ທລຍ ແລະ ໂຄງການພັດທະນາໃນເມືອງນອງ ສຸມໃສ່ພັດທະນາ ກຸ່ມບ້ານຕັງອາໄລ-ລະແບງ

Posting Date: 
16 Apr 2020

 

ທລຍ ແລະ ໂຄງການພັດທະນາໃນເມືອງນອງ ສຸມໃສ່ພັດທະນາ

 

ກຸ່ມບ້ານຕັງອາໄລ-ລະແບງ

 

 

 

ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ການຊ່ວຍເຫຼືອ ແກ່ຫຼາຍບ້ານເປົ້າໝາຍ ອິງຕາມແຜນພັດທະນາກຸ່ມບ້ານ ໃນ 6 ຫຼັກການຄື:

 

1.ຄວາມງ່າຍດາຍ

 

2. ການມີສ່ວນຮ່ວມຂອງຊຸມຊົນ ແລະ ຄວາມຍືນຍົງ

 

3. ຄວາມໂປ່ງໃສສາມາດກວດສອບໄດ້

 

4. ການລົງທືນທີ່ກຸ່ມຄ່າ

 

5. ການເຂົ້າຮ່ວມຈາກທຸກພາກສ່ວນໃນຊຸມຊົນ ແລະ ຄວາມສະເໝີພາບ ຍິງ-ຊາຍ

 

6. ຢູ່ຄຽງຂ້າງຜູ້ທຸກຍາກ

 

 ໂດຍອິງຕາມເພດານຂອງງົບປະມານກຸ່ມບ້ານ ສະນັ້ນ ເມື່ອຊຸມຊົນໄດ້ ສ້າງແຜນພັດທະນາກຸ່ມບ້ານຕາມຮູບແບບການມີສ່ວນຮູບ ແຕ່ລຸ່ມຂຶ້ນເທິງແລ້ວ ທລຍ ໄດ້ອິງໃສ່ແຜນພັດທະນາກຸ່ມບ້ານດັ່ງກ່າວໃນການຊ່ວຍເຫຼືອກຸ່ມບ້ານຕັງອາໄລ-ລະແບງ ໃນແຕ່ລະປີ ແລະ ຖ້າປີໃດມີໂຄງການອື່ນນໍາເອົາແຜນພັດທະນາກຸ່ມບ້ານໄປຈັດຕັ້ງປະຕິບັດ ຊ່ວຍກັນກໍຍິ່ງເປັນການດີ ເພາະຈະໄດ້ເຮັດໃຫ້ແຜນພັດທະນາດັ່ງກ່າວນັ້ນໄດ້ຖືກຈັດຕັ້ງປະຕິບັດໄປຕາມແຜນທີ່ຊຸມຊົນໄດ້ວາງໄວ້ໃນເບື້ອງຕົ້ນ ໂດຍສະເພາະ ໃນທ້າຍປີ 2019 ຜ່ານມາ ໂຄງການຮ່ວມໃຈສາຍໄຍໂລມາຄໍາ ກໍໄດ້ ເຂົ້າໄປຊ່ວຍເຫຼືອພັດທະນາໃນ 3 ບ້ານຂອງກຸ່ມຕັງອາໄລ-ລະແບງ, ເມືອງນອງ, ແຂວງສະຫວັນນະເຂດຄື: ບ້ານປະແນະ, ບ້ານຕາຍົງ ແລະ ບ້ານຕັງອາໄລ ໂດຍນໍາໃຊ້ຮູບແບບທີ່ຊຸມຊົນເປັນເຈົ້າການ ແລະ ຈັດຕັ້ງປະຕິບັດເອງ ທີ່ ທລຍ ໄດ້ນໍາໃຊ້ເປັນຫົວໃຈຫຼັກໃນການຈັດຕັ້ງປະຕິບັດໂຄງການ  ເຊິ່ງໂຄງການດັ່ງກ່າວໄດ້ ຊ່ວຍທາງດ້ານ ວັດສະດຸ ທີ່ຈໍາເປັນ ແລະ ປະເພດກົນຈັກໜັກ ທີ່ຕ້ອງໄດ້ກໍ່ສ້າງໃນວຽກທີ່ເກີນກໍາລັງຂອງຊຸມຊົນ, ສໍາລັບວຽກໃດທີ່ຊຸມຊົນ ສາມາດເຮັດໄດ້ກໍແມ່ນ ມອບໃຫ້ຊຸມຊົນໄດ້ນໍາໃຊ້ຄວາມສາມັກຄີ ແລະ ການຈັດຕັ້ງທີ່ເຂັ້ມແຂງ ເພື່ອຈັດຕັ້ງປະຕິບັດຢ່າງມີຄຸນນະພາບ.

 

ເຊິ່ງໃນການຊ່ວຍເຫຼືອໂຄງການດັ່ງກ່າວມາຮອດປະຈຸບັນນີ້ເປັນເວລາ ໄລຍະ 3 ເດືອນສາມາດຈັດຕັ້ງວຽກງານໄດ້ ຄື: ເຈາະນໍ້າບາດານ ໄດ້ 10ບໍ່ ,ກໍ່ສ້າງຝາຍນໍ້າລົ້ນ 2 ແຫ່ງ ໃຫ້ບ້ານ ຕາຍົງ ແລະບ້ານປະແນະ ນອກນັ້ນແມ່ນ ໄດ້ມອບ ອຸປະກອນໃນການທໍາການຜະລິດຈໍານວນໜື່ງ ໃຫ້ແກ່ ແຕ່ລະຄົວເຮືອນໄດ້ 176 ຄົວເຮືອນ ພ້ອມທັງໄດ້ສະໜອງ ແນວພັນຕ່າງໆ ທີ່ຈໍາເປັນເຊັ່ນ : ເບ້ຍກ້ວຍ 25,000ເບ້ຍ, ເບ້ຍແຂມ 38,000ເບ້ຍ, ຂິງ 8,000, ຂ່າ 2,000 ,ຫວາຍ 4,000 ,ໝາກເພັດ 40,000 ,ໝາກຫຸ່ງ 5,000 ນອກນັ້ນຍັງຈະໄດ້ສືບຕໍ່ ສະໜອງ ແນວພັນ ມັນຕົ້ນ,ສາລີ ,ຖົ່ວດິນ  ແລະ ພໍ່ແມ່ພັນສັກ ປະເພດ ແບ້, ໝູ, ໄກ່, ເປັດ ຕາມແຜນພັດທະນກຸ່ມບ້ານດັ່ງກ່າວ ນອກນັ້ນ ຍັງຈະສ້າງສວນສາທິດສໍາລັບການຮຽນຮູ້ ພ້ອມທັງແບ່ງປັນດິນທໍາການຜະລິດອີກດ້ວຍ.