ທລຍ ສໍາເລັດ ກອງປະຊຸມປຶກສາຫາລືວຽກງານໂພຊະນາການ ແລະ ປັບປຸງຊີວິດການເປັນຢູ່

Posting Date: 
22 Jan 2021

 

ທລຍ ສໍາເລັດ ກອງປະຊຸມປຶກສາຫາລືວຽກງານໂພຊະນາການ ແລະ ປັບປຸງຊີວິດການເປັນຢູ່  

 

ການຈັດຕັ້ງປະຕິບັດ ໂຄງການ ທລຍ ໃນໄລຍະຜ່ານມາ ແມ່ນມີຜົນສໍາເລັດໃນຫຼາຍດ້ານ ໂດຍສະເພາະ ການກໍ່ສ້າງພື້ນຖານໂຄງລ່າງຂະໜາດນ້ອຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ ອົງການປົກຄອງທ້ອງຖິ່ນ ແລະ ຊຸມຊົນແຕ່ກໍຍັງມີສິ່ງທ້າທາຍ ທີ່ຕ້ອງໄດ້ເອົາໃຈໃສ່ ແລະ ເພີ່ມທະວີຕຶ່ມ ໂດຍສະເພາະ ການປະສານງານກັບບັນດາຂະແໜງການທີ່ກ່ຽວຂ້ອງ ພາຍໃຕ້ການພັດ ທະນາຊົນນະບົດໃນຮູບແບບໃໝ່ ເປັນຕົ້ນແມ່ນ ໂຄງການພັດທະນາ 4 ຮ່ວມ ທີ່ຍັງບໍ່ທັນມີພາກສ່ວນໃດຈັດຕັ້ງມາກອ່ນ.

 

ເນື່ອງຈາກ ໂຄງການ ທລຍ ໃນປະຈຸບັນ ແມ່ນເໜັ້ນໜັກໃສ່ວຽກງານປັບປຸງຊີວິດການເປັນຢູ່ ເພື່ອສ້າງລາຍຮັບ ແລະ ອາຊີບໃຫ້ຄອບຄົວໃຫ້ກັບຄອບຄົວທຸກຍາກ ໃນຂອບເຂດເປົ້າໝາຍຂອງຕົນ. ການໃຊ້ນະໂຍບາຍສິນເຊື່ອ 4 ຮ່ວມ ແມ່ນການຮ່ວມມືຈັດຕັ້ງປະຕິບັດໂຄງການ ລະຫວ່າງ ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກົມພັດທະນາຊົນນະບົດ ແລະ ສະຫະກອນ, ກົມສົ່ງເສີມ ແລະ ປຸງແຕ່ງກະສິກໍາ ແລະ ທະ ນາຄານນະໂຍບາຍ ຈະຮ່ວມມືກັນຈັດຕັ້ງປະຕິບັດ ຢູ່ແຂວງອຸດົມໄຊ ມີຈຸດປະສົງຈະຈັດຕັ້ງຜັນຂະຫຍາຍທົດລອງ ໃຫ້ພາກສ່ວນຕ່າງໆເປັນຜູ້ຈັດຕັ້ງປະຕິບັດຢູ່ແຂວງຂອງຕົນ.

 

ດັ່ງນັ້ນ, ຕອນເຊົ້າຂອງວັນທີ 22 ມັງກອນ 2021 ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານໂພຊະນາການ ແລະ ສິນເຊື່ອ 4 ຮ່ວມຂຶ້ນ ທີ່ຫ້ອງປະຊຸມ ກົມພັດທະນາຊົນນະບົດ ແລະ ສະຫະກອນໂດຍການເປັນປະທານຂອງທ່ານດຣ. ອ່ອນຈັນ ແກ້ວສະຫວັນ, ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ແລະ ທ່ານ ຈິດ ທະວີໃສ, ຜູ້ອໍານວຍການກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້.   ຊຶ່ງມີຜູ້ເຂົ້າຮ່ວມແມ່ນພະນັກງານຫຼັກແຫຼ່ງຈາກ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກົມຄວບຄຸມພະຍາດຕິດຕໍ່ ແລະ ຂ້າເຊື້ອ, ສູນຂໍ້ມູນ-ຂ່າວສານການແພດ, ສູນໂພຊະນາການແຫ່ງຊາດ, ກະຊວງສາທາລະນະສຸກ, ກົມແຜນການ ແລະ ການຮ່ວມມືກະຊວງສຶກສາທິການ ແລະ ກິລາ, ສະຫະພັນແມ່ຍິງສູນກາງ, ຜູ້ຕາງໜ້າໂຄງການແກ້ໄຂຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ, ຜູ້ຕາງໜ້າໂຄງການແຜນງານບໍລິຫານຄຸ້ມຄອງສາທາລະນະສຸກ ແລະ ໂພຊະນາການ, ຜູ້ຕາງໜ້າໂຄງການນໍ້າ ສະອາດ ແລະ ສຸຂະອານາໄມ (WASH) ຈໍານວນ ທັງໝົດ 21 ຄົນ, ຍິງ 4 ຄົນ.

 

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສ້າງຄວາມເຂົ້າໃຈອັນດີ ແລະ ຄວາມເປັນເອກະພາບກັນກ່ຽວກັບວຽກງານໂພຊະນາການ ແລະ ປຶກສາຫາລືກ່ຽວກັບກົນໄກການປະສານງານຂອງໂຄງການໃຫ້ມີຜົນສໍາເລັດກວ່າເກົ່າ ແລະ ເພື່ອບັນລຸຄາດໝາຍສູ້ຊົນທີ່ລັດຖະບານວາງອອກ.

 

ທ່ານ ດຣ. ອ່ອນຈັນ ແກ້ວສະຫວັນ ໄດ້ກ່າວໃນພິທີເປີດກອງປະຊຸມວ່າ: ວຽກງານໂພຊະນາການ ແມ່ນຍຸດທະສາດແຫ່ງຊາດ ແມ່ນວຽກງານໜຶ່ງທີ່ສຳຄັນ ເພາະວ່າ ການຂາດສານອາຫານຊໍາເຮື້ອແມ່ນຫຼຸດລົງຈາກ 44% ໃນ ປີ 2011 ຍັງເຫຼືອ 33% ໃນປີ 2017, ອັດຕາການຂາດສານອາຫານ ຍັງສູງຫຼາຍເກີນ 40% ຢູ່ໃນ 8 ແຂວງ ຂອງ ທັງໝົດ 18 ແຂວງ, ອາຍຸຂອງແມ່ໃນເວລາການເກີດລູກ ແລະ ບົດບາດຂອງແມ່ຍີງແມ່ນມີການພົວພັນກັບການຂາດສານອາຫານຊໍາເຮື້ອຂອງເດັກ (ລວງສູງບໍ່ໄດ້ມາດຕະຖານ) ແມ່ຖືພາກ່ອນໄວອັນຄວນ, ແມ່ເຮັດວຽກໜັກ-ຂາດສານອາຫານ. ແຕ່ການຂາດສານອາຫານຊໍາເຮື້ອແມ່ນຍັງສູງໃນເດັກອາຍຸ 6 ເດືອນ ຫາ 2 ປີ, ຊຶ່ງສະແດງໃຫ້ເຫັນວ່າແມ່ຍິງມີໂພຊະນາການທີ່ບໍ່ດີໃນຊ່ວງເວລາທີ່ລາວຖືພາ ແລະ ໄລຍະເວລາລ້ຽງດູເດັກອ່ອນ ແລະ ໃຫ້ອາ ຫານເສີມ, ເດັກນ້ອຍຈາກຄົວເຮືອນທີ່ທຸກຍາກແມ່ນມີອັດຕາການຂາດສານອາຫານຊໍາເຮື້ອສູງກວ່າ 3 ເທົ່າ ຂອງເດັກນ້ອຍທີ່ຢູ່ໃນຄອບຄົວທີ່ມີເສດຖະກິດດີໝາຍເຖິງຄອບຄົວທີ່ມີໂພຊະນາການທີດີ.

 

ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງຍຸດທະສາດ ໂພຊະນາການ ແຕ່ປີ 2021-2025, ພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບທີ່ຕິດພັນກັບການສົ່ງເສີມໂພຊະນາການຂອງແຕ່ລະໂຄງການ ທີ່ຈັດຕັ້ງປະຕິບັດຢູ່ໃນພື້ນທີ່ເປົ້າໝາຍດຽວກັນ ເພື່ອຮັບປະກັນຂອດການປະສານງານນໍາກັນ ຮັບປະກັນໃຫ້ການຈັດຕັ້ງປະຕິບັດ ໄປໃນລວງດຽວກັນ ບັນລຸຍຸດທະສາດດັ່ງກ່າວ ພອ້ມກັນນັ້ນ ຕາງໜ້າ ຈາກ 3 ອົງການ ກໍ່ໄດ້ພັດປ່ຽນກັນຂື້ສະເໜີ ຜົນສໍາເລັດ, ຮູບແບບໃນການຈັດຕັ້ງປະຕິບັດ ແລະ ໜ້າວຽກໃນແຕ່ລະດ້ານຂອງໂຄງການຕົນເອງ. ຈາກນັ້ນກໍ່ໄດ້ມີການສົນທະນາ ປຶກສາຫາລື ເຖີງການຮ່ວມມືປະສານງານ ແລະ ການເຮັດວຽກຮ່ວມກັນຢູ່ຂັ້ນຊຸມຊົນ ໜຶ່ງດຽວຫຼາຍຂະແໜງການ ທີ່ຕ້ອງໄດ້ຈັດຕັ້ງປະຕິບັດຮ່ວມກັນໃນຕໍ່ໜ້າ. 

 

 ໃນຕອນທ້າຍ ກອງປະຊຸມໄດ້ມີຂໍ້ຕົກລົງຮ່ວມຄື: 1) ໃຫ້ມີການປະສານສົມທົບກັນ ໂດຍສະເພາະ 3 ໂຄງການ ທີ່ໄດ້ເຂົ້າຮ່ວມກອງປະຊຸມໃນມື້ນີ້ ແລະ ໃຫ້ເອົາບັນຫາຕ່າງໆທີ່ໄດ້ປຶກສາຫາລືກັນໄປນໍາສະເໜີຢູ່ໃນກອງປະຊຸມໂພຊະນາການແຫ່ງຊາດທີ່ຈະໄຂຂຶ້ນໃນຕົ້ນເດືອນ ກຸມພາ 2020, 2) ນໍາສະເໜີ ການປະສານສົມທົບໄປໃນລວງດຽວກັນໃຫ້ຂັ້ນເທິງຫຼື ຄະນະໂພຊະນາການ ເພື່ອແມ່ ແລະ ເດັກແຫ່ງຊາດຮັບຊາບ ລວມທັງ ທ່ານ ລັດຖະມົນຕີ ເປັນຜູ້ຊຸກຍູ້ສົ່ງເສີມຕື່ມອີກ, 3) ໃຫ້ມີການຈັດກອງປະຊຸມວິຊາການປະຈໍາເດືອນ ເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຄືບໜ້ານໍາກັນ, ຕີລາຄາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ທົບທວນແຜນການຂອງແຕ່ລະພາກສ່ວນ, ສິ່ງໃດທີ່ຈະສາມາດຮ່ວມເຮັດນໍາກັນໄດ້ ໂດຍໃຫ້ມີການພັດປ່ຽນ ກັນເປັນເຈົ້າພາບໃນການຈັດກອງປະຊຸມ. ກອງປະຊຸມ ດ້ານ ໂພຊະນາການໄດ້ປິດລົງໃນຄາບເຊົ້າ ດ້ວຍຜົນສໍາເລັດ ທີ່ສາມານໍາເອົາໄປສືບຕໍ່ຈັດຕັ້ງປະຕິບັດໄດ້ໃນຕໍ່ໜ້າ ໂດຍ ທ່ານ ຈິດທະວີໄສ ຜູ້ອໍານວຍການກອງທຶນຫຼຸດຜ່ອນຄວາມທຸກຍາກ ກໍ່ໄດ້ໃຫ້ກຽດກ່າວປິດກອງປະຊຸມ ຢ່າງເປັນທາງການ.

 

ຈາກໃນຕອນບ່າຍຂອງວັນດຽວກັນນີ້ ທລຍ ກໍໄດ້ສືບຕໍ່ ຈັດກອງປະຊຸມປຶກສາຫາລືແຜນການດໍາເນີນທົດລອງສິນເຊື່ອ 4 ຮ່ວມຢູ່ແຂວງອຸດົມໄຊ ໂດຍການເປັນປະທານຮ່ວມຂອງ ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກໂດຍການເປັນປະທານຮ່ວມຂອງ ທ່ານ ວຸດທິ ເລື່ອນວິໄລວົງ, ຜູ້ອໍານວຍການທະນາ ຄານນະໂຍບາຍ, ທ່ານ ໂສພາ ສິດທິໂສມ, ຮອງກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ. 

 

ກອງປະຊຸມດັ່ກ່າວ ມີຜູກະຊວງໂຍທາທິການແລະຂົນສົ່ງ, ກົມແຜນການ ແລະ ການເງິນ,ກົມພັດທະນາຊົນນະ ບົດ ແລະ ສະຫະກອນ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ, ຜູ້ຕາງໜ້າໂຄງການ ກະສິກຳເພື່ອໂພຊະນາການ, ກະຊວງກະສິກຳ ແລະ ປ່າໄມ້, ກົມຮ່ວມມືສາກົນ,  ກະຊວງແຜນການ ແລະ ການລົງທຶນ, ທະນາຄານນະໂຍບາຍ ແລະ ຕະຫຼອດຮອດພະນັກງານຫຼັກແຫຼ່ງຂອງ ທລຍ ຈໍານວນທັງໝົດ24, ຍິງ 6 ທ່ານ.                 .

 

ຈຸດປະສົງຂອງກອງປະຊຸມແມ່ນ ກະກຽມເປີດກອງປະຊຸມທົດລອງຈັດຕັ້ງປະຕິບັດສິນເຊື່ອ 4 ຮ່ວມຢູ່ແຂວງອຸດົມໄຊ

 

ພ້ອມດຽວກັນ.  

 

ທີ່ກອງປະຊຸມໄດ້ມີການປຶກສາຫາລືແຜນການດໍາເນີນທົດລອງສິນເຊື່ອ 4 ຮ່ວມຢູ່ແຂວງອຸດົມໄຊ ແລະ ການຮ່າງແຜນລະດົມທຶນພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນຕໍ່ໜ້າ.  ທ່ານ ຈິດ ທະວີໃສ, ກ່າວເນັ້ນຕື່ມວ່າ: ສິນເຊື່ອ 4 ຮ່ວມແມ່ນກົນໄກສົ່ງເສີມອາຊີບໂດຍການສະໜອງອາຊີບຂອງຄອບຄົວ ທີ່ຈັດສັນເປັນກຸ່ມ ແລະ ມີຄວາມຮູ້ເຕັກນິກ ແລະ ຊໍານານໃນການເຮັດອາຊີບທີ່ກ່ຽວຂ້ອງນັ້ນແລ້ວ ໃນນັ້ນ ໄດ້ແບ່ງຄວາມຮັບຜິດຊອບກັນຄື: ກົມພັດທະນາຊົນນະບົດ ແລະ ສະຫະກອນຮັບຜິດຊອບ ເລື່ອງກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ຮັບຜິດຊອບເລື່ອງການໃຫ້ຄວາມຮູ້ວິຊາການຕ່າງໆໃນການທໍາມາຫາກິນ, ທະນາຄານຮັບຜິດຊອບການສະໜອງສິນເຊື່ອ, ກອງທຶນຫຼຸດຜ່ອນຄວາມທຸກຍາກຮັບຜິດຊອບເລື່ອງເນື້ອໃນ ແລະ ເອກະສານທີ່ກ່ຽວຂ້ອງ ກອງປະຊຸມ ໄດ້ປິດລົງຢ່າງເປັນທາງການ ໃນເວລາ 4:00 ດ້ວຍໝາກຜົນທີ່ດີ ແລະ ມີແຜນການ ເພື່ອສືບຕໍ່ຮ່ວມມືຈັດຕັ້ງປະຕິບັດໃນຕໍ່ໜ້າ.