ສະຫຼຸບຕີລາຄາວຽກງານໂພຊະນາການ ແລະ ພັດທະນາຊຸມຊົນ ປະຈຳເດືອນ 8/2021

Posting Date: 
09 Sep 2021

ສະຫຼຸບຕີລາຄາວຽກງານໂພຊະນາການ ແລະ ພັດທະນາຊຸມຊົນ ປະຈຳເດືອນ 8/2021

ໃນວັນທີ 7 ກັນຍາ 2021 ຜ່ານມາ, ຂະແໜງໂພຊະນາການ ແລະ ພັດທະນາຊຸມຊົນ,  ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ຈັດກອງປະຊຸມທາງໄກ ກັບພະນັກງານ ໂພຊະນາການຂັ້ນເມືອງ ແລະ ຂັ້ນບ້ານ ຢູ່ 4 ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ ແລະ ອຸດົມໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງຄະນະອໍານວຍການບໍລິຫານ ທລຍ, ຫົວໜ້າຂະແໜງການທີ່ກ່ຽວຂ້ອງ ແລະ ພະນັກງານວິຊາການເຂົ້າຮ່ວມທັງໝົດ 34ຄົນ, ຍິງ11ຄົນ.

ໃນກອງປະຊຸມ ໄດ້ຍົກໃຫ້ເຫັນວ່າ ໃນເດືອນສິງຫາ ມີສະມາຊິກກຸ່ມໂພຊະນາການບ້ານ ເຊັ່ນ: ແມ່ຖືພາ, ແມ່ລູກອ່ອນ, ເດັກອາຍຸ1 ມື້ ຫາ 5ເດືອນ,ແລະແມ່ຂອງເດັກອາຍຸ6-23ເດືອນ ຈຳນວນ 50.333 ເທື່ອຄົນ ໄດ້ເຂົ້າຮ່ວມກອງຊຸມຂອງກຸ່ມເພື່ອຮັບຟັງ ແລະ ສົນທະນາກ່ຽວກັບຄວາມຮູ້ດ້ານໂພຊະນາການ ແລະ ເຂົ້າຮ່ວມການສາທິດແຕ່ງອາຫານໃຫ້ແກ່ແມ່ ແລະ ເດັກ. ຜູ້ເຂົ້າຮ່ວມໃນກອງປະຊຸມ ໄດ້ປຶກສາຫາລື ແລະ ຊອກຫາວິທີການແກ້ໄຂແຕ່ລະບັນຫາ ທີ່ເກີດຂຶ້ນຈາກການຈັດຕັ້ງປະຕິບັດກິດຈະກຳໂພຊະນາການ ໄລຍະຜ່ານມາ. ນອກນັ້ນ, ພິເສດກອງປະຊຸມໄດ້ມີການ ຝຶກອົບຮົມ ວິທີການຢ້ຽມຢາມຄົວເຮືອນສະມາຊິກ ກພກ ແລະ ຝຶກອົບຮົມ ກ່ຽວກັບວຽກງານ ສົ່ງເສີມການປ່ຽນແປງພຶດຕິກໍາ ການກິນອາຫານ  (SBCC) ແລະ  ວຽກງານໂພຊະນາການ ຂອງ ທລຍ.