ວຽກງານປັບປຸງຊີວິດການເປັນຢູ່ 15 ບ້ານ ຂອງເມືອງບຸນໃຕ້ ມີທ່າກ້າວໜ້າ

Posting Date: 
02 Sep 2021

ວຽກງານປັບປຸງຊີວິດການເປັນຢູ່ 15 ບ້ານ ຂອງເມືອງບຸນໃຕ້ ມີທ່າກ້າວໜ້າ

 

ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ປະຈຳເມືອງບຸນໃຕ້, ແຂວງຜົ້ງສາລີ ໄດ້ສະໜັບສະໜູນວຽກງານປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການ, ແລະ ວຽກງານໂຄງລ່າງພື້ນຖານທີ່ຕິດພັນກັບວຽກງານສ້າງລາຍຮັບໃຫ້ຊຸມຊົນ ທັງໝົດຈຳນວນ 7 ກຸ່ມບ້ານ, ລວມມີ 15 ບ້ານເປົ້າໝາຍ, ຊຶ່ງບ້ານສ່ວນໃຫຍ່ເປັນບ້ານທຸລະກັນດານຫ່າງໄກສອກຫຼີກ, ການດຳລົງຊີວິດປະຈໍາວັນ ແມ່ນການເຮັດໄຮ່-ເຮັດນາ, ປູກຝັງ ແລະ ລຽ້ງສັດ, ເນື້ອທີ່ທຳການຜະລິດເປັນເຂດພູສູງ ແລະ ມີເສັ້ນທາງເຂົ້າເຖິງໄດ້ຍາກ ໂດຍສະເພາະລະດູຝົນ ບາງບ້ານແມ່ນບໍ່ສາມາດເຂົ້າເຖິງໄດ້.

ວຽກງານປັບປຸງຊີວິດການເປັນຢູ່ ເປັນວຽກໜຶ່ງທີ່ສໍາຄັນຈັດຕັ້ງປະຕິບັດ ໃນ 15 ບ້ານ, ປະກອບມີກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) 77 ກຸ່ມ, ມີສະມາຊິກທັງໝົດ 961 ຄົນ. ນັບແຕ່ເດືອນມັງກອນ ຫາເດືອນມິຖຸນາ 2021 ກຸ່ມ ກຊກ ໃນ 15 ບ້ານ ດັ່ງກ່າວ ໄດ້ມີເງິນຝາກສະສົມທັງໝົດ54.319.000 ກີບ ເພື່ອນໍາໃຊ້ເຂົ້າໃນການລ້ຽງໝູ, ລ້ຽງແບ້, ລ້ຽງປາ, ລ້ຽງກົບ, ລ້ຽງເປັດ, ລ້ຽງໄກ່ ແລະ ປູກພືດຜັກເສດຖະກິດ ຊຶ່ງຄາດວ່າໃນອະນາຄົດ ສະມາຊິກກຸ່ມ ກຊກ ຈະສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ຄ່ອຍໆຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ກິດຈະກຳປັບປຸງຊີວິດການເປັນຢູ່ ເປັນກິດຈະກຳໜຶ່ງທີ່ສຳຄັນຂອງການຈັດຕັ້ງປະຕິບັດວຽກງານໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ທີ່ຂື້ນກັບກະຊວງກະສິກຳ ແລະ ປ່າໄມ້ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຢູ່ເຂດຫ່າງໄກສອກຫລີກ ຂອງ 12 ເມືອງ ໃນແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ ແລະ ອຸດົມໄຊ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມາດຖານພົ້ນທຸກ ຕາມດໍາລັດ 348/ນຍ ໃຫ້ປະກົດຜົນເປັນຈິງ.