ທລຍ ໄດ້ຮັບທຶນຊ່ອຍເຫຼືອລ້າຕື່ມອີກ 324.000 ໂດລາສະຫະລັດ ຈາກລັດຖະບານ ສປ ຈີນ

Posting Date: 
09 Aug 2019

ທລຍ ໄດ້ຮັບທຶນຊ່ອຍເຫຼືອລ້າຕື່ມອີກ 324​.000 ໂດລາສະຫະລັດ ຈາກລັດຖະບານ ສປ ຈີນ

 

          ໃນປີ 2019 ນີ້ ລັດຖະບານ ສ ປ ປ ລາວ ໄດ້ຮັບທຶນຊ່ອຍເຫຼືອລ້າ ຈາກກອງທຶນພິເສດ ຂອງລັດຖະບານ ສປ ຈີນ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຈໍານວນ 4,55 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດ  21 ໂຄງການ ນອນໃນຂະແໜງການຕ່າງໆ. ໃນນັ້ນ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ຮັບ 324​.000 ໂດລາ ສໍາລັບ 2 ໂຄງການ ຄື: (1). ການສຶກສາຄົ້ນຄວ້າ ຜົນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ໃນຊຸມປີຜ່ານມາ ຂອງບັນດາປະເທດພາກພື້ນ ກໍາປູເຈຍ-ລາວ-ມຽນມາ- ຫວຽດນາມ ແລະ ສປ ຈີນ; (2). ຈັດກອງປະຊຸມສໍາມະນາພາກພື້ນ ກ່ຽວກັບການລົບລ້າງຄວາມທຸກຍາກ ໂດຍຜ່ານວິທີການພັດທະນາໂດຍຊຸມຊົນເປັນເຈົ້າການ.

          ທັງສອງໂຄງການ ຈະໄດ້ເລີ່ມຈັດຕັ້ງປະຕິບັດໄວໆນີ້. ສໍາລັບ ກອງປະຊຸມສໍາມະນາພາກພື້ນ ມີແຜນຈະໄດ້ຈັດຂຶ້ນ ໃນຊ່ວງໄລຍະການສະເຫຼີມສະຫຼອງ ເນື່ອງໃນໂອກາດວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກໃນເດືອນຕຸລາ ປີ 2019 ທີ່ຈະມາເຖິງນີ້.

        ໜຶ່ງຂອງຜົນທີ່ຈະໄດ້ຮັບ ຂອງສອງໂຄງການນີ້ ແມ່ນການສ້າງຄວາມຮັບຮູ້ຄວາມເຂົ້າໃຈ ຂອງທົ່ວສັງຄົມ ກ່ຽວກັບສະຖານະພາບການພັດທະນາຢູ່ປະເທດເຮົາ ລວມທັງຄໍາຄິດເຫັນແນະນໍາຈາກຊ່ຽວຊານທີ່ປຶກສາ, ບົດຮຽນການພັດທະນາຊົນນະບົດ ທີ່ມີຜົນສຳເລັດຂອງບັນດາປະເທດໃນພາກພື້ນ.  ສິ່ງເຫຼົ່ານີ້ຈະເປັນຂໍ້ມູນພື້ນຖານໃນການປັບປຸງ ວິທີການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນຕໍ່ໜ້າຢູ່ ສປປ ລາວ ໃຫ້ມີຄວາມສອດຄ່ອງ ແລະ ຈັດຕັ້ງຜັນຂະຫຍາຍຍຸດທະສາດການພັດທະນາຊົນນະບົດ ທີ່ພັກ-ລັດ ວາງອອກຢ່າງມີຜົນສໍາເລັດ.