52 ໂຄງການຍ່ອຍ ໄດ້ຖືກຮັບຮອງໃນກອງປະຊຸມຂັ້ນເມືອງ ທລຍ ແຂວງສະຫວັນນະເຂດ

Posting Date: 
20 Jun 2017

52ໂຄງການຍ່ອຍ ໄດ້ຖືກຮັບຮອງໃນກອງປະຊຸມຂັ້ນເມືອງ ທລຍ    ແຂວງສະຫວັນນະເຂດ

ໂດຍ: ສິນ​ນະຄອນ​ ອິນ​ທິລາດ

52 ​ໂຄງການ​ຍ່ອຍ  ​ໄດ້​ຖືກ​ຮັບຮອງ ​ຢູ່​ກອງ​ປະຊຸມ​ປະສານ​ງານ​ການວາງ​ແຜນ​ຂັ້ນ​ເມືອງ  ຂອງແຕ່ລະເມືອງເປົ້້້າໝາຍ ທລຍ ແຂວງ ສະຫວັນນະເຂດ ເພື່ອຈະ​ໄດ້ນໍາໄປຈັດຕັ້ງປະຕິບັດ ໃນຮອບວຽນ ທີ 15 ສົກປີ 2017-18 ​ເພື່ອປະກອບສ່ວນເຂົ້າໃນການ ແກ້ໄຂຫຼຸດຜ່ອນຄວາມທຸກຍາກຂອງ ຊຸມຊົນໂດຍສະເພາະໃນບັນດາບ້ານເປົ້າໝາຍທີ່ທຸກຍາກ ແລະ ຫ່າງໄກສອກຫຼີກ.

ກອງປະຊຸມດັ່ງກ່າວໄດ້ຈັດຂື້ນທ້າຍ​ເດືອນ​ມິຖຸນາ 2017 ເພື່ອລາຍງານຜົນ ໃນການຈັດຕັ້ງປະຕິບັດໂຄງການໃນປີຜ່ານມາ   ເພື່ອເປີດໂອກາດໃຫ້ຕົວແທນ ຂອງແຕ່ລະກຸ່ມບ້ານໄດ້ນໍາສະເໜີ ແຜນພັດທະນາກຸ່ມບ້ານຂອງຕົນ  ເພື່ອປືກສາຫາລືຄົ້ນຄວ້າຮັບຮອງ ເອົາແຜນພັດທະນາ ກຸ່ມບ້ານດ້ວຍເຫດດ້ວຍຜົນທີ່ເໝາະສົມ ປືກສາຫາລື ໄປເຖິງແຜນການປົກປັກຮັກສາຄຸ້ມຄອງນໍາໃຊ້  ໃນເມື່ອກໍ່ສ້າງສໍາເລັດ ລວມທັງການປືກສາຫາລື ເພື່ອບໍ່່ໃຫ້ການຈັດຕັ້ງປະຕິບັດໂຄງການ ໄປຊໍ້າຊ້ອນກັນ ກັບການຊ່ວຍເຫລືອ ຈາກ​ໂຄງການພັດທະນາອື່ນໆ ​ແລະ ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງເມືອງ  ທັງນີ້ທັງນັ້ນກໍແມ່ນເພື່ອ ເຮັດໃຫ້ ຜົນປະໂຫຍດຕ່າງໆໃນການຈັດຕັ້ງປະຕິບັດໃຫ້ຕົກໄປໃສ່ ພໍ່ແມ່ ປະຊາຊົນຜູ້​ທີ່​ທຸກ​ຍາກ​ແທ້ໆ ແລະ  ເຮັດໃຫ້ໂຄງການ ກໍ່ສ້າງນັ້ນມີຄວາມຍືນຍົງ  ເຊີ່ງກອງປະຊູມດັ່ງກ່າວນີ້ ປະກອບ​ມີ ທ່ານ ເຈົ້າເມືອງ  ຫຼື ຮອງ ເຈົ້າເມືອງ ຜູ້ຮັບຜິດຊອບຊີ້ນໍາວຽກງານ ທລຍ ຂອງແຕ່ລະເມືອງ ເປັນປະທານ ແລະ ການ​ເຂົ້າ​ຮ່ວມ​ຂອງ ພະແນກການ -ການລົງທຶນແຂວງ,  ພະແນກກະສິກໍາ-ປ່າໄມ້ແຂວງ,   ຫ້ອງການກ່ຽວຂ້ອງຈາກ ເມືອງ, ອົງການຈັດຕັ້ງມະຫາຊົນ,  ອົງການຊ່ວຍເຫຼືອຂອງສາກົນ ທີ່ມີຢູ່ພາຍໃນແຕ່ລະເມືອງ,  ຜູ້ປະສານງານ  ແລະ ຕົວແທນກຸ່ມບ້ານ ໃນແຕ່ລະກຸ່ມເປົ້າ ໝາຍພາຍໃນແຕ່ລະເມືອງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

        ຜົນການຄົ້ນຄວ້າປືກສາຫາລື ກັນໃນກອງ​ປະຊຸມ​ປະສານ​ງານ​ການວາງ​ແຜນ​ຂັ້ນ​ເມືອງ ແຕ່ລະເມືອງເປົ້າໝາຍຂອງ ທລຍ ແຂວງສະຫວັນນະເຂດໃນຄັ້ງນີ້ ໄດ້ຮັບຮອງເອົາຈໍານວນ 52ໂຄງການຍ່ອຍ  ຄາດວ່າຈະໄດ້ນໍາໃຊ້ງົບປະມານທັງໝົດ  14,897,600,000ກີບ  ໃນນັ້ນ ມີຈໍານວນໂຄງການ ທີ່ຂື້ນກັບຂະແໜງ ສຶກສາທິການ ແລະ ກິລາ 17ຄງການ ຈະນໍາໃຊ້ງົບປມານ 5,848,000,000ກິບ,  ຈໍານວນໂຄງການ ທີ່ຂື້ນກັບ ຂະແໜງ ໂຍທາທິການ ແລະ ຂົນສົ່ງ ມີ  16ໂຄງການຈະນໍາໃຊ້ງົບປມານ 4,956,000,000ກີບ, ໂຄງການທີ່ຂຶ້ນກັບ ຂະແໜງສາທາລະນະສຸກ ມີ13ໂຄງການ ຈະນໍາໃຊ້ງົບປມານ 3,349,000,000 ກີບ,  ຈໍານວນໂຄງການ ທີ່ຂື້ນກັບ ຂະແໜງກະສິກໍາ-ປ່າໄມ້ ມີ3ໂຄງການ ຈະນໍາໃຊ້ງົບປມານ 464,000,000 ກີບ ,ຈໍານວນໂຄງການ ທີ່ຂື້ນກັບ ຂະແໜງພະລັງງານ ແລະ ບໍ່ແຮ່ ມີ3ໂຄງການ ຈະນໍາໃຊ້ງົບປມານ 280,500,000ກີບ.     ເຊິ່ງງົບປະມານດັ່ງກ່າວນັ້ນໄດ້ຮັບການຊ່ວຍເຫຼືອຈາກທະນາຄານໂລກ, ອົງການ​ເພື່ອການພັດທະນາ ​ແລະ ຮ່ວມ​ມືຂອງປະເທດສະ​ວິດ​ເຊີ​ແລນ, ທຶນປະກອບສ່ວນຈາກລັດຖະບານ ພ້ອມນັ້ນຊຸມຊົນ ແຕ່ລະທ້ອງຖິ່ນຍັງຈະໄດ້ປະກອບສ່ວນຕາມຮູບແບບການພັດທະນາແບບມີສ່ວນຮ່ວມ. ​ໃນ​ອະນາຄົດ​ຖ້າການກໍ່ສ້າງໂຄງການດັ່ງກ່າວນີ້ສໍາເລັດແລ້ວ  ຕົວແທນຊຸມຊົນໄດ້ສັນຍາວ່າຈະໄດ້ມີການ ອອກລະແບບ  ສ້າງກອງທຶນໃນການປົກປັກຮັກສາ ​ແລະ ຄຸ້ມຄອງນໍາໃຊ້ເພື່ອໃຫ້ໂຄງການ​ຕ່າງໆເຫ​ລົ່ານັ້ນ​ມີ​ຄວາມຍືນຍົງ ຄຸ້ມຄ່າ​ໃນການລົງທຶນອີກດ້ວຍ.

Attachment: