ການມີສ່ວນຮ່ວມຂອງ ທລຍ ໃນກອງປະຊຸມ ຄະນະກໍາມະການແຫ່ງຊາດ ດ້ານໂພຊະນາການ ປະຈໍາປີ 2019PRF Participation in National Nutrition Committee Meeting

Posting Date: 
11 Dec 2019

ການມີສ່ວນຮ່ວມຂອງ ທລຍ ໃນກອງປະຊຸມ ຄະນະກໍາມະການແຫ່ງຊາດ

ດ້ານໂພຊະນາການ ປະຈໍາປີ 2019

 

ພະນະທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃນນາມປະທານກອງປະຊຸມຄະນະກໍາມະການແຫ່ງຊາດ ດ້ານໂພຊະນາການ ປະຈໍາປີ 2019 ທີ່ໄດ້ຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ຄັ້ງວັນທີ 10 ທັນວາ 2019 ໄດ້ໃຫ້ກຽດຢ້ຽມຊົມບູດວາງສະແດງຂອງ ທລຍ ທີ່ເຮັດການສາທິດການປຸງແຕ່ງອາຫານເສີມໃຫ້ແກ່ເດັກນ້ອຍອາຍຸ 6 ເດືອນ ຫາ 2 ປີ ກຸ່ມເປົ້າໝາຍຂອງກຸ່ມໂພຊະນາການຊາວນາ ທີ່ ທລຍ ຈະໄດ້ຈະຈັດຕັ້ງປະຕິບັດຢູ່ 481 ບ້ານ ຂອງ 12 ເມືອງ ໃນ 4 ແຂວງພາກເໜືອຄື: ຜົ້ງສາລີ, ອຸດົມໄຊ, ຫົວພັນ, ຊຽງຂວາງ  ໃນໄລຍະປີ 2020-2024 ພາຍໃຕ້ທຶນກູ້ຢືມຈາກທະນາຄານໂລກ 22.5 ລ້ານໂດລາສະຫະລັດ.

ຈຸດປະສົງຂອງກຸ່ມໂພຊະນາການຊາວນາ ແມ່ນເພື່ອສ້າງຄວາມຍືນຍົງໃນການຈັດການ ໂດຍຊຸມຊົນເອງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານໂພຊະນາການ ຊຶ່ງແມ່ນການຮຽນຮູ້ຊຶ່ງກັນ ແລະ ກັນ ໃນການເຮັດຕົວຈິງຮ່ວມກັນຂອງສະມາຊິກກຸ່ມ ໃນການປຸງແຕ່ງອາຫານ ແລະ ການຮຽນຮູ້ດ້ານໂພຊະນາການ ດ້ວຍຜົນຜະລິດກະສິກໍາທີ່ມາຈາກຊຸມຊົນເອງ.

 

PRF Participation in National Nutrition Committee Meeting

 

H.E. Mr.Sonexay Siphandone, Deputy Prime Minister, Minister of Investment and Planning Ministry, chairman of the National Nutrition Committee Meeting which held at national Convention Center, Vientiane Capital on 10 December 2019,honored visit PRF’s exhibition place in particularly supplementary food processing demonstration for children aged 6 months to 2 years old that PRF is going to implement at farmer nutrition group groups (FNGs) which will be established in 481 villages in 12 Districts of 4 Northern Provinces: Phongsaly, Oudomxay, Huaphan, Xiengkhuang within the implementation time from 2020-2024 with under WB loanof 22.5 million US$.

FNG Objective is to establish a sustainable community managed nutrition platform for practical peer learning and collective group support on food processing, cooking and nutrition learning with own agriculture produce.