ກະກຽມປັບປຸງລະບົບຖານຂໍ້ມູນ ທລຍ

Posting Date: 
20 May 2021

ກະກຽມປັບປຸງລະບົບຖານຂໍ້ມູນ ທລຍ

ໃນວັນທີ 18 ພຶດສະພາ 2021 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມທາງໄກ ເພື່ອປຶກສາຫາລືກ່ຽວກັບການກະກຽມໃນການປັບປຸງລະບົບຖານຂໍ້ມູນຂອງ ທລຍ ໃຫ້ມີຄວາມຮັດກຸມ ແລະ ຄົບຖ້ວນຫຼາຍກວ່າເກົ່າ, ໂດຍສະເພາະລະບົບຂໍ້ມູນທາງດ້ານວຽກງານປັບປຸງຊີວິດການເປັນຢູ່, ວຽກງານສົ່ງເສີມໂພຊະນາການ  ໃຫ້ມີຂໍ້ມູນຄົບຖ້ວນ, ສາມາດຕິດຕາມ-ກວດກາໄດ້, ເຂົ້າເຖິງໄດ້ງ່ານ ວ່ອງໄວ ແລະ ມີຄຸນນະພາບຫຼາຍຂຶ້ນກວ່າເກົ່າ.  ເພື່ອເປັນຂໍ້ມູນ ເບື້ອງຕົ້ນໃນການປຶກສາຫາລືກັບທີມງານທະນາຄານໂລກ ໃຫ້ສາມາດຕີລາຄາຜົນຂອງການຈັດຕັ້ງປະຕິບັດຜ່ານລະບົບຖານຂໍ້ມູນແບບອອນລາຍ ແລະ ຮັບປະກັນວ່າປະຊາຊົນໃນພື້ນທີ່ເປົ້າໝາຍ ໄດ້ຮັບຜົນປະໂຫຍດຈາກການເຄື່ອນໄຫວວຽກງານ ທລຍ ຢ່າງແທ້ຈິງ.