ທລຍ ສະຫວັນນະເຂດ ຈະຈັດຕັ້ງປະຕິບັດ 64 ໂຄງການຍ່ອຍ ໃນ 157 ບ້ານເປົ້າໝາຍ

Posting Date: 
08 Apr 2020

 

ທລຍ ສະຫວັນນະເຂດ ຈະຈັດຕັ້ງປະຕິບັດ 64 ໂຄງການຍ່ອຍ ໃນ 157 ບ້ານເປົ້າໝາຍ

 

      ປີ 2020 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ແຂວງສະຫວັນນະເຂດ, ພະແນກກະສິກໍາ ແລະ ປ່າໄມ້ແຂວງສະຫວັນນະເຂດ ຈະຈັດຕັ້ງປະຕິບັດ 64 ໂຄງການຍ່ອຍ ໃນ 157 ບ້ານ ຂອງ 5 ເມືອງເປົ້າໝາຍ ໂດຍຈະນໍາໃຊ້ງົບປະມານທັງໝົດ 6.9 ຕື້ກີບ ຊຶ່ງຈະມີຜູ້ໄດ້ຮັບຜົນປະໂຫຍດທັງໝົດ 88.736 ຄົນ, ຍິງ 44.881 ຄົນ.

 

          ໂຄງການດັ່ງກ່າວນັ້ນໄດ້ກວມເອົາ  4 ຂະແໜງການຄື: ຂະແໜງໂຍທາທິການ ແລະ ຂົນສົ່ງຫຼາຍກວ່າໝູ່ 33 ໂຄງການ, ຮອງລົງມາແມ່ນຂະແໜງສາທາລະນະສຸກ 16 ໂຄງການ, ຂະແໜງສືກສາທິການ ແລະ ກິລາ  12 ໂຄງການ ແລະ ຂະແໜງ ກະສິກໍາ 3 ໂຄງການ ໃນນັ້ນ ແຫຼ່ງທຶນມາຈາກບ້ວງທຶນສົມທົບຈາກ ລັດຖະບານ ຫຼື GOL ຈໍານວນ 20 ໂຄງການ ແລະ ບ້ວງທຶນຊ່ວຍເຫຼືອອົງການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ(SDC) ຈໍານວນ 44 ໂຄງການ.

 

          ສໍາລັບ ການຈັດຕັ້ງປະຕິບັດໂຄງການດັ່ງກ່າວນີ້ແມ່ນຈະໄດ້ນໍາໃຊ້ ຮູບແບບຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ ຊຶ່ງເປັນວິທີສ້າງວຽກເຮັດງານທໍາໃຫ້ແກ່ຊາວບ້ານ, ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ອົງການຈັດຕັ້ງບ້ານໃນດ້ານການຄຸ້ມຄອງງົບປະມານ, ການດໍາເນີນການຈັດຊຶ້-ຈັດຈ້າງ ແລະ ກວດກາຕິດຕາມຄຸນນະພາບຂອງສິ່ງກໍ່ສ້າງ ຮູບແບບດັ່ງກ່າວນີ້ຍັງເປັນການແກ້ໄຂຄວາມທຸກຍາກໂດຍກົງ ຈາກການທີ່ຊຸມຊົນໄດ້ຮັບຄ່າຕອບແທນ ໃນເວລາມາອອກແຮງງານກໍ່ສ້າງໂຄງການຍ່ອຍ ຊຶ່ງລາຍຮັບດັ່ງກ່າວສາມາດໄປຊື້ອາຫານການກິນ ແລະ ໃຊ້ຈ່າຍອື່ນໆທີ່ຈໍາເປັນໃນຄອບຄົວ. ສິ່ງສໍາຄັນກວ່ານັ້ນ ໄດ້ສ້າງຄວາມເປັນເຈົ້າໃຫ້ແກ່ຊຸມຊົນໃນການປົກປັກຮັກສາສິ່ງກໍ່ສ້າງທີ່ລັດໄດ້ລົງທຶນ ໃຫ້ສາມາດນໍາໃຊ້ໄດ້ຍາວນານ ເພາະວ່າ: ຊຸມຊົນມີຄວາມພາກພູມໃຈໃນສິ່ງທີ່ເຂົາເຈົ້າໄດ້ເຮັດເອງ.