Published on Poverty Reducetion Fund (http://www.prflaos.org/test)

Home > ກອງປະຊຸມຝຶກອົບຮົມການວາງແຜນພັດທະນາຂັ້ນບ້ານ ແລະ ຂັ້ນກຸ່ມບ້ານ ໃນຮູບແບບການພັດທະນາ ໂດຍຊຸມຊົນເປັນເຈົ້າການ

ກອງປະຊຸມຝຶກອົບຮົມການວາງແຜນພັດທະນາຂັ້ນບ້ານ ແລະ ຂັ້ນກຸ່ມບ້ານ ໃນຮູບແບບການພັດທະນາ ໂດຍຊຸມຊົນເປັນເຈົ້າການ [1]

Posting Date: 
19 May 2016

ກອງປະຊຸມຝຶກອົບຮົມການວາງແຜນພັດທະນາຂັ້ນບ້ານ ແລະ ຂັ້ນກຸ່ມບ້ານ

 

ໃນຮູບແບບການ​ພັດທະນາ​ ໂດຍຊຸມຊົນເປັນເຈົ້າການ

 

      ​ໂດຍ: ຄຳ​ມາ ຈັນ​ປະ​ເສີດ

 

ໃນໄລຍະນີ້ຊຶ່ງເປັນຊ່ວງທີ່ ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ(ທລຍ) 2 ທີ່​ໃຫ້​ຄວາມ​ສໍາຄັນ ​ແລະ ກຳລັງ​ທົດລອງການວາງແຜນໃນຮູບແບບການພັດທະນາ ​ໂດຍຊຸມຊົນເປັນເຈົ້າການ (CDD) ຢູ່ 4 ເມືອງທົດລອງ ​ເປົ້າ​ໝາຍ​ຂອງ ທລຍ ຄື:  ເມືອງແບງ ແຂວງອຸດົມໄຊ, ເມືອງໂພນໄຊ ແຂວງຫຼວງພະບາງ, ເມືອງຊຳເໜືອ ແຂວງຫົວພັນ ແລະ ເມືອງເຊໂປນ ແຂວງສະຫວັນນະເຂດ ​ໄປ​ຕາມ​ທິດ​ 3 ສ້າງ ​ໂດຍ​ສະ​ເພາະ​ແມ່ນ​ການ​ສ້າງ​ບ້ານ​ໃຫ້​ກາຍ​ເປັນ​ບ້ານ​ພັດທະນາ ທີ່​ຮັບປະກັນ​ດ້ານ​ພື້ນຖານ​ໂຄງ​ລ່າງ, ຮາກ​ຖານ​ປະຊາຊົນ​ກໍ​ມີ​ຄວາມ​ໜັກ​ແໜ້ນ ​ແລະ ສະຫງົບ ​ແລະ ປະຊາຊົນ​ມີ​ຄວາມ​ເປັນ​ເຈົ້າ​ໃນ​ການ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຄອບຄົວ.

 

   

 

ເພື່ອປະຕິບັດຕາມ​ຈຸດປະສົງດັ່ງກ່າວ ໃນວັນທີ 25-29 ເມສາ 2016 ນີ້ ທລຍ ແຂວງຫຼວງພະບາງໄດ້ຈັດຊຸດຝຶກອົບຮົມຂຶ້ນຢູ່ທີ່ຫ້ອງວ່າການປົກຄອງເມືອງໂພນໄຊ ​ເຊິ່ງມີທີມງານ ທລຍ ແຂວງຜົ້ງສາລີ,ພະແນກແຜນການ ​ແລະ ການ​ລົງທຶນ​ເມືອງ, ທລຍ 6 ເມືອງຂອງແຂວງຫຼວງພະບາງ ແລະ 4 ຂະແໜງກ່ຽວຂ້ອງຂັ້ນເມືອງໂພນໄຊ ໄດ້ເຂົ້າຮ່ວມຝຶກອົບຮົມໃນຮູບແບບການພັດທະນາ ​ໂດຍຊຸມຊົນເປັນເຈົ້າການ.

 

ກອງ​ປະຊຸມຝຶກ​ອົບຮົມ​ຄັ້ງ​ນີ້​ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຫຸມແພງ  ແກ້ວວິຈິດ, ຮອງເລຂາ, ຮອງເຈົ້າເມືອງ​ໂພນ​ໄຊ ປະ ທານຊີ້ນຳວຽກງານ ທລຍ ຂັ້ນເມືອງ ລວມມີຜູ້ເຂົ້າຮ່ວມທັງໝົດ 16 ທ່ານ, ຍິງ 5 ທ່ານ ກອງປະຊຸມຄັ້ງນີ້​ໄດ້ໃຊ້ເວລາ 5 ວັນເຕັມ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທີມງານວາງແຜນຂັ້ນເມືອງ ແລະ ທລຍ ເມືອງໄດ້ກາຍເປັນນັກວາງແຜນທີ່ມີຄຸນນະພາບໃນຕໍ່ໜ້າ ພ້ອມທັງປະສານສົມທົບຫ້ອງການກ່ຽວຂ້ອງຂັ້ນເມືອງໃຫ້ມີຄວາມເຂົ້າໃຈການວາງແຜນທີ່ນຳໃຊ້ຮູບແບບການພັດທະນາ ​ໂດຍຊຸມຊົນເປັນເຈົ້າການ ຢູ່ໃນກຸ່ມເປົ້າໝາຍຂອງ ທລຍ 2 ແລະ ທລຍ 3 ທີ່ກໍາລັງຈະດໍາເນີນໃນຕໍ່ໜ້ານີ້

ຫຼັງຈາກສຳເລັດຝຶກອົບຮົມພາກທິດສະດີ ທີມງານຄູຝຶກໄດ້ນຳພາທີມງານລົງຈັດ​ຕັ້ງ​ປະຕິບັດຕົວຈິງ ຈັດກອງປະຊຸມແນະນຳໂຄງການ ຂັ້ນບ້ານ ບ້ານຫ້ວຍມະຫາ, ກຸ່ມທ່າຂ້າມ ໃນວັນທີ 30 ເມສາ 2016 ໃຊ້ເວລາ 1 ວັນເຕັມ ມີຜູ້ເຂົ້າຮ່ວມທັງໝົດ 47 ທ່ານ, ຍິງ 15 ທ່ານ

 

ຈາກນັ້ນວັນທີ 1–3 ພຶດສະພາ 2016.

ໄດ້ນຳພາທີມງານລົງຈັດກອງປະຊຸມວາງແຜນພັດທະນາຂັ້ນບ້ານຢູ່ບ້ານຫ້ວຍມະຫາ ກຸ່ມທ່າຂ້າມ ທັ້ງນີ້ເພື່ອຢາກໃຫ້ທີມງານກຳແໜ້ນຮູບແບບ ​ແລະ ຂັ້ນຕອນການຈັດກອງປະຊຸມແນະນຳໂຄງການ, ການຈັດກອງປະຊຸມວາງແຜນພັດທະນາບ້ານດີຂຶ້ນກວ່າເກົົ່າ ແລະ ໃນໂອກາດດຽວກັນ ທີມງານຄູຝຶກໄດ້ສະທ້ອນໃຫ້ນັກສຳມະນາກອນເຫັນໄດ້ບາງຈຸດທີ່ເຮັດຍັງບໍ່ໄດ້ດີຄື         ຂັ້ນຕອນການດຳເນີນ, ການວິເຄາະບັນຫາ ແລະ ການນຳພາຊາວບ້ານກຳນົດເງື່ອນໄຄວາມທຸກຍາກຂອງຄົວເຮືອນດັ່ງນີ້ເປັນຕົນ. 

 

ຈາກນັ້ນວັນທີ 4 – 13 ພຶດສະພາ 2016 ໄດ້ແບ່ງທີມງານລົງຈັດກອງປະຊຸມວາງແຜນພັດທະ ນາບ້ານຂຶ້ນຢູ່ໃນ 9 ບ້ານຂອງກຸ່ມທ່າຂ້າມ ຫຼັງຈາກນັ້ນຍັງອີກ 8 ກຸ່ມບ້ານແມ່ນມອບໃຫ້ທີມງານ ທລຍ ແລະ ຂະແໜງກ່ຽວຂ້ອງຂັ້ນເມືອງສຶບຕໍ່ລົງຈັດກອງປະຊຸມວາງແຜນພັດທະນາຂັ້ນບ້ານ ແລະ ຂັ້ນກຸ່ມບ້ານ ຄາດໝາຍຈະສຳເລັດໃນວັນທີ 29 ພຶດສະພາ 2016.

ຜົນໄດ້ຮັບຈາກຊຸດຝຶກອົບຮົມໃນຄັ້ງນີ້ ຜູ້ເຂົ້າຮ່ວມກຳໄດ້ວິ​ທີ​ການ, ຮູບ​ແບບ​ການ​ຈັດກອງປະຊຸມວາງແຜນພັດທະ ນາຂັ້ນບ້ານ ແລະ ຂັ້ນກຸ່ມບ້ານ ໄດ້ງ່າຍຂຶ້ນກວ່າເກົ່າ ວິທີນີ້​ເປັນ​ການເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ, ທຳ​ຄວາມ​ເຂົ້າ​ໃຈ​ໃນ​ຂັ້​ນ​ທ້ອງ​ຖິ້ນ​ໃຫ້​ນັບ​ມື້​ດີ​ຂຶ້ນກວ່າ​ເກົ່າ ພ້ອມດຽວກັນນີ້​ໃນ​ນາມ​ອົງ​ການ​ຈັດ​ຕັ້ງ​ບ້ານ ແລະ ​ຊາວ​ບ້ານ ກຸ່ມ​ເປົ້າ​ໝາຍ​ໄດ້ສະແດງຄວາມດີໃຈ ແລະ ຂອບໃຈມາຍັງ ການນຳພັກ-ລັດຂັ້ນເທິງ ກໍຄື ທລຍ ໄດ້ເອົາໃຈໃສ່ຊອກທິດທາງສ້າງແຜນພັດ ທະນາຂັ້ນບ້ານ ເພື່ອ​ໃຫ້ຊາວບ້ານມີແຜນພັດທະນາບ້ານ,ກຸ່ມບ້ານຂອງຕົນໃນຕໍ່ໜ້າ ນອກຈາກນັ້ນຈະເປັນແນວທາງນຳພາຊາວບ້ານກ້າວໄປສູ່ຜົນສຳເລັດໃນການສ້າງພື້ນຖານໂຄງລ່າງຂອງບ້ານນັບມື້ດີຂຶ້ນກວ່າເກົ່າ.

 

 

 

 

Attachment: 
File Village and KB Planning_ LPB.docx [2]

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: http://www.prflaos.org/test/la/node/1032

Links:
[1] http://www.prflaos.org/test/la/node/1032
[2] http://www.prflaos.org/test/sites/default/files/news/1032/attachment/Village%20and%20KB%20Planning_%20LPB.docx