ມອບທຶນໝູນວຽນໃຫ້ 11 ບ້ານເມືອງຄໍາ ເພື່ອສົ່ງເສີມການປູກການລ້ຽງ

Posting Date: 
18 Aug 2021

 

ມອບທຶນໝູນວຽນໃຫ້ 11 ບ້ານເມືອງຄໍາ ເພື່ອສົ່ງເສີມການປູກການລ້ຽງ

 

ໂດຍ: ແວວ ຄຳມຸນທາ

 

        ໃນກາງເດືອນ ກໍລະກົດ 2021 ຫາ ຕົ້ນ ເດືອນ ສິງຫາ 2021 ຄະນະນໍາຂັ້ນເມືອງ ຂອງເມືອງຄໍາ ພ້ອມດ້ວຍ ພະນັກງານ ໜ່ວຍງານປັບປຸງຊີວິດການເປັນຢູ່ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ  (ທລຍ) ໄດ້ສໍາເລັດການລົງມອບເງິນຕົ້ນທຶນໝູນວຽນສົ່ງເສີມ ກິດຈະກໍາສ້າງລາຍຮັບ ການປູກ-ການລ້ຽງ ໃຫ້ຄະນະບໍລິຫານກຸ່ມຊ່ວຍເຫຼືອກັນເພື່ອແກ້ໄຂຄວາມທຸກຍາກ (ກຊກ) ແລະ ຄະນະບໍລິຫານກອງທຶນບ້ານ (ຄບກ). ເປົ້າໝາຍທີ່ໄດ້ຮັບເງິນທຶນໃນຄັ້ງນີ້ປະກອບມີ 11 ບ້ານ, 44 ກຸ່ມ (ກຊກ), ມີສະມາຊິກທັງໝົດ 565 ຄົນ  ນອນຢູ່ໃນ 29 ບ້ານເປົ້າໝາຍ ຢູ່ໃນເມືອງ ຄໍາ ເຊິ່ງປະກອບມີ 972 ຫຼັງຄາເຮືອນ, 1.225 ຄອບຄົວ, ພົນລະເມືອງ 5.634 ຄົນ, ປະກອບມີຊົນເຜົ່າມົ້ງ 2.918 ຄົນ, ຍິງ 1.355; ເຜົ່າກຶມມຸ 480 ຄົນ, ຍິງ 242 ຄົນ ແລະ ເຜົ່າລາວ 2.236 ຄົນ, ຍິງ 1.122 ຄົນ. ທີ່ຈະໄດ້ຮັບທຶນຊຸດທີ 1 ຂອງ ໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ຄື:  ບ້ານ ສົບທ້າງ , ບ້ານ ພຽງດ້າງ, ບ້ານ ສວນມອນ  ບ້ານ ໂພນແຈ້ງ, ບ້ານ ໂພນໂຮມ, ບ້ານ ຜາຫານ, ບ້ານ ນໍ້າທຸມ, ບ້ານ ນາເໝືອຍ, ບ້ານ ນາທອງ-ໄຄ້ວຽງ, ບ້ານ ຊາມ ແລະ ບ້ານ ຊຽງກ່ຽວ, ລວມທຶນທົງໝົດ ທີ່ໄດ້ມອບໃນຄັ້ງນີ້ແມ່ນ 618,240,000 ກີບ. ທຶນສະໜັບສະໜູນດັ່ງກ່າວແມ່ນໄດ້ໂອນເຂົ້າ ບັນຊີ ຂອງບ້ານ ຕາມລະບຽບການວາງອອກ ສຳເລັດຕາມແຜນການ. ຮູບແບບວິທີການໃຫ້ທຶນສະໜັບສະໜູນ ບ້ານເປົ້າໝາຍດັ່ງກ່າວແມ່ນເພື່ອສ້າງຄວາມເຂັ້ມແຂງ, ຄວາມເປັນເຈົ້າການຂອງຊຸມຊົນ, ມີຄວາມໂປ່ງໃສຊ່ວຍເຫຼືອປະຊາຊົນ  ເພື່ອນໍາໃຊ້ເຂົ້າໃນການປູກ, ການລ້ຽງ ເຮັດໃຫ້ຄອບຄົວ ມີອາຫານພຽງພໍລ້ຽງຄອບຄົວ ແລະ ສ້າງລາຍຮັບເພີ້ມ ກ້າວໄປສູ່ ການຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

 

ກິດຈະກໍາການປັບປຸງຊີວິດການເປັນຢູ່ ເປັນກິດຈະກໍາໜຶ່ງທີ່ສໍາຄັນຂອງການຈັດຕັ້ງປະຕິບັດວຽກງານໂຄງການ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ທີ່ຂື້ນກັບກະຊວງກະສິກໍາ ແລະ ປ່າໄມ້ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາ ຊົນບັນດາເຜົ່າ ຢູ່ເຂດຫ່າງໄກສອກຫຼີກ ໃຫ້ນັບມື້ນັບດີຂຶ້ນ ຂອງ 12 ເມືອງ ໃນແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ ແລະ ອຸດົມໄຊ ປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດ ມາດຖານພົ້ນທຸກ ຕາມດໍາລັດ 348/ນຍ ໃຫ້ປະກົດຜົນເປັນຈິງ.