ຄະນະອໍານວຍການ ທລຍ ປະຊຸມຮ່ວມກັບ ຂະແໜງວິສະວະກໍາຊຸມຊົນ

Posting Date: 
04 Jun 2021

ຄະນະອໍານວຍການ ທລຍ ປະຊຸມຮ່ວມກັບ ຂະແໜງວິສະວະກໍາຊຸມຊົນ

ໃນຕອນບ່າຍຂອງວັນທີ 3 ມິຖຸນາ 2021 ກອງປະຊຸມທາງໄກ ລະຫວ່າງຄະນະອໍານວຍການ ທລຍ ຮ່ວມກັບຂະແໜງວິສະວະກໍາຊຸມຊົນ ໄດ້ຈັດຂຶ້ນ ເພື່ອເປັນການທົບທວນຄືນກ່ຽວກັບຜົນສໍາເລັດ ແລະ ຂໍ້ຄົງຄ້າງບັນດາໜ້າວຽກຢູ່ພາຍໃນຂະແໜງການດັ່ງກ່າວ ໃນໄລຍະຜ່ານມາ ແລະ ພ້ອມກັນແກ້ໄຂ ຢ່າງເປັນຮູບປະທໍາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດໂຄງການຍ່ອຍຢູ່ 6 ແຂວງ ໃນງົບປະມານໂຄງການປີ 2020 ແລະ ກະກຽມແຜນຈັດຕັ້ງປະຕິບັດໂຄງການທຶນສົມທົບຂອງລັດຖະບານ ໃນປີ 2021 ຈໍານວນ 13 ຕື້ກີບ ຈໍານວນ 55 ໂຄງການ ໃນ 21 ເມືອງ ພ້ອມທັງກະກຽມການສໍາຫຼວດໂຄງການທີ່ຕອບສະໜອງຮັບໃຊ້ກິດຈະກໍາປັບປຸງຊີວິດການເປັນຢູ່ ແລະ ໂພຊະນາການ ຢູ່ 4 ແຂວງພາກເໜືອ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດ ການເປັນປະທານຂອງທ່ານ ປະສອນໄຊ ອິນສີຊຽງໃໝ່, ຮັກສາການຜູ້ອໍານວຍການ ທລຍ ແລະ ທ່ານຮອງຜູ້ອໍານວຍການ.