ທລຍ ຈະໄດ້ຮັບທຶນ 22,5 ລ້ານໂດລາສະຫະລັດເຂົ້າໃນການຈັດຕັ້ງປະຕິບັດໂຄງການ

Posting Date: 
04 Sep 2019

ທລຍ ຈະໄດ້ຮັບທຶນ 22,5 ລ້ານໂດລາສະຫະລັດເຂົ້າໃນການຈັດຕັ້ງປະຕິບັດໂຄງການ

ໃນລະຫວ່າງວັນທີ 4-10 ກັນຍາ 2019 ທີມງານວິຊາການທະນາຄານໂລກຈະໄດ້ມາເຮັດວຽກກັບກະຊວງກະສິກໍາ ແລະ ປ່າໄມ້ ແລະ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ). ຈຸດປະສົງ ເພື່ອປັບປຸງບັນດາເອກະສານກະກຽມ ໂຄງການ ທລຍ 3 ໄລຍະເພີ່ມທຶນ (2020-2023) ໃນງົບປະມານຈໍານວນ 22.5 ລ້ານ ໂດລາສະຫະລັດ  ເພື່ອຈັດຕັ້ງປະຕິບັດ ກິດຈະກໍາປັບປຸງຊີວິດການເປັນຢູ່ ສົ່ງເສີມດ້ານໂພຊະນາການ ຢູ່ 480 ບ້ານ ຂອງ 12 ເມືອງ 4 ແຂວງພາກເໜືອຄື: ແຂວງຜົ້ງສາລີ, ອຸດົມໄຊ, ຊຽງຂວາງ ແລະ ຫົວພັນ.

 

PRF will receive fund of 22.5 US $ million for its implementation

During September 4-10, 2019, World Bank team is going to work with Ministry of Agriculture and Forestry as well as Poverty Reduction Fund (PRF). The objective is to update the appraisal documents for the Poverty Reduction Fund III Additional Financing (2020-2023). PRF will receive fund of 22.5 US $ million in order to implement livelihood and nutrition activities at 480 villages of 12 districts in 4 northern provinces such as Phongsaly, Oudomxay, Xiengkhuang and Huaphanh.