ກອງປະຊຸມລະດົມແນວຄວາມເຫັນຂອງນັກຄົ້ນຄວ້າໃສ່ຂອບຫົວບົດຄົ້ນຄວ້າພາກພື້ນກ່ຽວກັບ ການພັດທະນາສະຫະກອນໃນເຂດຊົນນະບົດ ແລະ ນະໂຍບາຍສະໜັບສະໜູນຂອງ ສປປ ລາວ

Posting Date: 
13 May 2020

 

ກອງປະຊຸມລະດົມແນວຄວາມເຫັນຂອງນັກຄົ້ນຄວ້າໃສ່ຂອບຫົວບົດຄົ້ນຄວ້າພາກພື້ນກ່ຽວກັບ ການພັດທະນາສະຫະກອນໃນເຂດຊົນນະບົດ ແລະ ນະໂຍບາຍສະໜັບສະໜູນຂອງ ສປປ ລາວ

 

 (Lao’s Agricultural Cooperatives Development in Rural Areas and Policies Support: Brainstorming on Lancang-Mekong Cooperation Research Outline)

 

 

ໃນວັນທີ 12 ພຶດສະພາ 2020, ກົມພັດທະນາຊົນນະບົດ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມລະດົມແນວຄວາມເຫັນຂອງນັກຄົ້ນຄວ້າໃສ່ຂອບຫົວບົດຄົ້ນຄວ້າພາກພື້ນກ່ຽວກັບ ການພັດທະນາສະຫະກອນໃນເຂດຊົນນະບົດ ແລະ ນະໂຍບາຍສະໜັບສະໜູນຂອງ ສປປ ລາວ ໂດຍການເປັນປະທານຮ່ວມຂອງທ່ານ ກອງແກ້ວ ວົງປະເສີດ, ຫົວໜ້າກົມພັດທະນາຊົນນະບົດ ແລະ ສະຫະກອນ, ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ທລຍ ແລະ ການເຂົ້າຮ່ວມຂອງພະນັກງານຫຼັກແຫຼ່ງຈາກພະແນກສົ່ງເສີມສະຫະກອນ, ພະແນກພັດທະນາຊົນນະບົດ, ພະແນກແຜນການ ແລະ ການຮ່ວມມື, ພະແນກປະເມີນຜົນ, ພະແນກຈັດຕັ້ງ-ບໍລິຫານ, ພະແນກຈັດສັນພູມລໍາເນົາ ແລະ ອາຊີບ, ກົມພັດທະນາຊົນນະບົດ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ 5 ທີມງານນັກຄົ້ນຄວ້າຈາກ: ສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ, ກົມພັດທະນາຊົນນະບົດ ແລະ ສະຫະກອນ ເຂົ້າຮ່ວມທັງໝົດ 56 ທ່ານ, ຍິງ 15 ທ່ານ.

 

ຈຸດປະສົງຂອງກອງປະຊຸມແມ່ນເພື່ອລະດົມຄວາມຄິດເຫັນຂອງບັນດານັກຄົ້ນຄວ້າໃສ່ຂອບຫົວບົດຄົ້ນຄວ້າການພັດທະນາສະຫະກອນໃນເຂດຊົນນະບົດ ແລະ ນະໂຍບາຍສະໜັບສະໜູນຂອງ ສປປ ລາວ. ການສຶກສາຄົ້ນຄວ້າຈະໄດ້ລົງເລິກເຖິງສິ່ງປະສົບຜົນສໍາເລັດ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາຈົນເຖິງປະຈຸບັນ ຊຶ່ງການສຶກສາຄົ້ນຄວ້າຈະໄດ້ແບ່ງອອກເປັນ 2 ດ້ານຄື:

 

1.     ດ້ານພຶດຕິກໍາຕົວຈິງໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງກຸ່ມສະຫະກອນ ແລະ ຂະແໜງການທີ່ກ່ຽວຂ້ອງທີ່ໃຫ້ການສະໜັບສະໜູນ;

 

2.    ບັນດານິຕິກໍາ ແລະ ນະໂຍບາຍສະໜັບສະໜູນ ໂດຍລັດຖະບານ ສປປ ລາວ ລວມເຖິງການຖອດຖອນບົດຮຽນ ແລະ ປະສົບການທີ່ກ່ຽວຂ້ອງຂອງປະເທດລຸ່ມແມ່ນໍ້າຂອງ

 

ໃນນັ້ນ ປະກອບມີ 3 ທີມແມ່ນຈະລົງເລິກດ້ານພຶດຕິກໍາຕົວຈິງໃນການຈັດຕັ້ງ ແລະ ເຄື່ອນໄຫວຂອງກຸ່ມສະຫະກອນ ແລະ ຂະແໜງການທີ່ກ່ຽວຂ້ອງທີ່ໃຫ້ການສະໜັບສະໜູນ ໂດຍແບ່ງຄວາມຮັບຜິດຊອບເປັນ 1 ພາກ\ທີມງານ (ແຂວງພາກເໜືອ, ພາກກາງ ແລະ ພາກໃຕ້);

 

ສ່ວນອີກ 2 ທີມງານ ຈະໄດ້ລົງເລີກດ້ານບັນດານິຕິກໍາ ແລະ ນະໂຍບາຍສະໜັບສະໜູນ ໂດຍລັດຖະບານ ສປປ ລາວ ລວມເຖິງການຖອດຖອນບົດຮຽນ ແລະ ປະສົບການທີ່ກ່ຽວຂ້ອງຂອງປະເທດລຸ່ມແມ່ນໍ້າຂອງ, ສັງລວມຜົນໄດ້ຮັບຂອງບັນດາທີມນັກຄົ້ນຄວ້າ ເພື່ອເປັນຜົນໄດ້ຮັບຂອງໂຄງການຄົ້ນຄວ້າ ແລະ ລາຍງານຕໍ່ລັດຖະບານ ສປປ ລາວ ແລະ ປະເທດຜູ້ໃຫ້ທຶນສະໜັບສະໜູນ.

 

ຄະນະປະທານໄດ້ກ່າວ່າ: ຄືດັ່ງຮູ້ນໍາກັນແລ້ວວ່າ ພັກ ແລະ ລັດຖະບານໄດ້ເຫັນຄວາມສໍາຄັນ ຕໍ່ການຈັດຕັ້ງກໍາລັງການຜະລິດຂອງຊາວກະສິກອນ ຫັນປ່ຽນຈາກແບບພໍໃຜພໍລາວມາເປັນກຸ່ມການຜະລິດ ແລະ ກ້າວເປັນສະຫະກອນ ແນໃສ່ເຮັດໃຫ້ການສົ່ງເສີມການຜະລິດເປັນສິນຄ້າເປັນຂະບວນເຂັ້ມແຂງ ແລະ ຍືນຍົງ ພາຍໃນປະເທດ. ໃນຄັ້ງນີ້, ມີຕາງໜ້າບັນດານັກຄົ້ນຄວ້າທີ່ມີປະສົບການຈາກຫຼາຍພາກສ່ວນພາຍໃນປະເທດ ທີ່ໄດ້ມີເປົ້າໝາຍຄົ້ນຄວ້າຮ່ວມກັນກ່ຽວກັບການພັດທະນາສະຫະກອນ ແລະ ນະໂຍບາຍສະໜັບສະໜູນຕ່າງໆ ເພື່ອໃຫ້ເຫັນບັນຫາຄວາມເປັນຈິງດ້ານຕ່າງໆ ໂດຍສະເພາະສິ່ງທ້າທາຍ, ດ້ານຕັ້ງໜ້າ, ຈຸດດີ ຈຸດອ່ອນ ແລະ ຂໍ້ຄົງຄ້າງ ເພື່ອຫາວິທີທາງແກ້ໄຂຖືກຕ້ອງ ໃນການພັດທະນາສະຫະກອນຂອງ ສປປ ລາວ ໃຫ້ສາມາດເທົ່າທຽມ ແລະ ເຊື່ອມໂຍງສາກົນ ແລະ ພາກພື້ນໄດ້.