ທລຍ ເມືອງກວັນ ສໍາເລັດຊຸດອົບຮົມ ກ່ຽວກັບ ວິທີປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຕາມຄາດໝາຍ
ໂດຍ: ຕາດໍາ ສີວໍລະພົນ
ວັນທີ 16-31 ມັງກອນ ປີ 2021 ກອງທຶນຫຼຸດຜ່ອນຄວາມທຸກຍາກ ທລຍ ເມືອງກວັນ ແຂວງຫົວພັນ ໄດ້ເປີດຊຸດ ຝອຮ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ -19 ຢູ່ 17 ບ້ານເປົ້າໝາຍຂອງ ທລຍ ກວັນ ຊຸດທີ 1 ໂດຍການເປັນປະທານຂອງ ທ່ານ ນາຍບ້ານ ຢູ່ແຕ່ລະບ້ານ ໂດຍໄດ້ຮັບການຮ່ວມມື ໃຫ້ກຽດເປັນຄູ່ຝືກຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງ 2 ທ່ານ, ຫ້ອງການສະຫະພັນແມ່ຍິງເມືອງ 2 ທ່ານ, ຫ້ອງການສາທາສາທາລະນະສຸກເມືອງ ແລະ ທີມງານ ທລຍ ເມືອງກວັນ 11 ທ່ານ. ຊຸດອົບຮົມດັ່ງກ່າວ ມີຜູ້ເຂົ້າຮ່ວມທັງໝົດ 1.481 ທ່ານ, ໃນນັ້ນ ມີ ແມ່ຍິງ 938 ທ່ານ, ເປັນຊົນເຜົ່າ 319 ທ່ານ. ຊຸດ ຝອຮ ຄັ້ງນີ້ໄດ້ດໍາເນີນໄປເປັນເວລາ 17 ວັນເຕັມ. ກິດຈະກໍາດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນ ຈາກອົງການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC)
ຊຸດຝຶກອົບຮົມໃນຄັ້ງນີ້ມີທັງໝົດ 2 ພາກຄື: ທິດສະດີ ແລະ ພາກປະຕິບັດຕົວຈິງ, ພາກທີ1 ແມ່ນໄດ້ມີການແນະນໍາ ວິທີການປ້ອງກັນການລະບາດຂອງພະຍາດໂຄວິດ-19, ພາກທີ2 ໄດ້ນໍາພາຜູ້ເຂົ້າຮ່ວມ ຮຽນອອກແບບ ແລະ ຫຍິບຜ້າອັດປາກ-ດັງຕົວຈິງ ໂດຍການນໍາພາຂອງທີມງານ ທລຍ ເມືອງ ສົມທົບກັບບັນດາຄູຝຶກທີ່ຫ້ອງການທີ່ກ່ຽວ ຂ້ອງຂັ້ນເມືອງ. ນອກນັ້ນ ຍັງໄດ້ສ້າງຄວາມເຂົ້າໃຈໃຫ້ແກ່ອົງການປົກຄອງຂັ້ນທ້ອງຖິ່ນ, ສະຫະພັນແມ່ຍິງ, ອສບ, ອາ ສາສະໝັກບ້ານ ພໍ່ແມ່ປະຊາຊົນພາຍໃນບ້ານ ໃຫ້ເອົາໃຈໃສ່ ແລະ ທໍາຄວາມຄວາມເຂົ້າໃຈຕໍ່ມາດຕະການການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ພັກ-ລັດຖະບານ ກໍ່ຄືຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ໄດ້ປະກາດນໍາໃຊ້ບັນດາມາດຕະການຜ່ອນຜັນຕ່າງໆໃຫ້ເປັນປົກກະຕິຕຶ່ມອີກ, ພ້ອມນັ້ນ ກໍໄດ້ແນະນໍາໂດຍເນັ້ນໜັກໃສ່ວິທີປ້ອງກັນຕໍ່ໂຕເອງ ແລະ ຄົນອ້ອມຂ້າງ ຄົນຄອບຄົວຂອງຕົນ ຫຼີກລ່ຽງຈາກກຸ່ມສ່ຽງ ໃຫ້ເວັ້ນໄລຍະຫ່າງ 1-2 ແມັດ ເວລາໄປບ່ອນຊຸມຊົນແອອັດ ປັບປຸງປ່ຽນແປງພຶດຕິກໍາການດໍາລົງຊີວິດໃນຮູບແແບໃໝ່ ທີ່ປອດໄພຈາກເຊື້ອພະຍາດ ຢູ່ຮາກຖານຊົນ ນະບົດ ສປປ ລາວ ໃຫ້ໄດ້ດີ.
ຊຸດອົບຮົມໃນຄັ້ງນີ້ ມີຜົນສໍາເລັດໄດ້ ກໍຍ້ອນການຮ່ວມມືປະສານງານຂອງທຸກພາກສ່ວນທີ່ກ່ຽວຂ້ອງ, ທລຍ ຂໍສະແດງຄວາມຂອບໃຈ ມາຍັງບັນດາຫ້ອງການ ແລະ ອົງການກ່ຽວຂ້ອງ ລວມທັງພໍ່ແມ່ປະຊາຊົນ ຜູ້ທີ່ໄດ້ຮັບການຝຶກອົບຮົມກໍໄດ້ໃຫ້ຄວາມຮ່ວມມື ແລະ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ ປະກອບສ່ວນເຮັດໃຫ້ວຽກງານຂອງພວກເຮົາໄດ້ຮັບຜົນສໍາເລັດລຸລ່ວງໄປດ້ວຍດີ ເປັນການຮັກສາ ແລະ ປົກປ້ອງປະຊາຊົນຜູ້ທຸກຍາກຢູ່ເຂດຊົນນະບົດຂອງລາວເຮົາປອດໄພຈາກ ການລະພາດຂອງພະຍາດໂຄວິດ-19 ທີ່ຍັງສືບຕໍ່ເປັນບັນຫາຂອງໂລກໃນປະຈຸບັນ.