ອວຍພອນການນໍາເນື່ອງໃນໂອກາດວັນຊາດ ທີ 2 ທັນວາ 2019 ຄົບຮອບ 44 ປີ

Posting Date: 
05 Dec 2019

ອວຍພອນການນໍາເນື່ອງໃນໂອກາດວັນຊາດ ທີ 2 ທັນວາ 2019 ຄົບຮອບ 44 ປີ

 

ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ 2019 ຊຶ່ງເປັນວັນຄົບຮອບ 44 ປີ ສະນັ້ນ ໃນອາທິດທີ່ຜ່ານມາ ຄະນະບໍລິຫານໂຄງການ ທລຍ ນໍາໂດຍ ທ່ານ ຈິດ ທະວີໃສ, ຜູ້ອໍານວຍການບໍລິຫານ ໄດ້ເຂົ້າອວຍພອນ ການນໍາຂອງ ກະຊວງກະສະກໍາ ແລະ ປ່າໄມ້ ລວມເຖິງ ບັນດາ ທ່ານ ອະດິດປະທານສະພາບໍລິຫານ ທລຍ ຊຶ່ງເປັນຜູ້ຊີ້ນໍາວຽກງານ ທລຍ ນັບແຕ່ເລີ່ມຕົ້ນ(2002) ຈົນສາມາດເຮັດໃຫ້ ທລຍ ກາຍເປັນໂຄງການຕົວແບບໃນການຈັດຕັ້ງປະຕິບັດໃນຮູບແບບການພັດທະ ນາ ໂດຍຊຸມຊົນເປັນເຈົ້າຢູ່ ສປປ ລາວ ມາຮອດປະຈຸບັນ ທລຍ ໄດ້ກາຍເປັນ ເປັນເຄື່ອງມືໜຶ່ງໃຫ້ແກ່ລັດຖະບານ ໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢູ່ໃນເຂດຊົນນະບົດ ເຊິ່ງມັນໄດ້ສອດຄ່ອງກັບ ນະໂຍບາຍ 3 ສ້າງຂອງລັດຖະບານເຮົາຄື: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ສ້າງບ້ານເປັນຫົວໜ່ວຍພັດທະນາ.