ໜັງສືເຊີນເຂົ້າແຂ່ງຂັນປະມູນສຳ ລັບການຈັດຊື້ລົດຈັກ ຈຳນວນ 105 ຄັນ

Country: 
Lao PDR
Project: 
ກອງທືນຫລຸດຜ່ອນຄວາມທຸກຍາກ
Position Description: 
ສຳລັບການຈັດຊື້ລົດຈັກ ຈຳນວນ 105 ຄັນ
Grant No.: 
IDA Grant No. H685LA and Additional Credit No. 5677-LA
Project No.: 
PRF/Motorcycle.105/G-NCB/2016 (G015
Date of Issue: 
Friday, October 14, 2016
Closing Date: 
Thursday, November 3, 2016

ໜັງສືເຊີນເຂົ້າແຂ່ງຂັນປະມູນ

 

ໂຄງການ:         ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ)

ແຫລ່ງທຶນ:       IDA Grant No. H685LA and Additional Credit No. 5677-LA

ສັນຍາເລກທິ:     PRF/Motorcycle.105/G-NCB/2016 (G015)

 

1.     ລັດຖະບານ ສປປ ລາວ ໄດ້ຮັບທຶນຊ່ວຍເຫລືອລ້າ ຈາກສະມາຄົມພັດທະນາສາກົນ (IDA), ທະນາຄານໂລກ ສົມທົບກັບ ກອງທຶນສຳຮອງຈາກບັນດາຜູ້ໃຫ້ທຶນຕ່າງໆ ເພື່ອໃຊ້ຈ່າຍສຳລັບໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກ ແລະມີຈຸດປະສົງນຳໃຊ້ສ່ວນໜຶ່ງຂອງທຶນເຂົ້າໃນການດຳເນີນການຈັດຊື້ລົດຈັກ ຈຳນວນ 105 ຄັນ.

2.    ກອງທຶນຫລຸດຜ່ອນຄວາມທຸກຍາກ ຂໍ​ເຊີນ​ບັນດາ​ບໍລິສັດ​ທີ່​ມີ​ຄວາມ​ສົນ​ໃຈ ​ແລະ ມີ​ຄວາມ​ເໝາະ​ສົມ​ເຂົ້າຍື່ນ​ຊອງ​ປະມູນ​ສຳ ລັບການຈັດຊື້ລົດຈັກ ຈຳນວນ 105 ຄັນ. ໄລຍະການສົ່ງມອບ ແມ່ນ 30 ວັນ. ສະຖານທີ່ສົ່ງມອບແມ່ນຫ້ອງການ ທລຍ ນະຄອນຫລວງ ວຽງຈັນ.

3.    ການປະມູນນີ້້ ຈະດຳເນີນຕາມຂັ້ນຕອນການປະມູນສົມທຽບລາຄາ ທີ່ໄດ້ກຳນົດໄວ້ຢູ່ໃນດຳລັດ ວ່າດ້ວຍການປະມູນຈັດຊື້ ສີນຄ້າ, ກໍ່ສ້າງ ສ້ອມແປງ ແລະ ການບໍລິການ ດ້ວຍທຶນຂອງລັດ, ສະບັບເລກທີ 03/ນຍ, ລົງວັນທີ 9/01/2004, ແລະ ລະບຽບການຈັດຕັ້ງປະຕິບັດດຳລັດ ສະບັບເລກທີ 063/ກງ, ລົງວັນທີ 12/03/2004, ແລະ ສະບັບດັດແກ້ ເລກທີ 0861/ກງ, ລົງວັນທີ 5/05/2009

4.    ບໍລິສັດ​ທີ່​ມີ​ຄວາມ​ເໝາະ​ສົມ​ສາມາດສອບຖາມຂໍ້ມູນເພີ້ມເຕີມ ​ແລະ ກວດກາ​ເອກະສານ​ປະມູນ​ໄດ້ ໃນ​ເວລາ​ໂມງ​ການ ແຕ່ເວລາ 0900 ຫາ 1700 ໂມງ, ຕາມທີ່ຢູ່ຂ້າງ​ລຸ່ມ​

5.    ບໍລິສັດ​ທີ່​ມີ​ຄວາມ​ເໝາະ​ສົມ ສາມາດພົວພັນຊື້​ເອກະສານ​ປະມູນ​ຄົບ​ຊຸດ​ເປັນພາສາລາວ ໂດຍເຂົ້າມາພົວພັນດ້ວຍຕົນເອງ ຕາມ​ທີ່ຢູ່​ຂ້າງ​ລຸ່ມ​ນີ້ ແລະ ໂດຍ​ຈ່າຍ​ເງິນ​ທີ່​ຈະ​ບໍ່​ສົ່ງ​ຄືນ​ຈຳນວນ 100 ໂດລາສະຫະລັດ. ວິທີ​ຊຳລະ​ຕ້ອງ​ຈ່າຍ​ເປັນເງິນສົດ.

6.    ຊອງ​ປະມູນ​ຈະ​ຕ້ອງ​ສົ່ງ​ຫາ​ບ່ອນ​ຢູ່​ຂ້າງ​ລຸ່ມ​ນີ້ ໃນ​ມື້ ຫລື ກ່ອນ​ເວລາ 14:00 ຂອງວັນທີ 3/11/2016. ການ​ສົ່ງ​ດ້ວຍ​ລະບົບ​ເອ​ເລັກ​ໂຕຼນິກຈະ​ບໍ່ອະນຸຍາດ. ການ​ປະມູນ​ທີ່​ສົ່ງ​ຊ້າຈະຖືກ​ປະຕິ​ເສດ. ການເປີດ​ຊອງປະມູນ​ຈະ​ເປີດ​ຕໍ່​ໜ້າ​ສາທາລະນະ​ໂດຍ​ຊ່ອງ​ໜ້າ​ຜູ້ຕາງ​ໜ້າ​ຂອງ​ຜູ້​ເຂົ້າປະມູນ​ທີ່​ຖືກ​ແຕ່ງຕັ້ງ ​ແລະ ບຸກຄົນ​ອື່ນ​ທີ່​ສົນ​ໃຈ​ຢາກ​ເຂົ້າຮ່ວມ​ຢູ່​ສະຖານ​ທີ່ໆ​ກຳນົດ​ໄວ້​ຂ້າງ​ລຸ່ມ​ນີ້ ໃນວລາ 14:00, ວັນທີ 3/11/2016. 

7.    ທຸກໆ​ເອກະສານ​ຈະ​ຕ້ອງ​ມີ​ໃບ​ແຈ້ງ​ການ​​ຮັບປະກັນ​ການ​ປະມູນ

8.    ບ່ອນຢູ່ທີ່ກ່າວເຖິງຢູ່ຂ້າງເທິງແມ່ນ :

ກອງທຶນຫລຸດຜ່ອນຄວາມທຸກຍາກ ຕັ້ງຢູ່ໃນຫ້ອງການສຳນັກງານນາຍົກລັດຖະມົນຕີ

ອາຄານ 501, ຊັ້ນ 1, ບ້ານ ສີສະຫວາດ, ຖະນົນ ນາໄຮ່ດຽວ,

ເມືອງ ຈັນທະບູລີ, ນະຄອນຫລວງວຽງຈັນ, ສປປ ລາວ

ໂທ: 261479-80 ຕໍ່ 105 (ໜ່ວຍງານ: ຈັດຊື້-ຈັດຈ້າງ)

www.prflaos.org