ບັນຫາເລື່ອງນໍ້າຢູ່ບ້ານວຽງສະໄໝ ເມືອງພູຄູນ ໄດ້ຮັບການແກ້ໄຂແລ້ວ

Posting Date: 
29 Jul 2019

ບັນຫາເລື່ອງນໍ້າຢູ່ບ້ານວຽງສະໄໝ ເມືອງພູຄູນ ໄດ້ຮັບການແກ້ໄຂແລ້ວ

ໂດຍ: ທລຍ

        ​ບ້ານວຽງສະໄໝ ບ້ານຊົນເຜົ່າກຶມມຸ ຂຶ້ນກັບກຸ່ມບ້ານທ່າບໍແກ້ວ ເມືອງ​ພູຄູນ ແຂວງຫຼວງພະບາງ ມີ 105 ຄອບຄົວ, ມີ​ປະຊາກອນ​ທັງ​ໝົດ 523 ຄົນ, ຍິງ 245 ຄົນ, ອາຊີບ​ຕົ້ນຕໍ​ແມ່ນ​ເຮັດ​ໄຮ່, ປູກຝັງ ແລະ ລ້ຽງສັດ ບ້ານ​ດັ່ງກ່າວ​​ຫ່າງ​ຈາກ​ເທດສະບານ​ເມືອງ​ປະມານ 64 ກິ​ໂລ​ແມັດ ​​ເສັ້ນທາງ​​ເຂົ້າ​ຫາບ້ານ​ແມ່ນ​ທຸລະກັນດານຫລາຍ ຖ້າໃຊ້ ​ລົດ​ກະບະ ຫຼື ລົດຈັກ ຈະໃຊ້ເວລາເກືອບ 3 ຊົ່ວໂມງ ຈຶ່ງ​ຮອດ​ບ້ານ​ດັ່ງກ່າວ ເມື່ອເວົ້າເຖິງເລື່ອງນໍ້າກິນນໍ້າໃຊ້ກໍພົບກັບຄວາມຫຍຸ້ງຍາກເຊັ່ນກັນ ເພາະ​ນໍ້າບໍ່​ພຽງພໍ ເນື່ອງຈາກວ່າລະບົບນໍ້າລິນທີ່ໄດ້ຮັບການກໍ່ສ້າງໃນປີ 2007 ທີ່ໃຊ້ຮ່ວມກັນ 2 ບ້ານບໍ່ສາມາດສະໜອງນໍ້າຢ່າງພຽງພໍ ໂດຍສະເພາະ ເເມ່ນລະດູແລ້ງໃນລະຫວ່າງເດືອນເມສາ  ຫາ ເດືອນພຶດສະພາ.

          ດ້ວຍເຫດຜົນດັ່ງກ່າວ ໃນເວລາວາງແຜນພັດທະນາບ້ານ ປີ 2019 ປະຊາຊົນບ້ານວຽງສະໄໝ ​ໄດ້ພ້ອມ​ພາກັນ​ຕັດສິນ​ໃຈຄັດ​ເລືອກ​ເອົາໂຄງການສ້ອມແປງລະບົບນໍ້າລິນເປັນບຸລິມະສິດ​ຄວາມ​ຕ້ອງການອັນດັບທີ 1 ຈາກນັ້ນກໍໄດ້ຮັບຮອງເອົາຢູ່ຂັ້ນກຸ່ມ ແລະ ຂັ້ນເມືອງ.

​ໂຄງການ​ສ້ອມ​ແປງລະບົບ​ນໍ້າ​ລິນ​ບ້ານ​ດັ່ງກ່າວໄດ້ຮັບການຊ່ວຍເຫຼືອຈາກລັດ ຜ່ານການຈັດຕັ້ງປະຕິບັດໂດຍ ທລຍ ​ໄດ້​ເລີ່​ມກໍ່ສ້າງ​ໃນ​ວັນ​ທີ 17 ເດືອນພຶດສະພາ 2019 ​ແລະ ສໍາ​ເລັດ​ໃນວັນ​ທີ 20 ເດືອນມິຖຸນາ 2019. ​ເຊິ່ງນໍ້າ​ລິນ​ດັ່ງກ່າວ​ມີ​ຄວາມ​ຍາວ​ເຖິງ 4,450 ​ແມັດ, ປະກອບມີ 5 ກ໊ອກ, ອ່າງລົດຄວາມດັນ 3 ຈຸດ, ອ່າງເກັບນໍ້າ 1 ແຫ່ງ ຂະໜາດ 5x5x2 ແມັດ ​ມີມູນຄ່າ​ການ​ສ້ອມ​ແປງ​ທັງ​ໝົດ 213 ກວ່າລ້ານ​ກີບ ​ໃນ​ນັ້ນ ຊຸມ​ຊົນ​ປະກອບສ່ວນ​ທາງ​ດ້ານ​ແຮງ​ງານ ​ແລະ ວັດຖຸທີ່ຫາໄດ້ໃນທ້ອງ​ຖິ່ນ ຄິດ​ເປັນ​ເງິນ 38 ກ່ວາລ້ານ​ກີບ.

ທ່ານ ສົມພັນ, ນາຍບ້ານ ບ້ານວຽງສະໄໝ ​ໄດ້​ກ່າວ​ວ່າ: “ທາງບ້ານພວກ​ເຮົາ​ໝົດ​ທຸກ​ຄົນ​ມີ​ຄວາມ​ພາກພູມ​ໃຈ, ສະດວກ​ສະບາຍ​ກວ່າ​ແຕ່​ກ່ອນ​ຫລາຍຈະສາມາດ​ຊົມ​ໃຊ້​ນໍ້າ​ໄດ້​ທຸກ​ລະດູ ​ແລະ ພວກ​ເຮົາ​ໄດ້​​ສ້າງ​ຕັ້ງ​ກອງ​ທຶນ​ບູລະນະ​ສ້ອມ​ແປງ ໂດຍການເກັບເງິນ 2000 ກິບ/1 ຄອບຄົວ​​/ເດືອນ ເພື່ອ​ຮັບ​ໃຊ້ໃຫ້ແກ່ການ​ສ້ອມ​ແປງ​ລະບົບນໍ້າ​ລິນ​ແຫ່ງ​ນີ້ໃນອະນາຄົດຫາກມີການ​ເປ່​ເພ. ນອກຈາກນັ້ນ ອົງການປົກຄອງບ້ານຈະໄດ້ລະດົມພໍ່ແມ່ປະຊາຊົນນໍາໃຊ້ນໍ້າເພື່ອເຮັດສວນຄົວຢູ່ແຕ່ລະຄົວເຮືອນອີກດ້ວຍ.