4 ປີແລ້ວ ນໍ້າລີນ ບ້ານຕາລຸງ ຍັງຖືກຊົມໃຊ້ ແລະ ການຄຸ້ມຄອງ ເປັນຢ່າງດີ

Posting Date: 
30 Aug 2019

      4 ປີແລ້ວ  ນໍ້າລີນ ບ້ານຕາລຸງ ຍັງຖືກຊົມໃຊ້ ແລະ ການຄຸ້ມຄອງ ເປັນຢ່າງດີ

      4 ປີຜ່ານມາ ບ້ານຕາລຸງ, ບ້ານຊົນເຜົ່າມັງກອງ, ກຸ່ມບ້ານຕັງອາໄລ, ເມືອງນອງ, ແຂວງສະຫວັນນະເຂດ ແມ່ນມີຄວາມຫຍຸ້ງຍາກຫຼາຍດ້ານແຫຼ່ງນໍ້້າດື່ມ, ນໍ້າໃຊ້ ຍ້ອນວ່າເປັນບ້ານທີ່ຕັ້ງຢູເຂດພູດອຍຫ່າງໄກສອກຫຼີກ ປະຊາຊົນບ້ານດັ່ງກ່າວນີ້ ຕ້ອງໄດ້ຊົມໃຊ້ນໍ້າຈາກຫ້ວຍນ້ອຍໆທີ່ເປິະເປື້ອນ ເມື່ອຮອດຍາມແລ້ງນໍ້າບົກແຫ້ງເກືອບບໍ່ມີນໍ້າເລີຍ.

ສະນັ້ນ; ໃນຕົ້ນປີ 2016 ການກໍ່ສ້າງນໍ້າລິນ   ບ້ານ ຕາລຸງ   ທີ່ເປັນການລົງທຶນຂອງລັດໂດຍຜ່ານ ທລຍ ຈຶ່ງໄດ້ຖືກຈັດຕັ້ງປະຕິບັດ ສໍາເລັດ   ດ້ວຍມູນຄ່າການກໍ່ສ້າງທັງໝົດ 296.000.000ກິບ ໃນນັ້ນ ທຶນຊຸມຊົນປະກອບສ່ວນທາງດ້ານແຮງງານ ແລະ ວັດຖຸທ້ອງຖິ່ນຈໍານວນ 32.000.000 ກີບ.  ການກໍ່ສ້າງນໍ້າລິນດັ່ງກ່າວ ສາມາດແກ້ໄຂຄວາມຫຍຸ້ງຍາກ ດ້ານນໍ້າກິນ ນໍ້າໃຊ້ໃຫ້ແກ່ຊຸມຊົນພາຍໃນບ້ານທັງໝົດ 343 ຄົນ, ຍິງ 176 ຄົນ ໃນຈໍານວນຄົວເຮືອນທັງໝົດ 57 ຄົວເຮືອນ ມີຄົວເຮືອນທຸກຍາກທີ່ສຸດ 17 ຄົວເຮືອນ, ຄົວເຮືອນທຸກ 36 ຄົວເຮືອນ, ຄົວເຮືອນປານກາງ 4 ຄົວເຮືອນ.

 

ສໍາລັບການກໍ່ສ້າງໂຄງການຍ່ອຍດັ່ງກ່າວນີ້ ຊຸມຊົນພາຍໃນບ້ານໄດ້ມີຄວາມສາມັກຄີຮ່ວມກັນ ປະກອບສ່ວນທາງດ້ານແຮງງານ ເປັນຕົ້ນ ການຂົນວັດສະດຸຂຶ້ນໄປບ່ອນກໍ່ສ້າງຫົວງານ, ການອອກແຮງງານຂຸດຂຸມຝັງທໍ່, ໃນການເຮັດເຮືອນກ໊ອກນໍ້າ, ເຮັດຮົ້ວອ້ອມບໍລິເວນລານກ໊ອກນໍ້າ ສິ່ງທີ່ສໍາຄັນແມ່ນ ທິມງານຈັດຕັ້ງປະຕິບັດຂັ້ນບ້ານໄດ້ເປັນເຈົ້າການໃນການດໍາເນີນ ວຽກງານຈັດຊື້-ຈັດຈ້າງ, ການບໍລິຫານຄຸ້ມຄອງງົບປະມານໂຄງການຍ່ອຍ, ການຕິດຕາມ-ກວດກາ, ການກໍ່ສ້າງໂຄງການການຍ່ອຍຈົນສໍາເລັດ,  ພາຍຫຼັງສໍາເລັດໂຄງການແລ້ວ ພາຍໃນບ້ານກໍໄດ້ຮັບການຝືກອົົົບຮົມກ່ຽວກັບວຽກງານປົກປັກຮັກສາຄຸ້ມຄອງນໍາໃຊ້ ພ້ອມທັງສ້າງລະບຽບໃນການຄຸ້ມຄອງນໍາໃຊ້ ແລະ ສ້າງຕັ້ງກອງທຶນບູລະນະສ້ອມແປງແບບຊຸມຊົນເປັນເຈົ້າການ. ນັບແຕ່ມື້ສໍາເລັດໂຄງການເປັນຕົ້ນມາຮອດປະຈຸບັນນີ້ ກອງທຶນບູລະນະສ້ອມແປງມີເງິນທ້ອນແລ້ວ 5.472.000 ກິບ ໂດຍປະກອບສ່ວນທ້ອນເງິນ ຄອບຄົວລະ 2.000/ເດືອນ ແລະ ໂຄງການຍ່ອຍດັ່ງກ່າວນີ້ກໍຍັງນໍາໃຊ້ໄດ້ດີ ແລະ ມີການປົກປັກຮັກສາດ້ວຍການອອກແຮງງານລວມຂອງຊຸມຊົນ ໃນແຕ່ລະເດືອນ ຈິ່ງເຮັດໃຫ້ໂຄງການນີ້ ສາມາດນໍາໃຊ້ຢ່າງເປັນປົກກະຕິ. ອັນນີ້ມັນໄດ້ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງຂອງຊຸມຊົນໃນການປົກປັກຮັກສາ ແລະ ໃນການຄຸ້ມຄອງນໍາໃຊ້ໂຄງການຍ່ອຍຢ່າງມີປະສິດຕິພາບ.