ຊຸກຍູ້ ແລະ ຕິດຕາມການຄຸ້ມຄອງບັນຊີໃຫ້ແກ່ຄະນະບໍລິຫານຄຸ້ມຄອງກອງທຶນບ້ານ

Posting Date: 
23 Mar 2021

 

ຊຸກຍູ້ ແລະ ຕິດຕາມການຄຸ້ມຄອງບັນຊີໃຫ້ແກ່ຄະນະບໍລິຫານຄຸ້ມຄອງກອງທຶນບ້ານ

 

ພາຍຫຼັງສໍາເລັດໃນການຝຶກອົບຮົມຄຸ້ມຄອງບັນຊີໃຫ້ແກ່ຄະນະບໍລິຫານຄຸ້ມຄອງກອງທຶນບ້ານ (ຄບກ) ບ້ານນໍ້າບ່ອນໃຕ້, ກຸ່ມລະຮ່າງໃຫຍ່, ເມືອງຂວາ, ແຂວງຜົ້ງສາລີ ຕັ້ງແຕ່ເດືອນກຸມພາ 2021 ຜ່ານມາ ສະນັ້ນ ເພື່ອເປັນການຊຸກຍູ້ຕິດຕາມຄວາມຄືບໜ້າໃນການຜັນຂະຫຍາຍຄວາມຮູ້ຄວາມສາມາດຂອງຄະນະດັ່ງກ່າວນັ້ນ ໃນລະຫວ່າງວັນທີ 21-24 ມີນາ 2021 ທີມງານ ທລຍ ເມືອງຂວາ ແລະ ທລຍ ແຂວງຜົ້ງສາລີ ຈຶ່ງໄດ້ລົງຊຸກຍູ້ຕົວຈິງໃນການຄຸ້ມຄອງບັນຊີບ້ານນໍ້າບ່ອນ ເຫັນໄດ້ວ່າສະມາຊິກຈໍານວນ 15 ຄົນ, ຍິງ 11 ຄົນ ທີ່ໄດ້ຮັບການຝຶກອົບຮົມໄປນັ້ນ ແມ່ນສາມາດລົງບັນຊີບ້ານໄດ້ຢ່າງແທ້ຈິງ ຊຶ່ງຈະເປັນພື້ນຖານອັນດີໃນການຄຸ້ມຄອງບັນຊີບ້ານດັ່ງກ່າວ ໃນການທ້ອນເງິນ ແລະ ປ່ອຍກູ້ ເພື່ອສ້າງເສດຖະກິດຄອບຄົວຢູ່ບ້ານດັ່ງກ່າວຢ່າງມີປະສິດທິພາບ ແລະ ປະສິດທິຜົນ.