ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ພະນັກງານຂັ້ນເມືອງ ແລະ ຂັ້ນບ້ານ ເພື່ອກຽມພ້ອມລົງຮາກຖານ ແກ້ໄຂຄວາມທຸກຍາກ

Posting Date: 
03 Sep 2020

 

ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ພະນັກງານຂັ້ນເມືອງ ແລະ ຂັ້ນບ້ານ ເພື່ອກຽມພ້ອມລົງຮາກຖານ

 

ແກ້ໄຂຄວາມທຸກຍາກ

 

 

 

ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຖືກມອບໝາຍໃຫ້ຈັດຕັ້ງປະຕິບັດໂຄງການປັບປຸງຊີວິດການເປັນຢູ່ ສົ່ງເສີມໂພຊະນາການຢູ່ 481 ບ້ານ, 12 ເມືອງຂອງ 4 ແຂວງ (ຜົ້ງສາລີ, ຫົວພັນ, ອຸດົມໄຊ ແລະ ຊຽງຂວາງ)ທີ່ມີບັນຫາໂພຊະນາການ ແລະ ຄວາມທຸກຍາກສູງ, ທັງເປັນການປະກອບສ່ວນຜັນຂະຫຍາຍແຜນພັດທະນາເສດຖະກິດສັງຄົມແຫ່ງລັດ, ບັນລຸຄາດໝາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືບັນລຸຄາດ  ໝາຍສູ້ຊົນໃນການພັດທະນາແບບຍືນຍົງທີ່ວາງໄວ້.

 

ດັ່ງນັ້ນ ກອງທຶນຫຼຸດຜ່ອນຄວາມທຸກຍາກ ຈຶ່ງໄດ້ຈັດ ກອງປະຊຸມແນະນໍາ ແລະ ຝຶກອົບຮົມໂຄງການປັບປຸງຊີວິດການເປັນຢູ່ ສົ່ງເສີມໂພຊະນາການ ຂຶ້ນໃນລະຫວ່າງວັນທີ 1-13 ກັນຍາ 2020 ທີ່ແຂວງຊຽງຂວາງ ໂດຍໃຫ້ກຽດເປີດກອງປະຊຸມຮ່ວມດັ່ງກ່າວໂດຍທ່ານ ສົມສະໝອນ ຜະລິຈັນ, ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຊຽງຂວາງ ທັງເປັນຜູ້ປະສານງານ ກອງທຶນຫຼຸດຜ່ອນຄວາມທຸກຍາກ ແຂວງຊຽງຂວາງ ແລະ ທ່ານ ປະສອນໄຊ ອິນສີຊຽງໃໝ່, ຮອງຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ໂດຍການເຂົ້າຮ່ວມຂອງນັກສໍາມະນາກອນຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານຈາກ 12 ເມືອງ 4 ແຂວງ ຈໍານວນ 100 ທ່ານ ແລະ ວິທະຍາກອນຈາກກອງທຶນຫຼຸດຜ່ອນຄວາມທຸກຍາກ ຂັ້ນສູນກາງ 15 ທ່ານ, ຊ່ຽວຊານຈາກບໍລິສັດທີ່ປຶກສາ MTS ຈໍານວນ 2 ທ່ານ ລວມທັງໝົດ 117 ທ່ານ.

 

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເຮັດໃຫ້ບັນດາພະນັກງານຂອງໂຄງການໂດຍສະເພາະແມ່ນພະນັກງານຂັ້ນບ້ານໄດ້ມີຄວາມຮັບຮູ້ເຂົ້າໃຈເຊື່ອມຊືມແນວທາງນະໂຍບາຍຂອງພັກລັດຖະບານ ໃນການພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ, ທິດສະດີ ແລະ ຫຼັກການ, ທິດທາງໜ້າທີ່ຂອງການລົງຮາກຖານ, ຄວາມຮູ້ທາງດ້ານວິຊາການກ່ຽວກັບ ການປັບປຸງຊີວິດການເປັນຢູ່ ສົ່ງເສີມໂພຊະນາການ ໃນຂອບຂອງໂຄງການ ເພື່ອນໍາໄປຈັດຕັ້ງປະຕິບັດຢູ່ບ້ານ, ເພື່ອແລກປ່ຽນບົດຮຽນກ່ຽວກັບໂຄງການ ປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຮ່ວມກັບອົງການປົກຄອງ ແລະ ຂະແໜງການ ແນໃສ່ປັບປຸງຂອດປະສານງານກັບບັນດາໂຄງການຢູ່ໃນພື້ນທີ່ດຽວກັນໃຫ້ຈັດຕັ້ງປະຕິບັດ ເປັນເອກະພາບໄປລວງດຽວກັນ ຮັບປະກັນການເຂົ້າຮ່ວມຂອງທຸກຂະແໜງການ ກໍຄືຄວາມເປັນເຈົ້າການຂອງຊຸມຊົນ, ເພື່ອເປັນການຕີລາຄາຖອດຖອນບົດຮຽນເບື້ອງຕົ້ນ ໃນການເລີ່ມຕົ້ນຈັດຕັ້ງປະຕິບັດໂຄງການໄລຍະ 6 ເດືອນຜ່ານມາ, ເອກະພາບ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020.

 

ພາຍຫຼັງທີ່ນັກສໍາມະນາກອນເຫຼົ່ານີ້ ໄດ້ຮັບການຝຶກອົບຮົມເປັນເວລາກວ່າ 10 ວັນແລ້ວ ເຂົາເຈົ້າຈະສາມາດນໍາເອົາຄວາມຮູ້ໄປຜັນຂະຫຍາຍສູ່ວຽກງານຕົວຈິງຢູ່ບ້ານເປົ້າໝາຍຂອງ ທລຍ ຢ່າງມີຜົນສໍາເລັດສູງສຸດ.