂຄງການ​ຍ່ອຍ​ ທີ່ ທລຍ ​ຕົກລົງ​ໃຫ້ການ​ສະ​ນັບ​ສະ​ໜູນ​ຊ່ວຍ​ເຫຼືອ ປະຊາຊົນ​ບັນດາ​ເຜົ່າ​​ເພື່ອ​ແກ້​ໄຂັຄວາມທຸກ​ຍາກ​ໃຫ້​ແກ່​ປະຊາຊົນ ​ໃນ​ເຂດ​ຊົນນະບົດ.

      ຄັ້ງວັນທີ 5-7 ມີນາ 2015 ຜ່ານ​ມາ​ນີ້, ທລຍ ຈັດກອງປະຊຸມຝຶກອົບຮົມວຽກງານຈັດຊື້-ຈັດຈ້າງແລະບໍລິຫານການເງິນໃຫ້ແກ່ທິມງານຈັດຕັ້ງປະຕິບັດຂັ້ນບ້ານທີ່ໄດ້ຮັບໂຄງການໃນຮອບວຽນ 12 ສົກປີ 2014-2015 ​​ທີ່ຫ້ອງປະຊຸມຂອງເມືອງໂພນໄຊ ແຂວງຫລວງພະບາງ. ​ໃນ​ກອງ​ປະຊຸມ​ດັ່ງ​ດ່າວມີ​ຜູ້​ເຂົ້າ​ຮ່ວມ ທີ່ມາຈາກ 10 ບ້ານ ຂອງ 7 ກຸ່ມບ້ານ ໃນທົ່ວເມືອງ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ຫຸມ ແພງ ແກ້ວວິຈິດ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆໂພນໄຊ ທັງ​ເປັນຜູ້ຊີ້ນຳວຽກງານ ກອງທຶນຫລຸດຜ່ອນຄວາມທຸກຍາກຂັ້ນເມືອງ ຊຶ່ງ​ຜູ້ເຂົ້າຮ່ວມທັງໝົດມີ  57 ຄົນ, ​ໃນ​ນັ້ນ ມີ​ແມ່ຍິງຈໍານວນ 14 ຄົນ.

​ໃນ​ກອງ​ປະຊຸມ ທ່ານ ປະທານໄດ້ຕີລາຄາສູງຕໍ່ຜົນສຳ ເລັດຂອງວຽກງານກອງທຶນຫລຸດຜ່ອນຄວາມທຸກຍາກໃນ 2 ຮອບວຽນຜ່ານມາ ​ເພາະ​ມັນ ສະທ້ອນໃຫ້ເຫັນ​ເຖີງຄວາມໝາຍຄວາມສຳຄັນ ຂອງບັ້ນຝຶກອົບຮົມ ຈັດຊື້-ຈັດຈ້າງ ແລະບໍລິຫານການເງິນ ໃນວຽກງານທລຍ ​ໂດຍ​ສະ​ເພາະ​ແມ່ນ ການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນແລະອຳນາດການປົກຄອງທ້ອງຖິ່ນ

 

ຄູ​ຝຶກ​ໃສຊຸດ​ອົບຮົມ​ດັ່ງກ່າວ ​ແມ່ນ​ມາ​ຈາກ ທລຍ ​ເມືອງ​​ໂພນ​ໄຊ ຊຶ່ງ​ໃນ​ນັ້ນ ​ມີ​ແມ່ຍິງ 1 ທ່ານ ທີ່ເປັນ​ຜູ້​ຮັບຜິດຊອບ​ວຍກງານ​ບໍລິຫານ​ການ​ເງິນ​ເມືອງ​. ບົດຮຽນ​ທີ່​ໄດ້​ນໍາ​​ມາອົບຮົມ​ໃຫ້​ແກ່​ທິມງານ​ຈັດ​ຕັ້ງ​ປະຕິບັດຂັ້ນ​ບ້ານຄັ້ງ​ນີ້ ປະກອບ​ດ້ວຍ: ວຽກງານບໍລິຫານການເງິນ, ພາລະບົດບາດຂອງທິມງານ, ການນຳໃຊ້ແບບຟອມຕ່າງໆ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ​ເງິນ​ຊ່ວຍ​ເຫຼື​ອຊາວບ້ານ, ການປະກອບເອກະສານ ສໍາລັບ ຖອນ, ເບີກຈ່າຍແລະ ສະຫລຸບງົບປະມານ. ນັກສຳມະນາກອນມີ​ບົດຝຶກຫັດ​ເຮັດ​ຕົວ​ຈີ​ງ ເພື່ອໃຫ້ເຂົ້າ ໃຈ​ເລິງກເຊິ່ງຂື້ນ​ກວ່າ​ເກົ່າ ​ແລະ ສາມາດນໍາ​ເອົາໄປຈັດຕັ້ງປະຕິບັດຢູ່ຂັ້ນບ້ານໄດ້ຢ່າງຖືກຕ້ອງ.

 

ສ່ວນ​ວຽກ​ງານ​ຈັດ​ຊື້​ຈັດ​ຈ້າງ ກໍໍ່ໄດ້​ມີ​ຂັ້ນ​ຕອນ, ລະ ບຽບ​ຫັກ​ການ ​ແລະ ວິທີ​ຄຸ້ມ​ຄອງ​ບໍລິຫານ ລວມທັງ​ການ​ປະ ສານ​ງານ, ການ​ເຮັດ​ສັນຍາຊຸມ​ຊົນ ​ແລະ ຜູ້​ຮັບ​ເໝົາ​ກໍ່ສ້າງ, ​ຮຽນ​ຮູ້​ບົນ​ດາເອກ​ກະສາ​ນທີ່​ຈະ​ຕ້ອງ​ໄດ້​ປະກອບ​ເຂົ້າ​ໃນ​ການ​ປະມູນ ​ໂດຍ​ຊຸມ​ຊົນ​ເອງ​ ກໍ​ແມ່ນ​ໄດ້​ລົງ​ເລິກຄົ້ນຄ້ວາ​ຢ່າ​ງລະອຽດຖີ່​ຖ້ວນ​ໃນ​ແຕ່ລະຂັ້ນຕອນ ​ໂດຍອີງ​ໃສ່ລະບຽບ​ການ​ປະ ມູນ ຂອງ ທລຍ ກໍ​ຄື​ ຜູ້​ໃຫ້​ທຶນ ​ແລະ ລັດຖະບານ​ລາວ​ເຮົາ​ໄດ້​ກໍານົດ​ໄວ້ ​ເປັນ​ຕົ້ນ​ແມ່ນ​ເໜັ້ນໜັກ​ໃສ່​ຄວາມ​ເປັນ​ເຈັ້າການ​ຂອງ​ຊຸມ​ຊົນ​ເອງ ​ເຊັ່ນ:  ລົງເລິກເຖີງຫັລກການສຳຄັນຂອງການຈັດຊື້-ຈັດຈ້າງ, ປະເພດຂອງ ການຈັດຊື້ຈັດຈ້າງ, ໃຜສາມາດເປັນຜູ້ຮັບເໝົາແລະ ສະໜອງສິນຄ້າ, ວິທີແລະຂັ້ນຕອນການຈັດຊື້ຈັດຈ້າງ, ການກະ ກຽມເອກະສານປະມູນ, ການຍື່ນຊອງປະມູນສະເໜີລາຄາ, ການເປີດຊອງປະມູນ, ການປະເມີນຜົນ​ປະມູນ ​ແລະ ການເຊັນສັນແລະອື່ນໆທີ່ຕິດພັນກັບວຽກງານຈັດຊື້-ຈັດ​ຈ້າງ. ນອກຈາກ​ນັ້ນ ນັກ​ສໍາ​ມະ​ນາກ​ອນຍັງ​ໄດ້​ທໍາ​ຄວາມ​ເຂົ້າ​ໃຈ​ຕໍ່​ກັບ​ການວ່າຈ້າງນາຍຊ່າງຊຸມຊົນ ແລະ ວິຊາການຊຸມຊົນອີກ​ດ້ວຍ.

 

ກອງ​ປະຊຸມ​ນີ້ໄດ້​ມີ​ຜົນ​ເລັດຢ່າງ​ຈົບ​ງາມ ​ແລະ ຜູ້​ເຂົ້າ​ຮ່ວມ​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ການ​ຄຸ້ມ​ຄອງ​ບໍຫານ ​ແລະ ການຈັດ​ຊື້​ຈັດ​ຈ້າງ ​ເປັນ​ທີ່​ໜ້າ​ພໍ​ໃຈ ​ເພາະຜ່ານການຄົ້ນຄົ້ວປຶກສາຫາລືແລກປ່ຽນບົດຮຽນ ຢ່າງກົງໄປກົງມາ ​ໄດ້​ເຮັດໃຫ້ທິມງານຂັ້ນບ້ານ ຜູ້ທີ່ເຂົ້າຮ່ວມສາມາດເຂົ້າໃຈເນື້ອໃນ ແລະ ຂັ້ນຕອນດີພໍສົມ ຄວນ ຊຶ່ງສະແດງອອກໃນການເຮັດບົດຝຶກຫັດ​ໃນ​ແຕ່​ລະ​ດ້ານ.

ທ່ານ ສົມດີ ຫົວໜ້າທິມງານຈັດຕັ້ງປະຕິບັດບ້ານຫ້ວຍຮາ ກຸ່ມບ້ານຫ້ວຍຂິງ ເມືອງໂພນໄຊ ​ໄດ້ໃຫ້ທັດຊະນະວ່າ: ຫລາຍປີທີ່ຜ່ານມາ ມີບາງໂຄງການທີ່ມາໃຫ້ການຊ່ວຍເຫືລອບໍ່ໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ​ເທົ່າ​ທີ່​ຄວນຄື​ກັນ​ກັບ ທລຍ,  ສ່ວນຫລາຍແມ່ນມີແຕ່ການປະກອບສ່ວນ ແຕ່ສໍາລັບ ທລຍ ແມ່ນໄດ້ຝຶກອົບຮົມຄັກແນ່, ມີ​ການວາງ​ແຜນ​ຈັດ​ຊື້ຈັດ​ຈ້າງ​ລ່ວງ​ໜ້າ ​ແລະ ວາງກຳນົດວັນ​ເວລາ ຊຶ່ງເຮັດໃຫ້ພວກເຮົາໄດ້ຮຽນຮູ້ແລະເຂົ້າໃຈວຽກງານຈັດຊື້-ຈັດຈ້າງແລະ ບໍລິຫານການເງິນ ຂອງ ທລຍ ​ໄດ້ດີ​ຂື້ນ, ຂ້າພະ​ເຈົ້າ​ຄິດ​ວ່າ ມັນ​ເປັນ​ບົດຮຽນ ທີ່​ຂ້າພະ​ເຈົ້າຈະສາມາດນຳເອົາໄປຜັນຂະຫຍາຍ ແລະ ນຳໃຊ້ຢູ່ໃນບ້ານຂອງຂ້າພ​ະ​ເຈົ້າ​ໄດ້​ເປັນ​ຢ່າງ​ດີ, ເພາະ​ທຸກ​ສິ່ງ​ທຸກ​ຢ່າງ​ ທລຍ ແມ່ນມອບ​ຄວາມ​ຮັ​ບຜິດ​ຊອບ​ໃຫ້​ປະຊາຊົນ​ຊາວບ້ານ​ເປັນ​ຢູ້ຈັດ​ຕັ້ງ​ປະຕິບັດ​ເອງ​ໝົດ, ຖ້າ​ພວກ​ເຮົາ​ບໍ່ເຂົ້າ​ໃຈກໍ​ຍັງ​ມີ​ພະນັກງານ ທລຍ ​ແຕ່ລະ​ຂັ້ນ​ຢູ່ຄຽງຂ້າງເປັນ​ທີ່​ປຶກສາ ​ແລະ ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ປະຊາຊົນທຸກ​ເວລາ, ຂ້າພະ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈ​ວ່າຈະ​ເຮັດ​ສໍາ​ເລັດ​ໜ້າ​ທີ່ ​ແລະ​ ຈະ​ນໍາພາ​ຊາວບ້ານ​ໃຫ້ຫລຸດຜ່ອນຄວາມທຸກຍາກ​ໄດ້​ເທື່ອລະກ້າວ. ​ເພາະ​ຂ້າພະ​ເຈົ້າ​​ເຫັນ​ວ່າໂຄງການ ທລຍ ​​ເປັນ​​ໂຄງການທີ່​ສ້າງ​ໃຫ້​ຊຸມ​ຊົນ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ການ​ພັດທະນາ​ບ້ານຂອງ​ຕົນ​.