ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນບ້ານຈາແມ້, ຊົນເຜົ່າອາຄາ, ເມືອງບຸນໃຕ້, ແຂວງຜົ້ງສາລີ

Posting Date: 
11 Jun 2020

 

ໃນວັນທີ 9 ມິຖຸນາ 2020, ທ່ານ ສີສະຫວັດ ເກີດກອງ, ຮອງຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ພ້ອມດ້ວຍຄະນະ ແລະ ອົງການປົກຄອງທ້ອງຖິ່ນ ໄດ້ໃຫ້ກຽດມອບເຄື່ອງນຸ່ງບໍລິຈາກຂອງພະນັກງານ ທລຍ ແລະ ກົມສົງເຄາະ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ປະຊາຊົນບ້ານເປົ້າໝາຍ ໄລຍະເພີ່ມທຶນ ທລຍ 3 ບ້ານຈາແມ້ ທີ່ເປັນຊົນເຜົ່າອາຄາ, ເມືອງບຸນໃຕ້, ແຂວງຜົ້ງສາລີ ຈໍານວນ 79 ຄອບຄົວ ພ້ອມທັງມອບປື້ມ, ບິກ, ສໍ, ໃຫ້ນັກຮຽນອະນຸບານ 3  ແລະ ປ1-5 ຈໍານວນ 106 ຄົນ ແລະ ເຄື່ອງກິລາ ກະຕໍ້ ສອງຊຸດ, ໝາກບານ 1 ໜ່ວຍ ເພື່ອເປັນການບັນເທົາທຸກ ແລະ ສົ່ງເສີມການຮຽນ ການສອນໃນສົກປີ 2020.