ສໍາເລັດການລົງຝຶກອົບຮົມ ຄວາມຮູ້ພຶ້ນຖານດ້ານໂພຊະນາການ ສໍາລັບ ແມ່ ແລະ ເດັກໃຫ້ຄະນະຮັບຜິດຊອບໂພຊະນາການບ້ານ

Posting Date: 
02 Mar 2021

 

ສໍາເລັດການລົງຝຶກອົບຮົມ ຄວາມຮູ້ພຶ້ນຖານດ້ານໂພຊະນາການ

 

ສໍາລັບ ແມ່ ແລະ ເດັກໃຫ້ຄະນະຮັບຜິດຊອບໂພຊະນາການບ້ານ

 

                                                                              ໂດຍ: ນາງ ພອນສັກ ພັນທະສິດ

 

          ຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກ ໄລຍະເພີ່ມທຶນ ທລຍ 03 ປະຈໍາເມືອງບຸນໃຕ້ ແຂວງຜົ້ງສາລີ ໄດ້ສ້າງຕັ້ງຂຶ້ນໃນຕົ້ນປີ 2020​ ຕາມນະໂຍບາຍຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອຈັດຕັ້ງປະຕິບັດໂຄງການຍົກລະດັບດ້ານໂພຊະນາການ ໂດຍສະໜັບສະໜູນໃຫ້ປະຊາຊົນທີ່ທຸກຍາກ ເຂດຫ່າງໄກສອກຫຼີກໄດ້ເຂົ້າເຖິງການບໍລິການທີ່ຖືກຕ້ອງຕາມຫຼັກສຸຂະອະນາໄມ ເຮັດໃຫ້ເດັກນ້ອຍ ແລະ ແມ່ຍິງໃນໄວຈະເລີນພັນ ກໍຄືແມ່ຖືພາ ແມ່ລູກອ່ອນໄດ້ຮັບຄວາມເອົາໃຈໃສ່ ເບິ່ງແຍງ ຊ່ວຍເຫຼືອຈາກຄອບຄົວ ໂດຍສະເພາະໃຫ້ພວກເຂົາ ໄດ້ຮັບສານອາຫານພຽງພໍ, ຮູ້ຈັກວິທີປຸງແຕ່ງອາຫານທີ່ຮັບປະກັນດ້ານໂພຊະນາການ ເພື່ອສ້າງພູມຄຸ້ມກັນ ຮັກສາສຸຂະພາບຂອງແມ່ແຕ່ເລິ່ມຖືພາ ແລະ ໃຫ້ເດັກມີການຈະເລີນເຕີບໂຕໃນເກນມາດຖານທີ່ ກະຊວງສາທາລະນະສຸກວາງອອກ ເຮັດໃຫ້ອັດການຕາຍຂອງແມ່ ແລະ ເດັກໃນຊົນນະບົດຫຼຸດລົງເທື່ອລະກ້າວ.

 

 

 

ດ່ັງນັ້ນ,​ ພະນັກງານກອງທຶນຫຼຸດຜ່ອນຄວາມທຸກຍາກ ເມືອງບຸນໃຕ້ ໄດ້ສົມທົບກັບອົງການປົກຄອງບ້ານຈຶ່ງໄດ້ ລົງໄປຈັດຊຸດອົບຮົມ ກ່ຽວກັບ ຄວາມຮູ້ພຶ້ນຖານດ້ານໂພຊະນາການ ຊຶ່ງເລິ່ມແຕ່ວັນທີ 16-27 ກຸມພາ 2021. ໃນຊຸດອົບຮົມ ແມ່ນໄດ້ມີການລົງສ້າງກຸ່ມໂພຊະນາການ, ຝຶກອົບຮົມ ຄວາມຮູ້ພຶ້ນຖານດ້ານໂພຊະນາການສໍາລັບແມ່ ແລະ ເດັກ ໃຫ້ຄະນະຮັບຜິດຊອບໂພຊະນາການຂັ້ນບ້ານ (ກພກ)ຈໍານວນ 15 ​ບ້ານ ຊຶ່ງມີຜູ້ເຂົ້າຮ່ວມທັງຫມົດ 332 ຄົນ, ຍິງ 268 ຄົນ. ໃນນັ້ນ ສະມາຊິກ ກພກ ມີທັງຫມົດ 241 ຄົນ.

 

 

ຜ່ານການຝຶກອົບຮົມເຫັນວ່າ ປະຊາຊົນ ກໍຄືອົງການປົກຄອງທ້ອງຖິ່ນໃນບ້ານເປົ້າໝາຍ ທລຍ ແມ່ນມີຄວາມສົນໃຈ ແລະ ໄດ້ປະກອບຄໍາຄິດຄໍາເຫັນ ສອບຖາມຄົ້ນຄວ້າ ຢ່າງເປັນຂະບວນຟົດຟື້ນ; ໂດຍສະເພາະ ແມ່ຍິງທີ່ເປັນສະມາຊິກ ກພບ ໄດ້ເຂົ້າຮ່ວມຈໍານວນຫຼາຍ ເຮັດໃຫ້ການຝຶກອົບຮົມ ແລະ ສ້າງຕັ້ງກຸ່ມ ໂພຊະນາການ ສໍາເລັດຕາມແຜນການທີ່ວາງໄວ້.