ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານປ້ອງກັນຜົນກະທົບທາງສັງຄົມ ຮອບວຽນ 15 ແລະ ແຜນຈັດຕັ້ງປະຕິບັດ ຮອບວຽນທີ 16

Posting Date: 
05 Nov 2018

ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານປ້ອງກັນຜົນກະທົບທາງສັງຄົມ

ຮອບວຽນ 15 ແລະ ແຜນຈັດຕັ້ງປະຕິບັດ ຮອບວຽນທີ 16

ໂດຍ: ທລຍ

 

         ກອງປະຊຸມໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 8-12 ຕຸລາ 2018ທີ່ສູນຝຶກອົບຮົມຮ່ວມມືສາກົນ(ICTC),  ນະຄອນຫຼວງວຽງຈັນໂດຍການເປັນປະທານ ຂອງ ທ່ານ ສີສະຫວັດ ເກີດກອງ, ຮອງຜູ້ອໍານວຍການບໍລິຫານ ທລຍ ແລະ ໂດຍການເຂົ້າຮ່ວມຂອງອ້າຍເອື້ອຍນ້ອງພະນັກງານພັດທະນາຊຸມຊົນຈໍານວນ 63 ຄົນ (ຍິງ 14 ຄົນ)ທີ່ປະຕິບັດໜ້າທີ ຢູ່ 43 ເມືອງ ໃນ 10 ແຂວງເປົ້າໝາຍ ທລຍ ແລະ ຈາກຫ້ອງການ ທລຍ ສູກາງ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານປ້ອງກັນຜົນກະທົບທາງສັງຄົມ ປະຈຳປີ 2018 ແລະ ເພື່ອຍົກລະດັບຄວາມຮັບຮູ້, ຄວາມເຂົ້າໃຈແລະສ້າງຄວາມເຂັ້ມແຂງທາງດ້ານວຽກງານປ້ອງກັນຜົນກະທົບທາງດ້ານສັງຄົມ, ວຽກງານສົ່ງເສີມບົດບາດຍິງ-ຊາຍແລະການມີສ່ວນຮ່ວມຂອງກຸ່ມຜູ້ດ້ອຍໂອກາດທີ່ຈະນໍາໄປຈັດຕັ້ງປະຕິ ບັດຢູ່ໃນປີ 2019. ນອກຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບກຽດ ຈາກຜູ້ຕາງໜ້າທະນາຄານໂລກ, ອົງການຮ່ວມມືເພື່ອການພັດທະນາຂອງປະເທດສະວິດເຊີແລນ ແລະ ຜູ້ຕາງໜ້າສະຫະພັນແມ່ຍິງສູນກາງ ບັນຍາຍໃຫ້ຄວາມຮູ້ໃນຫົວຂໍ້ຕ່າງໆ  ແລະ ພິເສດຜູ້ເຂົ້າຮວ່ມກອງປະຊຸມ ໄດ້ໄປທັດສະນະສຶກສາ ຮຽນຮູ້ກ່ຽວກັບວິທີການພັດທະນາບ້ານ ໃໝ່ ຫຼື ແຊວນອຸນດົງ ທີ່ບ້ານແອກຊ້າງ ເມືອງໂພນໂຮງ ແຂວງວຽງຈັນ ບ້ານເປົ້າໝາຍທົດລອງ ຂອງສູນຝຶກອົບຮົມເຕັກນິກກະສິກຳ ແລະ ພັດທະນາຊົນນະບົດ ລາວ-ເກົາຫຼີ, ກະຊວງກະສິກຳ ແລະ ປ່າໄມ້.

 

 

ຜ່ານການຈັດຕັ້ງປະຕິບັດໃນ ຮອບວຽນທີ 15ຜ່ານມາ ໂດຍລວມແລ້ວ ຜູ້ໃຫ້ທືນຕີລາຄາວ່າ ການຈັດຕັ້ງປະຕິບັດ ວຽກງານປ້ອງກັນຜົນກະທົບ ແມ່ນມີຄວາມເພີ່ງພໍໃຈ, ບໍ່ມີອັນໃດທີ່ເປັນບັນຫາໃຫ່ຍ ສ່ວນບັນຫາການກະທົບຕໍ່ທີ່ດິນ ແລະ ຊັບສິນຂອງຊຸມຊົນ ຈາກການຈັດຕັ້ງປະຕິບັດໂຄງການຍ່ອຍ ແມ່ນໄດ້ມີການເຮັດເອກະສານຄັກແນ່, ພ້ອມກັນນັ້ນໄດ້ມີການສືບຕໍ່ຝຶກອົບຮົມໃຫ້ແກ່ຜູ້ປະສານງານກຸ່ມບ້ານ, ທີມງານຈັດຕັ້ງປະຕິບັດຂັ້ນບ້ານ (VIT)  ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກສະແດງຄໍາຄິດຄໍາເຫັນ ແລະ ແກ້ໄຂບັນຫາ (FRM);ມີ 28 ໂຄງການຍ່ອຍ ໃນທັງໝົດ 335 ໂຄງການຍ່ອຍ ທີ່ໄດ້ຈັດຕັ້ງປະຕິບັດໃນຮອບວຽນ 15 ໄດ້ສົ່ງຜົນກະທົບເລັກນ້ອຍ ຕໍ່ 153ຄອບຄົວ ແຕ່ບໍ່ເກີນ 5% ຂອງທີ່ດິນ ຫຼື ຊັບສິນແຕ່ລະຄອບຄົວ, ລວມເນື້ອທີ່ດິນທັງໝົດທີ່ຖືກຜົນກະທົບມີ 5​,414 ຕາແມັດ ໃນນັ້ນມີພຽງ 1 ຄອບຄົວຮຽກຮ້ອງໃຫ້ຊົດເຊີຍ(ຄອບຄົວທ້າວຕູມ ແລະ ນາງປັນ ບ້ານສະ, ກຸ່ມບ້ານສະ ເມືອງລອງ ແຂວງຫຼວງນໍ້າທາ ຊຶ່ງຄອບຄົວດັ່ງກ່າວນີ້ມີດິນນາທັງໝົດ 8,000 ຕາແມັດແຕ່ມີສ່ວນໜຶ່ງໄດ້ຖືກຜົນກະທົບຈາກການກໍ່ສ້າງຂົວນໍ້າລົ້ນ) ໂດຍໄດ້ຮັບຄ່າຊົດເຊີຍເປັນເງີນ 448.000 ກີບ (ລາຄາ 24 000 ກີບ ຕໍ່ຕາແມັດ) ຊຶ່ງເຫັນໄດ້ວ່າ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ປະສົບຜົນສໍາເລັດອັນດີ ແລະ ໃຫ້ສຶບຕໍ່ຮັກສາຕໍ່ຍອດ ໃນຮອບວຽນທີ 16 ໃຫ້ປະກົດຜົນເປັນຈິງ.